ສະບາຍດີທ່່ານຜູ້ຟັງທີ່ເຄົາລົບ ໃນລາຍການຊິວິດຊາວລາວໃນຕ່າງແດນ ຂອງ
ວີໂອເອປະຈຳວັນພະຫັດມື້ນີ້ ທ່ານຈະໄດ້ຟັງການໂອ້ລົມກັບ ດຣ. ຄຳພາ ເທບພະວົງ
ນາຍແພດຝ່າຍປົວພະຍາດພາຍໃນຫຼື “internal medicine” ຢູ່ໂຮງໝໍ Edvantist
Hospital ທີ່ເມືອງແຟຣສໂນ ລັດຄາລິຟໍເນຍ. ດຣ. ຄຳພາ ແມ່ນແມ່ຍິງອາເມຣິກັນ
ເຊື້ອສາຍລາວ ທີ່ໄດ້ປິ່ນປົວຄົນລາວ ແລະປະຊາຊົນທົ່ວໄປຢູ່ເຂດຊົນນະບົດແຫ່ງນີ້.
ກິ່ງສະຫວັນ ຈະນຳເອົາການສຳພາດ ມາ ສະເໜີທ່ານ ໃນອັນດັບຕໍ່ໄປ.
ໃນຊຸມປີ 1966 ຄອບຄົວເທບພະວົງ ໄດ້ອົບພະຍົກຈາກແຂວງຊໍາເໜືອ ມາຕັ້ງຖິ່ນ
ຖານໃໝ່ ຢູ່ບ້ານໂພນຕ້ອງ ນະຄອນຫຼວງວຽງຈັນ. ບ່ອນທີ່ ຄຳພາ ເກີດ ໃນປີ 1972.
ຕົກມາເຖິງປີ 1980 ຄອບຄົວເທບພະວົງ ໄດ້ອົບພະຍົບ ອີກເປັນຄັ້ງທີ່ສອງມາຢູ່ສູນ
ອົບພະຍົບປະເທດໄທ ກ່ອນເດີນທາງເຂົ້າມາຕັ້ງ ຖິ່ນຖານຢູ່ເມືອງແຟຣສໂນ ໃນລັດ
ຄາລິຟໍເນຍ ສະຫະລັດອາເມຣິກາ.
ຄໍາພາ ສຳເລັດປະລິນຍາຕີ ຝ່າຍພະຍາບານ ຫຼື Register Nurse ຈາກມະຫາວິ
ທະຍາໄລແຟຣສໂນ “Fresno State University.” ຫຼັງຈາກນັ້ນໄດ້ສືບຕໍ່ ການສຶກ
ສາຢູ່ມະຫາວິທະຍາໄລການແພດ ໂອຮາຍໂອ “Medical School Ohio University”
ເປັນເວລາສີ່ປີ ແລະສຳເລັດ ດັອກເຕີິການແພດ. ຝ່າຍ Osteopathic Medicine ທີ່
ພົວພັນກັບພະຍາດພາຍໃນ.
ປັດຈຸບັນນີ້ ດຣ. ຄຳພາ ເຮັດວຽກປົວຄົນປ່ວຍຢູ່ໂຮງໝໍ Adventist Health ຢູ່ເມືອງ
ແຟຣສໂນ ຢູ່ເຂດຊົນນະບົດຂອງສະຫະລັດ ຊຶ່ງ ດຣ. ຄຳພາ ໄດ້ອະ ທິບາຍເຖິງ
internal medicine ທີ່ປິ່ນປົວຄົນປ່ວຍ ອາຍຸແຕ່18 ປີ ຂຶ້ນໄປ ຈົນເຖິງຄົນແກ່ຊະລາ
ທີີ່ມີບັນຫາດ້ານເບົາຫວານ ຄວາມດັນເລືອດສູງ ບັນຫາໄຂມັນໃນຮ່າງກາຍເຫລົ່ານີ້
ເປັນຕົ້ນ ຊຶ່ງ ດຣ. ຄຳພາ ອະທິບາຍສູ່ຟັງດັ່ງນີ້:
ກ່ອນໜ້າ ດຣ. ຄຳພາ ໄດ້ມາເຮັດວຽກຢູ່ໂຮງໝໍ Adventist Hospital ທ່ານ ນາງມີ
ຄລິນິກປິ່ນປົວຄົນມີລາຍໄດ້ຕໍ່າ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ແລະມີຂີດຈຳ
ກັດດ້ານການຈ່າຍຄ່າປິ່ນປົວ. ທ່ານາງຕ້ອງໄດ້ເຮັດວຽກໜັກແຕ່ລາຍໄດ້ໜ້ອຍ ອັນ
ເປັນສາເຫດນຶ່ງທີ່ເຮັດໃຫ້ ດຣ ຄຳພາ ຕ້ອງໄດ້ປິດຄລິນິກ ແລະມາເຮັດວຽກໃຫ້ແກ່
ໂຮງໝໍເອກກະຊົນ ຊຶ່ງ ດຣ. ຄຳພາ ໄດ້ອະທິບາຍສູ່ຟັງດັ່ງນີ້:
ດຣ. ຄຳພາ ຍັງບໍ່ລົ້ມເລີກທີ່ຈະມີລິນິກເປັນຂອງຕົນເອງ ແລະມີແຜນທີ່ຈະເປີດຄືນ
ໃໝ່ໃນປີ 2023. ດຣ. ຄຳພາ ມີຄວາມເປັນຫ່ວງວ່າ ບັນດາຜູ້ເຖົ້າຄົນລາວ ແລະຊາວ
ໜຸຸ່ມ ບໍ່ມັກກວດສຸຂະພາບປະຈຳປີ ແລະພາກັນບໍ່ເອົາຫົວຊາຈົນມີອາ ການບໍ່ສະ
ບາຍແລ້ວ ຈຶ່ງຊອກຫາການປິ່ນປົວ ຊຶ່ງ ດຣ. ຄຳພາໄດ້ກ່າວກ່ຽວກັບເລື້ອງນີ້ວ່າ:
ດຣ. ຄຳພາ ເທບພະວົງ ໄດ້ກ່າວມ້ວນທ້າຍ ກ່ຽວກັບເອື້ອຍ ນ້ອງສາວ ແລະນ້ອງຊາຍ
ທີ່ສຳເລັດການສຶກສາຂັ້ນປະລິນຍາໂທ ປະລິນຍາຕີ ແລະອະນຸປະ ລິນຍາ ຊຶ່ງທຸກຄົນ
ຊ່ວຍຕົນເອງ. ນອກຈາກນັ້ນ ດຣ. ຄຳພາ ຍັງມີຄວາມເຊື່ອ ຖືດ້ານສາດສະໜາ ທີ່ໄດ້
ນຳພາທ່ານນາງມາສູ່ຜົນສຳເລັດດ້ານການສຶກສາດັ່ງນີ້:
ດຣ. ຄຳພາ ເທບພະວົງ ແມ່ນນັກສຶກສາທີ່ຮຽນເກັ່ງ ໄດ້ຮັບພາກສ່ວນທຶນການສຶກສາ
ແລະອີກສ່ວນນຶ່ງ ຕ້ອງໄດ້ກູ້ຢືມເງິນຈາກທະນາຄານ. ໂດຍສະເພາະດ້ານການແພດ|
ທີ່ຈະຕ້ອງໄດ້ໃຊ້ຈ່າຍຄ່າຮຽນທັງໝົດ ກາຍແສນໂດລາ ແລະບັດນີ້ ດຣ. ຄຳພາ ກຳລັງ
ໄດ້ຮັບໝາກຜົນ ຈາກຄວາມອົດທົນທີ່ໄດ້ຮຽນມາ.