ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເສ​ລີ​ພາບ​ດ້ານຂ່າວ​ສານ​ຂອງ​ລາວ ຖືກ​ປັບ​ປຸງໃຫ້​ດີ​ຂຶ້ນ ແຕ່​ກໍ​ຍັງ​ຖືກ​ຈັດຢູ່​ໃນ 20 ປະ​ເທດ ທີ່​ມີ​ເສ​ລີ​ພາບດ້ານນີ້​​ຕ່ຳທີ່ສຸດໃນໂລກ​


ດັດ​ຊະ​ນີ​ເສ​ລີ​ພາບ​ໃນ​ການ​ອອກ​ຂ່າວ ໂດຍ​ອົງ​ການ​ຂ່າວບໍ່​ມີ​ພົມ​ແດນ ຫລື RSF ສະ​ແດງ​ໃຫ້​ເຫັນ​ວ່າ​ລາວຖືກ​ຈັດ​ຢູ່​ໃນ​ກຸ່ມ 20 ປະ​ເທດ ​ທີ່​ໝາຍ​ສີ​ແດງຂ້ອນ​ຂ້າງ​ເຂັ້ມ ໃນ​ແຜນ​ທີ່​ໂລກ ຊຶ່ໝາຍ​ເຖິງ​ການ​ມີ​ເສ​ລີ​ພາບ​ໃນ​ດ້ານ​ການ​ອອກ​ຂ່າວ​ຕ່ຳ​
ດັດ​ຊະ​ນີ​ເສ​ລີ​ພາບ​ໃນ​ການ​ອອກ​ຂ່າວ ໂດຍ​ອົງ​ການ​ຂ່າວບໍ່​ມີ​ພົມ​ແດນ ຫລື RSF ສະ​ແດງ​ໃຫ້​ເຫັນ​ວ່າ​ລາວຖືກ​ຈັດ​ຢູ່​ໃນ​ກຸ່ມ 20 ປະ​ເທດ ​ທີ່​ໝາຍ​ສີ​ແດງຂ້ອນ​ຂ້າງ​ເຂັ້ມ ໃນ​ແຜນ​ທີ່​ໂລກ ຊຶ່ໝາຍ​ເຖິງ​ການ​ມີ​ເສ​ລີ​ພາບ​ໃນ​ດ້ານ​ການ​ອອກ​ຂ່າວ​ຕ່ຳ​

ລາວ​ຖືກ​ຈັດ​ຢູ່​ໃນ​ອັນ​ດັບ 20 ປະ​ເທດ​ທີ່​ມີເສ​ລີ​ພາບ​ໃນ​ການ​ອອກ​ຂ່າວຕ່ຳ​ທີ່​ສຸດ, ອີງ​ຕາມ​ອົງ​ການ​ຂ່າວບໍ່​ມີ​ພົມ​ແດນຫລື Reporters San Frontieres. ​ໂດຍ​ໄດ້​ຄະ​ແນນ 36.64 ປະ​ເທດນີ້​ໄດ້​ອັນ​ດັບ​ທີ 161 ໃນ 180 ປະ​ເທດ​ໃນ​ໂລກ. ​ດັດ​ຊະ​ນີເສ​ລີ​ພາບ​ໃນ​ການ​ອອກ​ຂ່າວຂອງ​ລາວ​ທີ່​ວ່ານີ້ ຍັງ​ຖື​ວ່າ​ຕ່ຳ​ຢູ່ ເມື່ອ​ທຽບ​ກັບ​ 100 ກວ່າ​ປະ​ເທດ​ໃນ​ໂລກ​ ລວມ​ທັງ​ອັ​ຟ​ກາ​ນິ​ສ​ຖານ​ທີ່ເປັນ​ປະ​ເທດ​ປົກ​ຄອງ​ໂດຍ​ກຸ່ມ​ຕາລີ​ບານ​ທີ່​ມີ​ຄວາມ​ເຄັ່ງ​ຄັດ​ໃນ​ການ​ຄວບ​ຄຸມ​ຂອງ​ລັດ​ຖະ​ບານ ​ທີ່​ໄດ້ອັນ​ດັບ​ທີ 156 ແລະກຳ​ປູ​ເຈຍທີ່​ປົກ​ຄອງ​ດ້ວຍ​ລະ​ບົບພັກດຽວຄື​ກັນ​ກັບ​ລາວທີ່ໄດ້​ອັນ 142 ນັ້ນອີກ. ຕໍ່​ສະ​ພາບ​ການນີ້​ປະ​ຊາ​ຊົນລາວ ​ທ່ານ​ນຶ່ງ​ທີ່​ຕິດ​ຕາມ​ເລື້ອງນີ້ມາ​ໂດຍ​ຕະ​ຫລອດໃຫ້​ຄຳ​ເຫັນວ່າ:

ແຕ່​ແນວ​ໃດ​ກໍ​ຕາມ ເສ​ລີ​ພາບ​ໃນ​ການ​ອອກ​ຂ່າວ​ຂອງ​ລາວ ກໍ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນກວ່າ​ປີ 2021 ຜ່ານ​ມານີ້ ທີ່ໄ​ດ້​ອັນ​ດັບ 172 ແລະ​ກໍ​ສູງກວ່າ​ມຽນ​ມາ​ປະ​ເທດ​ເພື່ອນ​ບ້ານ​ທີ່​ຖືກ​ຈັດ​ຢູ່​ໃນ​ອັນ​ດັບ 176 ນັ້ນ. ​ໃນ​ທີ່​ຜ່ານ​ມາຕົວ​ຢ່າງ​ໃນຂໍ້​ຈຳ​ກັດ​ດ້ານ​ການ​ອອກ​ຄຳ​ຄິດ​ເຫັນນີ້​ໄດ້ສະ​ແດງໃຫ້​ເຫັນຢ່າງ​ຈະ​ແຈ້ງກວ່າ​ໝູ່ຢູ່ໃນ​ກໍ​ລະ​ນີ​ຂອງ​ນາງ​ໝ້ວຍ​ ທີ່​ລົງ​ຂ່າວໃນ​ສື່​ສັງ​ຄົມ​ອອນ​ລາຍທີ່​ຖືກ​ຈຳ​ຄຸກ 5 ປີ ຍ້ອນ​ຕັ້ງ​ຄຳ​ຖາມ ​ຕໍ່​ການ​ຕອບສະ​ໜອງ​ການ​ຊ່ວຍ​ເຫລືອ​ທີ່ບໍ່​ພຽງ​ພໍຂອງ​ລັດ​ຖະ​ບານຕໍ່​ໄພ​ນ້ຳ​ຖ້ວມ​ທີ່ອັນ​ຕະ​ລາຍຮ້າຍ​ແຮງ​ຢູ່​ໃນພາກ​ໃຕ້​ຂອງ​ລາວ​ໃນປີ​ 2019.

XS
SM
MD
LG