ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການາດາ ແບລຈ້ຽມ ພ້ອມດ້ວຍຢູໂຣບ ຍົກເລີກການໃສ່ໜ້າກາກ ປ້ອງກັນໂຄວິດ-19


ແມ່ຍິງຄົນນຶ່ງ ໃສ່ໜ້າກາກ ປ້ອງກັນການແຜ່ລະບາດໂວຣັສໂຄໂຣນາ ຍ່າງຢູ່ນະຄອນບາເຊີໂລນາ ປະເທດສະເປນ.
ແມ່ຍິງຄົນນຶ່ງ ໃສ່ໜ້າກາກ ປ້ອງກັນການແຜ່ລະບາດໂວຣັສໂຄໂຣນາ ຍ່າງຢູ່ນະຄອນບາເຊີໂລນາ ປະເທດສະເປນ.

ຫວ່າງສອງອາທິດທີ່ຜ່ານມານີ້ ບັນດາປະເທດຢູໂຣບໄດ້ເລີ້ມພາກັນປະກາດເປັນທາງ
ການ ບໍ່ຈຳເປັນຕ້ອງໃຫ້ຄົນໃສ່ໜ້າກາກ ປ້ອງກັນໂຄວິດ-19 ຕໍ່ໄປອີກແລ້ວ ໂດຍສະເພາະ
ຢູ່ຕາມໂຮງຮຽນ ໂຮງການ ສະຖານທີ່ສາທາລະນະຕ່າງໆ ຮ້ານຄ້າ ຮ້ານອາຫານ ໂຮງມະ
ຫໍລະສົບ ແລະບາດື່ມເຫຼົ້າເຫລົ່ານີ້ເປັນຕົ້ນ. ແຕ່ວ່າເວລາເດີນທາງຢູ່ໃນລົດເມແລະລົດ
ໄຟໃຕ້ດິນ ບ່ອນທີ່ມີຄົນແອອັດນັ້ນ ຍັງມີຄວາມຈຳເປັນຢູ່ ໃນປັດຈຸບັນນີ້.

ຢູ່່ທີ່ປະເທດຝຣັ່ງການຜ່ອນຜັນບໍ່ໃຫ້ໃສ່ໜ້າກາກໄດ້ເລີ້ມມາອາທິດນຶ່ງແລ້ວ ສ່ວນປະເທດ
ແບລຈ້ຽມ ທີ່ເປັນປະເທດເພື່ອນບ້ານນັ້ນ ໄດ້ປະກາດເປັນທາງການເຊັ່ນ ກັນ ບໍ່ຈຳເປັນ
ໃຫ້ຄົນໃສ່ໜ້າກາກປ້ອງກັນໂຄວິດ-19 ດັ່ງທີ່ເຈົ້າຄຳຜາຍ ກຸນລະວຸດ ສະມາຊິກສັງຄົມລາວ
ຢູ່ປະເທດແບລຈ້ຽມ ໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້:

ຢູ່ທີ່ປະເທດການາດາ ກໍເຊັ່ນດຽວກັນ ທາງການໄດ້ປະກາດວ່າບໍ່ມີຄວາມຈຳເປັນທີ່
ປະຊາຊົນຕ້ອງໄດ້ໃສ່ໜ້າກາກປ້ອງກັນໂຄວິດ-19 ຕໍ່ໄປອີກ ດັ່ງທີ່ທ່ານສຸກຂີງຄຳ
ປາກດີມຸນິວົງ ສະມາຊິກສັງຄົມລາວຄົນນຶ່ງທີ່ອາໄສຢູ່ໃນນະຄອນມົງເຣອາລ ໄດ້
ກ່າວຕໍ່ ວີໂອເອ ດັ່ງນີ້:

ໃນໄລຍະສອງປີກວ່າທີ່ຜ່ານມາ ພະຍາດໂຄວິດ-19 ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢູ່ທົ່ວ
ໂລກປະມານ 6 ລ້ານ 4 ແສນຄົນ. ສະຫະລັດເປັນປະເທດມີພົນລະເມືອງຫລາຍ
ແລະກວ້າງໃຫຍ່ ເພາະສະນັ້ນ ມີຜູ້ເສຍຊີວິດຍ້ອນໂຄວິດ-19 ທັງໝົດປະມານ 966
ພັນຄົນ.

XS
SM
MD
LG