ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຄົນຝຣັ່ງເຊື້ອສາຍລາວ ​ແມ່ນຮວມໃນພວກນັກຮຽນ ທີ່ຍັງປະເຊີນ​ໜ້າ ກັບໂຄວິດ-19 ຢູ່ທາງພາກເໜືອຂອງປະເທດ


ໂອໄມຄຣອນ ຝຣັ່ງ
ໂອໄມຄຣອນ ຝຣັ່ງ

ທ່າມກາງບັນຍາກາດ ຂອງລະດູບານໃໝ່ ແລະອາກາດກຳລັງເລີ້ມອົບອຸ່ນຂຶ້ນ. ຫວ່າງ
ບໍ່ເທົ່າໃດອາທິດທີ່ຜ່ານມານີ້ ບັນດາປະເທດຢູໂຣບ ໄດ້ປະກາດໃຫ້ປະຊາ ຊົນວ່າບໍ່ມີ
ຄວາມຈຳເປັນທີ່ຈະຕ້ອງໃສ່ໜ້າກາກຢູ່ຕາມສະ​ຖານ​ທີ່​ສາ​ທາ​ລະ​ນະຕໍ່ໄປອີກແລ້ວ ຍົກ
ເວັ້ນຢູ່ໃນລົດໄຟໃຕ້ດິນ ແລະລົດເມເ​ທົ່າ​ນັ້ນ.

ໃນຂະນະດຽວກັນນີີ້ຢູ່ທີ່ເມືອງແອັກກີ (Erguy) ​ຊຶ່ງ​ເປັນເມືອງນ້ອຍໆຕາກອາກາດ
ຕັ້ງຢູ່ທາງພາກເໜືອສຸດຂອງປະເທດຝຣັ່ງ ໄດ້ມີເຫດການຕິດໂຄວິດ-19 ໃໝ່ອີກຢູ່
ທີ່ໂຮງຮຽນມັດທະຍົມ. ເຖິງແມ່ນວ່າໄດ້ມີການສັກຢາປ້ອງກັນແລ້ວ ກໍຕາມ. ຢູ່ໃນ
ເມືອງແອັກກີແຫ່ງນີ້ ມີຊາວຝຣັ່ງເຊື້ອສາຍລາວຄອບຄົວນຶ່ງ ທີີ່ມີ ລູກຫຼານເຕີບໃຫຍ່
ແລະກຳລັງຮຽນຢູ່ຊັ້ນມັດທະຍົມປາຍ. ອາທິດແລ້ວນີ້ພວກ ນັກຮຽນຕ້ອງໄດ້ຢຸດການ
ຮຽນ ເພາະນາຍຄູສາມຄົນໄດ້ຕິດໂຄວິດ-19 ຢ່າງບໍ່ຄາດຝັນ ຊຶ່ງຍາປ້າຄຳສຸກ
ວັນນະລາດ ກ່າວສູ່ ວີໂອເອ ຟັງວ່າ:

ປັດຈຸບັນນີ້ ພວກນັກຮຽນທັງໝົດຕ້ອງໄດ້ພາກັນໄປກວດໃໝ່ອີກວ່າ ພະຍາດໂຄວິດ-
19 ໄດ້ແຜ່ຂະຫຍາຍໄປຫາເຂົາເຈົ້າຫຼືບໍ່. ເວລານີ້ພວກນັກຮຽນຈຳເປັນຕ້ອງໄດ້ຮຽນ
ຜ່ານທາງຄອມພິວເຕີຢູ່ບ້ານຈົນກວ່າວ່າ ຈະມີຄວາມຄືບໜ້າ ກ່ອນທີ່ຈະກັບຄືນ​ໄປ
ເຂົ້າໄປໂຮງຮຽນໃໝ່ ໃຫ້ເປັນປົກກະຕິ.

XS
SM
MD
LG