ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປັນ​ຫ​ຍັງ​ລົດ​ໃໝ່ ​ຢູ່​ໃນ​ສະ​ຫະ​ລັດ ​ຈຶ່ງມີ​ລາ​ຄ​າ​ແພງ​ຜິດ​ປົກ​ກະ​ຕິ


ລົດ​ໃໝ່ທີວ​າງ​ຂາ​ຍ​ຢູ່​ຕາມ​ບ່ອນ​ຂາຍ​ລົດ
ລົດ​ໃໝ່ທີວ​າງ​ຂາ​ຍ​ຢູ່​ຕາມ​ບ່ອນ​ຂາຍ​ລົດ

ໃນ​ໄລ​ຍະສອງປີກວ່າ​ທີ່​ຜ່ານ​ມາ​ນີ້ ການ​ລະ​ບາດ​ຂອງ​ໂຄວິດ-19 ​ໄດ້​ສ້າງ​ຄວາມ​ ປັ່ນ​ປ່ວນ ຢູ່ໃນທຸກໆ​ດ້ານ​ຕໍ່ການ​ດຳ​ລົງຊີ​ວິດ ​ຢູ່ໃນທົ່ວ​ໂລກ ໂດຍ​ສະ​ເພາະ​ດ້ານ​ເສດ​ຖະ​ກິດ. ​ປັດ​ຈຸ​ບັນ​ນີ້​ເຮົາສາ​ມາດ​ມອງເຫັນ​ໄດ້​ຢ່າງ​ຊັດ​ແຈ້ງວ່າ ອ​າ​ຫານ​ການ​ກິນ ນ້ຳ​ມັນ​ເຊື້ອ​ຟ​ໄຟ​ ພ້ອມ​ດ້ວຍ​ລາ​ຄາ​ລົດ​ໃໝ່ ແລະ​ລົດ​ເກົ່າ​ມີ​ລາ​ຄ​າ​ສູງ​ຂຶ້ນ​ຜິດ​ປົກ​ກະ​ຕິ ເນຶ່ອງ​ຈາກການ​ຜະ​ລິດ​ເຄື່ອງ​ອາ​ໄຫລ່ ບໍ່ໄດ້​ສະ​ໜອ​ງ​ຕອບ​ຢ່າງ​ພຽງ​ພໍ. ​ເຖິງ​ແມ່ນ​ມີ​ລົດ​ໃໝ່​ອອກ​ມາ ແຕ່​ກໍ​ຍັງ​ຂາດ​ຕະ​ຫລາດ ​ພ້ອມ​ທັງລາ​ຄາ​ກໍແພງ ຊຶ່ງ​ຜູ້​ຕ້ອງ​ການ​ລົດ ​ບໍ່​ມີ​ທາງ​ເລືອກ ແລະ​ຈຳ​ເປັນ​ຕ້ອງ​ໄດ້​ຊື້. ທ່ານອະ​ໂນ​ຄຳ ຈັນ​ທະ​ວົງ ຄົນ​ຂາຍ​ລົດ​ແຫ່ງ​ນຶ່ງຢູ່​ນະ​ຄອນ​ຊິ​ຄາ​ໂກ ໄດ້​ກ່າວ​ເຖິງ​ພິກ​ໄຫວ​ການ​ຂາຍ​ລົດ​ ທີ່​ເຂົາ​ເຈົ້າ​ຕ້ອງ​ໄດ້​ປະ​ຕິ​ບັດ ສູ່ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ລິງໂດຍກົງ

​ບໍ​ລິ​ສັດ​ຂາຍ​ລົດພາ​ກັນ​ສວຍ​ໂອ​ກາດ ​ໂດຍຊອກ​ຫ​າ​ວິ​ທີ​ທາງແລະ​ເຫດ​ຜົນ​ນຳ​ເອົາ​ເຄື່ອງ​ປະ​ກອບ​ຕ່າງໆ ມາເພີ້ມເຂົ້າ​ໄປ​ໃສ່​ລົດ ເພື່ອ​ຫາ​ທາງ​ຂຶ້ນລາ​ຄາ ແລະບໍ່​ມີ​ຄວາມ​ເປັນ​ຫ່ວງ​ເລີຍ​ວ່າ ພວກລູກຄ້າ​ມີ​ຄວາມຕ້ອງ​ການ​ ຫລື​ບໍ່. ​ໃນ​ຂະ​ນະ​ດຽວ​ກັນ ​ຜູ້ຕ້ອງ​ການຊື້​ລົດຮູ້​ດີວ່າ ​ລົດ​ຂາດ​ຕະ​ຫລາດຊອກ​ຫາ​ລົດ​ທີ່​ຕົນ​ຕ້ອງການ​ໄດ້ ຍາກ ລາ​ຄາ​ກໍ​ແພງ ແລະ​ບໍ່​ມີ​ທາງ​ເລືອກກໍ​ຈຳ​ເປັນ​ຕ້ອງ​ໄດ້​ຊື້.

XS
SM
MD
LG