ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຜູ້​ນຳ​ສູງ​ສຸດ​ຂອງ​ກຸ່ມ​ຕາ​ລີ​ບານ ກ່າວ​ຊົມ​ເຊີຍ​ໄຊ​ຊະ​ນະ ໃນ​ການ​ປາ​ກົດ​ໂຕ ທີ່​ບໍ່​ຄ່ອຍ​ໄດ້​ເຫັນ​ກັນ ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ


ແຟ້ມ - ຮູບ​ທີ່​ຖ່າຍ​ເມື່ອ​ວັນ​ທີ 7 ພະ​ຈິກ 2021 ທີ່​ສະ​ແດງ​ໃຫ້​ເຫັນ​ພວກ​ນັກ​ຮຽນ ​​ຍ່າງ​ອອກ​ມາ​ຈາກ​ປະ​ຕູ​ທາງ​ເຂົ້າ​ໂຮງ​ຮຽນ​ສອນ​ສາ​ສະ​ໜາ Darul Uloom Hakimia ບ່ອນ​ທີ່​ຜູ້​ນຳ​ສູງ​ສຸດ​ຂອງ​ກຸ່ມ​ຕາ​ລີ​ບານ ທ່ານຮີ​ບາ​ຕູ​ລ​ລາ ອາ​ຄຸນ​ຊາ​ດາ ມ​ີ​ລາຍ​ງານ​ວ່າ​​ໄປ​ປາ​ກົດ​ໂຕ ທີ່​ແຂວງ​ການ​ດາ​ຮາ.
ແຟ້ມ - ຮູບ​ທີ່​ຖ່າຍ​ເມື່ອ​ວັນ​ທີ 7 ພະ​ຈິກ 2021 ທີ່​ສະ​ແດງ​ໃຫ້​ເຫັນ​ພວກ​ນັກ​ຮຽນ ​​ຍ່າງ​ອອກ​ມາ​ຈາກ​ປະ​ຕູ​ທາງ​ເຂົ້າ​ໂຮງ​ຮຽນ​ສອນ​ສາ​ສະ​ໜາ Darul Uloom Hakimia ບ່ອນ​ທີ່​ຜູ້​ນຳ​ສູງ​ສຸດ​ຂອງ​ກຸ່ມ​ຕາ​ລີ​ບານ ທ່ານຮີ​ບາ​ຕູ​ລ​ລາ ອາ​ຄຸນ​ຊາ​ດາ ມ​ີ​ລາຍ​ງານ​ວ່າ​​ໄປ​ປາ​ກົດ​ໂຕ ທີ່​ແຂວງ​ການ​ດາ​ຮາ.

ຫົວ​ໜ້າ​ຂອງ​ກຸ່ມ​ຕາ​ລີ​ບານ ​ທີ່​ຢູ່​ຢ່າງ​ໂດດ​ດ່ຽວ​ແລະ​ບໍ່​ຄ່ອຍ​ປາ​ກົດ​ໂຕ​ໃນ​ທີ່​ສາ​ທາ​ລະ​ນະ​ນັ້ນ ໃນ​ວັນ​ອາ​ທິດ​ວານນີ້ ໄດ້​ກ່າ​ວ​ຊົມ​ເຊີຍ​ຕໍ່​ອັນ​ທີ່​ລາວ​ກ່າວ​ວ່າ ການ​ກັບ​ຄືນ​ຂອງ​ລະ​ບົບ​ຄວາມ​ໝັ້ນ​ຄົງ​ແລະ​ສາ​ສະ​ໜາ​ອິ​ສ​ລາມ​ໃນ​ອັ​ຟ​ກາ​ນິ​ສ​ຖານ ຫຼັງ​ຈາກ​ກຸ່ມ​ຫົວ​ແຂງ​ກະ​ດ້າງ​ດັ່ງ​ກ່າວ​ເຂົ້າ​ຢຶດ​ອຳ​ນາດ​ໃນ​ເດືອນ​ສິງ​ຫາ​ປີ​ກາຍນີ້.

ທ່ານ​ຮີ​ບາ​ຕູ​ລ​ລາ ອາ​ຄຸນ​ຊາ​ດາ (Hibatullah Akhundzada) ກ່າວ​ຕໍ່​ພວກ​ທີ່​ໄປ​ສູດ​ມົນ​ຫຼາຍໆ​ພັນ​ຄົນ​ທີ່​ວັດ​ໃຫຍ່​ທີ່​ເມືອງ​ການ​ດາ​ຮາ ໃນ​ພາກ​ໃຕ້​ອັ​ຟ​ກາ​ນິ​ສ​ຖານ​ວ່າ “ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ໄຊ​ຊະ​ນະ ອິດ​ສະ​ຫຼະ​ພາບ ແລະ​ຄວາມ​ສຳ​ເລັດ​ອັນ​ນີ້.” ທ່ານ​ໄດ້​ໃຫ້​ຄວາມ​ເຫັນ​ດັ່ງ​ກ່າວ ໃນ​ວັນ​ເລີ້ມ​ຕົ້ນ​ຂອງ​ການ​ສະ​ຫຼອງ​ບຸນ​ອີດ ອາ​ລ-ຟີ​ດ ເປັນ​ເວ​ລາ 3 ມື້ ເພື່ອ​ເປັນ​ຂີດ​ໝາຍ​ໃນ​ການ​ສິ້​ນ​ສຸດ​ລົງ​ຂ​ອງ​ເດືອນ​ຣາ​ມາ​ດານ ຊຶ່ງ​ເປັນ​ເດືອນ​ຖື​ສິນ​ອົດ​ຂອງ​ສາ​ສະ​ໜາ​ອິ​ສ​ລາມ. ຫົວ​ເມືອງ​ໃຫຍ່​ອັນ​ດັບ 2 ຂອງ​ອັ​ຟ​ກາ​ນິ​ສ​ຖານ​ແຫ່ງນີ້ ແມ່ນ​ເປັນ​ທີ່​ຮູ້​ກັນ​ໃນ​ຖາ​ນະ​ບ່ອນ​ເກີດ​ຂອງ​ກຸ່ມ​ຕາ​ລີ​ບານ ແລະ​ສູນ​ກາງ​ອຳ​ນາດ.

ທ່ານອາ​ຄຸນ​ຊາ​ດາ ໄດ້​ໃຫ້​ຄວາມ​ເຫັນ​ເປັນ​ເທື່ອ​ທຳ​ອິດ ນັບ​ຕັ້ງ​ແຕ່​ກຸ່ມ​ຕາ​ລີ​ບານ​ເຂົ້າ​ຢຶດ​ອຳ​ນາດ. ທ່ານ​ໄດ້​ກ່າວ​ຄຳ​ປາ​ໄສ​ສັ້ນໆ ໂດຍ​ບໍ່​ໄດ້​ຫຼຽວ​ໄປ​ເບິ່ງ​ພວກ​ສູດ​ມົນ​ແຕ່​ປະ​ການ​ໃດ​.

ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ​ຂອ​ງ​ກຸ່ມ​ຕາ​ລີ​ບານ​ ໄດ້​ຈຳ​ກັດ​ພວກ​ນັກ​ຂ່າວ ຮວມ​ທັງ​ໂທ​ລະ​ພາບ​ຂອງ​ທາງ​ການ​ອັ​ຟ​ກາ​ນິ​ສ​ຖານ ​ໃຫ້​ຢູ່​ອີກ​ແຈ​ນຶ່ງ​ຂອງວັດ ແລະ​ບໍ່​ໄດ້​ອະ​ນຸ​ຍາດ​ໃຫ້​ພວກ​ເຂົາ ເຂົ້າ​ໄປ​ໃກ້​ທ່ານອາ​ຄຸນ​ຊາ​ດາ.

ພວກ​ທີ່​ເຫັນ​ເຫດ​ການ​ແຈ້ງ​ໃຫ້​ວີ​ໂອ​ເອ​ຊາບ​ວ່າ ບໍ​ລິ​ເວນ​ວັດ​ໄດ້​ມີ​ການ​ຍາມ​ຮັກ​ສາ​ການ​ຢ່າງ​ເຂັ້ມ​ງວດ ໂດຍ​ມີ​ການ​ຕິດ​ຕັ້ງ​ປືນ​ກົນ​ເຂົ້າ​ປະ​ຈຳ​ທີ່ຢູ່​ເທິງ​ຫຼັງ​ຄາ​ວັດແລະຢູ່​ຕາມ​ຫໍ​ຄອຍ​ຕ່າງໆ ແລະ​ຫໍ​ຄອຍ​ທີ່​ພວມ​ຢູ່​ໃນ​ລະ​ຫວ່າງ​ການ​ກໍ່​ສ້າງ ຢູ່​ອີກ​ຕຶກ​ຫຼັງ​ນຶ່ງ​ທີ່​ຕັ້ງ​ຢູ່​ຖັດ​ໄປ. ມີ​ການ​ສົ່ງ​ກຳ​ລັງ​ທະ​ຫານ​ອັ​ຟ​ກາ​ນິ​ສ​ຖານ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ໄປ​ຍາມ​ຮັກ​ສາ​ການ​ຢູ່​ທັງ​ໃນ ແລະ​ນອກ​ບໍ​ລິ​ເວນ​ສວດ​ມົນ ແລະ​ກໍ​ມີ​ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້ MI-17 ຂອງ​ຣັດ​ເຊຍແລະ​ເຮືອ​ບິນ Cessna ​ບິນ​ເວີ່ນ​ຮັກ​ສາ​ການ​ໃນ​ເຂດ​ອ້ອມ​ແອ້ມ​ວັດ ເວ​ລາ​ທ່ານອາ​ຄຸນ​ຊາ​ດາກ່າວ​ຄຳ​ປາ​ໄສ.

ການ​ຮັກ​ສາ​ຄວາມ​ປອ​ດ​ໄພ​ຢ່າງ​ເຂັ້ມ​ງວດ​ແມ່ນ​ເນື່ອງ​ມາ​ຈາກ​ມີ​ການ​ວາງ​ລະ​ເບີດ​ຢູ່​ຕາມ​ວັດ ໂຮງ​ຮຽນ ແລະ​ເປົ້າ​ໝາຍ​ທາງ​ພົນ​ລະ​ເຮືອນ ຢູ່​ຕາມ​ຫົວ​ເມືອງ​ແຫ່ງ​ຕ່າງໆ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ຮວມ​ທັງ​ນະ​ຄອນ​ຫຼວງ​ກາ​ບູ​ລ ໃນ​ໄລ​ຍະ​ສອງ​ສາມ​ອາ​ທິດ​ທີ່​ຜ່ານ​ມານີ້ ທີ່​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ​ແລະ​ເສຍ​ຊີ​ວິດ​ຈຳ​ນວນ​ນຶ່ງ. ພວກ​ເຄາະ​ຮ້າຍ​ສ່ວນ​ໃຫຍ່​ແມ່ນ​ສະ​ມາ​ຊິກ​ຂອງ​ພວກ​ຊົນ​ກຸ່ມ​ນ້ອຍ​ທີ່​ນັບ​ຖື​ນິ​ກາຍ​ຊີ​ໄອ​ທ໌.

ການ​ໂຈມ​ຕີ​ຈຳ​ນວນ​ນຶ່ງ​ແມ່ນ​ໄດ້​ມີ​ການ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບໂດຍ​ເຄືອ​ຂ່າຍ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ ນັ້ນ​ກໍ​ຄື​ກຸ່ມ​ລັດ​ອິ​ສ​ລາມ​ໃນ​ແຂວງ​ໂຄ​ຣາ​ຊານ ຊຶ່ງ​ມັກ​ຮ້ອງ​ກັນ​ໂດຍ​ຊື່​ຫຍໍ້​ວ່າ ISIS-K.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG