ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ປະ​ທ້ວງ​ ຕໍ່​ຕ້ານລັດ​ຖະ​ບານ ​ໃນສ​ຣີລັງ​ກາ ​ໄດ້​ທະ​ວີ​ຄວາມ​ຮ້າ​ຍ​ແຮງ​ຂຶ້ນ


ຜູ້​ປະ​ທ້ວງຄົນ​ນຶ່ງ ປະ​ເຊີນ​ໜ້າ​ກັ​ບຕຳ​ຫລວດ
ຜູ້​ປະ​ທ້ວງຄົນ​ນຶ່ງ ປະ​ເຊີນ​ໜ້າ​ກັ​ບຕຳ​ຫລວດ

ພວກ​ເຈົ້າ​ໜ້າ​ທີ່​ຢູ່​ໃນປະ​ເທດ​ສ​ຣີ​ລັງ​ກາ ໄດ້​ປະ​ກາດ​ທີ່​ຈະ​ສືບ​ສວນ​ການ​ປະ​ທະ​ກັນ ລະ​ຫວ່າງ​ຕຳ​ຫລວດ ແລະ​ພວກ​ປະ​ທ້ວງຕໍ່​ຕ້ານ​ລັດ​ຖະ​ບານ​ ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ ທີ່​ເຮັດ​ໃຫ້ຜູ້​ປະ​ທ້ວງ​ເສຍ​ຊີ​ວິດນຶ່ງຄົນ.

​ພວກ​ປະ​ທ້ວງ​ໄດ້​ອັດ​ທາງ​ລົດ​ໄຟ​ ຢູ່​ທີ່ເມືອງ ຣຳ​ບັກ​ກາ​ນາ ທີ່​ຕັ້ງ​ຢູ່​ປະ​ມານ 90 ກິ​ໂລ​ແມັດ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ນະ​ຄອນ​ຫລວງໂຄ​ລອ​ມ​ໂບ ແລະ​ໄດ້​ຂັດ​ຂວາງ​ບໍ່​ໃຫ້​ລົດ​ບັນ​ທຸກ​ນ້ຳ​ມັນຄັນ​ນຶ່ງ ແລ່ນຂ້າມ​ລາງ ເວ​ລາ​ເຂົາ​ເຈົ້າ​ໄດ້​ປະ​ເຊີນ​ໜ້າ​ກັບ​ຕຳ​ຫລວດ ຜູ້​ທີ່​ໄດ້​ເປີດ​ສ​າກ​ຍິງ​ປືນ​ເຂົ້າ​ໃສ່ເພື່ອ​ຂັບ​ໄລ່​ຝູ​ງຊົນ.

ພວກ​ປະ​ທ້ວງ​ຢ່າງ​ໜ້ອຍ 13 ຄົນ ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ປະ​ເຊີນ​ໜ້າ​ກັນ ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ. ​ຕຳ​ຫລວດ​ຫລາຍ​ຄົນມີລາຍ​ງານ​ວ່າ ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ປະ​ທະ​ກັນດັ່ງ​ກ່າວ.

ປະ​ເທດ​ເກາະ​ດອນ​ທີ່​ຕັ້ງ​ຢູ່​ໃນ​ເຂດເອ​ເຊຍ​ໃຕ້​ແຫ່ງນີ້ ກຳ​ລັງ​ດິ້ນ​ລົນ​ຍ້ອນ​ການ​ເປັນ​ໜີ້​ຫຼາຍ​ໂພດ ແລະບໍ່​ມີເງິນ​ຕາ​ຕ່າງ​ປະ​ເທດສຳຮອງ ທີ່​ໄດ້​ກໍ່​ໃຫ້​ເກີດການ​ຂາດ​ເຂີນຢາ​ປົວ​ພະ​ຍາດ​ ອາ​ຫານ ແລະ​ນ້ຳ​ມັນ ​ຢ່າງຮ້າຍ​ແຮງ ທີ່​ເຮັດ​ໃຫ້​ມີ
​ໄຟ​ຟ້າ​ມອດ​ຫລາຍ​ຊົ່ວ​ໂມງ​ຕໍ່​ມື້ ແລະນ້ຳ​ມັນ​ຂຶ້ນ​ລາ​ຄາ ແລະຄ່າ​ຂົນ​ສົ່ງກໍ​ແພງ. ​ການ​ແຜ່​ລະ​ບາດ​ຂອງໂຄວິດ-19 ຍັງ​ໄດ້​ເຮັດ​ໃຫ້​ອຸດ​ສາ​ຫະ​ກຳທີ່​ສຳ​ຄັນ​ຂອງ​ປະ​ເທດ​ຄືການ​ທ່ອງ​ທ່ຽວ ໄດ້​ຢຸດສະ​ງັກລົງ ທີ່​ເຮັດ​ໃຫ້​ບັນ​ຫາ​ດ້ານ​ເສ​ດ​ຖະ​ກິດ​ຮ້າຍ​ແຮງ​ຂຶ້ນ​ຕື່ມ.

​ການ​ປະ​ທ້ວງ​ໄດ້​ແຜ່​ລາມ​ອອກ​ໄປ​ທົ່ວ​ສ​ຣີ​ລັງ​ກາ ໃນ​ສອ​ງ​ສາມ​ອາ​ທິດ​ທີ່​ຜ່ານ​ມາ ພ້ອ​ມ​ດ້ວຍ​ພວກ​ປະ​ທ້ວງ​ຮຽກ​ຮ້ອງ​ໃຫ້ປະ​ທາ​ນາ​ທິ​ບໍ​ດີ ໂຄ​ຕາ​ບາ​ຢາ ຣາ​ຈາ​ພັກ​ສາ ແລະ​ນ້ອງ​ຊ​າຍ ທ່ານ​ມາ​ຮິນ​ດາ ຣາຈາພັກ​ສາ ລາອ​ອກ​ຈາກ​ຕຳ​ ແໜ່ງ.

ທະ​ນາ​ຄານ​ກາງ​ຂອງ​ສ​ຣີ​ລັງ​ກາ ໄດ້ໂຈະການ​ຈ່າຍໜີ້ສີ້ນ​ຕ່າງ​ປະ​ເທດ​ທັງ​ໝົດ ໃນ​ຂະ​ນະ​ທີ່​ຕໍ່​ລອງ​ກັບອົງ​ການກອງ​ທຶນ​ສາ​ກົນ ກ່ຽວ​ກັບ​ການ​ປັບ​ປ່ຽນ​ໂຄງ​ຮ່າງ​ການກູ້​ຢືມ.

XS
SM
MD
LG