ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລິບານ ໄດ້ສັ່ງຫ້າມ ການອອກອາກາດລາຍການຂ່າວຂອງ VOA ແລະຂອງອົງການຂ່າວ BBC


ພາບໜ້າຈໍ ຂອງເວັບໄຊທ໌ VOA ພາກພາສາພາສໂຕ, ເມື່ອວັນທີ 27 ມີນາ 2022.
ພາບໜ້າຈໍ ຂອງເວັບໄຊທ໌ VOA ພາກພາສາພາສໂຕ, ເມື່ອວັນທີ 27 ມີນາ 2022.

ກຸ່ມຕາລິບານ ໄດ້ສັ່ງຫ້າມບໍ່​ໃຫ້ສະຖານີໂທລະພາບເອກະຊົນ​ໃນ​ອັ​ຟ​ກາ​ນິ​ສ​ຖານ ​ອອກ​ອາ​ກາດ ​ລາຍ​ການ​ຂອງສຽງອາເມຣິກາ (VOA) ແລະ​ລາຍ​ການ ຂອງ​ອົງ​ການຂ່າວ BBC ຂອງອັງກິດ.

ການຫ້າມດັ່ງກ່າວ ຖືເປັນຂໍ້ຈໍາກັດຫຼ້າສຸດຂອງກຸ່ມອິສລາມຫົວ​ຮຸນ​ແຮງ ທີ່ໄດ້ບັງຄັບສື່ມວນຊົນອັຟການິສຖານຕັດ​ຮອນສິດເສລີພາບຂອງການນໍາສະເໜີຂ່າວ ນັບຕັ້ງແຕ່ການເຂົ້າມາປົກຄອງປະເທດ ໃນເດືອນສິງຫາຂອງປີແລ້ວນີ້.

ອົງການຂ່າວສຽງອາເມຣິກາ ຫຼື VOA, ເຊິ່ງມີສໍານັກງານໃຫຍ່ຕັ້ງຢູ່ໃນນະຄອນ ຫຼວງວໍຊິງຕັນໄດ້ຕ້ອງຕິກຸ່ມຕາລິບານໃນທັນທີ ​ທີ່​ໄດ້​ສັ່ງ​ໃຫ້​ຢຸດການອອກອາກາດ ລາຍການຕ່າງໆຂອງ VOA.

“ພວກເຮົາໄດ້ຂໍໃຫ້ກຸ່ມຕາລິບານຈົ່ງພິຈາລະນາຄືນ​ໃໝ່ເຖິງການຕັດສິນໃຈ​ທີ່​ເປັນບັນ​ຫາ ແລະບໍ່​ເປັນ​ຈັ່ງ​ໂຊກນີ້,” ທ່ານນາງໂຢລານດາ ໂລເປສ (Yolanda Lopez), ຜູ້ບໍລິຫານຊົ່ວຄາວຂອງ VOA ກ່າວຢູ່ໃນຖະແຫຼງການໃນມື້ວັນອາ ທິດວານນີ້. “ເນື້ອຫາຂອງຂໍ້ຈໍາກັດທີ່ກຸ່ມຕາລິບານພະຍາຍາມກໍານົດນັ້ນ ແມ່ນຕໍ່ຕ້ານອິດ​ສະ​ຫຼະ​ພາບ​ໃນການປາກເວົ້າ ຂອງປະຊາຊົນຊາວອັຟການິສຖານທີ່ຄວນຈະໄດ້ຮັບ,” ທ່ານນາງໂລເປສ ກ່າວ.

ການອອກອາກາດຂອງລາຍການສຽງອາເມຣິກາ ແມ່ນໃຊ້ເວລາຢູ່ເຄິ່ງຊົ່ວໂມງໃນການນໍາສະເໜີຂ່າວໃນພາສາພາສໂຕ (Pashto) ແລະດາຣີ (Dari), ເຊິ່ງເປັນສອງພາສາຫຼັກໆ ທີ່ເວົ້າຢູ່ໃນອັຟການິສຖານໃນ 5 ມື້ຕໍ່ອາທິດ ສໍາລັບຄູ່ຮ່ວມອັຟການິສຖານ, ອົງ​ການຂ່າວ ໂຕໂລ ແລະໂທລະພາບ ຊາມເຊດ (Shamshad TV).

ທ່ານນາງໂລເປສ ໄດ້ກ່າວເສີມວ່າ “ໃນຂະນະທີ່ພວກເຮົາຜິດຫວັງ ແລະເສຍໃຈໃນຄໍາສັ່ງຂອງກຸ່ມຕາລິບານທີ່ມີຕໍ່ຄູ່ຮ່ວມທາງໂທລະພາບຂອງພວກເຮົາໃນປະເທດດັ່ງກ່າວນັ້ນ, ຄວາມມຸ້ງໝັ້ນຂອງພວກເຮົາໃນການໃຫ້ຂໍ້ມູນຂ່າວສານທີ່ເປັນຄວາມຈິງແກ່ປະຊາຊົນຂອງປະເທດອັຟການິສຖານ ເປັນສິ່ງນຶ່ງທີ່ VOA ຈະຍັງຄົງດໍາເນີນຕໍ່ໄປທາງໂທລະພາບ, ວິທະຍຸ ແລະອິນເຕີເນັດເວັບໄຊທ໌ www.pashtovoa.com ແລະ www.darivoa.com ຕະຫຼອດຮອດສື່ສັງຄົມອອນລາຍ.”

ຫົວໜ້າຝ່າຍບໍລິຫານດ້ານພາສາຂອງອົງການຂ່າວ BBC World ກໍຍັງໄດ້ຮຽກຮ້ອງໃຫ້ກຸ່ມຕາລິບານ ຈົ່ງຍົກເລີກຂໍ້ຈໍາກັດດັ່ງກ່າວ ໃນທັນທີ.

“ການອອກຂ່າວທາງໂທລະພາບຂອງ BBC ພາກພາສາພາສໂຕ, ເປີເຊຍ ແລະອຸສເບັກກິສຖານ ໄດ້ຖືກຕັດອອກຈາກການອອກອາກາດໃນອັຟການິສຖານ ລຸນຫຼັງທີ່ກຸ່ມຕາລິບານ ໄດ້ມີຄໍາສັ່ງໃຫ້ຄູ່ຮ່ວມໂທລະພາບ ຂອງພວກເຮົາ ໃຫ້ຖອດຜູ້ປະກາດຂ່າວນານາຊາດຫຼາຍຄົນ ອອກຈາກລາຍການກະຈາຍສຽງຂອງພວກເຂົາ,” ທ່ານຕາລິກ ຄາຟາລາ (Talik Kafala) ກ່າວຢືນຢັນ ກ່ຽວກັບຖະ ແຫຼງການດັ່ງກ່າວ ໃນມື້ວັນອາທິດວານນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG