ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​ລະ​ບົບຄ່າ​ໃຊ້​ຈ່າຍ ສຳ​ລັບ​ການ​ປິ່​ນ​ປົວ​ ຢູ່​ຫ້ອງ​ສຸກ​ເສີນ ໃນ​ສະ​ຫະ​ລັດ


 ພວກ​ນາງ​ພະ​ຍາ​ບານ ສົນ​ທະ​ນາ​ກັນ​ຢູ່ນອກ​ຫ້ອງ​ສຸກ​ເສີນ ທີ່​ໂຮງໝໍ Beaumont Hospital ວັນ​ທີ 16 ເມ​ສາ 2021.
ພວກ​ນາງ​ພະ​ຍາ​ບານ ສົນ​ທະ​ນາ​ກັນ​ຢູ່ນອກ​ຫ້ອງ​ສຸກ​ເສີນ ທີ່​ໂຮງໝໍ Beaumont Hospital ວັນ​ທີ 16 ເມ​ສາ 2021.

ລະ​ບົບການປິ່ນ​ປົວ​ສຸ​ກ​ເສີນ​ຢູ່​ໃນ​ສະ​ຫະ​ລັດ​ ເປັນ​ທີ່ໜ້າ​ສັນ​ລະ​ເສີນ ໄວ້​ເນື້ອ​ເຊື່ອ​ໃຈ ແລະ​ວ່ອງ​ໄວ. ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ ບໍ່​ວ່າ​ຕົກ​ຢູ່​ໃນກໍ​ລະ​ນີ​ໃດໆ​ກໍ​ຕາມ ​ເຂົາ​ເຈົ້າຈະບໍ່ຖືກປະ​ຕິ​ເສດ​ຈາກ​ໂຮງໝໍ​ໃນ​ການ​ປິ່ນ​ປົວ​. ແຕ່​ວ່າ​ຄົນ​ ປ່ວຍ​ຕ້ອງ​ຮັບຜິດ​ຊອບ​ຕໍ່ການ​ໃຊ້​ຈ່າຍ ເຊັ່ນ​ວ່າ​ຜ່ານ​ປະ​ກັນ​ໄພ​ສຸ​ຂະ​ພາບ ຖ້າ​ຫາກບໍ່​ມີ​ປະ​ກັນ​ໄພຕ້ອງ​ໄດ້​ຈ່າຍ​ຜ່ອນ​ດ້ວຍ​ຕົນ​ເອງ. ການ​ປິ່ນ​ປົວ​ຢູ່ໃນ​ສະ​ຫະ​ລັດ​ມີ​ລາ​ຄາແພງ ​ແລະ​ຫລາຍໆ​ຄົນ​ຍັງບໍ່​ສາ​ມາດ​ຊື້​ປະ​ກັນ​ໄພ​ສຸ​ຂະ​ພາບປະ​ຈຳ​ໂຕ​ໄດ້ ອັນ​ເປັນ​ເລື້ອງ​ທີ່​ລັດ​ຖະ​ບານ​ອາ​ເມ​ຣິ​ກາ ​ຍັງ​ຊອກ​ຫາ​ການ​ແກ້​ໄຂ​ເລື້ອງ​ນີ້ມາ​ຕະ​ຫລອດ ເພື່ອ​ຊ່ວຍບັນເທົາຜູ້​ທຸກ​ຈົນ.

ທ່ານ​ຊົມ​ພູ ດວງ​ດີ ອາ​ຍຸ 66 ​ປີ ​ຢູ່​ໃນ​ລັດ​ຄາ​ລິ​ຟໍ​ເນຍ. ທ່ານ​ມີ​ປະ​ກັນ​ໄພ​ສຸ​ຂະ​ພາບ​ທີ່​ຮ້ອງວ່າ ເມ​ດີ​ແຄ​ຣ (Medicare) ​ຊຶ່ງ​ເປັນ​ລະ​ບົບ​ໄປ​ກັນ​ໄພ ຂອງລັດ​ຖະ​ບານ​ແກ່ຜູ້​ເຖິງ​ກະ​ສຽນ​ບຳ​ນານ ເພື່ອ​ໃຊ້ໃນ​ການປິ່ນ​ປົວສຸ​ຂະ​ພາບ​. ທ່ານ​ໄດ້​ລົ້ມ​ປ່ວຍ​ກະ​ທັນ​ຫັນຈາກກ້ອນ​ຫີນ​ຕັນ​ຜົກ​ປັດ​ສະ​ວະ ແລະຕ້ອງ​ໄດ້ເຂົ້າຫ້ອງ​ສຸກ​ເສີນ ໂດຍ​ທັນ​ທີ. ​ທ່ານ​ໄດ້​ກ່າວ​ເຖິງ​ປະ​ສົບ​ການປິ່ນ​ປົວ ແລະ​ຄ່າໃຊ້​ຈ່າຍ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ທ່ານ​ຊົມ​ພູ ໄດ້​ກ່າວ​ເຖິງ​ລາ​ຄາ​ປິ່ນ​ປົວ​ທັງ​ໝົດ​ປະ​ມານ 11,000 ໂດ​ລາ ​ຊຶ່ງ​ສ່ວນ​ໃຫຍ່​ຈະ​ຈ່າຍ​ໂດຍ​ເມ​ດີ​ແຄ​ຣ ​ແລະ​ຍັງ​ບໍ່​ຊາບ​ໄດ້​ເທື່ອ​ວ່າ ສ່ວນ​ຮັບ​ຜິດ​ຊອບຂອງ​ທ່ານ​ນັ້ນ​ ຈະ​ຕົກ​ເປັນ​ເທົ່າ​ໃດ.

XS
SM
MD
LG