ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ລາວ ໃນ​ທົ່ວ​ໂລກ ເລີ້ມ​ສະ​ຫຼອງ​ບຸນ​ປີ​ໃໝ່​ລາວ ຕ້ອນ​ຮັບປີ​ຂານ ພ.​ສ 2565


​ສ​ະ​ບາ​ຍ​ດີ​ປີ​ໃໝ່ ປີ​ຂານ ພ.​ສ 2565.​
​ສ​ະ​ບາ​ຍ​ດີ​ປີ​ໃໝ່ ປີ​ຂານ ພ.​ສ 2565.​

ສະບາຍດີທ່່ານຜູ້ຟັງທີ່ເຄົາລົບ ໃນລາຍການຊິວິດຊາວລາວໃນຕ່າງແດນ ຂອງ
ວີໂອເອ ປະ​ຈຳ​ແລງວັນພະຫັດມື້ນີ້ ທ່ານ​ຈະ​ໄດ້​ຟັງ​ການ​ໂອ້​ລົມກັບບັນດາສະມາຊິກ
ສັງຄົມລາວຢູ່ໃນລັດຕ່າງໆຂອງສະຫະລັດ ແລະປະເທດຝ​ຣັ່ງ. ຫລັງຈາກ​ໄດ້​ມີການ
ລະບາດ​ຂອງໂຄວິດ-19 ​ເປັນ​ເວ​ລາ 2 ປີ ທີ່ກິດຈະການເກືອບທຸກຢ່າງ ຮວມທັງພິ
ທີທາງສາດສະ​ໜາໄດ້ຖືກໂຈະໄວ້. ບັດນີ້ ການສະ​ຫລອງບຸນປີໃໝ່ລາວ ພ.ສ 2565
​ແລະ​ສ່ວນ​ໃຫຍ່ຢູ່ຕາມເຂດທ້ອງຖິ່ນຂອງໃຜລາວ​ກຳ​ລັງ​ດຳ​ເນີນ​ໄປ​ຢ່າງ​ເຕັມ​ທີ. ຊຶ່ງ
ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍດີປີໃໝ່ ປີນີ້ ແມ່ນປີ​ຂານຫລື​ປີເສືອ ພ.ສ 2565 ຊາວລາວຢູ່ ທົ່ວໂລກ ພ້ອມ
ດ້ວຍຊາວພຸດອື່ນໆທີ່ນັບຖືນິກາຍຫິນະຍານ ກຳລັງເລີ້ມພາກັນ ສະຫລອງບຸນປີໃໝ່
ກັນຢ່າງມ່ວນຊື່ນ ຫລັງຈາກທີ່ໄດ້ຖືກຫ້າມບໍ່ໃຫ້ເຕົ້າໂຮມ ກັນມາເປັນເວລາສອງປີເນື່ອງ
ຈາກການລະບາດຄວິດ-19.
ທ່າມກາງລະດູບານ ໃໝ່ ອາກາດເລີ້ມອົບອຸ່ນຂຶ້ນມາ ບັດ​ນີ້ຊາວອາເມຣິກັນ ພ້ອ​ມ
​ດ້ວຍຊາວຝັ່ງເຊື້ອ ສາຍລາວ ແລະ​ຢູ່​ແຫ່ງ​ອື່ນໆ ຕ່າງກໍພາກັນສະຫລອງບຸນປີໃໝ່ລາວ
ຢ່າງເຕັມທີ່ ເລີີ້ມແຕ່ວັນສຸກມຶ້ອື່ນນີ້. ເຖິງຢ່າງໃດກໍດີ ແຕ່ລະເຂດທ້ອງຖິ່ນຂອງໃຜລາວ
ກໍມີ ການສລອງຕ່າງກັນ ແລ້ວແຕ່ສະ​ພາບສິ່ງແວັດລ້ອມ. ຢູ່ທີ່ວັດພຸດທະທຳມະຣາມ
ໃນລັດອໍເຣກັນ ຕັ້ງຢູ່ທາງພາກຕາເວັນຕົກສຽງເໜືອຂອງສະຫະລັດມີການສະຫລອງ
ກັນແບບຕັກ​ບາດ​ກັນ​ທຳ​ມະ​ດາ ເພາະຍັງຖືກຜົນກະທົບ ຈາກການ ລະບາດຂອງ
ໂຄວິດ-19.

ທ່ານຈັນສົມ ສິຣິວັນ ສະມາຊິກອາວຸໂສ ປະຈຳເຂດນີ້ ໄດ້ກ່າວເຖິງຂອບເຂດ ຈຳກັດ
ແລະຄວາມໝາຍຂອງການສະຫລອງບຸນປີໃໝ່ລາວປີນີ້ສູ່ ວີໂອເອ ຟັງວ່າ:

ບັດນີ້ເຮົາຈະນຳພາທ່ານ​ຟັງການໂອ້ລົມກັບ ທ່ານບົວສອນ ອ່ອນຈິດ ປະທານວັດ
ລາວ ບ້ານລ້ານຊ້າງຢູ່ໃນລັດຫລຸຍເຊຍນາ ຕັ້ງຢູ່ທາງພາກກາງໃຕ້ສຸດຂອງ
ສະຫະລັດ. ບ້ານລ້ານຊ້າງແມ່ນໝູ່ບ້ານລາວອາເມຣິກັນ ທີ່ບໍ່ມີຄົນເຊື້ອ​ຊາດ​ອື່ນ
ຢູ່ປະປົນ. ບ້ານລ້ານຊ້າງ ມີວັດ ແລະຖະໜົນຫລາຍເສັ້ນ ທີ່ໃສ່ຊື່ແຂວງຕ່າງໆ
ຂອງ​ປະ​ເທດລາວ. ທ່ານບົວສອນ ອ່ອນຈິດ ໄດ້ກ່າວເຖິງລາຍການບຸນ ແລະ
ຄວາມຕື່ນເຕັ້ນ ທີ່ຈະມີຊາວລາວອາເມຣິກັນເດີນທາງມາຈາກລັດຕ່າງໆເຂົ້າ​ມາ
​ຮ່ວມສະ​ຫລອງ​ບຸນ ຊຶ່ງທ່ານໄດ້ອະທິບາຍສູ່ຟັງດັ່ງນີ້:

ລິງໂດຍກົງ


ບັດນີ້ ເຮົາຈະນຳພາທ່ານໄປ ຟັງການໂອ້ລົມກັບ ທ່ານບຸນມາກ ອາເລັກສ໌ ສີສຸວັນ
ປະທານໂຮງຮຽນຈຳປາຢູ່ເມືອງສະຕຣາສບວກ ປະເທດຝຣັ່ງ. ທ່ານບຸນມາກ ກໍ
ແມ່ນສະມາຊິກສັງຄົມລາວຝຣັ່ງອີກຄົນນຶ່ງທີ່ຫ້າວຫັນນຳພາສັງຄົມລາວ ຮັກສາ
ວັດທະນາທຳລາວ ແລະກຳລັງຫ້າງ​ຫາ ສະຫລອງບຸນປີໃໝ່ລາວຢ່າງ ຄຶກຄຶ້ນ ຫລັງ
ຈາກສອງປີທີ່ໄດ້ມີການເກືອດຫ້າມເນື່ອງຈາກໂຄວິດ-19. ທ່ານໄດ້ກ່າວເຖິງລາຍ
ການສະຫລອງບຸນປີ​ນີ້ສູ່ ວີໂອເອ ຟັງວ່າ:

ຊາວ​ຝ​ຣັ່ງ ແລະ​ຊາວ​ລາວ ພ​າ​ກັນ​ມ່ວນ​ຊື່ນ​ຢູ່​ວັດ​ລາວ​ເມືອງ​ສະ​ຕ​ຣາ​ບວກ ປະ​ເທດ​ຝ​ຣັ່ງ.
ຊາວ​ຝ​ຣັ່ງ ແລະ​ຊາວ​ລາວ ພ​າ​ກັນ​ມ່ວນ​ຊື່ນ​ຢູ່​ວັດ​ລາວ​ເມືອງ​ສະ​ຕ​ຣາ​ບວກ ປະ​ເທດ​ຝ​ຣັ່ງ.

ການສະຫລອງບຸນປີໃໝ່ ພ.ສ 2565 ເປັນ​ປີ​ເລີ້ມ​ຕົ້ນ​ໃໝ່ ຫຼັງ​ຈາກໄດ້ຖືກລົບກວນ
ຈາກການ​ລະ​ບາດ​ຂອງໂຄວິດ-19 ແລະທຸ​ລະ​ກິດຕ່າງໆໄດ້ເລີ້ມ​ຄ່ອຍໆປະຕິບັດກັນ
​ຄືນອີກຢ່າງເປັນປົກກະຕິ. ໃນ​ວ​າ​ລະ​ໂອ​ກາດ​ບຸນ​ປີ​ໃໝ່​ລາວ ພ.​ສ 2565 ນີ້ ​ພວກ​
ຂ້າ​ພະ​ເຈົ້າ ຄະນະຈັດທຳລາຍການວິທະຍຸວີໂອເອ ພາກພາສາລາວຂໍຖືໂອກາດນີ້
ອ່ວຍໄຊໃຫ້ພອນ ແກ່ບັນດາທ່ານຜູ້ຟັງທີ່ຢູ່ໃກ້ແລະໄກ ທຸກ​ທ່ານຈົ່ງມີແຕ່ຄວາມສຸກ
ສົມຫວັງ ທຸກປະການດ້ວຍເຖີດ.

XS
SM
MD
LG