ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານສະແຕັບເວິນ ແກ້ວຈັນທະຈອນ ນັກແຕ້ມ ແລະນັກທຸລະກິດ ຊື້ ຂາຍ ຮູບແຕ້ມ


ຮູບແຕ້ມ ທ່ານສະແຕັບເວິນ ແກ້ວຂັນທະຈອນ
ຮູບແຕ້ມ ທ່ານສະແຕັບເວິນ ແກ້ວຂັນທະຈອນ

ສະບາຍດີທ່່ານຜູ້ຟັງທີ່ເຄົາລົບ ໃນລາຍການຊິວິດຊາວລາວໃນຕ່າງແດນ ຂອງ
ວີໂອເອປະຈຳວັນພະຫັດມື້ນີ້ ທ່ານ​ຈະ​ໄດ້​ຟັງ​ການ​ໂອ້​ລົມກັບທ່ານສະແຕັບເວິນ
ແກ້ວຂັນທະຈອນ ຄົນອາເມຣິກັນເຊື້ອສາຍລາວ ທີ່​ເປັນ​ທັງນັກແຕ້ມ ແລະນັກທຸ
ລະກິດຊື້ຂາຍສິນລະປະ ຂອງນັກແຕ້ມທີີ່ມີຊື່ສຽງ ທີ່ເມືອງໂລ ລັດແມັສຊາຈູແຊັສ
ຊຶ່ງກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານສະແຕັບເວິນ ແກ້ວຂັນທະຈອນ
ທ່ານສະແຕັບເວິນ ແກ້ວຂັນທະຈອນ
ລິງໂດຍກົງ

ສິນລະປະການແຕ້ມ ຮູບປັ້ນ ແລະອື່ນໆ ແມ່ນຄວາມສີວິໄລດ້ານສິນລະ ປະຂອງ
ປະເທດອຸດສາຫະກຳ. ໂດຍສະເພາະຮູບແຕ້ມແມ່ນບັນທຶກຊີວິດການເປັນຢູ່ ໃນ
ສະໄໝຕ່າງໆ ກ່ອນວິວັດທະນາການ ສ້າງກ້ອງຖ່າຍຮູບ ອອກມາ. ນອກຈາກນັ້ນ
ອີກແລ້ວ ຮູບແຕ້ມຍັງສະແດງໃຫ້ເຫັນສີໄມ້ລາຍມື ຄວາມປານິີດຂອງການແຕ້ມທີ່
ບັນທຶກເອົາຮູບພາບຂອງແຕ່ລະຢ່າງນັ້ນໄວ້. ບັນດາຮູບແຕ້ມເຫລົ່ານີ້ ແຕ້ມດ້ວຍສີ
ນໍ້າມັນມີລາຄາແພງ ແລະເປັນສົມບັດທີ່ຖ່າຍທອດໄວ້ໃຫ້ແກ່ພວກລູກຫຼານ ຫຼືນຳໄປ
ຂາຍ ໃນເວລາທີ່ມີຄວາມຕ້ອງການ. ເພາະສະນັ້ນ ຄວາມເຂົ້າໃຈຢ່າງເລິກເຊິ່ງຂອງ
ຮູບແຕ້ມ ການມີຮູບແຕ້ມທີ່ສວຍສົດງົດງາມ ໄວ້ໃນບ້ານເຮືອນ ຈະສະແດງໃຫ້ເຫັນ
ເຖິງຖານະ ການສຶກສາ ແລະຄວາມເຂົ້າ ໃຈດ້ານສິນລະປະ.

ທ່ານສະແຕັບເວິນ ແກ້ວຂັນທະຈອນ, ປັດຈຸບັນອາຍຸ 52 ປີ ເກີດຢູ່ຄົງເຊໂດນ ເຂົ້າ
ມາຕັ້ງຖິ່ນຖານຢູ່ໃນ ສະຫະລັດອາເມຣິກາ ກັບຄອບຄົວໃນປີ 1979 ເວລານັ້ນອາຍຸ
ໄດ້ 12 ປີ. ທ່ານສຳເລັດອະນຸປະ​ລິນຍາຝ່າຍອອກແບບ ຈາກມະຫາວິ ທະຍາໄລ
ແດລຕາ ທີ່ເມືອງສະຕັອກຕັນ ​ໃນລັດຄາລິຟໍເນຍ. ທ່ານສະແຕັບເວິນ ແມ່ນ​ຄົນອາເມ
ຣິກັນເຊື້ອສາຍລາວ ທີ່ປະກອບວິຊາອາຊີບເປັນນັກແຕ້ມຊື້ ຂາຍ ແລະເກັບສະສົມ
ຮູບແຕ້ມ ຂອງບັນດານັັກແຕ້ມທີີ່ມີຊື່ສຽງທີ່ເປັນນັກແຕ້ມປະຂອງ ປະເທດຕາເວັນ
ຕົກ ຊຶ່ງທ່ານສະແຕັບເວິນ ໄດ້ອະທິບາຍເຖິງຄວາມສຳຄັນຂອງ ຮູບແຕ້ມສູ່ ວີໂອເອ
ຟັງດັ່ງນີ້:

ຢູ່ໃນລະບົບການສຶກສາຂອງປະເທດອຸດສາຫະກຳ ເຂົາເຈົ້າມີຫລັກສູດການຮຽນ ກ່ຽວ
ກັບສິນລະປະຕ່າງໆ ໂດຍສະເພາະປະຫວັດຄວາມເປັນມາຂອງຮູບແຕ້ມວ່າ ນັກແຕ້ມ
ທີ່ມີຊື່ສຽງນັ້ນແມ່ນໃຜ ຊື່ຫຍັງ ແຕ້ມຢູ່ໃນສະໄໝໃດ ເທັກນິກການແຕ້ມ ຂອງເຂົາເຈົ້າ
ນັ້ນແມ່ນຫຍັງ ແລະນີ້ແມ່ນຄວາມເຂົ້າໃຈກ່ຽວກັບ ສິນລະປະການ ແຕ້ມທີ່ຮ້ອງວ່າ
“arts appreciaton.” ຢູ່ຕາມບ້ານເຮືອນຜູ້ຮັ່ງມີ ຫ້ອງການຜູ້ ສຳຄັນ ແລະບໍລິສັດຮ້ານ
ຄ້າໃຫຍ່ໆ ຈະສັງເກດເຫັນຮູບແຕ້ມທີ່ງົດງາມ ຂອງນັກ ສິນລະປິນທີີ່ມີຊື່ສຽງ ແລະມີລາ
ຄາແພງ. ນັ້ນແມ່ນຊັບສົມບັດຢ່າງນຶ່ງຊຶ່ງທ່ານ ສະແຕັບເວິນ ໄດ້ອະທິບາຍກ່ຽວກັບຄວາມ
ແຕກຕ່າງລະຫວ່າງຮູບແຕ້ມ ທີ່ວາງ ຂາຍຢູ່ຕາມຮ້ານຄ້າທຳມະດາແລະຮູບແຕ້ມທີ່ປະ
ມູນຂາຍນັ້ນມີຄວາມແຕກຕ່າງ ກັນດັ່ງນີ້:

ຫ້ອງສະແດງຮູບແຕ້ມ ທ່ານສະແຕັບເວິນ ແກ້ວຂັນທະຈອນ
ຫ້ອງສະແດງຮູບແຕ້ມ ທ່ານສະແຕັບເວິນ ແກ້ວຂັນທະຈອນ

ທ່ານສະແຕັຍເວິນ ອາດເປັນຄົນອາເມຣິກັນເຊື້ອສາຍລາວຄົນທຳອິດ ທີ່ມີຮ້ານສະ
ແດງຊື້ແລະຂາຍຮູບແຕ້ມ ຫຼືກາເລີຣີ ເປັນຂອງຕົນເອງ ທ່ານສະແຕັບເວີນ ໄດ້ກ່າວ
ມ້ວນທ້າຍສູ່ ວີໂອເອ ຟັງດັ່ງນີ້:Mr. Stephen act 3 1:40 mn

ທ່ານສະແຕັບເວິນ ແກ້ວຂັນທະຈອນ ແມ່ນຄົນອາເມຣິກັນເຊື້ອສາຍລາວອີກ​ຜູ້ນຶ່ງ
ທີ່ປະສົບຜົນສຳເລັດການສຶກສາ ແລະທຸລະກິດການຄ້າ ດ້ານສິນລະປະຮູບ ແຕ້ມ
ຢູ່ເມືອງໂລ ລັດແມັສຊາຈຸແຊັສ ຕັ້ງຢູ່ທາງພາກຕາເວັນອອກຂອງສະຫະ ລັດ.

XS
SM
MD
LG