ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຖິງ​ແມ່ນ ​ການ​ລະ​ບາດ​ຂອງ​ໂຄວິດ ຈະ​ເບົາ​ບາງ​ລົງ ແຕ່​ກໍ​ຍັງ​ມີ​ຄວາມ​ຮ້າຍ​ແຮງ​ຢູ່


ສິດຍາພິບານ ຈອນ ພຣະສະຫວັດ
ສິດຍາພິບານ ຈອນ ພຣະສະຫວັດ

ສິດຍາພິບານ ຈອນ ພຣະສະຫວັດ ອາຈານສອນສາດສະໜາຄຣິສ ທີ່​ເມືອງ​ສະ​ຕັອກ
​ຕັນ ໃນ​ລັດ​ຄາ​ລີ​ຟໍ​ເນຍ ເສຍ​ຊີ​ວິດ​ແລ້ວ ຮວມ​ອາ​ຍຸ​ໄດ້ 65 ປີ.

ສິດ​ຍາ​ພິ​ບານຈອນ ພ​ຣະ​ສະ​ຫວັດ ມີ​ໂບດ​ຊື່ວ່າ “ລາວຄຣິສຕຽນອາ​ລລາຍເຊີຈ ຢູ່ເມືອງ
ສະຕັອກຕັນ (Lao Christians alliance Church Stockton) ໃນລັດຄາລີຟໍເນຍ.
ທ່ານ​ແລະ​ພັນ​ລະ​ຍາ ໄດ້​ເຂົ້າ​ຮັບ​ການ​ປິ່ນ​ປົວ​ໂຄວິດ-19 ຢູ່​ທີ່ ໂຮງໝໍ ​ເມືອງຊາກຣາ
ເມັນໂຕ (Sacramento) ​ແຕ່​ກໍ​ຫາຍ​ດີ​ ແລະ​ອອກຈາກ ໂຮງໝໍກັບ​ໄປພັກຜ່ອນຢູ່ບ້ານ
ແລະເຮັດວຽກການຢ່າງເປັນປົກກະຕິ​ແລ້ວ.

ແຕ່ຫວ່າງສອງອາທິດທີ່ຜ່ານມານີ້ ​ສິດຍາພິບານ ຈອນ ພຣະສະຫວັດ ໄດ້ເລີ້ມ ມີີອາ
ການບໍ່ສະບາຍເຈັບທ້ອງ ແຕ່ບໍ່ໄດ້ກັບໄປໂຮງໝໍອີກ. ຕົກມາເຖິງ​ຕອນ​ເຊົ້າວັນທີ 25
ມີນາ ຍານາງຊານິຕາ ພຣະສະຫວັດ ຜູ້ເປັນພັນລະຍາ ໄດ້ຍິນສຽງ ສິດຍາພິບານ
ຈອນ ລົ້ມລົງຢູ່ໃນເຮືອນຄົວແລ້ວຮ້ອງໃຫ້ມາຊ່ວຍ. ລົດໂຮງໝໍມາຮັບເອົາ ​ສິດຍາພິ
ບານ ຈອນ ໄປໂຮງໝໍ ຫຼັງຈາກນັ້ນ ນຶ່ງຊົ່ວໂມງຕໍ່ມາ ສິດຍາພິບານຈອນ ​ກໍ​ໄດ້ເສຍ
ຊີວິດ ດັ່ງທີ່ຍານາງຊານິຕາ ໄດ້ກ່າວສູ່ວີໂອເອ ຟັງວ່າ:

​ສິດຍາພິບານ ຈອນ ພຣະສະຫວັດເກີດວັນທີ 10 ເດືອນ 9 1957 ຢູ່ນະຄອນຫຼວງວຽງ
ຈັນ. ເຂົ້າ​ມາຕັ້ງຖິ່ນຖານຢູ່ສະຫະລັດ ໃນປີ 1980 ຕໍ່ມາໄດ້ແຕ່ງງານກັບຍານາງຊານິ
ຕາ ມີລູກສາວສອງຄົນແລະລູກຊາຍຄົນນຶ່ງ. ​ສິດຍາພິບານຈອນ ເກີດຢູ່ໃນສັງຄົມພຸດ
ທະສາດສະໜາ ​ແຕ່ໄດ້ປ່ຽນມານັບຖືສາດສະໜາຄຣິສ ແລະ ເລີ້ມສອນສາດສະໜາ
ຄຣິສ ມາແຕ່ປີ 2011.

XS
SM
MD
LG