ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເຂດ​​ສາມ​ຫຼ່ຽມ​ຄຳ​ ສາ​ມາດ​ຜະ​ລິດຢາ​ເສບ​ຕິດໄດ້ ຄິດ​ເປັນມູນ​ຄ່າ ​ຫຼາຍ​ກວ່າ 70 ຕື້​ໂດ​ລາຕໍ່​ປີ ທັງຍັງ​ມີ​ທ່າ​ອຽງເພີ່ມ​ຂຶ້ນ​ ທຸກ​ປີອີກ​ດ້ວຍ


ຕຳ​ຫລວດ​ໃນ​ແຂວງບໍ່​ແກ້ວ ​ຢຶດ​ຢາ​ບ້າ​ໄດ້ 55 ລ້ານ​ເມັດ​ ໃນວັນ​ທີ 20 ຕຸ​ລາ, 2021
ຕຳ​ຫລວດ​ໃນ​ແຂວງບໍ່​ແກ້ວ ​ຢຶດ​ຢາ​ບ້າ​ໄດ້ 55 ລ້ານ​ເມັດ​ ໃນວັນ​ທີ 20 ຕຸ​ລາ, 2021

ຢາ​ເສບ​ຕິດ​ທີ່​ຜະ​ລິດ​ໄດ້​ຢູ່​ເຂດ​ຊາຍ​ແດນ​ສາມ​ຫຼ່ຽມ​ຄຳ​ລະ​ຫວ່າງ ມຽນມາ-ລາວ-ໄທ ຄິດ​ເປັນມູນ​ຄ່າ​ຫຼາຍ​ກວ່າ 70 ຕື້​ໂດ​ລາຕໍ່​ປີ ທັງ​ມີການ​ຜະລິດ​ເພີ່ມ​ຂຶ້ນ​ທຸກ​ປີອີກ​ດ້ວຍ ໂດຍສະເພາະແມ່ນໃນມຽນມາ ແລະລາວນັ້ນ, ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ ​ຈາກ​ບາງກອກ.

ທ່ານສົມສັກ ເທບສຸທິນ, ລັດຖະມົນຕີກະຊວງຍຸຕິທຳໄທ ຖະ​ແຫລງ​ວ່າ ​ການ​ປາບ​ປາມ​ຂະ​ບວນ​ການ​ຄ້າ​ຢາ​ເສບ​ຕິດໃນເຂດ​ລຸ່ມ​ແມ່​ນ້ຳຂອງ​ທີ່​ເປັນ​ການ​ຮ່ວມ​ມື​ລະຫວ່າງ​ຈີນ, ມຽນມາ, ລາວ, ​ໄທ, ກຳ​ປູ​ເຈຍ​ແລະ​ຫວຽດນາມນັ້ນ​ສາ​ມາດ​ຈັບ​ກຸມ​ຜູ້​ຕ້ອງ​ຫາ ແລະ​ຢຶດ​ຢາ​ເສບ​ຕິດ​ໄດ້ເພີ່ມ​ຂຶ້ນ​ທຸກ​ປີ ແຕ່​ຍັງບໍ່ສາມາດປາບ​ປາມ ເພື່ອ​ເຮັດ​ໃຫ້​ສະພາບ​ການ​ຄ້າ​ຢາ​ເສບ​ຕິດເບົາ​ບາງ​ລົງ​ໄດ້​ເລີຍ. ກົງກັນຂ້າມ ກັບ​ປາ​ກົດ​ວ່າ ມີການຜະລິດຢາເສບ​ຕິດເພີ່ມຂຶ້ນ, ໂດຍສະເພາະແມ່ນ​ຢາ​ບ້າ ແລະ​ຢາ​ໄອ​ສ໌ນັ້ນກໍ​ຄືຢາເສບຕິດ​ທີ່​ຜະລິດ​ຫຼາຍ​ທີ່​ສຸດ​ຢູ່​ເຂດ​ຊາຍ​ແດນ​ສາມ​ຫຼ່ຽມ​ມຽນມາ-ລາວ-​ໄທຊຶ່ງອົງການຕ້ານອາດຊະຍາກຳ ແລະຢາເສບຕິດ ແຫ່ງສະຫະປະຊາຊາດ ຫລື UNODC ປະ​ເມີນ​ວ່າ ຢາເສບຕິດທີ່ຜະລິດຢູ່ໃນເຂດສາມຫຼ່ຽມຄຳຄິດເປັນມູນ​ຄ່າຫຼາຍກວ່າ 70 ຕື້ໂດລາຕໍ່ປີ, ດັ່ງທີ່ທ່ານສົມສັກໃຫ້​ການຢືນຢັນວ່າ:

“ຈີນ, ຫວຽດນາມ, ລາວ, ກຳປູເຈຍ, ມຽນມາ ແລະໄທ ເປັນປະເທດຕົ້ນນໍ້າ ຊຶ່ງໃກ້ຊິດ ແຫຼ່ງຜະລິດຢາເສບຕິດ ຄືສາມຫຼ່ຽມຄຳ ຊຶ່ງໃນຂໍ້ມູນບ່ອນນີ້ ສຳນັກງານວ່າດ້ວຍຢາເສບຕິດ ແລະ ອາຊະຍາກຳແຫ່ງສະຫະປະຊາຊາດ (UNODC) ບອກວ່າ ປີນຶ່ງຢາເສບຕິດທີ່ສາມຫຼ່ຽມຄຳ ມີມູນຄ່າເຖິງ 70,000 ລ້ານໂດລາເປັນເງິນໄທກໍ​ແມ່ນສອງລ້ານ ລ້ານກວ່າບາດ. ຈະ​ດນີ້ເປັນເລື້ອງໃຫຍ່ໂຕມະໂຫລານຫຼາຍ ໃນການປາບປາມ.”

ທັງນີ້ ປະເທດລາວຖືກໃຊ້ເປັນທາງຜ່ານຂອງການລັກລອບຂົນສົ່ງຢາເສບຕິດຈາກເຂດສາມຫຼ່ຽມຄໍາ ໄປຕ່າງປະເທດເພີ້ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງເຫັນໄດ້ຈາກການຈັບກຸມນັກຄ້າຢາເສບຕິດໄດ້ເພີ້ມຂຶ້ນ ສ່ວນຢາເສບຕິດທີ່ຢຶດໄດ້ໃນ​ແຕ່​ລະ​ຄັ້ງ​ກໍ​ມີ​ປະ​ລິ​ມານເພີ້ມຂຶ້ນຢ່າງຫຼວງຫຼາຍ ຊຶ່ງກໍໄດ້ສະແດງໃຫ້ເຫັນວ່າ ການລັກລອບຂົນສົ່ງຢາເສບຕິດຜ່ານລາວໄປຕ່າງປະເທດນັ້ນ ກໍຄືຂະບວນການຄ້າຂ້າມຊາດຂະໜາດໃຫຍ່ ມີເຄືອຂ່າຍຢ່າງກວ້າງຂວາງໃນລາວ ແລະປະເທດໃນລຸ່ມແມ່ນໍ້າຂອງ ໂດຍຈາກການຮ່ວມກວດລາດ​ຕະ​ເວນໃນແນວແມ່ນໍ້າຂອງລະຫວ່າງທາງການຕໍາຫຼວດຈີນ-ພະມ້າ-ລາວ-ໄທ ໃນຕະຫຼອດປີ 2021 ທີ່ຜ່ານມາ ສາມາດຈັບກຸມການລັກລອບຄ້າຢາເສບຕິດໄດ້ເຖິງ 8,325 ກໍລະນີ ຄວບຄຸມໂຕຜູ້ຕ້ອງຫາໄດ້ 8,043 ຄົນ ແລະຢຶດຢາເສບຕິດປະເພດຕ່າງໆ ໄດ້ລວມກັນຫຼາຍກວ່າ 35 ໂຕນ.

ພົນ​ຕີຄໍາ​ກິ່ງ ຜຸຍ​ຫລ້າມະນີ​ວົງ, ຫົວໜ້າກົມຕຳຫຼວດໃຫຍ່ກະຊວງ​ປ້ອງ​ກັນຄວາມ​ສະຫງົບຢືນຢັນວ່າ ໄດ້​ມີ​ການ​ຂຶ້ນ​ບັນ​ຊີລາຍ​ຊື່ນັກຄ້າຢາເສບຕິດທີ່​ເປັນ​ເປົ້າ​ໝາຍ​ໃນ​ການ​ຕິດ​ຕາມ​ຈັບ​ກຸມ​ຕົວ​ໃນ​ໄລ​ຍະ​ຕໍ່​ໄປ​ນີ້​ຈຳ​ນວນ 2,299 ຄົນ ໃນນີ້​ລວມ​ທັງ 1,996 ຄົນ ທີ່ເປັນ​ເຄືອ​ຂ່າຍຂອງ​ຂະ​ບວນ​ການຄ້າຢາເສບຕິດຂ້າມຊາດກັບ 196 ຄົນ ທີ່​ພົ້ນ​ໂທດແລ້ວ ແຕ່ຍັງສືບຕໍ່ການຄ້າຂາຍຢາເສບຕິດ ແລະ 7 ຄົນ ທີ່ຫຼົບໜີອອກຈາກສະ​ຖານ​ທີ່ຄຸມ​ຂັງທັງຍັງ​ໄດ້ມີ​ການ​ອອກ​ໝາຍ​ຈັບ​ຜູ້​ຕ້ອງ​ຫາຕື່ມ​ອີກ 100 ຄົນ ທີ່​ເປັນ​ຜົນ​ເນື່ອງມາ​ຈາກ​ການ​ສືບ​ສວນ​ໃນ​ໄລ​ຍະ​ຜ່ານ​ມາ​ ແລະຍັງພົບອີກວ່າ ຂະບວນການຄ້າຢາເສບຕິດຂ້າມຊາດໄດ້​ນຳໃຊ້ 13 ພື້ນທີ່ໃນລາວສຳ​ລັບການນໍາເຂົ້າ ແລະຂົນສົ່ງຢາເສບຕິດ ແລະສານເຄມີຢູ່ຊາຍແດນຕິດຕໍ່ກັບປະເທດເພື່ອນບ້ານ.

ທັງ​ນີ້ ສະເພາະໃນໄລຍະເດືອນກັນຍາ-ທັນວາ 2021 ຖືເປັນໄລຍະທີ່ຈັບຜູ້ຕ້ອງ​ຫາ ແລະຍຶດຢາເສບຕິດ ໄດ້ຫຼາຍທີ່ສຸດ ກໍ​ຄືສາມາດມ້າງທໍາລາຍເຄືອຂ່າຍການຄ້າຂາຍຢາເສບຕິດໄດ້ 2,884 ຄັ້ງ, ຈັບກຸມຜູ້ຕ້ອງຫາໄດ້ 3,989 ຄົນ ໃນນັ້ນເປັນຜູ້ຕ້ອງຫາ​ຊາວ​ຫວຽດນາມ, ຈີນ ແລະ ໄທເກືອບ 100 ຄົນ, ພ້ອມທັງຢຶດຢາບ້າໄດ້ 125 ລ້ານກວ່າເມັດ, ຢາໄອ​ຊ໌ ເກີນກວ່າ 2,521 ກິໂລກຣາມ, ສານເຄ​ມີ​ທີ່​ໃຊ້​ໃນ​ການ​ຜະ​ລິດ​ຢາ​ເສບຕິດຫຼາຍກວ່າ 35 ຕັນ, ພາຫະນະ-ອາວຸດປືນ-ກະ​ສຸນປືນ ແລະອຸປະກອນສື່ສານທັນສະໄໝຫຼາຍໝື່ນລາຍ​ການ.

ສ່ວນເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ຫຼື ປກສ ໃນແຂວງບໍ່ແກ້ວເປີດເຜີຍວ່າ ການຈັບກຸມ ແລະຢຶດຂອງກາງເປັນຢາບ້າໄດ້ຫຼາຍກວ່າ 77 ລ້ານເມັດ, ຢາໄອຊ໌ກວ່າ 1,537 ກິໂລກຣາມ, ສານເຄມີກວ່າ 220 ກິໂລກຣາມ ແລະອຸປະກອນທີ່ນໍາໃຊ້ໃນການຜະລິດຢ່າງຄົບຊຸດພ້ອມທັງຍານພາຫະນະ, ອຸປະກອນສື່ສານ ແລະອາວຸດສົງຄາມອີກຈໍານວນຫຼາຍທັງຍັງເປັນການຈັບກຸມ ແລະຢຶດຂອງກາງຈາກແກັ່ງຄ້າຢາເສບຕິດ ພຽງຜູ້ດຽວໃນເດືອນຕຸລາປີ 2021 ທີ່ຜ່ານມາດ້ວຍນັ້ນເຮັດໃຫ້ສາມາດວິເຄາະໄດ້ວ່າ ການຄ້າຢາເສບຕິດ ຢູ່ເຂດຊາຍແດນລາວ ກັບປະເທດເພື່ອນບ້ານໄດ້ ຍົກລະດັບເປັນເຄືອຂ່າຍຂະໜາດໃຫຍ່ຂຶ້ນນັບມື້.

XS
SM
MD
LG