ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ຍາ​ນາງ​ແອນ ຣິດ​ມີ​ໄຊ​ ຜູ້​ບໍ​ລິ​ຫານ​ບໍ​ລິ​ສັດ M & S ດູ​ແລ​ຄົນ​ພິ​ການ ແລະ​ຄົນ​ຊະ​ລາ


ຍາ​ນາງ​ແອນ ຣິດ​ມີ​ໄຊ
ຍາ​ນາງ​ແອນ ຣິດ​ມີ​ໄຊ

ສະບາຍດີທ່່ານຜູ້ຟັງທີ່ເຄົາລົບ ໃນລາຍການຊິວິດຊາວລາວໃນຕ່າງແດນ ຂອງວີໂອເອ ປະຈຳວັນພະຫັດມື້ນີ້ ທ່ານ​ຈະ​ໄດ້​ຟັງ​ການ​ໂອ້​ລົມກັບ ຍາ​ນາງແອ​ນ ຣິ​ດ​ມີ​ໄຊ ຊຶ່ງ​ເປັນ​ຜູ້​ນຶ່ງມີ​ຮູ້ນ​ສ່ວນ​ເປັນ​ເຈົ້າ​ຂອງ ບໍ​ລິ​ສັດ M & S Home Care Services ​ທີ່ໃຫ້​ການ​ບໍ​ລິ​ການຮັກ​ສາ​ຄົນພິ​ການ ແລະ​ຜູ້​ສູງອ​າຍຸ ຢູ່ຕາມ ບ້ານ​ເຮືອນ ແລະມີ​ລາຍ​ໄດ້​ຕ່ຳ ໃນ​ເຂດ​ນະ​ຄອນ​ອັດ​ແລນ​ຕາ ລັດ​ຈໍ​ເຈຍ. ລະ​ບົບບໍ​ລິ​ການທຸ​ລະ​ກິດດັ່ງ​ກ່າວ​ນີ້​ປະ​ຕິ​ບັດ​ກັນຢ່າງ​ໃດ​ນັ້ນ ກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​.

​ຢູ່​ໃນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ໃນ​ແຕ່​ລະ​ລັດ​ມີ​ລະ​ບົບ​ບໍ​ລິ​ການ​ສັງ​ຄົມ ​ເພື່ອໃຫ້ ການ​ດູ​ແລ ເບິ່ງ​ແຍງ​ບັນ​ດາ​ຄົນ​ພິ​ການບໍ່​ວ່າ​ທາງ​ດ້ານ​ຮ່າງ​ກາຍ ດ້ານ​ຈິດ​ໃຈ ​ພ້ອມ​ດ້ວຍ​ຄົນ​ສະ​ລາ ຊຶ່ງທັງ​ໝົດ​ນີ້​ຕ້ອງ​ຕົກ​ຢູ່​ໃນ​ກໍ​ລະ​ນີມີ​ລາຍ​ໄດ້​ຕ່ຳ. ​ຜູ້ຕ້ອງ​ການຄວ​າມ​ຊ່ວຍ​ເຫລືອຕ້ອງ​ໄດ້​ຮ້ອງ​ຂໍມາ​ຍັງ ບໍ​ລິ​ສັດ M & S Home Care Services ຊຶ່ງ​ເປັນ​ບໍ​ລິ​ສັດ​ເອກ​ກະ​ຊົນ ຕັ້ງ​ຢູ່​ເມືອງ Duluth ລັດ​ຈໍ​ເຈຍ ​ພາຍ​ໃຕ້ຄຳ​ແນະ​ນຳ ແລະກົດລະ​ບຽບ​ຂອງຖະ​ບານ​ທ້ອງ​ຖິ່ນ ແລະ​ລັດ​ຖະ​ບານ​ກາງ.

ບັນ​ດາ​ຜູ້ຕ້ອງ​ການຄວ​າມ​ຊ່ວ​ຍ​ເຫລືອ ​ຕ້ອງ​ໄດ້​ຜ່ານ​ການ​ກວດສອບ​ເຖິງ​ສະ​ພາບ​ການ​ເປັນ​ຢູ່ ມີລາຍ​ໄດ້​ປະ​ຈຳເດືອນ​ຕ່ຳ ແລະມີບັນ​ຫາ​ສຸ​ຂະ​ພາບ. ທັງ​ໝົດ​ນີ້​ຈະ​ຖຶກພິ​ຈາ​ລະ​ນາເຖິງ​ຄວາມ​ຕ້ອງ​ການ​ຂອງ​ແຕ່​ລະ​ຄົນ ຊຶ່ງ​ເປັນ​ຜູ້ບໍ່​ສາ​ມາດ​ຊ່ວຍ​ຕົນ​ເອງ​ໄດ້​ເຊັ່ນ​ວ່າ ມ້ຽນ​ມັດ​ບ່ອນ​ຢູ່​ອາ​ໄສ ຊັກ​ເຄື່ອງ​ນຸ່ງ​ຮົ່ມ ຊ່ວຍ​ອາບ​ນ້ຳ ໄປ​ຕະ​ຫລາດ ແລະ​ພາ​ຍ່າງ​ອອ​ກ​ກຳ​ລັງ​ກາຍ​. ​ການ​ບໍ​ລິ​ການທັງ​ໝົດ​ນີ້​ມີ​ຂອບ​ເຂດ​ຈຳ​ກັດ​ ໂດຍ​ສະ​ເພາະການ​ໃຊ້​ເວ​ລາ ເຊັ່ນ​ວ່າ ມີຄົນ​ທີ່​ຢູ່​ຜູ້​ດຽວ ແລະ​ຄົນທີ່ຍັງ​ຢູ່​ນຳ​ຄອບ​ຄົວ​ລູກ​ເຕົ້າ ທີ່ເຂົາ​ເຈົ້າຕ້ອງ​ໄປພາ​ທຳ​ມາ​ຫາ​ກິນ ບໍ່​ມີ​ເວ​ລາ​ເບິ່ງ​ແຍງ​ ຊຶ່ງ​ຍາ​ນາງ​ແອນ ໄດ້​ອະ​ທິ​ບາຍ​ເຖິງ​ຂັ້ນ​ຕອນສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້ :

ລິງໂດຍກົງ

ການ​ບໍ​ລິ​ການ​ຄົນ​ພິ​ການ ແລະຄົນ​ສະ​ລາ ຢູ່ໃນ​ສະ​ຫະ​ລັດ ມີຫລາຍ​ຮູບ​ແບບ ໂດຍ​ສະ​ເພາະ​ບໍ​ລິ​ສັດ​ເອກ​ກະ​ຊົນ​ທີ່ບໍ​ລິ​ການຜູ້​ມີ​ເງິນ ​ໂດຍ​ບໍ່ຮັບ​ເອົາ​ປະ​ກັນ​ໄພ​ຈາກລັດ​ຖະ​ບານ ແຕ່​ໃຊ້​ປະ​ກັນ​ໄພ​ສ່ວນ​ໂຕ ແລະ​ເງິນ​ສົດ​ຂອງ​ຕົນ​ເອງທີ່​ຈະ​ໃຊ້​ເງິນ​ຫລາຍພັນ​ໂດ​ລາ​ຕໍ່​ເດືອນ ຊຶ່ງ​ຍາ​ນາງ​ແອນ ໄດ້​ກ່າວ​ເຖິງ​ໂຄງ​ການ​ອີກ​ວ່າ:

ລິງໂດຍກົງ

​ບັນ​ດາພະ​ນັກ​ງານ​ທີ່ຖືກ​ສົ່ງ​ໄປ​ດູ​ແລ​ຕ້ອງ​ໄດ້​ຜ່ານ​ການຢັ້ງ​ຢືນ ເຖິ​ງ​ຄຸນ​ນະ​ວຸດ​ທິ ກວດ​ສຸ​ຂະ​ພາບ ແລະ​ໄດ້​ຮັບ​ກາ​ນອົບ​ໂຮມ​ດ້ານ​ການ​ແພດ. ​ເຖິງ​ຢ່າງ​ໃດ​ກໍ​ດີ ຍາ​ນາງ​ແອນ ໄດ້ອະ​ທິ​ບາຍ​ເຖິງ​ຄວາມ​ບໍ່​ໄວ້​ວາງ​ໃຈ ຄວ​າມບໍ່​ລື້ງ​ເຄີຍກັບ​ລະ​ບົບ ບໍ​ລິ​ການ ​ອັນ​ເປັນ​ວັດ​ທະ​ນາ​ທຳ​ຂອງ​ບາງ​ກຸ່ມ ຊຶ່ງ​ຍານ​າ​ແອນ ໄດ້​ກ່າວ​ມ້ວນ​ທ້​າຍ​ສູ່​ຟັງ​ດັ່ງ​ນີ້:

ລິງໂດຍກົງ

ການ​ບໍ​ລິ​ການດູ​ແລຄົນ​ພິ​ການ ຄົນ​ສະ​ລາ ໃນ​ໂຄງ​ການ​ດັ່ງກ່າວ​ນີ້ ແມ່ນ​ວິ​ທີທາງ​ນຶ່ງເພື່ອ​ຊ່ວຍ​ເຫລືອ​ຄອ​ບ​ຄົວ ແລະຫລີກຫ​ລ່ຽງການ​ນຳ​ເອົາ​ບັນ​ດາຄົນ​ເຫລົ່າ​ນີ້​ໄປ​ໄວ້​ຢູ່ເຮືອນ​ຄົນ​ສະ​ລາ ຫລື Nursing Home ທີ່​ມີ​ການ​ໃຊ້​ຈ່າຍ​ແພງ.

XS
SM
MD
LG