ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນະ​ຄອນ​ມົງ​ເຣ​ອານ ປະ​ເທດ​ກາ​ນາດາ ປະ​ກາດ​ຍົກ​ເລີກ​ການໃສ່​ໜ້າ​ກາກ ເລີ້ມ​ແຕ່​ວັນ​ເສົາ ທີ 14 ພຶດ​ສະ​ພາ


​ແຜນ​ທີ່​ປະ​ເທດ​ກາ​ນາ​ດາ ແລະ​ນະ​ຄອນ​ມົງ​ເຣ​ອານ ໃນ​ແຂວງ​ເກ​ເບັກ
​ແຜນ​ທີ່​ປະ​ເທດ​ກາ​ນາ​ດາ ແລະ​ນະ​ຄອນ​ມົງ​ເຣ​ອານ ໃນ​ແຂວງ​ເກ​ເບັກ

ເລີ້ມ​ແຕ່ວັນ​ເສົາ ທີ 14 ​ພຶດ​ສະ​ພາ ຈະ​ມາ​ເຖິງ​ນີ້ ເຈົ້າ​ໜ້າ​ທີ່ຢູ່ນະ​ຄອນ​ມົງ​ເຣ​ອາ​ນ ປະ​ເທດ​ກາ​ນາ​ດາ ​ປະ​ກາດ​ຈະຍົກ​ເລີກກົດ​ລະ​ບຽບ ການ​ໃສ່​ໜ້າ​ກາກ. ໂດຍ​ສະ​ເພາະ​ ຢູ່​ບ່ອນມີ​ຄົນແອ​ອັດ​ເຊັ່ນ​ວ່າ ຢູ່​ໃນຮ້ານ​ອາ​ຫານ ​ລົດ​ເມ ໂຮງ​ມະ​ຫໍ​ລະ​ສົ​ບ ແລະ​ບ່ອນທີ່​ມີຄົນເຕົ້າ​ໂຮມ​ກັນ ​ເຫລົ່າ​ນີ້​ເປັນ​ຕົ້ນ.

ຄຳປະ​ກາດ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ຫລາຍໆ​ຄົນດີ​ໃຈ ທີ່​ຈະ​ບໍ່​ຕ້ອງ​ໄດ້​ໃສ່​ໜ້າ​ກາກປ້ອງ​ກັ​ນ​ໂຄວິດ-19 ຕໍ່​ໄປ​ອີກ ແລະ​ເຫັນ​ວ່າ​ຊີ​ວິດ​ກຳ​ລັງ​ຈະກັບ​ຄືນ​ເຂົ້​າ​ສູ່​ສະ​ພາບ​ປົ​ກ​ກະ​ຕິ ​ດັ່ງ​ທີ່​ທ່ານ​ພຽນ​ດອນ​ ສຸ​ທຳ ໄດ້​ກ່າວ​ສູ່ ວີ​ໂອເອ ຟັງ​ດັ່ງ​ນີ້:

ລິງໂດຍກົງ

​ຢູ່​ປະ​ເທດ​ຝ​ຣັ່ງ​ກໍ​ໄດ້​ມີ​ການ​ປະ​ກາດ​ບໍ່​ໃຫ້​ໃສ່​ໜ້າ​ກາກ​ມາ​ໄດ້​ສາມ​ອາ​ທິດ​ແລ້ວ ຍົກ​ເວັ້ນ​ແຕ່​ຢູ່​ໃນ​ໂຮງ​ໝໍ ທີ່​ທຸກ​ຄົນ​ຍັງ​ຕ້ອງ​ໄດ້​ໃສ່​ໜ້າ​ກາກ. ບັດ​ນີ້​ ຊາວ​ຝ​ຣັ່ງ​ພ​າ​ກັນ​ມ່ວນ​ຊື່ນ​ນັ່ງພາ​ກັນ​ນັ່ງ​ຮັບປະທານອາຫານຢູ່​ຕາມ​ຮ້ານ​ອາ​ຫານ​ແຄ​ມທາງ​ຢ່າງ​ບໍ່​ຕ້ອງ​ມີ​ຄວາມ​ກັງ​ວົນ​ໃຈ.

ສ່ວນ​ຢູ່​ໃນ​ສະ​ຫະ​ລັດ ທາງ​ການ​ບໍ່​ໄດ້​ບັງ​ຄັບ​ໃຫ້​ໃສ່​ໜ້າ​ກາກ​ຢູ່​ຕາມ​ສະ​ຖານ​ທີ່ສາ​ທາ​ລະ​ນະ ​ມັນ​ເປັນ​ຄວາມສະ​ໝັກ​ໃຈ​ຂອງ​ສ່ວນ​ບຸກ​ຄົນ ແຕ່​ວ່າ​ຢູ່​ໃນ​ໂຮງ​ໝໍທຸກ​ຄົນ​ຕ້ອງ​ໄດ້​ໃສ່. ອີງ​ຕາມ​ລາຍ​ງານ​ ໃນປັດ​ຈຸ​ບັນ​ນີ້ ການ​ແຜ່​ລະ​ບາດ​ຂອງໂຄວິດ-19 ສາຍ​ພັນ​ໃໝ່ ​ກຳລັງເພີ້ມ​ຄວາມ​ຮ້າຍ​ແຮງ​ຂຶ້ນອີກຢູ່​ທົ່ວ​ປະ​ເທດ ທີ່​ສ້າງ​ຄວາມ​ເປັນ​ຫ່ວງ ໃຫ້​ແກ່​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ.

XS
SM
MD
LG