ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍາ​ນາງ​ແພມ​ເມີ​ລາ ອິນ​ທະ​ວົງ ນັກ​​ສະ​ມຸດບັນ​ຊີ​ຢູ່​ໂຮງໝໍ​ປິ່ນ​ປົວ​ກະ​ດູກ ໃນ​ລັດ​ຟ​ລໍ​ຣິ​ດາ


ໂຮງ​ໝໍ​ປິ່ນ​ປົວ​ກະ​ດູກ ທີ່​ເມືອງ Stuart ຢູ່​ທາງ​ພາກ​ໃຕ້​ລັດ​ຟ​ລໍ​ລິ​ດາ
ໂຮງ​ໝໍ​ປິ່ນ​ປົວ​ກະ​ດູກ ທີ່​ເມືອງ Stuart ຢູ່​ທາງ​ພາກ​ໃຕ້​ລັດ​ຟ​ລໍ​ລິ​ດາ

ສະບາຍດີທ່່ານຜູ້ຟັງທີ່ເຄົາລົບ ໃນລາຍການຊິວິດຊາວລາວໃນຕ່າງແດນຂອງ ວີໂອເອ ປະຈຳວັນພະຫັດມື້ນີ້ ທ່ານ​ຈະ​ໄດ້​ຟັງ​ການ​ໂອ້​ລົມ ກັບ ຍາ​ນາງແພມ​ເມີ​ລາ ອິນ​ທະ​ວົງ ນັກບັນ​ຊີຢູ່​ໂຮງໝໍ​ປິ່ນ​ປົວກະ​ດູກ​ຮ່າງ​ກາຍຄົນ ຢູ່​ເມືອງ Stuart ຕັ້ງ​ຢູ່​ໃນ​ພາກ​ໃຕ້​ຂອງລັດຟ​ລໍ​ຣິ​ດາ ຊຶ່ງກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ຄຳ​ວ່າ Orthopedics ແມ່ນພວ​ກ​ນ​າຍໝໍ ​ປິ່ນ​ປົວກະ​ດູກ​ ຢູ່​ໃນ​ຮ່າງ​ກາຍ​ຂອງ​ຄົນ. ນອກ​ຈາກ​ນັ້ນ​ອີກ​ແລ້ວ ເຂົ​າ​ເຈົ້າ​ຍັງ​ຊ່​ຽວ​ຊານ ແຕ່​ລະພ​າກ​ສ່ວນຂອງ​ກະ​ດູກຢູ່​ໃນຮ່າງ​ກາຍ ແລະ​ນີ້​ແມ່ນ​ເລື້ອງ​ທີ່​ເຮົາ​ຈະ​ນຳ​ມາ​ສະ​ເໜີ​ທ່ານ​ວ່າ ລະ​ບົບ​ການ​ໃຊ້​ຈ່າຍ​ປິ່ນ​ປົວກະ​ດູກ ​ໄດ້​ປະ​ຕິ​ບັດ​ກັນ​ມ​າ​ຢ່າງ​ໃດ.

​ຢູ່​ໃນ​ສະ​ຫະ​ລັດ ມີ​ຄົນ​ໄດ້​ຮັບ​ບາດ​ເຈັບ​ຍ້ ອນ​ກະ​ດູກ​ຫັກ​ຢູ່​ເປັນ​ປະ​ຈຳ ບໍ່​ວ່າ​ເດັກ​ນ້ອຍ ຜູ້​ໃຫ​ຍ່ ຜູ້​ເຖົ້າ ແລະ​ນັກ​ກິ​ລາ​ເຫລົ່​າ​ນີ້​ເປັນ​ຕົ້ນ. ເພ​າ​ສະ​ນັ້ນຜູ້​ໄດ້​ຮັບ​ບາດ​ເຈັບ​ຕ້ອງ​ໄດ້​ຊອກ​ຫາ​ໝໍຊ່ຽວ​ຊານປິ່ນ​ປົວກະ​ດູກ​ ຊຶ່ງ​ຍາ​ນາງ​ແພມ​ເມີ​ລາ ອິນ​ທະ​ວົງ ນາຍ​ບັນ​ຊີ​ຢູ່​ໂຮງ​ໝໍ South Florida Orthopedics and Sport Medecines ທີ່ຮູ້​ກ່ຽວ​ກັບ​ລະ​ບົບ​ການ​ປິ່ນ​ປົວ ແລະ​ຄ່າ​ໃຊ້ຈ່າຍກ່າວສູ່ ວີ​ໂອ​ເອ ​ຟັງ​ດັ່ງ​ນີ້:

ປັດ​ຈຸ​ບັນ​ນີ້​ການ​ປິ່ນ​ປົວ​ກະ​ດູກ ໂດຍ​ສະ​ເພາະພວກ​ຜູ້​ເຖົ້າ ​ຖ້າ​ບໍ່ມີ​ຄວາມ​ຈຳເປັນ ເຂົາ​ເຈົ້າ​ບໍ່​ຕ້ອງ​ໄດ້ຜ່າ​ຕັດ​ອີກ​ແລ້ວ ແຕ່​ໃຊ້​ວິ​ທີ​ສັກ​ຢາ​ທີ່ຮ້ອງວ່າ​ແຈວ ​ເປັນ​ເຊື້ອ ແຫລວ​ຄື​ກັບ​ນໍ້າ​ມັນ​ເຂົ້າ​ໄປ​ໃນ​ກະ​ດູກ. ການ​ປິ່ນ​ປົວ​ຄົນ​ທີ່​ຖືກ​ອຸ​ປະ​ຕິ​ເຫດຈະມີ ການ​ຟ້ອງ​ຮ້ອງ​ກັນຢູ່​ສະ​ເໝີ ແລະ​ໃຊ້​ເວ​ລານານ​ ກ່ອນ​ໂຮງ​ໝໍ​ຈະ​ໄດ້​ຮັບ​ຄ່າ​ປິ່ນ ​ປົ​ວ ຊຶ່ງ​ຍາ​ນາງ​ແພມ​ເມີ​ລາ ອະ​ທິ​ບາຍ​ເຖິງ​ຕອນ​ນີ້​ວ່າ:

​ລະ​ບົບ​ການ​ຈ່າຍ​ເງິນ​ຄ່າ​ປິ່ນ​ປົວ​ເປັນ​ເລື້ອງ​ສະຫ​ລັບ​ຊັບ​ຊ້ອນ​ ທີ່​ຕ້ອງ​ໄດ້​ກວດ​ກາ​ຫລາຍ​ຂັ້ນ​ຕອນ​ຢ່າ​ງ​ຄັກ​ແນ່ ຊຶ່ງເປັນ​ໜ້າ​ທີ່​ຂອງ​ຍາ​ນາງ​ແພມ​ເມີລາ. ​ທຸກ​ສິ່ງ​ທຸກ​ຢ່າງຕ້ອງ​ຜ່ານ​ທາງ​ລະ​ບົບ​ຄ​ອມ​ພິວ​ເຕີ​ເພື່ອ​ບັນ​ທຶກວ່າ ປະ​ກັນ​ໄພ​ຈ່າຍ​ເທົ່າ​ໃດ ​ ​ສ່ວນຮັບ​ຜິດ​ຊອບຂອງ​ຄົນ​ເຈັບເທົ່າ​ໃດ​ເຫລົ່າ​ນີ້​ເປັນ​ຕົ້ນ ຊຶ່ງ​ຍາ​ນາງ​ແພມ​ເມີ​ລາ ກ່າວ​ມ້ວນ​ທ້າຍ​ສູ່​ຟັງ​ດັ່ງ​ນີ້:

​ການ​ປິ່ນ​ປົວ​ສຸ​ຂະ​ພາບຢູ່​ໃນ​ສະ​ຫະ​ລັດ ມີ​ລ​າ​ຄາ​ແພງ​ຫລາຍ. ເພາະ​ສະ​ນັ້ນແຕ່​ລະ​ສ່ວນ​ບຸກຄົນ​ສົມ​ຄວນ​ຊື້ປະ​ກັນ​ໄພ​ສຸ​ຂະ​ພາບ ເພື່ອ​ຊ່ວຍ​ຈ່າຍ​ຄ່າ​ປິ່ນ​ປົວໃນ​ເວ​ລ​າ​ລົ້ມ​ປ່ວຍ. ສໍ​າ​ລັບຄົນ​ທີ່ບໍ່​ມີ​ປະ​ກັນ​ໄພ​ສຸ​ຂະ​ພ​າບ​ນັ້ນ ເຂົາ​ເຈົ້າ​ຕ້ອງ​ໄດ້​ຈ່າຍ​ເປັນ​ເງິນ​ສົດ ຊຶ່ງ​ຈະມີ​ບັນ​ຊີ​ຈ່າຍ​ຜ່ອນໄດ້ ໃນ​ແຕ່​ລະ​ເດືອນຈົນ​ກວ່າ​ວ່າ​ໝົດ​ກຳ​ນົດ.

XS
SM
MD
LG