ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ສະ​ຫຼະ​ຊີບ​ແມ່​ຍິງ ໃນ​ປາ​ກິ​ສ​ຖານ ສັງ​ຫານຊາວ​ຈີນ 3 ຄົນ ແລະ​ຄົນ​ຂັບ​ລົດ​ໃນ​ທ້ອງ​ຖິ່ນ


ຕຳ​ຫຼວດ​ຄົນ​ນຶ່ງ ຢືນ​ຍາມ​ໃກ້​ບ່ອນ​ເກີດ​ເຫດ ໂດຍ​ປິດ​ລ້ອມ​ບໍ​ລິ​ເວນ​ດັ່ງ​ກ່າວ ຫຼັງ​ຈາກ​​ລົດ​ຕູ້​ເຫດ​ລະ​ເບີດ ທີ່​ທາງ​ເຂົ້າ​ສະ​ຖາ​ບັນ​ຂົງ​ຈື້ ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ກາ​ຣາ​ຈີນ ເມື່ອ​ວັນ​ທີ 26 ເມ​ສາ 2022.
ຕຳ​ຫຼວດ​ຄົນ​ນຶ່ງ ຢືນ​ຍາມ​ໃກ້​ບ່ອນ​ເກີດ​ເຫດ ໂດຍ​ປິດ​ລ້ອມ​ບໍ​ລິ​ເວນ​ດັ່ງ​ກ່າວ ຫຼັງ​ຈາກ​​ລົດ​ຕູ້​ເຫດ​ລະ​ເບີດ ທີ່​ທາງ​ເຂົ້າ​ສະ​ຖາ​ບັນ​ຂົງ​ຈື້ ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ກາ​ຣາ​ຈີນ ເມື່ອ​ວັນ​ທີ 26 ເມ​ສາ 2022.

ຕຳ​ຫຼວດ​ປາ​ກິ​ສ​ຖານ ກ່າວ​ວ່າ ໃນ​ວັນ​ອັງ​ຄານ​ວານນີ້ ມີ​ຊາວ​ຈີນ 3 ແລະ​ຄົນ​ຂັບ​ລົດຂອງ​ພວກ​ເຂົາ​ເຈົ້າ​ໄດ້​ເສຍ​ຊີ​ວິດ ໃນ​ການ​ໂຈມ​ຕີ​ສະ​ຫຼ​ະ​ຊີບ​ຕໍ່​ລົດ​ຕູ້ ທີ່​ນະ​ຄອນ​ກາ​ຣາ​ຈີ ທາງ​ພາກ​ໃຕ້​ຂອງ​ປະ​ເທດ.

ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ອະ​ວຸ​ໂສ​ທ່ານ​ນຶ່ງ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ພວກ​ເຄາະ​ຮ້າຍ​ໄດ້​ເດີນ​ທາງ​ໄປ​ຍັງ​ສະ​ຖາ​ບັນ​ຂົງ​ຈື້ ທີ່​ຈີນ​ສ້າງ​ຂຶ້ນ​ຢູ່​ໃນ​ນະ​ຄອນ​ດັ່ງ​ກ່າວ ເວ​ລາ​ລະ​ເບີດ​ໄດ້​ແຕກ​ຂຶ້ນ​ໃສ່​ລົດ​ຕູ້​ຂອງ​ພວກ​ເຂົາ​ເຈົ້າ ຢູ່​ທີ່​ທາງ​ເຂົ້າ.

ຜູ້​ທີ່​ເສຍ​ຊີ​ວິດ​ແມ່ນ​ຮວມ​ທັງ​ຜູ້​ອຳ​ນວຍ​ການ​ຂອງ​ສະ​ຖາ​ບັນ ຊຶ່ງ​ໄດ້​ມີ​ກາ​ນ​ສິດ​ສອນ​ພາ​ສາ​ຈີນ​ສຳ​ລັບ​ພວກ​ນັກ​ສຶກ​ສາມະ​ຫາ​ວິ​ທະ​ຍາ​ໄລ​ຂັ້ນສູງ ແລະ​ນາຍ​ຄູ​ແມ່​ຍິງ 2 ຄົນ. ນອກນັ້ນ ຜູ້​ເສຍ​ຊີ​ວິດ​ຍັງ​ຮວມ​ທັງ​ຄົນ​ຂັບ​ລົດ​ທີ່​ເປັນ​ຊາວ​ປາ​ກິ​ສ​ຖານ. ມີ​ຊາວ​ຈີນ​ອີກ​ຄົນ​ນຶ່ງ ຍັງ​ໄດ້​ຮັບ​ບາດ​ເຈັບ ໃນ​ການ​ໂຈມ​ຕີ​ເທື່ອນີ້.

ທ່ານ​ກູ​ລາມ ນາ​ບີ ມີ​ມອນ (Ghulam Nabi Memon) ຜູ້​ບັນ​ຊາ​ການ​ຕຳ​ຫຼວດ​ໃນ​ນະ​ຄອນ​ກາ​ຣາ​ຈີ ກ່າວ​ວ່າ ເຫດ​ລະ​ເບີດ​ອາດ​ເປັນ​ສີ​ມື​ຂອງ​ຜູ້​ໂຈມ​ຕີ​ສະ​ຫຼະ​ຊີບ ແຕ່​ການ​ສືບ​ສວນ​ກໍ​ພວມ​ດຳ​ເນີນ​ການ​ຢູ່. ທ່ານ​ໃຫ້​ຂໍ້​ສັງ​ເກດ​ການ ການ​ທົບ​ທວນ​ໃນ​ຂັ້ນ​ຕົ້ນ​ຂອງ​ໂທ​ລະ​ພາບ​ວົງ​ຈອນ​ປິດ ຈາກ​ບ່ອນ​ເກີດ​ເຫດ​ ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ຄົນ​ຜູ້​ນຶ່ງ​ແຕ່ງ​ຕົວ​ໃສ່​ຊຸດ​ສີ​ດຳ​ທີ່​ປົກ​ໜ້າ​ພ້ອມ ທີ່​ເອີ້ນ​ວ່າ​ເບີ​ກາ ຍ່າງ​ໄປ​ຫາ​ລົດ​ຕູ້ ກ່ອນ​ທີ່​ລະ​ເບີດ​ຈະ​ແຕກ​ຂຶ້ນ.

ໂທ​ລະ​ພາບ​ທ້ອງ​ຖິ່ນ​ຫຼາຍໆ​ຊ່ອງ ໄດ້​ອອກ​ອາ​ກາດ​ວີ​ດີ​ໂອ​ທີ່​ສະ​ແດງ​ໃຫ້​ເຫັນ​ຜູ້​ໂຈມ​ຕີ​ແມ່​ຍິງ ບີບ​ຄະ​ນວນ​ລະ​ເບີດ​ໃຫ້​ແຕກ​ຂຶ້ນ ໃນ​ຂະ​ນະ​ທີ່​ລົດ​ຕູ້​ພວມ​ແລ່ນ​ ​ຊ້າໆ​ເຂົ້າ​ໄປ​ໃນ​ສະ​ຖາ​ບັນ​ດັ່ງ​ກ່າວ.

ກຸ່ມ​ແບ່ງ​ແຍກ​ດິນ​ແດນນອກ​ກົດ​ໝາຍ ທີ່​ຮູ້​ກັນ​ໃນ​ຊື່ ກອ​ທັບ​ປົດ​ປ່ອຍ​ບາ​ລຸກ ມີລາຍ​ງານ​ວ່າ​ ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ໃນ​ເຫດ​ລະ​ເບີດ​ຄັ້ງ​ນີ້ ໂດຍ​ກ່າວ​ວ່າແມ່​ຍິງ​ເປັນ​ຜູ້​ທຳ​ການ​ໂຈມ​ຕີ.

ຍັງ​ບໍ່​ທັນ​ມີ​ການ​ພິ​ສູດ​ໄດ້​ໃນ​ທັນ​ທີ​ເທື່ອ ກ່ຽວ​ກັບ​ການ​ກ່າວ​ອ້າງ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ ຈາກ​ແຫຼ່ງ​ຂ່າວ​ທີ່​ເປັນ​ອິດ​ສະ​ຫຼະ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ປາ​ກິ​ສ​ຖານ ໄດ້​ປະ​ນາມ​ການ​ໂຈມ​ຕີ​ທີ່​ນະ​ຄອນ​ກາ​ຣາ​ຈີນັ້ນ​ວ່າ ເປັນ​ການ​ກະ​ທຳ “ໃນ​ການ​ກໍ່​ການ​ຮ້າຍ​ທີ່​ຕ່ຳ​ຊ້າ.”

ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກ່າວ​ຕື່ມ​ວ່າ “ການ​ກະ​ທຳ​ທີ່​ຂີ້​ຂາດ​ຕາ​ຂາວນີ້ ແມ່ນ​ເປັນ​ການ​ໂຈມ​ຕີ​ໂດຍ​ກົງ​ຕໍ່​ມິດ​ຕະ​ພາບ​ ແລະ​ການ​ຮ່ວມ​ມື​ທີ່​ພວມ​ດຳ​ເນີນ​ຢູ່ ລະ​ຫວ່າງປາ​ກິ​ສ​ຖານ​ແລະ​ຈີນ. ປາ​ກິ​ສ​ຖານ​ແລະ​ຈີນ ເປັນ​ເພື່ອ​ມິດ​ທີ່​ໃກ້​ຊິດ​ກັນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG