ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນີວ​ຊີ​ແລນ ​ມີ​ແຜນ​ທີ່​ຈະ​ວາງ​ມາດ​ຕະ​ການ​ລົງ​ໂທດ​ຢ່າງ​ເປັນ​ປະ​ຫວັດ​ການ​ ຕໍ່​ຣັດ​ເຊຍ ​ທີ່​ໄດ້​ບຸກ​ລຸກ​ຢູ​ເຄ​ຣນ

​ທ່ານ​ນາງ Jacinda Ardern ກ່າວ​ຄຳ​ປາ​ໄສຢູ່ກອງ​ປະ​ຊຸມ​ນັກ​ຂ່າວ​ຫລັງ​ກອງ​ປະ​ຊຸມ​ຂອງ​ຄະ​ນະ​ລັດ​ຖະ​ບານ​ແລ້ວ ຢູ່​ນະ​ຄອນ​ຫລວງ​ແວ​ລ​ລິງ​ຕັນຂອງ​ນີວ​ເຊີ​ແລນ, ວັນ​ທີ 7 ມີ​ນາ, 2022. (ພາບ​ໂດຍ Mark Mitchell/Pool Photo via AP)

ກົດໝາຍ​ອອກ​ໃໝ່ ​ທີ່​ຈະ​ເຮັດໃຫ້ນິວ​ຊີ​ແລນສາມາດ​ກັກ​ຊັບ​ສິນ​ຂອງ​ຜູ້​ທີ່​ກ່ຽວ​ຂ້ອງ​ກັບຣັດ​ເຊຍໄດ້ ຄາດ​ວ່າ​ຈະຖືກ​ຮັບຜ່ານ​ໃນ​ອາທິດ​ນີ້. ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງ​ໂທດ​ໃໝ່ຕໍ່ຣັດ​ເຊຍ —​ເພື່ອເປັນ​ການ​ຕອບ​ໂຕ້ ​ຕໍ່ການ​ບຸກ​ໂຈມ​ຕີຢູ​ເຄຣນ ​ແມ່ນ​ຈະ​ອະນຸຍາດ​ໃຫ້​ເຈົ້າໜ້າ​ທີ່​ສາມາດ​ແນ​ເປົ້າ​ໝາຍ​ລົງ​ໂທດ​ຕໍ່​ບຸກຄົນ, ການບໍລິການ, ບໍລິສັດ ​ແລະຊັບ​ສິນຕ່າງໄດ້. Phil Mercer ມີລາຍງານເລື້ອງ ນີ້ມາ​ຈາກ​ນະ​ຄອນ​ຊິດ​ນີ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ກົດໝາຍ​ສະບັບ​ໃໝ່​ຈະ​ອະນຸຍາດ​ໃຫ້​ນິວຊີ​ແລນ​ລົງ​ໂທດ​ສະ​ເພາະ​ປະ​ເທດໃດ​ນຶ່ງ ເປັນ​ເທື່ອ​ທຳ​ອິດ.

ປະ​ເທດ​ໃນ​ມະ​ຫາ​ສະ​ໝຸດປາ​ຊີ​ຟິກ​ໃຕ້ແຫ່ງນັ້ນ ປັດ​ຈຸ​ບັນ​ແມ່ນສາ​ມາດ​ປະ​ຕິ​ບັດ​ການ​ລົງ​ໂທດ​ໄດ້ພຽງ​ແຕ່​ໃນ​ເວ​ລາ​ທີ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ວາງ​ອອກ​ມາເທົ່າ​ນັ້ນ. ຢ່າງ​ໃດ​ກໍ​ຕາມ ຣັດ​ເຊຍໄດ້​ໃຊ້​ສິດ​ຢັບ​ຢັ້ງມັນ ​ໃນ​ສະພາ​ດັ່ງ​ກ່າວນັ້ນ​ຊຶ່ງ​ສະກັດ​ກັ້ນ​ບໍ່​ໃຫ້​ມີ​ການ​ລົງ​ໂທດ​ເກີດຂຶ້ນໄດ້.

ນາ​ຍົກ​ລັດ​ຖະ​ມົນ​ຕີຈາ​ຊິນ​ດາ ອາ​ເດິນກ່າວ​ວ່າ ການ​ລົງ​ໂທດ​ພຽງ​ຝ່າຍ​ດຽວ​ຂອງ​ລັດ​ຖະ​ບານ​ຂອງ​ທ່ານ​ນາງ ທີ່​ໄດ້​ຮັບ​ການ​ກະ​ຕຸ້ນ​ມາ​ຈາກ​ການ​ບຸກ​ໂຈມ​ຕີ​ຢູ​ເຄ​ຣນ -ຈະ​ຢຸດ​ກຳ​ປັ່ນ​ໂດຍ​ສານໃຫຍ່​ພິ​ເສດ, ກຳ​ປັ່ນທົ່ວ​ໄປ ແລະ​ເຮືອ​ບິນທີ່​ເປັນ​ຂອງ​ບຸກ​ຄົນ​ທີ່​ຢູ່​ໃນ​ເປົ້າ​ໝາຍບໍ່​ໃຫ້​ເຂົ້າ​ໄປ​ໃນ​ເຂດ​ໜ່ານ​ນ້ຳ ຫຼື​ໜ່ານ​ຟ້າ​ຂອງ​ປະ​ເທດນັ້ນໄດ້. ມາດ​ຕະ​ການ​ດັ່ງ​ກ່າວ​ຈະ​ຂະ​ຫຍາຍ​ໄປ​ເຖິງ​ບັນ​ດາ​ຜູ້​ມີ​ອຳ​ນາດ​ທັງ​ຫລາຍຂອງ​ຣັດ​ເຊຍ ແລະບັນ​ດາ​ປະ​ເທດ​ທີ່​ສະ​ໜັບ​ສະ​ໜູນ​ຣັດ​ເຊຍ, ລວມ​ທັງ​ເບ​ລາ​ຣຸ​ສ ອີກ​ດ້ວຍ.

ລັດຖະບານ​ແວ​ລ​ລິງ​ຕັນ ຍັງ​ໄດ້​ອອກ​ບັນຊີ​ລາຍ​ຊື່​ຫ້າມ​ບໍ່​ໃຫ້​ບຸກຄົນ 100 ຄົນ​ເດີນທາງ​ໄປ​ນິວຊີ​ແລນອີກ.

ທ່ານນາງອາ​ເດິນກ່າວ​ ໃນ​ວັນ​ຈັນຜ່ານ​ມາ​ວ່າ ກົດໝາຍ​ໃໝ່ນີ້​ຈະສ້າງ​ຜົນເສຍ​ຫາຍ​ທາງດ້ານ​ການ​ເງິນ ​ແລະ​ທາງ​ການ​ເມືອງ​ຕໍ່ຣັດ​ເຊຍຢ່າງ​ໃຫຍ່​ຫລວງ ຊຶ່ງ​ທ່ານ​ນາງ​ກ່າວ​ດັ່ງ​ນີ້:
“ມັນ​ຈະ​ແນ​ໃສ່​ຄວາມ​ສຳ​ພັນ​ທາງເສດຖະກິດ ຫຼື​ດ້ານ​ຍຸດ​ທະ​ສາດເຫລົ່າ​ນັ້ນຂອງ​ຣັດ​ເຊຍ, ລວມທັງ​ບັນດາ​ຜູ້​ມີ​ອຳ​ນາດ​ທັງ​ຫລາຍ. ການ​ລົງ​ໂທດ​ຈະ​ກັກຊັບ​ສິນ​ທີ່​ຕັ້ງ​ຢູ່​ໃນ​ນິວ​ຊີ​ແລນໄວ້. ມັນຍັງຈະປ້ອງກັນບໍ່ໃຫ້ຜູ້ທີ່ຖືກລົງໂທດນັ້ນ ເຄື່ອນຍ້າຍ ຊັບສິນໄປນິວຊີແລນ ຫຼືນໍາໃຊ້ລະບົບການເງິນຂອງພວກເຮົາ ເປັນບ່ອນຫລົບ ຫລີກການລົງໂທດ ທີ່ເພີ່ມຂຶ້ນທີ່​ວາງ​ອອກໂດຍປະເທດອື່ນ​ອີກ​ດ້ວຍ."

ທ່ານ​ນາງ Jacinda Ardern, ນາ​ຍົກ​ຂອງ​ນີວ​ຊີ​ແລນ​ຍ່າງ​ໄປ​ກັບທ່ານ​ນາງ Nanaia Mahuta (ຊ້າຍ) ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດພາຍ​ຫລັງ​ສິ້ນ​ສຸດກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ຂອງ​ລັດ​ຖະ​ບານໃນ​ນະ​ຄອນ​ຫລວງ​ແວ​ລ​ລິງ​ຕັນ, ວັນ​ທີ 7 ມີ​ນາ, 2022 (ພາບ​ໂດຍ Mark Mitchell/Pool Photo via AP)

ລັດຖະມົນຕີ​ການ​ຕ່າງປະ​ເທດ​ນິວຊີ​ແລນ, ທ່ານນາງນາ​ໄນ​ອາ ມາ​ຮູ​ຕາ (Nanaia Mahuta) ກ່າວ​ໃນ​ວັນ​ອັງຄານ​ວານນີ້​ວ່າ ການ​ລົງ​ໂທດ​ຂອງ​ນາໆ​ຊາດ ທີ່​ວາງ​ອອກ​ຕໍ່ຣັດ​ເຊຍ ຈະ​ເປັນ "ກຳ​ແພງ​ແຫ່ງ​ການ​ຕໍ່ຕ້ານ" ​ແລະ​ສົ່ງ​ຂໍ້​ຄວາມ​ໄປ​ເຖິງ​ມົ​ສ​ກູວ່າ ການ​ບຸກ​ໂຈມ​ຕີ​ຢູ​ເຄຣນ​ແມ່ນ​ຜິດ.

ສ່ວນລັດຖະບານອອ​ສ​ເຕ​ຣ​ເລຍກ່າວວ່າ ຕົນຈະນຳສະ​ເໜີການລົງໂທດເພີ່ມຕື່ມ​ອີກຕໍ່ກັບ "ຜູ້ໂຄສະນາເຜີຍແຜ່ ແລະສົ່ງ​ຕໍ່ຂໍ້​ມູນທີ່ບໍ່ຖືກຕ້ອງ." ລັດຖະມົນຕີການ ຕ່າງປະເທດປະ​ເທດນັ້ນ ທ່ານນາງມາ​ຣີ​ສ ເພນ (Marise Payne) ກ່າວໃນ ວັນອັງຄານ​ວານນີ້ວ່າ ການລົງໂທດທາງດ້ານການເງິນຈະແນເປົ້າໃສ່ສະມາຊິກ ຂອງກອງ​ທັບຣັດ​ເຊຍທີ່ "ຮັບຜິດຊອບໃນການປະຕິບັດການໂຈມຕີທາງເຮືອ, ທາງບົກ ແລະທາງອາກາດຕໍ່ຢູ​ເຄ​ຣນ."

ທ່ານ​ນາງ Nanaia Mahuta, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ນີວ​ເຊີ​ແລນໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ຂອງ​ລັດ​ຖະ​ບານໃນ​ນະ​ຄອນ​ຫລວງ​ແວ​ລ​ລິງ​ຕັນ, ວັນ​ທີ 7 ມີ​ນາ, 2022 (ພາບ​ໂດຍ Mark Mitchell/Pool Photo via AP)

ທ່ານ​ນາງເພນກ່າວວ່າ ລັດຖະບານແຄນ​ເບີ​ຣາ ຍັງເຮັດວຽກຮ່ວມກັບບໍ​ລິ​ສັດ Facebook, Google ແລະ Twitter "ເພື່ອເອົາ​ມາດ​ຕະ​ການ​ຢັບ​ຢັ້ງ ການເຜີຍແຜ່ເນື້ອໃນ​ຂ່າວທີ່ສ້າງຂຶ້ນ​ມາໂດຍສື່ມວນຊົນຂອງລັດຖະ​ບານຣັດ​ເຊຍຢູ່ພາຍໃນອອ​ສ​ເຕ​ຣ​ເລຍອີກ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG