ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ລະ​ບ​າດ​ຂອງໄວ​ຣັ​ສ​ໂຄວິດ-19 ​​ເຮັດ​ໃຫ້​ປະ​ຊາ​ຊົນ​ລາວ​ ທຸກ​ຍາກ​ຫລາຍ​ຂຶ້ນ


ການ​ສັກ​ຢາ​ປ້ອງ​ກັນ​ໂຄວິດ-19 ທີ່​ແຂວງ​ຜົ້ງ​ສາ​ລີ
ການ​ສັກ​ຢາ​ປ້ອງ​ກັນ​ໂຄວິດ-19 ທີ່​ແຂວງ​ຜົ້ງ​ສາ​ລີ

ການ​ລະ​ບ​າດ​ໄວ​ຣັ​ສ​ໂຄວິດ-19 ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ລາວ​ທຸກ​ຍາກ​ຫລາຍ​ຂຶ້ນ ໂດຍ​ສະ​ເພາະ​ແມ່ນ​ແຂວງ​ຜົ້ງ​ສາ​ລີ​ນັ້ນ​ ຖື​ເປັນ​ເຂດທີ່​ມີ​ອັດ​ຕາ​ສະ​ເລ່ຍ​ຄວາມ​ຍາກ​ຈົນ ຂອງປະຊາ​ກອນ​ສູງ​ທີ່​ສຸດ ​ໃນ​ປະ​ເທດ​ລາວ ຊຶ່ງ​ຊົງ​ລິດ ໂພນ​ເງິນ ມີ​ລາຍງ​ານ​ຈາກ​ບາງກອກ,

ທ່ານ​ຄຳ​ພອຍ ວັນ​ນະ​ສານ ເຂົ້າ​ແຂວ​ງ​ໆພົງ​ສາ​ລີ ຖະ​ແຫລງວ່າ ​ການ​ລະ​ບາດ​ພະ​ຍາດ​ໄວ​ຣັ​ສ​ໂຄວິດ-19 ​ນັບ​ແຕ່​ປີ 2020 ​ເປັນ​ຕົ້ນ​ມາ ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ສະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢູ່​ໃນ​ແຂວງ​ພົງ​ສາ​ລີ​ຢ່າງ​ໜັກໜ່ວງ ໂດຍ​ສະ​ເພາະ​ແມ່ນ​ໄດ້​ເຮັດ​ໃຫ້​ອັດ​ຕາ​ຄ​ວ​າ​ມ​ທຸ​ກ​ຍາກ​ຂອງ​ປະ​ຊາ​ຊົນ ​ໃ​ນ​ແຂວງ​ພົງ​ສາ​ລີ​ເພີ້ມ​ຂຶ້ນ ແລະ​ຄຶ​ດ​ເປັນ​ອັດ​ຕາ​ສ່ວນ​ສູງ​ສຸດ​ໃນ​ລາວ ໂດຍ​ເມື່ອ​ສົມ​ທົບ​ກັບ​ລັດ​ຖະ​ບານ​ລາວ​ກໍ ມີ​ງົບ​ປະ​ມ​ານ​ຢ່າງ​ຈຳ​ກັດ ສຳ​ລັບ​ນຳ​ໃຊ້​ໃນ​ໂຄງ​ການ​ພັດ​ທະ​ນາ ເພື່ອ​ແກ້​ໄຂ​ບັນ​ຫາຄວາມຍາກ​ຈົນ​ຂອງ​ປະ​ຊາ​ຊົນ​ຢູ່​ໃນ​ເຂດ​ຊົນ​ນະ​ບົດ​ດ້ວຍ​ແລ້ວ ກໍ​ຍິ່ງ​ເຮັດ​ໃຫ້​ເກີດ​ມີ​ບັນ​ຫາ​ໃນ​ດ້ານ​ອື່ນໆ​ເພີ້ມ​ເຕີມ​ຂຶ້ນ​ອີກ​ເຊັ່ນ ການ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຢ່າງ​ສະ​ຊາຍ​ທີ​ເຮັດ​ໃຫ້ເກີດ​ໄພ​ພິ​ບັດ​ທຳ​ມະ​ຊາດຢ່າງ​ຮຸນ​ແຮງ​ເປັນ​ຕົ້ນ ດັ່ງ​ທີ່​ທ່ານ​ຄຳ​ພອຍ ໄດ້ຢືນ​ຢັນ​ວ່າ

“ຄວາມ​ທຸກ​ຍາກ​ຂອງ​ປະ​ຊ​າ​ຊົນ​ຢູ່​ໃນ​ແຂວງ​ເຮົາ​ໃນ​ລະ​ດັບ​ບ້ານ ຄວາມ​ທຸກ​ຍາກ​ໃ​ນ​ລະ​ດັບຄອບ​ຄົວ ​ຍັງ​ກວມ​ອັດ​ຕາ​ສ່ວນ​ສູງ ການ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ແບບ​ຟຸມ​ເຟື່ອຍ ທັງ​ຍັງ​ບໍ່​ມີ​ປະ​ສິດ​ທິ​ຜົນ​ສູງ ບາງ​ສະ​ນິດ​ມີ​ທ່າ​ອຽງ​ກ້າວ​ໄປ​ເຖິງ​ການ ດັບ​ສູນ ຄວາ​ມ​ສາ​ມາດ​ຂອງ​ພະ​ນັກ​ງານ ນຳ​ພາຄຸ້​ມ​ຄອງ​ຄຸນ​ນະ​ພາບ​ຍັງ​ຕ່ຳ ປະ​ຊາ​ຊົນ​ໃນ​ເຂດ​ຊົນ​ນະ​ບົດ ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ຍັງ​ສູງ ແຕ່​ທຶນ​ຮ​ອນ​ມີ​ຈຳ​ກັດ ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ຢ່າງ​ໄວ​ວາກໍ​ເປັນ​ໄພ​ຂົ່ມ​ຂູ່.”

​ຍິ່ງ​ໄປ​ກວ່າ​ນັ້ນ ການ​ລະ​ບາດ​ໄວ​ຣັ​ສ​ໂຄວິດ-19 ​ຍັງ​ໄດ້​ສົ່ງຜົນ​ກະ​ທົບ ​ເຮັດ​ໃຫ້ລັດ​ຖະ​ບານ​ລາວ ຈັດ​ເກັບ​ລາຍ​ຮັບ​ໄດ້​ຕ່ຳ​ກວ່າ​ແຜນ​ການ​ທີ່​ວາງ​ໄວ້ ອັນ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ເນື່ອງ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ ​ຕ້ອງ​ປະ​ເຊີນ​ກັບ​ການ​ຂາດ​ແຄນ​ງົບ​ປະ​ມານ ສຳ​ລັ​ບ​ນຳ​ໃຊ້​ໃນ​ການ​ຈັດ​ຕັ້ງ​ປະ​ຕິບັດໂຄງ​ການ​ພັດ​ທະ​ນາ​ເພື່ອ​ລົບ​ລ້າງ​ບັນ​ຫາ​ຍາກ ຈົນ​ຂອງ​ປະ​ຊາ​ຊົນ​ໃນ​ເຂດ​ຊົນ​ນະ​ບົດ​ ທັງ​ຍັງປາ​ກົດ​ມີ​ຈຳ​ນວນປະ​ຊ​າ​ກອນ​ລາວ​ທີ່​ທຸກ​ຍາກ​ເພີ້​ມຂຶ້ນ​ອີກ​ດ້ວຍ ເພາະ​ວ່າ​ຖື​ກເລີກ​ຈ້າງ​ໂດຍ​ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ ທີ່​ຖືກ​ກະ​ທົບ​ຈາກ​ການ​ລະ​ບາດ​ພະ​ຍາດ​ໄວ​ຣັ​ສ​ໂຄວິດ-19 ​ນັບ​ລ້ານ​ຄົນ​ທີ່​ຮວ​ມເຖິງ​ແຮງ​ງານ ລາວກວ່າ 6 ແສນ​ຄົນ ທີ່​ຖືກ​ເລີກ​ຈ້າງ ແລະ​ເດີນ​ທາງ​ຈາກ​ໄທ​ກັບ​ຄື​ນ​ມາລ​າວ​ດ້ວຍ ຊຶ່ງ​ເຮັດ​ໃຫ້​ລັດ
​ຖະ​ບານ​ລາວ​ຕ້ອງ​ເລື່ອນ​ຄາດ​ໝາຍ​ການ​ລົບ​ລ້າງ​ບັນ​ຫາ​ຍາກ​ຈົນ​ຈາກ ປີ 2020 ໄປເປັນ​ປີ 2025.

ໂດຍ​ໃນ​ປີ 2020-2021 ລັດ​ຖະ​ບານ​ລາວ​ສາ​ມາດ​ສະ​ໜັບ​ສະ​ໜູ​ນ​ງົບ​ປະ​ມານ ໃຫ້​ແກ່ກອ​ງ​ທຶນ​ລົບ​ລ້າ​ງຄວາມທຸກ​ຍາກ​ແຫ່ງ​ຊາດ​ລາວ ໄດ້​ພຽງ 120 ຕື້​ກີບ ຊຶ່ງ​ພຽງ​ພໍ​ສຳ​ລັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ ໂຄງ​ການ​ພັດ​ທະ​ນາ​ຊົນ​ນະ​ບົດເພື່ອ​ລົບ​ລ້າງ​ຄວາມ​ຍາກ​ຈົນ​ໃນ 144 ຈຸດ​ສູມ​ເທົ່າ​ນັ້ນ ​ຈາກ​ເປົ້າໝາຍ​ທີ່ວ​າງ​ໄວ້​ທັງ​ໝົດ 449 ຈຸດ​ສຸມໃນ​ທົ່ວ​ປະ​ເທດ ສ່ວນ​ເຂດ​ຈຸດ​ສຸ​ມ​ທີ່​ບໍ່ສາ​ມາດ​ຈັດ​ຕັ້ງປະ​ຕິບັດ​ໂຄງ​ການ​ໄດ້ ​ໃນ​ປີ 2020-2021 ນັ້ນ​ກໍ​ຕ້ອງ​ເລື່ອນ​ມາຈັດ​ຕັ້ງ​ປະ​ຕິ​ບັດໃນ​ຊ່ວງ​ປີ 2022-2023 ທີ່​ຍັງ​ມີ​ຂໍ້​ຈຳກັດທາງ​ດ້ານ​ງົບ​ປະ​ມານເຊັ່ນ​ກັນ ຈຶ່ງ​ເຮັດ​ໃຫ້​ບັນ​ຫາ​ຍາກ​ຈົນ​ໃນ​ລາວ​ຕົກ​ຢູ່​ໃນ ສະ​ພາບ​ການ​ທີ່​ຮຸນ​ແຮງໃນ​ປີ 2019 ຊຶ່ງ​ຜົນຈ​າກ​ການສຳ​ຫລວດພົບວ່າຍັງ​ມີ​ປະ​ຊາ​ຊົນ​ລ​າວຍ​າກຈົນ​ເກີນ​ກວ່າ 1 ລ້ານ 8 ແສນ​ຄົນ ​ຄຶດ​ເປັນ 23 ​ເປີ​ເຊັນ ຂອງ​ຈຳ​ນວນ​ປະ​ຊາ​ກອນ​ລາວ​ທັງ​ໝົດ.

​ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເພື່ອ​ການ​ພັດ​ທະ​ນາ (UNDP) ​ເປີດ​ເຜິຍ​ວ່າ​ ການ​ຫລຸດ​ຜ່ອນ​ບັນ​ຫາ​ຍາກ​ຈົນ​ໃນ​ລ​າວ​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ຕ່ຳ​ກວ່າ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ຊຶ່ງ​ເຫັນ​ໄດ້​ຈາກ​ປະ​ຊາ​ຊົນ​ລາວ 632,909 ຄົນ ທີ່​ມີ​ຊີ​ວິດ​ການ​ເປັນ​ຢູ່ຍາກ​ຈົນ​ຢ່າງ​ຍິ່ງ ຫລື​ມີ​ລາຍ​ໄດ້​ຕ່ຳ​ກວ່າ 1,9 ໂດ​ລາ​ສະ​ຫະ​ຕໍ່​ຄົນຕໍ່​ວັນ ຄຶດ​ເປັນ 9 ເປີ​ເຊັນ ຂອງ​ປະ​ຊາ​ກອນ​ລາວ​ທັງ​ໝົດ ຊຶ່ງ​ໃນ​ນີ້​ກໍ​ຍັງ​ແບ່ງ​ເປັນ​ກຸ່ມ​ທີ່​ອາ​ໄສ​ຢູ່​ເຂດ​ໂຕ​ເມືອງ 153,184 ຄົນ ແລະ​ກຸ່ມ​ທີ່​ອາ​ໄສ​ຢູ່​ໃນ​ເຂດ​ຊົນ​ນະ​ບົດ 479,729 ຄົນ ໂດຍ​ແຂວງ​ສະ​ຫວັນ​ນະ​ເຂດ ເປັນ​ເຂດ​ທີ່​ມີ​ຈຳ​ນວນ​ປະ​ຊາ​ກອນ​ຍາກ​ຈົນ​ຫລາຍ​ທີ່​ສຸດ ຄື​ເກີນກວ່າ 230,000 ຄົນ ສ່ວນ​ແຂວງ​ພົງ​ສາ​ລີ​ນັ້ນ ເປັນ​ເຂດ​ທີ່ມີ​ອັດຕາ​ສະ​ເລ່ຍ​ຄວາມ​ຍາກ​ຈົນ​ສູງ​ທີ່​ສຸດ​ໃນ​ລາວ ໂດຍ​ກວມ​ເອົາ​ເກີນກວ່າ 70 ເປີ​ເຊັນ ຂອງ​ຈຳ​ນວນ​ບ້ານ​ທັງ​ໝົດ.

​ສ່ວນ​ກະ​ຊວງ​ແຜນ​ການ ແລະ​ການ​ລົງ​ທຶນຄາດ​ວ່າ ​ຍອດ​ຜະ​ລິດ​ຕ​ະ​ພັນລວມ ຫລື (GDP) ໃນ​ປີ 2022 ຈະ​ຄິດ​ສະ​ເລ່ຍເປັນລາຍ​ຮັບ​ຂອງ​ປະ​ຂາ​ຊົນ​ລາວ ທີ່​ລະດັບ 2,496 ​ໂດ​ລາ​ສະ​ຫະ​ລັດ ​ຕໍ່​ຄົນຕໍ່​ປີ ຊຶ່ງ​ລົດ​ລົງ​ຈາກ​ລະ​ດັບ 2,597 ​ໂດ​ລາ​ສະ​ຫະ​ລັດ ຕໍ່​ຄົນ​ຕໍ່​ປີ ໃນ​ປີ 2021 ແລະ​ສະ​ພາ​ອຸດ​ສາ​ຫະ​ກຳການ​ຄ້າ ສະ​ຫະ​ພ​າບ​ຢູ​ໂຣບ (EU) ກໍ​ຄາດ​ວ່າ​ການ​ລະ​ບາດ​ພະ​ຍາດໄວ​ຣັ​ສໂຄວິດ 19 ​ຈະ​ເຮັດ​ໃຫ້​ເກີນກວ່າ 80 ເປີ​ເຊັນ ຂອ​ງ​ທຸ​ລະ​ກິດ​ທັງ​ໝົດ​ໃນ​ລາວ ສູນ​ເສຍ​ລາຍ​ໄດ້​ເກີນກວ່າ 80 ເປີ​ເຊັນ ໃນ​ປີ 2022.

XS
SM
MD
LG