ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍາ​ນາງ​ເຣນ ບຸນ​ລື​ໄຕ ຫົວ​ໜ້າ​​ຄັດ​ເລືອກພະ​ນັກ​ງານ ບໍ​ລິ​ສັດ Sony Play Station


ຍາ​ນາງ​ເຣນ ບ​ຸນ​ລື​ໄຕ
ຍາ​ນາງ​ເຣນ ບ​ຸນ​ລື​ໄຕ

ສະບາຍດີທ່່ານຜູ້ຟັງທີ່ເຄົາລົບ ໃນລາຍການຊິວິດຊາວລາວໃນຕ່າງແດນ ຂອງວີໂອເອປະຈຳວັນພະຫັດມື້ນີ້ ທ່ານ​ຈະ​ໄດ້​ຟັງ​ການ​ໂອ້​ລົມ ກັບຍາ​ນາງເຣນ ບຸນລື​ໄຕ. ຫົວ​ໜ້າ​ຊັ​ບ​ຊ້ອນ​ແຮງ​ງານ ໃຫ້​ແກ່​ບໍ​ລິ​ສັດ Sony Play Station ຊຶ່ງ​ເປັນ​ບໍ​ລິ​ສັດ​ສ້າງ​ ​ເຄື່ອງ​ຫລິ້ນເກມອິ​ເລັກ​ໂຕ​ນິກ ທີ່​ມີ​ຊື່​ສຽງຂອງ​ຍີ່​ປຸ່ນ ​ມີ​ສາ​ຂາ​ຕັ້ງ​ຢູ່​ທົ່ວ​ໂລກ. ​ປັດ​ຈຸ​ບັນ​ນີ້ຍາ​ນາງ​ເຣນ ເຮັດ​ວຽກ​ຢູ່​ສາ​ຂາ​ທີ່​ຕັ້ງ​ຢູ່​ໃນລັດຄາ​ລິ​ຟໍ​ເນຍ. ໜ້າ​ທີ່​ຂອງ​ຍາ​ນາງ​ເຣນ ມີ​ຄວາມ​ຮັບ​ຜິດ​ຊອບຢ່າງ​ໃດ​ນັ້ນ
ກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານ​ມີ​ພອນ​ສະ​ຫວັນ​ດ້ານ​ປະ​ດິດ​ຄິດ​ສ້າງ ມັກ​ແປງ​ເຄື່ອງ​ຈັກ ແກ້​ໄຂ​ສິ່ງ​ທີ່​ສະຫລັບ​ຊັບ​ຊ້ອນ​ນັ້ນ​ບໍ່. ​ຫລາຍ​ຄົນ​ສຳ​ເລັດການ​ສຶກ​ສາ​ຝ່າຍວິ​ສະ​ວະ​ກອນຄອມ​ພິວ​ເຕີ ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ຕ່າງໆ. ​ແຕ່​ວ່າ​ຜົນ​ສຳ​ເລັດ​ດັ່ງກ່າວ​ບໍ່​ຮັບ​
ປະ​ກັນ​ວ່າ ​ຜູ້​ກ່ຽວຈະ​ໄດ້ໜ້​າ​ທີ່​ວຽກ​ງານ​ທີ່ພົວ​ພັນ​ກັບ​ສິ່ງ​ທີ່ໄດ້ຮຽນ​ມານັ້ນ. ເພາະ​ສະ​ນັ້ນ ບໍ​ລິ​ສັດ ທີ່​ພົວ​ພັນ​ກັ​ບດ້ານເທັກ​ໂນ​ໂຈ​ຈີ ທີ່ຊອກ​ຫາຄົນ​ມາ​ເຮັດ​ວຽກ ​ສາ​ມາດ​ຮູ້​ໄດ້​ໂລດວ່າ ຜູ້ມາສະ​ໝັກ​ນັ້ນ​ຈະ​ປະ​ຕິ​ບັດ​ໜ້າ​ທີ່ໄດ້ໜ້ອຍ​ຫລາຍແລະ​ວ່ອງ​ໄວ​ປານ​ໃດ​. ນອກ​ຈາກ​ນັ້ນ​ແລ້ວ ຍັງຕ້ອງ​ໄດ້​ຜ່ານ ​ການ​ສຳ​ພາດ ຮູ້​ຈັກ​ຕອບ​ຄຳ​ຖາມ ​ແລະສະແດງໃຫ້​
ເຫັນ​ເຖິງ​ຄວາ​ມ​ຮູ້​ທີ່​ກ່ຽວ​ຂ້ອງກັບວຽກ​ງານ​. ນີ້ແມ່ນ​ໜ້າ​ທີ່​ຂອງ ຍາ​ນາງ​ເຣນ ບຸນ​ລື​ໄຕ ຫົວ​ໜ້າຫ້ອງ​ການ​ຊ​ັບ​ຊ້ອນ​ແຮງງານ ​ໃຫ້​ແກ່​ບໍ​ລິ​ສັດ Sony Play Station ທີ່​ມີ​ຊື່​ສຽງ​ຂອງ​ຍີ່​ປຸ່ນ ແລະ​ມີ​ສາ​ຂາ​ຢູ່​ທົ່ວ​ໂລກ. ບັນ​ດາ​ຜູ້ສະ​ໝັກ
ເຮັດ​ວຽກທີ່​ສະ​ເພາະ​ເຈ​າະຈົງ​ນີ້ ​ພົວ​ພັນ​ກັບ​ຄອມ​ພິ​ວ​ເຕີ​ ເຊັ່ນ​ວ່າ​ການ​ອອກ​ແບບລາຍ​ການຫລິ້ນ​ເກມ​ຕ່າງໆອັນ​
ເປັນ​ແນ​ວ​ຄິດ​ປະ​ດິດ​ສ້າງຂອງ​ພວກ​ນັກ​ວິ​ສະ​ວະ​ກອນລຸ້ນ​ໃໝ່​. ເພາະ​ສະ​ນັ້ນ​ຄົນ​ໜຸ່ມ​ນ້ອຍ​ເຫລົ່າ​ນີ້ ​ເກີດ​ມາເຫັນ ແລະ​ມີ​ຄວາມ​ສະ​ຫລຽວສະ​ຫລ​າດ​ດ້ານ​ເທັກ​ໂນຈີ. ເຂົາ​ເຈົ້າສາ​ມາດ​ສ້າງ​ລາຍ​ໄດ້​ຫລາຍ​ແສນ​ໂດ​ລາ​ຕໍ່​ປີ ຊຶ່ງ​
ຍາ​ນາງ​ເຣນ ໄດ້​ອະ​ທິ​ບາຍ​ສູ່ ວີ​ໂອ​ເອ ​ຟັງ​ດັ່ງ​ນີ້​:

ລິງໂດຍກົງ

ຍາ​ນາງ​ເຣນ ແມ່​ນ​ຫົວ​ໜ້າ​ຫ້ອງກ​ານ​ຊ​ັບ​ຊ້ອນ​ແຮງ​ງານ ​ຜູ້​ປະ​ກ​າດ​ຮັບເອົາ​ຄົນ​ມາສະໝັກ ກວດ​ສອບ​ພື້ນ​ຖານການ​ສຶກ​ສາ ປະ​ສົບ​ການທີ່​ຜ່ານ​ມາ ​ຕາມກົດ​ລະ​ບຽບ​ຂອງ​ບໍ​ລິ​ສັດ. ນອກ​ຈາກ​ນັ້ນ ​ຍັງ​ມີຂັ້ນ​ຕອນ​ການສຳ​ພາດອື່ນ​ໆ​ອີກ ​ໃຫ້​ບັນ​ດາຫົວ​ໜ້າ​ພ​ະ​ແນກການ​ ແລະ​ທີມ​ງານ​ຈະໄດ້ພິ​ສູດ​ເຖິງ​ຄວາ​ມ​ຊຳ​ນານ ​ຊຶ່ງ​ຍາ​ນາງ​ເຣນ ກ່າວ​ຕໍ່​ໄປ​ອີກວ່າ:

ຍ​າ​ນາງ​ເຣນ ກ່າວ​ວ່າ ​ມີ​ຄົນ​ລາວ​ອາ​ເມ​ຣິ​ກັນບໍ່​ຫລາຍ ທີ່ເຮັດ​ວຽກ​ກ່ຽວ​ກັບ​ເລື້ອງ​ນີ້ຢູ່​ໃນ​ບໍ​ລິ​ສັດ Sony Play Station. ໃນ​ໄລ​ຍະ​ການ​ລະ​ບາດ​ໄວ​ຣັ​ສ​ໂຄວິດ-19 ​ສອງ​ປີ​ທີ່​ຜ່ານ​ມານີ້ ​ຫລາຍໆ​ບໍ​ລິ​ສັດ​ພາ​ກັນ​ປິດ ແລະພວກພະ​ນັກ​ງານພາ​ກັນ​ຕົກ​ລ້າ​ຕົກການ. ແຕ່​ກົງ​ກັ​ນ​ຂ້າມ ບໍ​ລິ​ສັດ Sony Play Station ເພີ້ມ​ມີ​ທຸ​ລະ​ກິດ​ຫລາຍ​ຂຶ້ນ ເພາະ​
ວ່າ​ຄົນ​ພາ​ກັນ​ຢູ່​ບ້ານເຮືອນ ແລະ​ມີ​ເວ​ລາ​ຫລິ້ນ​ເກມ ຊຶ່ງ​ຍາ​ນາງ​ເຣນ ກ່າວ​ເຖິງ​ຕອນ​ນີ້​ວ່າ:

ຍາ​ນາງ​ເຣນ ບຸນ​ລື​ໄຕ ​ເກີດ​ໃນ​ປີ 1973 ທີ່​ນະ​ຄອນ​ຫລວງວຽງ​ຈັນ ປະ​ເທດ​ລາວ ​ສາ​ມາດ​ປາກ​ພາ​ສາ​ລາວ​ໄດ້​ດີ. ​ຄອບ​ຄົວ​ພາ​ເຂົ້າ​ມ​າ​ຕັ້ງ​ຖິ່ນ​ຖານ​ໃໝ່ຢູ່ໃນ​ສະ​ຫະ​ລັດ ​ໃນປີ 1976. ຍາ​ນາງ​ເຣນ ສຳ​ເລັດ ​ປະ​ລິນ​ຍາ​ຕີ​ຝ່າຍ
ຊີ​ວະ​ວິ​ທະ​ຍາ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄວ​ເອີ​ວາຍ (Irvine) ໃນ​ລັດ​ຄ​າ​ລີ​ຟໍ​ເນຍ ແຕ່​ບໍ່​ໄດ້​ໃຊ້​ວິ​ຊາ​ທີ່​ຮຽນ​ມາ ຊຶ່ງ
ຍາ​ນາງ​ເຣນ ໄດ້​ກ່າວ​ມ້ວນ​ທ້າຍ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ລິງໂດຍກົງ

ນັ້ນ​ແມ່ນ​ຄວາມ​ກ້າວ​ໜ້າຂອງ ຍາ​ນາງ​ເຣັນ ​ບຸນ​ລື​ໄຕ ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ທີ່​ໄດ້​ວາງ​ບົດ​ບາ​ດ​ອັນ​ສຳ​ຄັນ​ ​ໃນ​ການ​ຊ່ວຍ​ໃຫ້ຄົນ​ມີ​ວຽກ​ເຮັດ​ງານທຳ ແລະ​ສ້າງ​ເສດ​ຖະ​ກິດໃຫ້​ແກ່ສະ​ຫະ​ລັດ​ອາ​ເມ​ຣິ​ກາ.

XS
SM
MD
LG