ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ສ​ປ​ຊ ກ່າວຕໍ່ຣັດເຊຍ ແລະຢູເຄຣນວ່າ ​ມັນ​ເຖິງ​ເວ​ລາ​ແລ້ວ ສຳ​ລັບການເຈລະຈາ ​ເພື່ອ​ຍຸ​ຕິສົງຄາມ 'ທີ່​ບໍ່​ສາ​ມາດ​ເອົາ​ຊະ​ນະໄດ້' 


ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນິໂອ ​ກູເຕເຣັສກ່າວ
ໃນວັນອັງຄານວານນີ້ວ່າ ສົງຄາມທີ່ “ບໍ່ສາ​ມາດ​ເອົາຊະນະ​ໄດ້” ໃນຢູເຄຣນ “ຈະບໍ່
ມາຮອດໃສ” ແລະເຖິງເວລາແລ້ວ ທີ່ທຸກພັກຝ່າຍມາເຈລະຈາກັນເພື່ອຢຸດຍິງ.

ທ່ານ​ກູເຕເຣັສ ກ່າວຕໍ່ບັນດານັກຂ່າວ ຢູ່ທີ່​ສຳ​ນັກ​ງານໃຫຍ່ສະຫະປະຊາຊາດ ວ່າ
“ຈາກການເຂົ້າຫາບັນດາຜູ້ພົວພັນຕ່າງໆ ຄວາມຄືບໜ້າຂອງ​ອົງ​ປະ​ກອບທາງການ
ທູດ ກຳລັງເຜີຍ​ໃຫ້ເຫັນພາບກ່ຽວ​ກັບ​ຫຼາຍໆ​ບັນ​ຫາທີ່ສຳຄັນ ມີພຽງ ພໍຢູ່ເທິງໂຕະ
ເພື່ອຈະ​ຍຸຕິ​ການ​ເປັນ​ປໍ​ລະ​ປັກ ໃນເວ​ລານີ້. ແລະ​ທຳ​ການເຈລະ ຈາກັນຢາງຈິງຈັງ
ດຽວນີ້.”

ທ່ານບໍ່ໄດ້ໃຫ້ລາຍລະອຽດໃດໆກ່ຽວກັບວ່າ ອາດຈະມີໂອກາດຕົກ​ລົງ​ກັນ​ໄດ້ລະ
ຫວ່າງທຸກພັກຝ່າຍ ຕໍ່ບັນຫາສຳຄັນໆ ຫຼືຜູ້ໃດທີ່ຈະ​ເປັນ​ຜູ້​ໄກ່​ເກ່ຍຈາກ​ຈຳ​ນວນ​
ຫຼາຍໆ​ຄົນ​ທີ່​ອາດ​ຈະ​ເປັນ​ນັ້ນ. ແຕ່ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ
ເຊີເລັນສ໌ກີ ໄດ້ປະຖິ້ມຄຳຮຽກຮ້ອງທີ່ສຳຄັນໃນ​ໄລ​ຍະບໍ່ເທົ່າໃດມື້​ທີ່​ຜ່ານ​ມາວ່າ
ຢູເຄຣນຍັງ​ມີສິດເຂົ້າຮ່ວມ​ອົງ​ການເນໂ​ຕ້ ໃນຂະນະທີ່ເທິກີ ແລະອິສຣາແອລ ​ແມ່ນ
​ຮວມ​ຢູ່​ໃນບັນດາ​ປະ​ເທດ​ທີ່​ອາດ​ຈະ​ເປັນຜູ້ໄກ່ເກ່ຍນັ້ນ.

ທ່ານ​ກູເຕເຣສ ຜູ້ທີ່​ມັກເວົ້າອອກມາ​ສະ​ເໝີກ່ຽວກັບສົງຄາມ ແລະລະ​ບຸຊື່ຣັດເຊຍວ່າ
ເປັນຜູ້ຮຸກຮານນັ້​ນ ກ່າວວ່າ ປະຊາຊົນຊາວຢູເຄຣນ ​ພວມ “ທົນ​ທຸກ​ທໍ​ລະ​ມານຄື​ກັນ
​ກັບຢູ່​ໃນນາລົກ” ນັບແຕ່ມົສກູໄດ້ເລີ້ມ “ການບຸກ​ໂຈມ​ຕີຄັ້ງໃຫຍ່” ເກືອບນຶ່ງເດືອນ
ທີ່ຜ່ານມາ.

“ການຖີ້ມລະເບີດຢ່າງ​ເປັນ​ລະ​ບົບ ທີ່​ສ້າງ​ຄວາມ​ຢ້ານ​ກົວ​ໃຫ້ພົນລະເຮືອນ. ການຍິງ
ໃສ່ໂຮງໝໍຕ່າງໆ ໂຮງຮຽນ ອາຄານທີ່ພັກພາອາໄສແລະບ່ອນລີ້ໄພ” ທີ່ທ່ານ ເວົ້າ​ວ່າ
ໄດ້ບັງຄັບໃຫ້ປະ​ມານ 10 ລ້ານຄົນ ຕ້ອງຫລົບໜີ​ໄປຈາກບ້ານເຮືອນເຂົາເຈົ້າ ແລະ
ແມ່ນ​ກະ​ທັງອອກ​ຈາກປະເທດ​ໄປ.

ຫົວໜ້າອົງການສະຫະປະຊາຊາດ ໄດ້ປະກາດ ໃນວັນອັງຄານວານນີ້ວ່າ “ການ​ສືບ​
ຕໍ່​ເຮັດສົງຄາມໃນຢູເຄຣນ ແມ່ນເປັນທີ່ຮັບເອົາບໍ່ໄດ້ ທາງ​ດ້ານ​ສິນ​ທຳ ປົກ​ປ້ອງ​ບໍ່​ໄດ້
​ທາງດ້ານການເມືອງ ແລະໄຮ້​ສາ​ລະ​ທາງ​ດ້ານການທະຫານ.”

ທ່ານໄດ້ຊີ້ໃຫ້​ເຫັນ​ເຖິງການ​ປິດ​ລ້ອມຂອງຣັດເຊຍ ຢູ່ເມືອງ​ທ່າມາຣີ​ອູໂປລ ທາງພາກ
ໃຕ້​ຂອງ​ຢູ​ເຄ​ຣນ ທີ່ໄດ້ທົນທຸກ​ມາ​ໄດ້ຫຼາຍອາທິດແລ້ວ​ຈາກການຍິງຖະຫຼົ່ມ ແລະຖີ້ມ
ລະເບີດ ແລະ​ທ່ານກ່າວວ່າ ​ເຖິງ​ແມ່ນ​ມັນ​ຈະ​ແຕກ ປະເທດ​ດັ່ງ​ກ່າວ​ກໍບໍ່ສາມາດ “​ຢຶດ
ຄອງເມືອງຕໍ່ເມືອງ ຖະໜົນຕໍ່ຖະໜົນ ເຮືອນຕໍ່ເຮືອນ.”

ທ່ານກູເຕເຣສ ໄດ້ເຕືອນວ່າ “ສົງຄາມດັ່ງກ່າວນີ້ ເອົາຊະນະບໍ່ໄດ້. ໃນບໍ່ຊ້າ ຫຼື ໄວ
ມັນຈະຕ້ອງຍ້າຍ​ຈາກສະໜາມລົບ ໄປຫາໂຕະສັນຕິພາບ. ນັ້ນເປັນທີ່ຫລີກ ລ່ຽງບໍ່ໄດ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG