ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທາງການຈີນ ອະນຸຍາດໃຫ້ຂົນສົ່ງສິນຄ້າລາວ ໂດຍລົດໄຟລາວ-ຈີນ ໄດ້ພຽງ 3 ປະເພດຄື ແຮ່ເຫລັກ ຢາງພາລາ ແລະແປ້ງມັນຕົ້ນ


ລົດບັນທຸກສິນຄ້າ ຢູ່ ສປປ ລ່າວ ທີ່ລໍຖ້າຂ້າມຊາຍແດນໄປຈີນ.
ລົດບັນທຸກສິນຄ້າ ຢູ່ ສປປ ລ່າວ ທີ່ລໍຖ້າຂ້າມຊາຍແດນໄປຈີນ.

ທາງການຈີນ ອະນຸຍາດໃຫ້ຂົນສົ່ງສິນຄ້າລາວ ໂດຍລົດໄຟລາວ-ຈີນ ໄດ້ພຽງ 3 ປະ
ເພດຄື ແຮ່ເຫລັກ ຢາງພາລາ ແລະແປ້ງມັນຕົ້ນ ທັງຄ່າຂົນສົ່ງສິນຄ້າລາວກໍຍັງແພງ
ກວ່າຄ່າຂົນສົ່ງສິນຄ້າຈີນເຖິງ 3 ເທົ່າໂຕ ຊົງລິດ ໂພນເງິນມີລາຍ ງານຈາກບາງກອກ

ນັກທຸລະກິດການຄ້າຂາເຂົ້າຂາອອກໃນລາວ ເປີດເຜີຍວ່າ ທາງການຈີນໄດ້ປັບ
ຫລົດການອະນຸຍາດຂົນສົ່ງສິນຄ້າລາວໄປຈີນ ໂດຍລົດໄຟລາວ-ຈີນ ຈາກ 5 ປະ
ເພດລົງມາເປັນ 3 ປະເພດສິນຄ້າ ນັບຈາກເດືອນມັງກອນ 2022 ເປັນຕົ້ນມາ ໂດຍ
ສິນຄ້າລາວ 2 ປະເພດ ທີ່ທາງການຈີນບໍ່ອະນຸຍາດໃຫ້ຂົນສົ່ງໄປຈີນ ຄືຖ່ານໄມ້ ແລະ
ມັນຕົ້ນ ສ່ວນສິນຄ້າລາວ 3 ປະເພດ ທີ່ຈີນຍັງອະນຸຍາດໃຫ້ ຂົນສົ່ງໄປຈີນ ໂດຍລົດ
ໄຟລາວ-ຈີນ ໄດ້ຕໍ່ໄປກໍຄືແຮ່ເຫລັກ ຢາງພາລາ ແລະ ແປ້ງມັນຕົ້ນ ອັນເຮັດໃຫ້ສິນ
ຄ້າລາວສ່ວນຫຼາຍ ຍັງຕ້ອງຂົນສົ່ງ ໂດຍລົດຍົນ ທັງຍັງປະກົດດ້ວຍວ່າ ອັດຕາຄ່າຂົນ
ສົ່ງສິນຄ້າໂດຍລົດໄຟໃນລາວແພງກວ່າ ໃນຈີນເຖິງ 3 ເທົ່າໂຕ ຊຶ່ງກໍໄດ້ສົ່ງຜົນກະທົບ
ໂດຍຕົງຕໍ່ການແຂ່ງຂັນດ້ານລາ ຄາຂອງສິນຄ້າລາວໃນຈີນ ແຕ່ຖ້າຫາກວ່າມີການປັບ
ຫລົດຂົນສົ່ງສິນຄ້າໃນລາວ ໃຫ້ເທົ່າກັບໃນຈີນ ແລະເພີ້ມລາຍການສີນຄ້າລາວ ທີ່ຈະ
ສົ່ງໄປຈີນດ້ວຍແລ້ວ ຍອມຈະສົ່ງຜົນດີີຕໍ່ການສົ່ງສິນຄ້າລາວໄປຈີນ ແລະຕ່າງປະເທດ
ໄດ້ເພີ້ມຂຶ້ນ ດັ່ງທີ່ນັກທຸລະກິດການຄ້າຂາເຂົ້າ-ຂາອອກໃນລາວ ໄດ້ໃຫ້ການຢືນຢັນວ່າ:

“ລົດໄຟຫັ້ນມີແຕ່ວ່າຂຶ້ນມື້ນີ້ ມື້ອື່ນເຊົ້າກະຮອດແລ້ວຂຸນໝິງ 12 ຊົ່ວໂມງ ຖ້າ ສາມາດ
ຂົນສົ່ງປະເພດສິນຄ້າກະສິກຳຂອງລາວຜ່ານລົດໄຟໄດ້ແລ້ວ ບໍ່ວ່າສາລີ ໝາກເດືອຍ
ໝາກກ້ວຍ ໝາກໂມ ພືດອື່ນໆສາມາດໃສ່ລົດໄຟໄປໄດ້ ກະຈະ ເປັນການຫລຸດຜ່ອນ
ເຮັດໃຫ້ສິນຄ້າເຮົາຖືກລົງ ເຊັ່ນອັດຕາຄ່າຂົນສົ່ງຂອງລາວ ເຮົານີ້ນະ ຕໍ່ໂຕນ ຕໍ່ກິໂລ
ແມັດນັ້ນ ເພີ່ນໄລ່ 0.6ຈ້ອມ ສ່ວນລັດຖະບານຈີນ ເພີ່ນເກັບມີແຕ່ 0.2 ໃນເມື່ອເປັນຈັ່ງ
ຊັ້ນຫັ້ນໜາຂອງລາວເຮົານີ້ ເປັນຫຍັງບໍ່ເກັບ ຄືກັບຈີນ.”

ກ່ອນໜ້ານີ້ພະແນກໂຍທາທິການ ແລະຂົນສົ່ງ ແຂວງອຸດົມໄຊ ໄດ້ມີໜັງສືແຈ້ງ ການ
ໄປເຖິງບັນດາຜູ້ປະກອບການ ລົດບັນທຸກສິນຄ້າທີ່ຈະເດີນທາງຜ່ານຖະໜົນ ເລກ 13
ເໜືອ ເຂົ້າໄປໃນແຂວງອຸດົມໄຊ ເພື່ອຂົນສົ່ງສິນຄ້າໄປຍັງຊາຍແດນ ລາວ-ຈີນ ທີ່ດ່ານ
ບໍ່ເຕັນ ແຂວງຫຼວງນໍ້າທາ ຫຼືໄປຍັງຊາຍແດນລາວໄທທີ່ຂົວມິດ ຕະພາບລາວໄທ ໃນ
ແຂວງບໍ່ແກ້ວນັ້ນ ຕ້ອງລະງັບການເດີນທາງໄວ້ກ່ອນ ເປັນ ການຊົ່ວຄາວ ເນື່ອງຈາກ
ວ່າ ຍັງຄົງມີປະລິມານລົດບັນທຸກທີ່ຈອດລໍ ຂ້າມດ່ານ ບໍ່ເຕັນ ເພື່ອເຂົ້າໄປສົ່ງສິນຄ້າໃນ
ຝັ່ງຈີນຢູ່ເປັນຈຳນວນຫຼາຍ ຈຶ່ງເຮັດໃຫ້ມີລົດຕິດ ສະສົມ ຈາກໜ້າດ່ານບໍ່ເຕັນໄປຕາມ
ຖະໜົນ R-3a ແລະເລີຍ 3 ແຍກບ້ານາ ເຕີຍ ໄປຕາມຖະໜົນເລກ 13 ເໜືອໄປເຖິງ
ບ້ານປາງທອງ ເມືອງນາໝໍ້ ແຂວງ ອຸດົມໄຊ ຊຶ່ງກໍເຮັດໃຫ້ການຈາລະຈອນຕາມຖະ
ໜົນເລກ 13 ເໜືອຕິດຂັດຢ່າງ ໜັກ ແລະລົດບັນທຸກສິນຄ້າຕ້ອງຈອດລ່ຽງກັນເປັນໄລ
ຍະທາງຍາວກວ່າ 50 ກິ ໂລແມັດ ເພື່ອລໍການອະນຸຍາດຂ້າມຊາຍແດນໄປຈີນ.

ໂດຍສາເຫດທີ່ເຮັດໃຫ້ເກີດບັນຫາດັ່ງກ່າວ ກໍເພາະວ່າທາງການຈີນໄດ້ເພີ້ມ ຄວາມເ
ຂັ້ມງວດໃນການກວດສຸຂະພາບ ຂອງຄົນຂັບລົດບັນທຸກ ແລະກວດ ກາສິນຄ້າທຸກຊະ
ນິດຢ່າງລະອຽດ ທັງນີ້ເພື່ອສະກັດກັ້ນໄວຣັສໂຄວິດ-19 ບໍ່ໃຫ້ ມີການແຜ່ລະບາດຈາກ
ລາວເຂົ້າໄປໃນຈີນ ຈຶ່ງອະນຸຍາດໃຫ້ລົດບັນທຸກສິນຄ້າ ຈາກລາວເຂົ້າໄປຈີນໄດ້ພຽງ
150 ຄັນຕໍ່ມື້ເທົ່ານັ້ນ ໃນຂະນະທີ່ມີລົດບັນທຸກ ຂົນສົ່ງສິນຄ້າລາວໄປຈີນ ຫຼາຍກວ່າ
350 ຄັນ ຕໍ່ມື້ຈຶ່ງເຮັດໃຫ້ມີລົດບັນທຸກ ສິນຄ້າ ຕົກຄ້າງຢູ່ໃນລາວສະເລ່ຍ 200 ຄັນໃນ
ແຕ່ລະມື້.

ສ່ວນທ່ານຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການ ຄ້າຖະ
ແຫຼງຢືນຢັນວ່າທາງການລາວຈະເລັ່ງຂໍເປີດການເຈລະຈາກັບທາງການ ຈີນໃນໄວໆນີ້
ເພື່ອຂໍໃຫ້ພິຈາລະນາເປີດດ່ານຊາຍແດນລະຫວ່າງລາວ-ຈີນເພີ້ມ ຂຶ້ນ ເຊັ່ນດ່ານປາງໄຮ
ສາເຫີ ທີ່ເມືອງສິງ ໃນແຂວງຫຼວງນໍ້າທາກັບເມືອງຫລ້າ ໃນເຂດສິບສອງພັນນາ ດ່ານ
ລານຕຸ້ຍ ໃນແແຂງພົງສາລີ ກັບເມືອງຄຳໃນເຂດ ພູເອີ ແຂວງຢູນນານ ແລະການຂົນສົ່ງ
ສິນຄ້າທາງເຮືອໃນແລວແມ່ນໍ້າຂອງ ຊຶ່ງ ຈະເປັນອີກຊ່ອງທາງນຶ່ງ ທີ່ຈະລະບາຍສິນຄ້າ
ລາວໄປຈີນໄດ້ໄວຂຶ້ນ ຫາກບໍ່ສະ ນັ້ນແລ້ວກໍຈະຍ່ອມຈະສົ່ງຜົນກະທົບຕໍ່ການສົ່ງອອກ
ສີນຄ້າລາວໄປຈີນຢ່າງ ໜັກໜ່ວງ ໂດຍຄາດວ່າຈະມີສິນຄ້າຈາກແຂວງຫຼວງນໍ້າສົ່ງໄປ
ຈີນ 1,651,830 ໂຕນ ແຂວງພົງສາລີ 248,455 ໂຕນ ແຂວງໄຊຍະບຸລີ 195,650
ໂຕນ ແຂວງອຸດົມໄຊ 88,873 ໂຕນ ແລະ ແຂວງຫຼວງພະບາງ 24,586 ໂຕນ ໃນຊວງ
6 ເດືອນ ຕົ້ນປີ 2022 ນີ້.

XS
SM
MD
LG