ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ມາ​ຊິກ​ສັງ​ຄົມ​ ລາວ​ອາ​ເມ​ຣິ​ກັນ ຍັງ​ຕິດ​ໂຄວິດ-19 ຢູ່


ແມ່ຍິງລາວຄົນນຶ່ງໃສ່ໜ້າກາກ ທ່າມກາງຄວາມເປັນຫ່ວງ ກ່ຽວກັບ ການລະບາດຂອງ COVID-19.
ແມ່ຍິງລາວຄົນນຶ່ງໃສ່ໜ້າກາກ ທ່າມກາງຄວາມເປັນຫ່ວງ ກ່ຽວກັບ ການລະບາດຂອງ COVID-19.

ເຖິງແມ່ນວ່າໄດ້ມີການສັກຢາປ້ອງກັນໂຄວິດ-19 ​ໃຫ້ແກ່ປະຊາຊົນອາເມຣິກັນຢ່າງ
ຫລວງຫລາຍ ພ້ອມທັງພາກັນໃສ່ໜ້າກາກ ຢູ່ຕາມສະຖານທີ່ແອອັດຕ່າງໆກໍດີ ແຕ່
ການແຜ່ລະບາດຂອງໄວຣັສໂຄວິດ-19 ຍັງເກີດຂຶ້ນກັບຜູ້ທີ່ຄິດວ່າໝົດຫາຍໄປໝົດ
ແລ້ວ ແລະບໍ່ເອົາໃຈໃສ່ ໃນການປ້ອງກັນ ໃສ່ໜ້າກາກຕໍ່ໄປອີກ.

ໃນອາທິດແລ້ວນີ້ ຢູ່ທີ່ເມືອງວັອກກີຊາ ໃນລັດວິສຄັນຊິນ ຕັ້ງຢູ່ພາກກາງທາງເໜືອ
ສຸດຂອງສະຫະລັດ ໄດ້ມີຜູ້ຕິດໂຄວິດ-19 ຢ່າງຮ້າຍແຮງອີກ ຊຶ່ງກ່ອນໜ້ານັ້ນໄດ້ມີ
ໄດ້ມີຜູ້ເສຍຊີວິດໄປແລ້ວ. ເຫດການດັ່ງກ່າວ ໄດ້ເກີດຂຶ້ນອີກຢູ່ບ່ອນປົງສົບແຫ່ງນຶ່ງ
ໃນເມືອງວັອກກີຊາ ບ່ອນທີ່ຊາວລາວອາເມຣິກັນ ພາກັນເຕົ້າໂຮມກັນຢ່າງໜາແໜ້ນ
ຊຶ່ງມີຜູ້ໃສ່ໜ້າກາກ ແລະບໍ່ໃສ່ໜ້າກາກ.

ທ່ານຄຳພັນ ສີສຸກ ອາຍຸ 64 ປີ ສະມາຊິກສັງຄົມລາວຜູ້ນຶ່ງທີ່ໄດ້ໄປຮວມພິທີສົ່ງສະ
|ການໄດ້ລົ້ມປ່ວຍໜັກ ຫລັງຈາກນຶ່ງມື້ຕໍ່ມາ ຊຶ່ງທ່ານໄດ້ກ່າວສູ່ ວີໂອເອ ຟັງ ດັ່ງນີ້:

ລິງໂດຍກົງ

ທ່ານຄຳພັນ ໄດ້ສະຫລົບໄປຢູ່ເທິງເຮືອນຄົນດຽວໂດຍບໍ່ຮູ້ເມື່ອຄີງ ຈົນລູກສາວຂຶ້ນ
ມາພໍ້ ແລະຮ້ອງເອົາລົດໂຮງໝໍມາຮັບເອົາ ບ່ອນທີ່ທ່ານໄດ້ຟື້ນໂຕຄືນມາ. ທ່ານຄຳ
ພັນ ກ່າວວ່່າ ທ່ານມີອາການເມື່ອຍ ກິນເຂົ້າບໍ່ໄດ້ ຍ່າງບໍ່ໄດ້ ແລະອ່ອນເພຍ. ສ່ວນ
ພັນລະຍາ ແລະລູກສາວສອງຄົນ ກໍໄດ້ຕິດເຊື້ອເຊັ່ນກັນ ແຕ່ບໍ່ຮ້າຍແຮງ.

XS
SM
MD
LG