ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດຝຣັ່ງ ປະກາດບໍ່ໃຫ້ໃສ່ໜ້າກາກ ປ້ອງກັນໂຄວິດ-19 ເລີ້ມແຕ່ວັນທີ 14 ມີນາ ເປັນ​ຕົ້ນ​ໄປ


ພວກນັກຮຽນຊັ້ນປະຖົມ ຢູ່ເມືອງນິສ ຖົ່ມນໍ້າລາຍ ອັນເປັນພາກສ່ວນກວດຫາໄວຣັສໂຄໂຣນາ (ໂຄວິດ-19) ວັນທີ 8 ມີນາ 2021.
ພວກນັກຮຽນຊັ້ນປະຖົມ ຢູ່ເມືອງນິສ ຖົ່ມນໍ້າລາຍ ອັນເປັນພາກສ່ວນກວດຫາໄວຣັສໂຄໂຣນາ (ໂຄວິດ-19) ວັນທີ 8 ມີນາ 2021.

ຫຼັງຈາກການລະບາດໂຄວິດ-19 ມາເປັນເວລາກວ່າສອງປີທີ່ຜ່ານມາ ບັດນີ້ຢູ່ປະເທດຝຣັ່ງ ເລີິ້ມແຕ່ວັນຈັນ ທີ 14 ມີນາ ອາທິດໜ້ານີ້ ລັດຖະບານໄດ້ປະກາດຜ່ອນຜັນກົດລະບຽບການບໍ່ໃຫ້ໃສ່ໜ້າກາກປ້ອງກັນໄວຣັສໂຄວິດ-19 ຕໍ່ ໄປອີກ. ແຕ່ຍັງມີຢູ່ບາງບ່ອນທີ່ຈະຕ້ອງໄດ້ປະຕິບັດຕາມໂດຍສະເພາະຢູ່ບ່ອນມີຄົນແອອັດເຊັນວ່າຢູ່ໃນລົດໄຟເຫລົ່ານີ້ເປັນຕົ້ນ ຊຶ່ງຍາປ້າສຸວັນຄໍາ ຣັດຕະນະອາໄສຢູ່ເມືອງອັງໂຕນີ ຕັ້ງຢູ່ຊານນະຄອນຫຼວງປາຣີ ກ່າວສູ່ ວີໂອເອ ຟັງວ່າ:

ທ່ານສົມຫວັງ ບູລົມ ຕັ້ງຖິ່ນຖານຢູ່ເມືອງແອັກກີ ທາງ ພາກເໜືອຂອງປະເທດຝຣັ່ງ ມີລູກຊາຍ ແລະລູກສາວ ກຳລັງຕຽມເສັງເຂົ້າມະຫາວິທະຍາໄລ ກ່າວວ່ານັບແຕ່ວັນທີ 14 ມີນາ ຈະມາເຖິງນີ້ພວກນັກຮຽນນັກສຶກສາ ບໍ່ຈຳເປັນຕ້ອງໄດ້ໃສ່ໜ້າກາກ ຢູ່ໃນຫ້ອງຮຽນຕໍ່ໄປອີກແລ້ວ ດັ່ງທີ່ທ່ານໄດ້ກ່າວວ່າ:

ປັດຈຸບັນນີ້ ເຖິງແມ່ນວ່າຈຳນວນຜູ້ເສຍຊີວິດ ຈາກການລະບາດໂຄວິດ-19 ໄດ້ລົດນ້ອຍຖອຍລົງ ຢູ່ທົ່ວໃນໂລກ ແຕ່ການເສຍຊີວິດ ທີ່ພົວພັນກັບພະຍາດດັ່ງ ກ່າວກໍຍັງດຳເນີນຢູ່ຕໍ່ໄປ. ຫຼາຍໆຄົນທີ່ບໍ່ປະໝາດ ຍັງພາກັນໃສ່ໜ້າກາກຢູ່ຕໍ່ໄປ ອັນໄດ້ກາຍມາເປັນຄວາມລື້ງເຄີຍ ແລະປະເພີນີໄປແລ້ວ.

XS
SM
MD
LG