ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີ​ໂອ​ເອ​ລາວ ລົມ​ກັບທ່ານຕຸ່ນ ອິນສີຊຽງໃໝ່ ຄົນຂັບລົດລີມູຊີນ ຢູ່​ເມືອງ​ມີ​ນີ​ອາ​ໂປ​ລິ​ສ


ທ່ານຕຸ່ນ ອິນສີຊຽງໃໝ່ ຄົນຂັບລົດລີມູຊີນ ຂອງ​ບໍ​ລິ​ສັດ​ແບ​ລັກ​ທາຍ.
ທ່ານຕຸ່ນ ອິນສີຊຽງໃໝ່ ຄົນຂັບລົດລີມູຊີນ ຂອງ​ບໍ​ລິ​ສັດ​ແບ​ລັກ​ທາຍ.

ສະບາຍດີທ່່ານຜູ້ຟັງທີ່ເຄົາລົບ ໃນລາຍການຊຸມຊົນລາວ ໃນຕ່າງແດນ ຂອງວີໂອເອ
ປະຈຳວັນພະຫັດມື້ນີ້ ເຮົາຈະນຳເອົາ ການໂອ້ລົມ ກັບ ທ່ານຕຸ່ນ ອິນສີຊຽງໄໝ່ ຄົນ
ຂັບລົດລີມູຊີນ (limousine) ຊຶ່ງແມ່ນລົດເກງຫຼູ​ຫຼາ ກວ້າງໃຫຍ່ແລະຍາວ ສຳລັບຂົນ
ສົ່ງຜູ້ໂດຍສານຄົນສຳຄັນ ຢູ່ທີ່ນະຄອນມິນິອາໂປລິສ ລັດມິເນໂຊຕາ ​ມາ​ສະ​ເໜີ​ທ່ານ
ໂດຍ ກິ່ງສະຫວັນ.

ລົດລີມູຊີນ (Limousine) ມີຢູ່ຫຼາຍຂະໜາດ ແລະຫຼາຍຊະນິດ ສາມາດຂົນສົ່ງຜູ້
ໂດຍສານໄດ້ຈາກນຶ່ງຄົນຫາສິບຄົນ. ບັນດາຜູ້ໃຊ້ລົດລີມູຊີນສ່ວນຫຼາຍ ແມ່ນບຸກຄົນ
ສຳຄັນ ເຊັ່ນວ່າ ດາຣາ ນັກທຸລະກິດ ຫົວໜ້າບໍລິສັດ ແລະຜູ້ມີເງິນຈ່າຍທັງ​ຫຼາຍເຫຼົ່າ
ນີ້ເປັນຕົ້ນ. ນອກຈາກນັ້ນແລ້ວລົດລີມູຊີນມັກນິຍົມໃຊ້ກັນຢູ່ໃນ ພິທີອັນມີກຽດຕ່າງໆ
ເຊັ່ນການແຕ່ງງານແລະພິທີແຫ່ສົ່ງສະການເຫຼົ່ານີ້ເປັນຕົ້ນ.

ຄົນຂັບລົດລິມູຊີນຕ້ອງມີຄຸນສົມບັດໃນການນຸ່ງຖື ການປາກເວົ້າເປັນພິເສດເພື່ອ
ປະຕິບັດໜ້າທີ່ໃຫ້ສົມກຽດເຊັ່ນວ່ານຸ່ງເຄື່ອງໃຫ້ສຸພາບຮຽບຮ້ອຍຢູ່ສະເໝີ ນຸ່ງຊຸດ
ສາກົນສີດຳ ມັດກາຣະວັດ ແລະຮັບໃຊ້ແຂກ ດ້ວຍກິລິຍາພ້ອມໃບໜ້າຍີ້ມແຍ້ມ
ແຈ່ມໃສ.ລົດລິມູຊີນ ແຕ່ລະຄັນມີລະຄາແພງລະຫວ່າງ 66,000 ໂດລາ ຂື້ນໄປ
ຮອດ 100,000 ໂດລາ ແລະກໍມີຫຼາຍຊະນິດໃຫ້ເລືອກໃຫ້ເໝາະສົມກັບສະ
ພາບການ.

ບໍລິສັດແບລັກທາຍ ລິມູຊີນ (Black Tie Limousine) ແມ່ນຄົນອາເມຣິກັນ
ເຊື້ອສາຍລາວເປັນເຈົ້າຂອງ ທີ່ມີສັນຍາຈ້າງກັບໂຮງແຮມ JW Hotel
Marriott ແລະບໍລິການແຫ່ງອື່ນໆ ຊຶ່ງທ່ານຕຸ່ນ ຄົນຂັບລົດລີມູຊີນໄດ້ກ່າວເຖິງ
ໜ້າທີ່ວຽກງານປະຈຳວັນສູ່ ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

ການຮັບໃຊ້ຂົນສົ່ງແຂກພັກເຊົາຢູ່ໂຮງແຮມນັ້ນ ມີບໍ່ຂາດໄລຍະ. ບັນດາແຂກເຫຼົ່າ
ນີ້ຕ້ອງໄດ້ຈອງໄວ້ກ່ອນລວງໜ້າ ຊຶ່ງທ່ານຕຸ່ນໄດ້ອະທິບາຍເຖິງການບໍລິ ການ ແລະ
ລາຍໄດ້ສຸູ່ຟັງດັ່ງນີ້:

ລິງໂດຍກົງ

ແບລັກທາຍລີມູຊີນ (Black Tie Limousine) ມີຄວາມໝາຍເປັນພາສາລາວ ວ່າ
“ລີມູຊີນ ໂບດຳ” ເປັນທຸລະກິດຊອງ ຄົນອາເມຣິກັນເຊື້ອສາຍລາວ ທີ່ໄດ້ບໍ ລິການ
ມາໄດ້ເກືອບສິບປີແລ້ວແລະກໍເປັນທຸລະກິດທີ່ມີຄວາມຮຽກຮ້ອງຕ້ອງການ ຢູ່ຕະ
ຫຼອດໂດຍສະເພາະໃນລະດູບານໃໝ່ ດັ່ງທີ່ທ່ານຕຸ່ນ ອະທິບາຍຕໍ່ໄປວ່າ:

ລິງໂດຍກົງ

ບໍລິສັດລົດລິມູນຊີນ ມີຫຼາຍບໍລິສັດ ທີ່ບໍລິການຂົນສົ່ງຮັບໃຊ້ສາທາລະນະ ແລະມີ
ການປະສານງານກັນ ກັບບໍລິສັດລີມູຊີນ ຢູ່ໃນເຂດດຽວກັນ ໂດຍທີ່ບໍ່ໄດ້ແຂ່ງ ຂັນກັນ.
ບາງຄັ້ງບາງຄາວ ຖ້າຫາກວ່າ ບໍລິສັດນຶ່ງມີຄວາມຮຽກຮ້ອງຕ້ອງການ ຫຼາຍກວ່າຈົນ
ຮັບມືບໍ່ໄດ້ນັ້ນ ເຂົາເຈົ້າຈະຮ້ອງຫາເພື່ອນ ເຂົ້າມາຊ່ວຍກັນ ດັ່ງທີີ່ທ່ານຕຸ່ນ ກ່າວເຖິງ
ຕອນນີ້ວ່າ:

ລິງໂດຍກົງ

ວຽກການເປັນຄົນຂັບລົດລີມູຊີນ ເປັນວຽກທີ່ບໍ່ຂາດໄລຍະ ແລະມີວຽກໃຫ້ເຮັດຢູ່
ຕະຫຼອດປີ. ເປັນວຽກສະບາຍ ພ້ອມທັງໄດ້ເງິນຫຼາຍ ແຕ່ວ່າຜູ້ປະກອບວິຊາອາ ຊີບ
ດັ່ງກ່າວນີ້ ຕ້ອງໄດ້ເອົາຄວາມຮັບຜິດຊອບ ຂອງໜ້າວຽກ ຕາມກຳນົດເວລາ ຄວາມ
ຕ້ອງການ ຂອງພວກລູກຄ້າ ນັ້ນກໍຄື ຂາດການບໍ່ໄດ້. ຫຼາຍໆຄັ້ງເຂົາເຈົ້າ ຕ້ອງໄດ້
ເຮັດວຽກເຖິງເຈັດມື້ ສົມດັ່ງທີ່ໄດ້ເງິນ ຊຶ່ງທ່ານຕຸ່ນ ໄດ້ກ່າວມ້ວນທ້າຍ ສູ່ ວີໂອເອ
ຟັງດັ່ງນີ້”

ທ່ານຕຸ່ນ ອີນສີຊຽງໃໝ່ ມັກຮັກວຽກງານ ເປັນຄົນຂັບລົດລີມູຊີນ ພໍໃຈກັບລາຍໄດ້
ແຕ່ລະປີ. ທ່ານຕຸ່ນຈະດຳເນີນວຽກນີ້ຕໍ່ໄປຢ່າງບໍ່ມີກຳນົດ. ນີ້ແມ່ນວິຊາອາຊີບ ຢ່າງ
ນຶ່ງຂອງຄົນອາເມຣິກັນເຊື້ອສາຍລາວທີ່ສ້າງລາຍໄດ້ມາສູ່ຄອບຄົວແລະເສດຖະກິດ
ສະຫະລັດ ຢ່າງໜ້າສັນລະເສີນ.

XS
SM
MD
LG