ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຍາ​ປ້າ​ຄຳ​ສີ ຜູ​້​ມີ​ສິດ​ປ່ອນ​ບັດ​ເອົາ​ປ​ະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ສະ​ໄໝ​ທີ​ສອງ


​ທ່ານ​ເອມ​ມາ​ນຸຍ​ແອລ ມາ​ກ​ຣົງ ທີ່​ຖືກ​ເລືອກ​ເປັນ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັງ ສະ​ໄໝ​ທີ​ສອງ
​ທ່ານ​ເອມ​ມາ​ນຸຍ​ແອລ ມາ​ກ​ຣົງ ທີ່​ຖືກ​ເລືອກ​ເປັນ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັງ ສະ​ໄໝ​ທີ​ສອງ

ຍາ​ປ້າ​ຄຳ​ສີ ດວງ​ປະ​ເສີດ ອາ​ຍຸ 81 ປີ ສັນ​ຊາດ​ຝ​ຣັ່ງ ແມ່ນ​ປະ​ຊາ​ຊົນ​ເຊື້ອ​ສາຍ​ລາວຄົນນຶ່ງ ​ທີ່​ໄດ້ໃຊ້​ສິດປ່ອນ​ບັດ
​ເອົາ​ປະ​ທາ​ນາທິ​ບໍ​ດີ​ຝ​ຣັ່ງ ຫລາຍ​ຄົນບໍ່​ໄດ້​ຂາດໃນ​ໄລ​ຍະໃນກວ່າສາມທົດ​ສະ​ວັດທີ່​ຜ່ານ​ມາ​. ຍາ​ປ້າ​ຄຳ​ສີ ບໍ່​ໄດ້​
ສັງ​ກັດ​ພັກການ​ເມືອງ​ໃດໆ​ ແຕ່​ໄດ້​ຕິດ​ຕາມ​ຂ່າວກ່ຽວກັບ​ເຫດກ​ານ​ຂອງ​ໂລກ​ຢ່າງ​ບໍ່​ຂາດ​ໄລ​ຍະ. ​ຍາ​ປ້າ​ຄຳ​ສີ ​ໄດ້​
ໃຫ້​ເຫດ​ຜົນວ່າ ​ເປັນ​ຫຍັງຈຶ່ງໄດ້​ປ່ອນ​ບັດ​ເອົາ ທ່ານ​ມາກ​ຣົງ ​ເພື່ອ​ຮັບ​ໃຊ້ ເປັນ​ເທີ​ມ​ທີ​ສອງ​ອີກ ຊຶ່ງ​ເພີ່ນໄດ້​ໃຫ້​ເຫດ
​ຜົນ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້:

ຜົນ​ຂອງການແຂ່ງ​ຂັນ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ​ປີ 2022 ໃນ​ວັນ​ທີ 24 ເດືອນ​ເມ​ສາ​ ອາ​ທິດ​ແລ້ວ​ນີ້ ​ປະ​ທາ​ນາ​ທິ​ບໍ​ດີ​ ເອມ​ມາ​ນຸຍແອ​ລ ມາ​ກ​ຣົງ ໄດ້​ຮັບ​ການ​ລົງ​ຄະ​ແນນ​ສຽງ 56.6 ເປີ​ເຊັນ ແລະ​ຄຸ່​ແຂ່ງ​ຂອງ​ທ່ານ​ຄື ​ທ່ານ​ນາງ​ມາ​ຣິນ ເລີ ເພັນ ໄດ້​ຮັບ​ຄະ​ແນນ​ສຽງ 41.4 ເປີ​ເຊັນ.

​ທ່ານ​ນາງ​ທາ​ຣິນ ເລີ ເພັນ ໄດ້ເລີ້ມ​ສະ​ໝັກ​ແຂ່ງ​ຂັນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ມາ​ແຕ່​ປີ 2012 ແຕ່​ບໍ່​ໄດ້​ຮັບ​ຄະ​ແນນ​ເຂົ້າ​ຮອບ. ຕົກ​ມ​າ​ເຖິງ​ປີ 2017 ແລະ 2022 ຍາ​ນາງ ເລີ ເພັນ​ໄດ້ສະ​ໝັກ ແລະ​ໄດ້​ເຂົ້າ​ຜ່ານ​ຮອບ​ທີ​ສອງ ແຕ່​ໄດ້​ເສຍ​ໄຊ​ໃຫ້​ແກ່​ທ່ານ​ມາກ​ຣົງ​ ເຖິງ​ສອງ​ຄັ້ງ. ທ່ານ​ມາກ​ຣົງ ຈະ​ເປັນ​ປະ​ທາ​ນາ​ທິ​ບໍ​ດີຝ​ຣັ່ງ ເທີມ​ທີ​ສອງ ແລະ​ເປັນ​ເທີມ​ສຸດ​ທ້າຍ ຂອງ​ທ່ານ​ທີ​ມີ​ກຳນົດ ​ເວ​ລາ​ຫ້າ​ປີ ຈົນ​ຮອດ​ປີ 2027.

XS
SM
MD
LG