ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ວີ​ໂອ​ເອ​ລາວ ສ​ຳ​ພາດ​ເຈົ້າ​ຂອງ ຜະລິດຕະພັນ ນໍ້າມັນຈຽວໝາກເຜັດ ນໍ້າຈີ້ມສະເຕະ ແລະຊີ້ນສະຫວັນ ສາວນ້ອຍ


ຍານາງມະນີສາຄອນ ດວງພູມີ ຊຶ່ງຮູ້ກັນ ​ໃນອີກຊື່​ນຶ່ງວ່າ “ສາວນ້ອຍ”
ຍານາງມະນີສາຄອນ ດວງພູມີ ຊຶ່ງຮູ້ກັນ ​ໃນອີກຊື່​ນຶ່ງວ່າ “ສາວນ້ອຍ”

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳແລງວັນພະຫັດມື້ນີ້ ເຮົາຈະນຳເອົາ​ການໂອ້ລົມກັບຍານາງມະນີສາຄອນ ດວງພູມີ ຊຶ່ງຮູ້ກັນ ​ໃນອີກຊື່​ນຶ່ງວ່າ “ສາວນ້ອຍ” ມາ​ສະ​ເໜີ​ທ່ານ. ສາວນ້ອຍ ແມ່ນຊື່ບໍລິສັດຄອບຄົວນ້ອຍໆ ທີ່ຜະລິດ ຈຽວນໍ້າມັນໝາກເຜັດ ນໍ້າແຈ່ວໝາກຖົ່ວດິນ ຈໍ້າສະເຕະ ແລະຊີ້ນສະຫວັນ. ບໍລິສັດສາວນ້ອຍ ຕັ້ງຢູ່ໃນລັດອໍເຣກັນ ທາງພາກຕາເວັນຕົກສຽງເໜືອຂອງສະຫະລັດ ທີ່ໄດ້ຜະລິດອາຫານດັ່ງກ່າວມາ ໄດ້ສີ່ປີແລ້ວ ແລະກຳລັງໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກ.​ ກິ່ງສະຫວັນ ຈະນຳ​ເອົາ​ການ​ສຳ​ພາດ ມາສະເໜີທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ຢູ່ໃນສະຫະລັດອາເມຣິກາ ການເຮັດທຸລະກິດຮ້ານອາຫານແມ່ນວິຊາອາ ຊີບທີ່ມີຄວາມຮັບຜິດຊອບສູງ ແລະບໍ່ຄ່ອຍມີເວລາເປັນຂອງຕົນເອງ. ຫຼາຍໆ ຄົນປະສົບຜົນສຳເລັດ ຫຼາຍໆຄົນໄດ້​ປະ​ສົບ​ກັບ​ຄວາມລົ້ມແຫຼວ ແລະຜິດຫວັງໄປກໍມີ. ແຕ່ວ່າຄວາມສຳເລັດຂອງການເຮັດທຸລະກິດຮ້ານອາຫານ ບໍ່ໄດ້ໝາຍຄວາມວ່າ ຈະນຳເອົາຄວາມສຸກແລະການເປັນຢູ່ທີ່​ດີມາສູ່ຊີວິດ. ເຈົ້າຂອງຮ້ານອາຫານຫຼາຍໆຄົນໄດ້ພາກັນເບື່ອກັບໜ້າທີ່ວຽກງານ ອອກປາກບໍ່ຢາກດຳເນີນອີກຕໍ່ໄປຍ້ອນຄວາມອິດເໝື່ອຍແລະບໍ່ມີເວລາພັກຜ່ອນເປັນຂອງຕົນເອງ. ຫຼາຍຄົນໄດ້ຫາທາງອອກ ດ້ວຍຂາຍທຸລະະກິດ ແລະ​ໄປເຮັດວຽກໃໝ່.

ນາງມາລີ ແລະນາງລີຊາ ຜູ້ຊ່ວຍແມ່
ນາງມາລີ ແລະນາງລີຊາ ຜູ້ຊ່ວຍແມ່

ຍານາງມະນີສາຄອນ ດວງພູມີ ແມ່ນລູກສາວຫຼ້າຂອງອ້າຍເອື້ອຍນຳກັນທັງໝົດເກົ້າຄົນ ດ້ວຍເຫດນີ້
ຄອບຄົວຈຶ່ງໄດ້ຮ້ອງນາງວ່າ “ສາວນ້ອຍ” ອັນໄດ້ກາຍມາ ເປັນຊື່ທຸລະກິດການຄ້າໃນປັດຈຸບັນ.
ສາວນ້ອຍ ກໍແມ່ນຜູ້ນຶ່ງທີ່ເຄີຍໄດ້ເຮັດທຸລະ ກິດຮ້ານອາຫານລາວໄທ ມາແຕ່ຊຸມປີ 1990 ຢູ່ໃນລັດຮາວາຍແລະໄດ້ຍ້າຍມາ ດຳເນີນທຸລະກິດຕໍ່ ຢູ່ທີ່ລັດອໍເຣກັນ ຢ່າງເປັນຜົນສຳເລັດ. ແຕ່ວ່າຄວາມສຳເລັດ ຂອງການສ້າງລາຍໄດ້ນັ້ນ ບໍ່ໄດ້ນຳຄວາມສຸກມາສູ່ຕົນເອງແລະຄອບຄົວ ເພາະ ວ່າແຕ່ລະວັນ ຕ້ອງໄດ້ໃຊ້ເວລາໃສ່ແຕ່ຮ້ານອາຫານເຈັດມື້ ເຈັດຄືນ ອັນໄດ້ເຮັດໃຫ້ສາວນ້ອຍ ຕ້ອງໄດ້ຕັດສິນໃຈຂາຍທຸລະກິດ ແລະຫັນປ່ຽນໃສ່​ການເຮັດທຸລະກິດ ຈຽວນໍ້າມັນໝາກເພັດ ນໍ້າຈີ້ມສະເຕະ ແລະ ຊີ້ນສະຫວັນ ດັ່ງທີ່ສາວນ້ອຍ ກ່າວສູ່ ວີໂອເອ ຟັງໃນເບື້ອງຕົ້ນດັ່ງນີ້:

ລິງໂດຍກົງ

ແກ້ວຈຽວໝາກເພັດ ນໍ້າຈີ້ມສະເຕະ ມີນໍ້າໜັກຢູ່ 6 ອາວ ສ່ວນຊີ້ນສະຫວັນນັ້ນ ຖົງນຶ່ງມີຢູ່ 10 ຕ່ອນ ຊຶ່ງສາວນ້ອຍ ໄດ້ອະທິບາຍເຖິງລາຄາທີ່ວາງຂາຍຢູ່ຕາມຕະຫຼາດສູ່ຟັງດັ່ງນີ້:

ລິງໂດຍກົງ

ສາວນ້ອຍ ໄດ້ກ່າວມ້ວນທ້າຍເຖິງການຄິດໄລ່ ການວາງລາຄາຂາຍຍົກວ່າ ສົມຄວນທີ່ຈະໃສ່ລາຄາເທົ່າໃດ ທີ່ເຫັນວ່າເໝາະສົມ ຈະໄດ້ຂາຍດັ່ງນີ້:

ລິງໂດຍກົງ

ຍານາງມະນິສາຄອນ ຫຼື ສາວນ້ອຍ ພ້ອມດ້ວຍລູກສາວສອງຄົນກຳລັງດຳເນີນ ວຽກງານຜະລິດສິນຄ້າດັ່ງກ່າວນີ້ ໃນວັນເສົາອາທິດ ຫຼັງຈາກວຽກງານແລະໃນອະນາຄົດອັນໃກ້ໆນີ້ ລູກສາວທັງສອງຄົນ ຈະອອກຈາກວຽກງານ ມາບໍລິຫານທຸລະກິດເຕັມເວລາ.

XS
SM
MD
LG