ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການສັ່ງອາຫານທາງອອນລາຍ ແບບປຸງແຕ່ງຢູ່ເຮືອນ ແລະບໍລິການສົ່ງເຖິງທີ່ ແມ່ນເປັນທີ່ນິຍົມຢູ່ໃນຕົວເມືອງ


ໝົກໜໍ່ໄມ້ ຫໍ່ດ້ວຍໃບຈໍາປາອ່ອນ.
ໝົກໜໍ່ໄມ້ ຫໍ່ດ້ວຍໃບຈໍາປາອ່ອນ.

ສະຖານະການດ້ານໂຄວິດ ຍັງເບິ່ງຄືວ່າບໍ່ມີທ່າທີຊິເບົາ​ບາງລົງ, ການໄປມາຫາ ສູ່ກັນຫຼືການດໍາລົງຊີວິດ ແມ່ນຍັງບໍ່ທັນເປັນປົກກະຕິ ແບບທີ່ເຄີຍເປັນປານໃດ ເຖິງວ່າຈະມີການເປີດປະເທດແລ້ວ ແລະມາດຕະການປ້ອງກັນພະຍາດໂຄວິດ-19 ເລີ້ມຜ່ອນຜັນແດ່ແລ້ວ, ແຕ່ກໍຍັງຕ້ອງເຝົ້າລະວັງຢູ່. ໃນເມື່ອຄວາມເປັນຢູ່ ຍັງຂຶ້ນຢູ່ກັບອາຫານ ແລະຄ່າຄອງຊີບ ຫຼາຍໆຄົນກໍມີຄວາມກັງວົນ ແຕ່ກໍຕ້ອງໄດ້ຫາວິທີທາງໃນການດໍາລົງຊີວິດ.

ອ່ອມບອນ ສູດດັ້ງເດີມຂອງຄອບຄົວ.
ອ່ອມບອນ ສູດດັ້ງເດີມຂອງຄອບຄົວ.

ປະຊາຊົນລາວທີ່ດໍາລົງຊີວິດຢູ່ໃນນະຄອນຫຼວງວຽງຈັນທ່ານນຶ່ງກ່າວໃຫ້ຟັງວ່າ “ທຸລະກິດຂອງເພິ່ນ ເລີ້ມເປີດຮັບການສັ່ງອາຫານມາຕັ້ງແຕ່ປີ 2006, ໂດຍເພິ່ນໄດ້ປະກອບທຸລະກິດດ້ານນີ້ ແບບຄອບຄົວ ເຊິ່ງເປັນທີ່ຍອມຮັບຂອງລູກຄ້າຫຼາຍ. ນັບຕັ້ງແຕ່ຊ່ວງກ່ອນໂຄວິດ ແລະໃນຊ່ວງທີ່ມີການລະບາດ ທຸລະກິດຂອງເພິ່ນກໍຍັງດໍາເນີນໄປແບບປົກກະຕິດີ. ເວົ້າລວມແລ້ວ ກໍເປັນລາຍໄດ້ເສີມສໍາລັບຄອບຄົວ, ແລະກໍສະດວກສະບາຍໃນການຂາຍ ເພາະບໍ່ໄດ້ຍາກໄປສົ່ງ ໂດຍເພິ່ນຈະມີ ຣາຍເດີ້ໄປສົ່ງໃຫ້ ແລະລາຄາອາຫານກໍບໍ່ແພງ ຣົດຊາດກໍຖືກປາກລູກຄ້າ,” ເຊິ່ງເພິ່ນໄດ້ກ່າວໃຫ້ຟັງດັ່ງນີ້:

“ແຕ່ງໃສ່ແພັກເກດສ໌ຮຽບຮ້ອຍ ໃສ່ກັບໃສ່ກ່ອງຮຽບຮ້ອຍ ມີຄົນສັ່ງເຂົ້າມາທາງເຟສບຸກ ເອື້ອຍກໍແຊັດຫາຣາຍເດີ້, ເຂົາເອົາຄ່າສົ່ງ ເອື້ອຍກໍເອົາແຕ່ຄ່າເຄື່ອງເອື້ອຍ ຈັ່ງຊີ້ນະ, ໝູ່ຂຶ້ນລາຄາ ເອື້ອຍບໍ່ໄດ້ຂຶ້ນ, ເພາະວ່າ ຢູ່ໄດ້ ເອົາພໍແຕ່ໄດ້ກິນ, ເຮັດທຸກຢ່າງບໍ່ໄດ້ແມ່ນເພື່ອຄວາມລໍ້າລວຍ ມີແຕ່ວ່າ ໄດ້ຂາຍ ໄດ້ກິນ ໄດ້ກໍາໄລເລັກໆນ້ອຍໆຈຸນເຈືອຄອບຄົວຫັ້ນ.”

ແຈ່ວບອງ ສູດດັ້ງເດີມຂອງຄອບຄົວ.
ແຈ່ວບອງ ສູດດັ້ງເດີມຂອງຄອບຄົວ.

ຖ້າຈະເວົ້າຕາມຄວາມເປັນຈິງແລ້ວ, ອາຫານຕາມສັ່ງ ແລະສົ່ງເຖິງທີ່ ແມ່ນກໍາລັງເປັນທີ່ນິຍົມຂອງລູກຄ້າຫຼາຍ, ເພາະຕັ້ງແຕ່ມີການລະບາດຂອງພະຍາດໂຄວິດມານີ້ ລູກຄ້າກໍໄປມາຍາກລໍາບາກ. ດັ່ງນັ້ນ ສິ່ງທີ່ຈະເຮັດໃຫ້ລູກຄ້າໃຊ້ບໍລິ ການ ແລະເຊື່ອໝັ້ນ ຕໍ່ການປຸງແຕ່ງອາຫານ ພ້ອມໃນການຈັດສົ່ງກໍຄື ເຮັດໃຫ້ລູກຄ້າໝັ້ນໃຈໃນຄວາມສະອາດ ແລະປອດໄພ, ເຊິ່ງເພິ່ນໄດ້ກ່າວໃຫ້ຟັງວ່າ:

“ກໍຄິດວ່າ ຄັນເຮົາເຮັດຂາຍນະ ເຮົາຕ້ອງໃຫ້ລູກຄ້າໝັ້ນໃຈວ່າ ກິນຂອງລາວລະຊິບໍ່ຕິດໂຄວິດບໍ ລາວເປັນໂຄວິດບໍ່ເນາະ, ຫຼືວ່າ ເຮັດເອຶ້ອຍກໍໃຊ້ມາດຕະການ ແບບວ່າເຮົາໃສ່ສົບມື ແລະປິດປາກຄັກແນ່, ເຮົາຕ້ອງໝັ້ນໃຈວ່າ ເຮົາບໍ່ໄດ້ເປັນຫຍັງ ບໍ່ໄດ້ໄປທົ່ວທີບ, ຫຼັກໆນິ ຫົວໃຈມັນນະຄືທຸກຢ່າງທີ່ເອື້ອຍເຮັດຂາຍກໍຄືໂຕເອງກິນ ຕ້ອງເອົາຄວາມສະອາດ ເອົາຄວາມຮັບປະກັນມາກ່ອນ ເພາະວ່າບໍ່ໄດ້ຂາຍ ເພາະເອື້ອນກິນເອງເດ.”

ຢ່າງໃດກໍຕາມ, ນອກຈາກຈະພະຍາຍາມສ້າງຄວາມເຊື່ອໝັ້ນໃຫ້ແກ່ລູກຄ້າແລ້ວ ສິ່ງສໍາຄັນທີ່ສຸດ ກໍຄິດເຖິງຄວາມປອດໄພ ແລະຜົນກະທົບອັນຍາວໄກ. ຖ້າຫຼາຍໆຄົນ ຫາກຊ່ວຍກັນຄວບຄຸມ, ການແຜ່ລະບາດຂອງພະຍາດກໍຈະຫຼຸດລົງ. ຮອດມື້ນັ້ນ ທຸກໆຄົນກໍຈະກັບມາໃຊ້ຊີວິດທີ່ເປັນປົກກະຕິຄືດັ່ງແຕ່ກ່ອນໄວຂຶ້ນ.

XS
SM
MD
LG