ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຢ້ານວ່າການໃຫ້ຂໍ້ມູນທີ່ບໍ່ຈິງ ຂອງຣັດເຊຍທີ່ເວົ້າວ່າມີການຜະລິດອາວຸດຊີວະພາບ ຢູ່ໃນຢູເຄຣນ ຈະມີຄວາມຮ້າຍແຮງຫລາຍຂຶ້ນ



ຕໍາຫລວດຢືນຍາມກຽມພ້ອມເພື່ອຮັບມືກັບການໂຮມຊຸມນຸມປະທ້ວງຕໍ່ຕ້ານລັດຖະບານທີ່ອາດເກີດຂຶ້ນຢູ່ເມືອງ Khabarovsk, ທີ່ຕັ້ງຢູ່ 6,100 ກິໂລແມັດຫ່າງຈາກມົສກູ ຂະນະທີ່ປະທານາທິບໍດີປູຕິນ ກໍາລັງກ່າວຢູ່ໃນໂທລະພາບ, ວັນທີ 21 ເມສາ, 2021.
ຕໍາຫລວດຢືນຍາມກຽມພ້ອມເພື່ອຮັບມືກັບການໂຮມຊຸມນຸມປະທ້ວງຕໍ່ຕ້ານລັດຖະບານທີ່ອາດເກີດຂຶ້ນຢູ່ເມືອງ Khabarovsk, ທີ່ຕັ້ງຢູ່ 6,100 ກິໂລແມັດຫ່າງຈາກມົສກູ ຂະນະທີ່ປະທານາທິບໍດີປູຕິນ ກໍາລັງກ່າວຢູ່ໃນໂທລະພາບ, ວັນທີ 21 ເມສາ, 2021.

ຄໍາສັນລະເສີນຕໍ່ວິທີການທີ່ອົງການຕ່າງໆ ຂອງສະຫະລັດຮັບປະກັນແລະແບ່ງ ປັນຂ່າວລັບ ກ່ຽວກັບແຜນການຂອງຣັດເຊຍທີ່ຈະບຸກໂຈມຕີຢູເຄຣນກໍາລັງຖືກເຮັດໃຫ້ຫລຸດໜ້ອຍຖອຍລົງໂດຍຄວາມເປັນຫ່ວງທີ່ເພີ່ມຂຶ້ນວ່າ ນຶ່ງໃນການໂຄ ສະນາເຜີຍແຜ່ຂໍ້ມູນທີ່ບໍ່ຈິງ ຂອງວັງເຄຣັມລິນກໍາລັງເລີ້ມມີຂຶ້ນ ຢູ່ໃນສະຫະລັດ ແລະໃນປະເທດຕາເວັນຕົກ.

ເປັນເວລາຫຼາຍມື້ແລ້ວທີ່ບັນດາເຈົ້າໜ້າທີ່ຢູ່ທຳນຽບຂາວ, ກະຊວງການຕ່າງ ປະເທດ ແລະທຳນຽບຫ້າແຈ ໄດ້ຜັກດັນຄືນຕໍ່ການກ່າວອ້າງຂອງມົສກູ - ຊຶ່ງໄດ້ຖືກນໍາມາເວົ້າຊໍ້າຄືນນັບມື້ນັບຫຼາຍຂຶ້ນໂດຍຊ່ອງຂອງສື່ສັງຄົມຈາກຝ່າຍຂວາຈັດ ແລະ ຊ້າຍຈັດ, ຕະຫຼອດທັງອົງການສື່ມວນຊົນຕົ້ນຕໍບາງແຫ່ງໃນສະ ຫະລັດ - ວ່າ ທະຫານຂອງຣັດເຊຍໄດ້ພົບເຫັນແລະໃນບາງກໍລະນີ ກໍແມ່ນກະທັ້ງທໍາລາຍຫ້ອງທົດລອງອາວຸດຊີວະພາບ ຂອງຢູເຄຣນທີ່ໄດ້ຮັບທຶນຈາກສະ ຫະລັດ.

ທ່ານມາກ ວານເນີ (Mark Warner), ປະທານຄະນະກຳມາທິການສືບລັບຂອງສະພາສູງທີ່ມາຈາກພັກເດໂມແຄຣັດ ກ່າວຕໍ່ບັນດາເຈົ້າໜ້າທີ່ສືບລັບຂັ້ນສູງຂອງສະຫະລັດໃນກອງປະຊຸມຮັບຟັງລາຍງານໃນວັນພະຫັດວານນີ້ວ່າ “ຂ້າພະເຈົ້າຢ້ານວ່າ ອັນນີ້ອາດຈະເປັນທິດທາງໃໝ່ ຂອງການປະຕິບັດງານດ້ານໃຫ້ຂ່າວປອມທີ່ສໍາຄັນຂອງຣັດເຊຍ.

ສະມາຊິກສະພາສູງມາໂຄ ຣູບີໂອ (Marco Rubio) ຈາກພັກຣີພັບບລີກັນທີ່ມີຕໍາແໜ່ງສູງໃນຄະນະກໍາມະການນັ້ນ ກ່າວວ່າການກ່າວຫາຂອງຣັດເຊຍ, ບວກກັບຄຳເຫັນທີ່ຜ່ານມາໂດຍເຈົ້າໜ້າທີ່ສະຫະລັດຈໍານວນນຶ່ງໄດ້ "ເຮັດໃຫ້ບາງຄົນມີຄວາມຮູ້ສຶກໂກດເຄືອງ."

ພວກເຈົ້າໜ້າທີ່ສືບລັບຂອງສະຫະລັດໄດ້ສະແດງຄວາມເປັນຫ່ວງຂອງພວກເຂົາເຈົ້າອອກມາ ໂດຍໃຫ້ຄໍາເຫັນວ່າໃນຂະນະທີ່ມີອັນທີ່ເອີ້ນວ່າຫ້ອງທົດລອງຊີວະພາບຫລາຍສິບແຫ່ງຢູ່ໃນຢູເຄຣນ ແຕ່ວຽກງານຂອງພວກເຂົາເຈົ້າແມ່ນສຸມໃສ່ຄວາມເຂົ້າໃຈ ແລະປ້ອງກັນໂຣກລະບາດ ແລະການແຜ່ລະບາດຂອງພະຍາດຕິດແປດ ແລະ ກໍບໍ່ມີຫຍັງອີກນອກເໜືອໄປຈາກນັ້ນ.

ທ່ານມາກ ວານເນີ (ຊ້າຍ) ປະທານຄະນະກຳມາທິການສືບລັບຂອງສະພາສູງທີ່ມາຈາກພັກເດໂມແຄຣັດກ່າວຕໍ່ບັນດາເຈົາໜ້າທີ່ສືບລັບຂັ້ນສູງ ຢູ່ກອງປະຊຸມໃນລັດຖະສະພາ, ວັນທີ 10 ມີນາ, 2022
ທ່ານມາກ ວານເນີ (ຊ້າຍ) ປະທານຄະນະກຳມາທິການສືບລັບຂອງສະພາສູງທີ່ມາຈາກພັກເດໂມແຄຣັດກ່າວຕໍ່ບັນດາເຈົາໜ້າທີ່ສືບລັບຂັ້ນສູງ ຢູ່ກອງປະຊຸມໃນລັດຖະສະພາ, ວັນທີ 10 ມີນາ, 2022

"ຂ້າພະເຈົ້າຂໍເວົ້າຢ່າງຈະແຈ້ງເລີຍ ພວກເຮົາບໍ່ໄດ້ປະເມີນວ່າຢູເຄຣນກໍາລັງ ດໍາເນີນການຜະລິດອາວຸດທາງຊີວະພາບ ຫຼືອາວຸດນິວເຄລຍເລີຍ ... ມັນເປັນການໂຄສະນາຊວນເຊື່ອທີ່ຣັດເຊຍກໍາລັງເອົາອອກມາໃຊ້," ນັ້ນຄືຄໍາເວົ້າຂອງຜູ້ອໍານວຍການຂອງອົງການສືບລັບແຫ່ງຊາດ, ທ່ານນາງອາວຣີລ ເຮນສ໌ (Avril Haines) ກ່າວຕໍ່ບັນດາສະມາຊິກລັດຖະສະພາ.ຜູ້ອໍານວຍການຂອງອົງການສືບລັບແຫ່ງຊາດ, ທ່ານນາງອາວຣີລ ເຮນສ໌ (Avril Haines) ກ່າວຕໍ່ບັນດາສະມາຊິກໃນຄະນະກໍາມະການດ້ານສືບລັບໃນລັດຖະສະພາສະຫະລັດ, ວັນທີ 10 ມີນາ, 2022.

ທ່ານນາງເຮນສ໌ ກ່າວຕື່ມວ່າ ​ເຖິງແມ່ນໃນ​ເມື່ອ​ກ່ອນ​ວໍ​ຊິງ​ຕັນ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ບາງ​ຢ່າງແຕ່ມັນກໍຢູ່​ໃນ​ສະພາບ​ການ​ດ້ານ​ຄວາມ​ປອດ​ໄພ​ທາງ​ຊີວະ​ພາບແລະ​ກໍເປັນຄືກັນກັບ​ການ​ທີ່​ສະຫະລັດໄດ້ໃຫ້​ບັນດາ​ປະ​ເທດອື່ນໆ ​ທີ່​ມີ​ສະຖານ​ທີ່​ຄົ້ນ​ຄ້ວາທາງ​ການ​ແພດ​ທີ່​ຄ້າຍຄື​ກັນ.

ທ່ານນາງເຮນສ໌ ກ່າວຕໍ່ໄປວ່າ "ການໂຄສະນາເພື່ອສ້າງອິດທິພົນນີ້ ແມ່ນສອດຄ່ອງຢ່າງສົມບູນແບບກັບຄວາມພະຍາຍາມຂອງຣັດເຊຍທີ່ມີມາແຕ່ດົນນານເພື່ອກ່າວຫາສະຫະລັດວ່າ ເປັນຜູ້ໃຫ້ການສະຫນັບສະຫນູນວຽກງານອາວຸດຊີວະພາບໃນສະໄໝອະດີດສະຫະພາບໂຊວຽດ."

ຫົວ​ໜ້າ​ສາຍ​ລັບ​ຂອງ​ສະ​ຫະ​ລັດ ​ກໍ​ເວົ້າ​ຢ່າງເປີດແປນແບບນັ້ນເຊັ່ນກັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG