ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວໂປແລນເຊື້ອສາຍລາວ ອາສາສະໝັກຊ່ວຍລັດຖະບານທ້ອງຖິ່ນ ຕ້ອນ​ຮັບອົບພະຍົບຢູເຄຣນ


ຊາວອົບພະຍົບຢູເຄຣນ ຫລົບໜີຈາກການຮຸກຮານຂອງຣັດເຊຍ ກຳລັງລຽນແຖວ ຂໍນໍ້າເບີບັດປະ​ຈຳໂຕ ຂອງປະເທດໂປແລນ ທີ່ເມືອງ Olsztyn ໂປແລນ ວັນທີ 16 ມີນາ 2022.
ຊາວອົບພະຍົບຢູເຄຣນ ຫລົບໜີຈາກການຮຸກຮານຂອງຣັດເຊຍ ກຳລັງລຽນແຖວ ຂໍນໍ້າເບີບັດປະ​ຈຳໂຕ ຂອງປະເທດໂປແລນ ທີ່ເມືອງ Olsztyn ໂປແລນ ວັນທີ 16 ມີນາ 2022.

ສົງຄາມລະຫວ່າງ ຢູເຄຣນ ກັບຣັດເຊຍ ໄດ້ດຳເນີນມາໄດ້ກວ່ານຶ່ງເດືອນແລ້ວ ແລະ
ຍັງບໍ່ມີຮ່ອງຮອຍວ່າ​ຈະ​ມີການຢຸດຍິງ. ຊາວຢູເຄຣນປະມານ 3 ລ້ານກວ່າ ຄົນໄດ້ພາ
ກັນອົບພະຍົບຫຼົບໜີີໄປຂໍລີ້ໄພຢູ່ປະເທດໂປແລນ ຊຶ່ງ​ເປັນເພື່ອນບ້ານ ແລະອີກຫຼາຍ
ແສນຄົນ ​ກໍພາກັນໄປຂໍລີ້ໄພ ຢູ່ປະເທດເພື່ອນບ້ານ ​ໃກ້ຄຽງອື່ນໆ.

ໂປແລນ ໄດ້ເປີດອ້ອມແຂນຕ້ອນຮັບເອົາອົບພະຍົບ​ຊາວຢູເຄຣນ ຫຼາຍກວ່າປະເທດ
ອື່ນໆ ດ້ວຍຄວາມເຫັນອົກເຫັນໃຈ. ທ່ານບຸນຕິ ທຳ ຊຶ່ງເປັນຊາວໂປແລນເຊື້ອສາຍ
ລາວຄົນນຶ່ງ ຢູ່ເມືອງກາໂຕວິແຊ (Katowice) ກ່າວວ່າ ທ່ານໄດ້ອາ ສາສະໝັກ ໄປ
ຊ່ວຍລັດຖະບານທ້ອງຖິ່ນເພື່ອໃຫ້ການບໍລິການແກ່ພວກອົບພະ ຍົບຢູເຄຣນ ດັ່ງທ່ານ
ບຸນຕິ ທຳ ໄດ້ເລົ່າສູ່ວີໂອເອ ຟັງດັ່ງນີ້:

ຢູ່ໃນບັນດາອົບພະຍົບ ມີຊາວຢູເຄຣນເຊື້ອສາຍລາວ ປະປົນຢູ່ນຳ ແຕ່ບໍ່ຫຼາຍ ແລະບໍ່
ສາມາດບອກໄດ້ວ່າ ໄປຕົກຢູ່ໃສ. ທ່ານບຸນຕິ ທຳ ເຄີຍໄດ້ຕິດຕໍ່ ແລະ ໄດ້ໂອ້ລົມນຳເຂົາ
ເຈົ້າ ແລະບັດນີ້ໄດ້ຂາດການຕິດຕໍ່.

ຫຼາຍປະເທດຢູໂຣບ ໄດ້ຮັບເອົາຊາວອົບພະຍົບຢູເຄຣນເຂົ້າໄປຕັ້ງຖິ່ນຖານໃໝ່ ຢູ່ໃນ
ປະເທດຂອງເຂົາເຈົ້າ. ຊາວຢູເຄຣນສ່ວນຫຼາຍມີຄວາມຫວັງ ທີ່ຈະກັບຄືນເມືອບ້ານເກີດ
ເມືອງນອນ​ຂອງ​ເຂົາ​ເຈົ້າ. ສ່ວນຢູ່ສະຫະລັດ ປະທານາທິບໍດີໂຈ ໄບເດັນ ໄດ້ປະກາດທີ່
ຈະຮັບເອົາອົບພະຍົບຢູເຄຣນ 100,000 ຄົນ ເຂົ້າມາຕັ້ງ ຖິ່ນຖານຢູ່ໃນສະຫະລັດ.

XS
SM
MD
LG