ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຄານແຫ່ງຊາດລາວ ສະເໜີຕໍ່ລັດຖະບານ ເພື່ອຂໍອະນຸຍາດອອກຄຳສັ່ງ ການປັງຄັບແລກເງິນຕາຕ່າງປະເທດ


​ພະ​ນັກ​ງານ​ທະ​ນາ​ຄານ ກຳ​ລັງ​ນັບ​ເງີນ​ກີບ
​ພະ​ນັກ​ງານ​ທະ​ນາ​ຄານ ກຳ​ລັງ​ນັບ​ເງີນ​ກີບ

​ທະ​ນາ​ຄານແຫ່ງ​ຊາດ​ລາວ ສະ​ເໜີ​ຕໍ່​ລັດ​ຖະ​ບານ ເພື່ອ​ຂໍ​ອະ​ນຸ​ຍາດ​ອອກ​ຄຳ​ສັ່ງ ວ່າ​ດ້ວຍການ​ບັ​ງ​ຄັບ​ແລກ​ເງິນ​ຕາ​ຕ່າງ​ປະ​ເທດ ຈາກ​ບັນ​ດາ​ຜູ້​ສົ່ງ​ສິນ​ຄ້າອອກ ເພາະ​ວ່າ​ຂາດ​ແຄນ​ເງິນ​ຕາ​ຢ່າງ​ໜັກ​ໜ່ວງ. ຊົງ​ລິດ​ໂພນ​ເງິນ ມີ​ລາຍ​ງານຈາກ​ບາງກອກ.

ເຈົ້າ​ໜ້າ​ທີ່​ຂັ້​ນ​ສູງ​ໃນ​ທະ​ນາ​ຄານ​ແຫ່ງ​ຊາດ​ລ​າວ ເປີ​ດ​ເຜີຍ​ວ່າ​ດ້ວຍ​ສະ​ພາບ​ບັນ​ຫາ ທີ່​ລາວ​ກຳ​ລັງ​ປະ​ເຊີນກັບ​ການ​ຂາດ​ແຄນດ້ານ​ເງິນ​ຕາ​ຕ່າງ​ປະ​ເທດຢ່າງ​ໜັກ​ໜ່ວງ ໃນ​ປັດ​ຈຸ​ບັນ ເຮັດ​ໃຫ້​ທະ​ນາ​ຄານ​ແຫ່ງ​ຊາດ​ ໄດ້​ສະ​ເໜີ​ຕໍ່​ຄະ​ນະ​ລັດ​ຖະ​ບານ​ເພື່ອ​ອະ​ນຸ​ຍາດ​ອອກ​ຄຳ​ສັ່ງ​ວ່າ​ດ້ວຍ ການ​ບັງ​ຄັບ​ແລກ​ເງິນ​ຕາ​ຕ່າງ​ປະ​ເທດ​ຈາກ​ບັນ​ດາ​ບໍ​ລິ​ສັດ ແລະ​ນັກ​ທຸ​ລະ​ກິດ​ການ​ຄ້າ​ໃນ​ລາວ ທີ່​ສົ່ງ​ສິນ​ຄ້າ​ອອກ​ໄປ​ຕ່າງ​ປະ​ເທດ​ເມື່ອ​ບໍ່​ນານ​ມາ​ນີ້ ໂດຍ​ຖ້າ​ຫາກວ່າລັດ​ຖະບານ​ລາວ ອະ​ນຸ​ຍາດ​ຕາມ​ການ​ສະ​ເໜີດັ່ງ​ກ່າວ ທະ​ນາ​ຄານ​ແຫ່ງ​ຊາດ​ລາວ​ກໍ​ສາ​ມາດ​ທີ່​ຈະ​ອອກ​ຄຳ​ສັ່ງ​ບັ​ງ​ຄັບ​ແລກ​ເງິນ​ຕາຕ່າງ​ປະ​ເທ​ດ​ ຈາກ​ບັນ​ດາ​ຜູ້​ສົ່ງ​ສິນ​ຄ້າ​ອອກ​ໄດ້​ຕາມ​ທີ່​ເຫັນ​ສົມ​ຄວນ

ແຕ່ຢ່າງໃດກໍາມຍັງມີຄວາມຊັດເຈນວ່າ ທະນາຄານແຫ່ງຊາດາວ ຈະບັງຄັບແລກເງິນຕາຄິດເປັນສັດສ່ວນເທົ່າໃດຂອງມູນຄ່າການສົ່ງສິນຄ້າອອກທັງໝົດຂອງແຕ່ລະບໍລິສັດ ໂດຍໃນຂັ້ນເລີ້ມຕົ້ນຄາດວ່າຈະພິຈາລະນາຈາກມູນຄ່າສິນຄ້າທີ່ລາວຈຳເປັນຕ້ອງນຳເຂົ້າຈາກຕ່າງປະເທດເປັນສຳຄັນ ເຊັ່ນນ້ຳມັນເຊື້ອໄຟເປັນຕົ້ນ ດັ່ງທີ່ທ່ານນາງວັດທະນາ ດາຣາລອຍ ຮອງຜູ້ວ່າການທະນາຄານແຫ່ງຊາດ ຢືນຢັນວ່າ:

“ເຫັນ​ວ່າ​ປີ 2022 ທີ່​ມີ​ທ່າ​ອຽງ​ດີ​ຂຶ້ນ​ໃນ​ການ​ຜະ​ລິດ ແລະ​ສົ່ງ​ອອກ​ສິນ​ຄ້າ​ຫລາຍ​ປະ​ເພດ ສະ​ນັ້ນ​ຕ້ອງ​ໄດ້​ຈັດ​ສັນ​ໃຫ້​ມັນ​ສອດ​ຄ່ອງ​ລະ​ຫວ່າງ​ເງິນ​ຕາ​ຕ່າງ​ປະ​ເທດ​ ທີ່​ໄດ້​ຈາກ​ການ​ສົ່ງ​ອອກ​ມາ​ດຸນ​ດ່ຽງ ກັບ​ການ​ທີ່​ວ່າ​ຈະ​ນຳ​ເຂົ້າ​ສິນ​ຄ້າ​ບຸ​ລິ​ມະ​ສິດ​ຄື​ແນວໃດ ຕົວ​ຢ່າງ​ກໍ​ຄື​ນ້ຳ​ມັນ​ນີ້​ເນາະ ສະ​ນັ້ນ​ອັນ​ນັ້ນ​ເປັນ​ວຽກ​ນຶ່ງ​ອີກ ທີ່​ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ ສຸມ​ໃສ່​ເພາະ​ວ່າ​ຈະ​ເຮັດ​ໃຫ້​ທະ​ນາ​ຄານ ຊິ​ໄດ້​ໃຊ້ກົດການ​ບັງ​ຄັ​ບ​ເຂົ້າ​ໄປ​ໃຫ້​ຜູ້​ປະ​ກອບ​ການ ທີ່​ສົ່ງ​ອອກ​ຕ້ອງ​ໄດ້ຂາຍ​ເງິນ​ຕາ​ໃຫ້​ທະ​ນາ​ຄານ ເຮັດ​ໃຫ້​ເງິນ​ຕາ​ທະ​ນາ​ຄານ​ມີ​ເງິນມາ​ຂາຍ​ໃຫ້ສິນຄ້າ​ບູ​ລິມະ​ສິດ”

ສ່ວນ​ທ່ານ​ສີ​ສັງ​ຄົມ ໂຄດ​ໂຍ​ທາ ປະ​ທານ​ສະ​ມາ​ຄົມ​ນ້ຳ​ມັນ​ເຊື້ອ​ໄຟ ແລະ​ອາຍ​ແກັ​ສ​ແຫ່ງ​ຊາດ​ລາວ ເປີດ​ເຜີຍ​ວ່າ ​ບັນ​ຫາ​ຫຍຸ້ງ​ຍາກ​ຢ່າງ​ຍິ່ງ​ສຳ​ລັບ​ການ​ນຳ​ເຂົ້າ​ນ້ຳ​ມັນ​ເຊື້ອ​ໄຟ​ຈາກ​ຕ່າງ​ປະ​ເທດໃນ​ປັດ​ຈຸ​ບັນ​ກໍ​ຄື ການ​ມີ​ເງິນ​ຕາ​ຕ່າງ​ປະ​ເທດໃນ​ລະບົບ​ທະ​ນາ​ຄານຂອງ​ລາວ​ຢ່າງ​ຈຳ​ກັດ​ທີ່​ເຮັດ​ໃຫ້​ເກີດ​ບັ​ນ​ຫ​າ​ຫຍຸ້ງ​ຍາກໃນ​ການ​ແລກ​ປ່ຽນ​ລະ​ຫວ່າງ​ເງິນ​ກີບ​ກັບ​ເງິນຕ​າຕ່າງ​ປະ​ເທດ ໂດຍ​ສະ​ເພາະ​ເງິນ​ໂດ​ລາ​ສະ​ຫະ​ລັດ​ນັ້ນ ​ຖືເປັນ​ສະ​ກຸນ​ເງິນ​ທີ່​ແລກ​ປ່ຽນ​ໄດ້ຢ່າງ​ຈຳ​ກັດ​ທີ່​ສຸດ ແລະ​ທະ​ນາ​ຄານ​ແຫ່ງ​ຊາດ ກໍສາ​ມາດ​ໃຫ້​ການ​ຕອບ​ສະ​ໜອງ ​ໄດ້​ພຽງ 30 ເປີ​ເ​ຊັນ ​ຂອງ​ຄວາມ​ຕ້ອງ​ການ​ໂຕ​ຈິງ​ຈຶ່ງ​ເຮັດ​ໃຫ້ຕ້ອງ​ໃຊ້​ເງິນ​ບາດເພື່ອ​ຊຳ​ລະ​ລາ​ຄານ້ຳ​ມັນ​ທີ່​ລາວ​ນຳ​ເຂົ້າ​ຈາກ​ໄທ​ເປັນ​ດ້ານ​ຫລັກ ແລະ​ບັນ​ຫາ​ທີ່​ເກີດ​ຂຶ້ນ​ກໍ​ຄື​ພໍ່​ຄ້າ​ໄທ​ກຳ​ນົດ​ ລາ​ຄາ​ຈຳ​ໜ່າຍ​ນ້ຳ​ມັນເປັນ​ເງິນ​ບາດ​ ແພງກວ່​າ​ການ​ຊຳ​ລະ​ດ້ວຍ​ເງິນ​ໂດ​ລາສະ​ຫະ​ລັດ ໂດຍ​ເມື່ອ​ສົມ​ທົບ​ກັບ​ການ​ທີ່ລາວ​ໄດ້​ນຳ​ເຂົ້າ​ນ້ຳມັນ​ຈາກ​ໄທ ຄິດ​ເປັນ​ສັດ​ສ່ວນ 70 ເປີເຊັນ ຂອງ​ການ​ນຳ​ເຂົ້າ​ທັງ​ໝົດ​ດ້ວຍ​ແລ້ວ​ຍັງ​ເຮັດ​ໃຫ້​ລ​າວ ຕ້ອງ​ປະ​ເຊີນ​ກັບ​ການ​ຂາ​ດຸນ​ການ​ຄ້າ​ຕໍ່​ໄທ​ຫລາຍ​ຂຶ້ນ​ອີກ​ດ້ວຍ.

ໂດຍ​ໃນ​ປີ 2021 ລາວ​ໄດ້​ນຳ​ເຂົ້າ​ນ້ຳ​ມັນ​ເຊື້ອ​ໄຟ​ຈາກ​ໄທ ຄິດ​ເປັນ​ມູນ​ຄ່າ​ລວມ​ເຖິງ 19,893 ລ້ານ​ບາດ ເພີ້ມ​ຂຶ້ນກວ່າ 38 ເປີ​ເຊັນ ທຽບໃສ່​ປີ 2020 ແລະ

​ຄາດ​ວ່າ​ໃນ​ປີ 2022 ລາວ​ຈະ​ນຳ​ເຂົ້າ​ເຊື້ອ​ໄຟ​ຈາກ​ໄທ ​ເພີ້ມ​ຂຶ້ນເກີນກວ່າ 27,000 ​ລ້ານ​ບາດ ຫລື​ເພີ້ມ​ຂຶ້ນ​ເຖິງ 40 ເປີ​ເຊັນ ທຽບ​ໃສ່​ປີ 2021 ​ເພາະ​ການ​ຊົມ​ໃຊ້​ນ້ຳ​ມັນ​ເຊື້ອ​ໄຟ​ທີ່ເພີ້ມຂຶ້ນ ໂດຍ​ນັກ​ຊ່ຽວ​ຊານ​ດ້ານ​ພະ​ລັງ​ງານ​ຂອງ​ທະ​ນາ​ຄານ​ພັດ​ທະ​ນາເອ​ເຊຍ (ADB) ​ໃຫ້​ການ​ຄາດ​ໝາຍ​ວ່າ ​ລາວ​ຈະ​ຕ້ອງຊົມ​ໃຊ້​ນ້ຳ​ມັນ​ເກີນກວ່າ 1,045 ລ້​ານ​ລິດ​ ໃນ​ຕະ​ຫລອດ​ປີ 2022 ນີ້.

​ທັງ​ນີ້​ການ​ຄ້າ​ລະ​ຫວ່າງ​ລາວ​-ໄທ ໃນ​ປີ 2021 ມີ​ມູນ​ຄ່າ​ລວມ 700,195 ລ້ານ​ບາດ ໃນ​ນີ້​ແບ່ງ​ເປັນ​ການ​ສົ່ງ​ອອກ​ສິນ​ຄ້າ​ລາວ ​ໄປ​ໄທ 282,464 ລ້ານ​ບາດ ແລະ​ລາວ​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ໄທ​ໃນ​ມູນ​ຄ່າ 417,731 ລ້ານ​ບາດ ເຮັ​ດ​ໃຫ້​ລາວ​ຂາ​ດຸນ​ການ​ຄ້າ​ຕໍ່ໄທ​ໃນ​ມູນ​ຄ່າ 135,267 ລ້ານ​ບາດ ສ່​ວນ​ການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ລາວ​ໃນ​ປີ 2021 ກໍ​ປາ​ກົດ​ວ່າ​ລາວ​ສົ່ງ​ອອກ​ໃນ​ມູ​ນ​ຄ່າ 5,458 ລ້ານ​ໂດ​ລາ​ສະ​ຫະ​ລັດ ທີ່​ບໍ່​ລວມ​ການ​ສົ່ງ​ອອກ​ໄຟ​ຟ້າ ແລະ​ລາວ​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ມູນ​ຄ່າ 5,806 ລ້ານໂດ​ລ​າ​ສະ​ຫະ​ລັດ ຊຶ່ງ​ເຮັດ​ໃຫ້​ລາວ​ທັງ​ຂາດ​ດຸນ​ການ​ຄ້າ ແລະ​ມີ​ທຶນ​ສຳ​ລອງ​ເງິນ​ຕາ​ຕ່າງ​ປະ​ເທດ​ເຫລືອ​ຢູ່ພຽງ 1,262 ລ້ານໂດ​ລາ​ສະ​ຫະ​ລັດເທົ່າ​ນັ້ນ​ ໃນທ້າຍ​ປີ 2021.

XS
SM
MD
LG