ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ຍັງມິດງຽບ ກ່ຽວກັບຄວາມລົ້ມແຫຼວ ໃນການຍິງລູກສອນໄຟ ທີ່ຊາກຫັກພັງ ຕົກລົງໃກ້ກັບພຽງຢາງ


ຄົນຜູ້ນຶ່ງກຳລັງຢືນເບິ່ງລາຍງານຂ່າວໂທລະພາບ ກ່ຽວກັບການຍິງລູກສອນໄຟຂອງເກົາຫຼິເໜືອ ຢູ່ສະຖານນີລົງໄຟໂຊລ ເກົາຫຼີໃຕ້ ວັນທີ 11 ມີນາ 2022.
ຄົນຜູ້ນຶ່ງກຳລັງຢືນເບິ່ງລາຍງານຂ່າວໂທລະພາບ ກ່ຽວກັບການຍິງລູກສອນໄຟຂອງເກົາຫຼິເໜືອ ຢູ່ສະຖານນີລົງໄຟໂຊລ ເກົາຫຼີໃຕ້ ວັນທີ 11 ມີນາ 2022.

ເກົາຫຼິເໜືອ ຍັງມິດງຽບຢູ່ກ່ຽວກັບຄວາມລົ້ມແຫຼວ​ໃນການຍິງລູກສອນໄຟ ທີ່​ພາ​ໃຫ້
ເກີດລະເບີດຢູ່​ກາງອາກາດ ມີລາຍງານວ່າຊາກຂອງ​ລູກ​ສອນ​ໄຟ​ດັ່ງ​ກ່າວ​ໄດ້ກະຈັດ
ກະຈາຍ ​ຢູ່ໃກ້ກັບນະ​ຄອນ​ຫຼວງພຽງຢາງ.

ສື່ມວນ​ຊົນ​ຂອງ​ທາງ​ການ ໃນວັນພະຫັດມື້ນີ້ ບໍ່ໄດ້ກ່າວເຖິງເຫດລະ​ເບີດທີ່ເກີດຂຶ້ນ
ໃນມື້ກ່ອນນີ້. ​ອົງ​ການຂ່າວຂອງລັດ​ຖະ​ບານເກົາຫຼີ​ເໜືອ ຕາມປົກກະຕິແລ້ວ​ຈະລາຍ
ງານ​ໃຫ້​ຊາບ ກ່ຽວກັບການຍິງລູກສອນໄຟ ໃນຕອນເຊົ້າ ​ຂອງມື້​ຕໍ່​ມາ ແຕ່ໄດ້ມີປະ
ຫວັດທີ່ປະປົນກັນ ກ່ຽວ​ກັບ​ການ​ເປີດ​ເຜີຍ​ເຖິງຄວາມລົ້ມແຫຼວງຂອງລູກສອນໄຟ.

ລູກສອນໄຟໄດ້ລະເບີດຢູ່​ກາງອາກາດ ບໍ່ດົນຫຼັງຈາກໄດ້ຍິງຂຶ້ນໄປຈາກສະໜາມບິນ
ສາກົນຂອງເກົາຫຼີເໜືອ ອີງຕາມລາຍງານ​ຂອງກອງທັບເກົາຫຼີໃຕ້.

ອົງການຂ່າວຍອນຮັບ​ຂອງເກົາຫຼີໃຕ້ໄດ້ລາຍງານວ່າ ການລະເບີດດັ່ງ​ກ່າວ​ແມ່ນເກີດ
ຂຶ້ນ ຢູ່ໃນຄວາມສູງ​ບໍ່​ຮອດ 20 ກິໂລແມັດ. ​ຍັງບໍ່​ທັນເປັນທີ່​ຈະແຈ້ງ​ເທື່ອວ່າແມ່ນຫຍັງ
ເຮັດໃຫ້​ເກີດຄວາມ​ຜິດພາດ.

ອົງການຂ່າວ NK ທີ່ມີແຫຼ່ງຂ່າວຢູ່​ໃນເກົາ​ຫຼີເໜືອຢູ່ນະ​ຄອນ​ຫຼວງໂຊລ ກ່າວວ່າ ຊາກ
ຂອງລູກສອນໄຟ ​ໄດ້ຕົກລົງຢູ່ໃນ ຫຼືຶໃກ້ກັບນະຄອນຫຼວງເກົາຫຼີເໜືອ ​ໂດຍ​ອ້າງ​ເຖິງ​
ຮູບ​ພາບ ແລະບັນດາຜູ້ເຫັນເຫດການກ່ຽວ​ກັບຄວາມລົ້ມແຫຼວຂອງການຍິງ​ລູກ​ສອນ
​ໄຟ​ດັ່ງ​ກ່າວ.

ອົງການຂ່າວ NK ໄດ້ລາຍງານວ່າ “ພາບຖ່າຍທີ່ອົງການຂ່າວ NK ໄດ້ເຫັນນັ້ນ ສະແດງ
ໃຫ້ເຫັນ ໄຟແດງວົງມົນແລະຄວັນດຳເປັນສາຍ ໃນຕອນສຸດທ້າຍຂອງລູກ​ສອນ​ໄຟ ທີ່
ທະຍານຂຶ້ນຊິກແຊັກໄປມາໃນທ້ອງຟ້າ.”

ຍັງບໍ່ເປັນທີ່ຈະແຈ້ງວ່າ ຊາກ​ຂອງລູກສອນໄຟ​ໄດ້ຕົກລົງໃສ່ເຂດທີ່ມີຄົນອາໄສຢູ່ ​ຢ່າງໜາ
ແໜ້ນ​ຫຼື​ບໍ່ ແຕ່ບັນດາຜູ້ຊ່ຽວຊານໄດ້ເຕືອນວ່າ ​ອັນຕະລາຍບໍ່ພຽງແຕ່ມາ ​ຈາກຊາກ​ຂອງ​
ລູກ​ສອນ​ໄຟ​ທ​ເຕົກລົງມາ​ເທົ່າ​ນັ້ນ ແຕ່ຍັງມາຈາກອາຍພິດ​ຮ້າຍແຮງຂອງ​ຈັກ​ລູກສອນ
ໄຟນຳ​ດ້ວຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG