ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ລິງ​ເກັນ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ ຢູ​ໂຣບ​ຕາ​ເວັນ​ອອກ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໂບກ​ມື ຂະ​ນະ​ທີ່​ທ່ານ​ຂຶ້ນ​ເຮືອ​ບິນ ອອກ​ເດີນ​ທາງ​ໃນ​ວັນ​ພະ​ຫັດທີ 3 ມີ​ນາ 2022 ​ທີ່​ຖານ​ທັບ​ອາ​ກາດ​ແອນດ​ຣູ ໃນ​ລັດ​ແມ​ຣີ​ແລນ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໂບກ​ມື ຂະ​ນະ​ທີ່​ທ່ານ​ຂຶ້ນ​ເຮືອ​ບິນ ອອກ​ເດີນ​ທາງ​ໃນ​ວັນ​ພະ​ຫັດທີ 3 ມີ​ນາ 2022 ​ທີ່​ຖານ​ທັບ​ອາ​ກາດ​ແອນດ​ຣູ ໃນ​ລັດ​ແມ​ຣີ​ແລນ.

ລັດຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ອອກ​ເດີນ​ທາງ​ໄປ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ໂຣບ ​ໃນວັນ​ພະ​ຫັດ​ວານນີ້ ເພື່ອຈັດປະ​ຊຸມ​ກັບກຸ່ມພັນ​ທະ​ມິດ​ເນ​ໂຕ້​ແລະ​ຜູ້​ນຳ​ຢູ​ໂຣບ​ຄົນ​ອື່ນໆ ໃນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂ​ທາງ​ດ້ານ​ການ​ທູດ ຕໍ່​ສະ​ຖາ​ນະ​ການ​ໃນ​ຢູ​ເຄ​ຣນ.

ໃນ​ຖະ​ແຫຼງ​ຂ່າວ​ທີ່​ນຳ​ອອກ​ເຜີຍ​ແຜ່ນັ້ນ ໂຄ​ສົກ​ກະ​ຊວ​ງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ເນດ ໄພ​ຣ​ສ໌ ກ່າວ​ວ່າ ລັດ​ຖະ​ມົນ​ຕີບ​ລິງ​ເກັນ ກ່ອນ​ອື່ນ​ໝົດ​ຈະ​ເດີນ​ທາງ​ໄປ​ນະ​ຄອນ​ບ​ຣັ​ສ​ເຊິ​ລ​ສ໌ ເພື່ອ​ພົບ​ປະ​ກັບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ອົງ​ການ​ເນ​ໂຕ້ ​ພ້ອມ​ທັງ​ພົບ​ປະ​ກັບ​ຄູ່​ຕຳ​ແໜ່ງ​ຂອງ​ສະ​ຫະ​ພາບ​ຢູ​ໂຣບໃນ​ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຂອງ​ກຸ່ມ​ຈີ 7.

ທ່ານບ​ລິງ​ເກັນ​ຈະ​ເດີນ​ທາງ​ໄປ​ໂປ​ແລນ​ໃນ​ມື້​ວັນ​ເສົາ ເພື່ອ​ພົບ​ປະ​ກັບ​ພວກ​ຜູ້​ນຳ​ຂອງ​ປະ​ເທດ​ດັ່ງ​ກ່າວ ຮວມ​ທັງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຊິກ​ນິວ ຣາວ “ເພື່ອປຶກ​ສາຫາ​ລື​ກັນ​ຕື່ມ ກ່ຽວ​ກັບ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ທ່າມ​ກາງ​ການ​ຮຸກ​ຮານ​ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ຂອງ​ຣັດ​ເຊຍ.”

ທ່ານ​ໄພ​ຣ​ສ໌ ກ່າວ​ວ່າ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ລິງ​ເກັນ​ຍັງ​ຈະ​ຂອບ​ໃຈ​ປະ​ເທດ​ໂປ​ແລນ ທີ່​ມີ​ໃຈ​ກວ້າງ​ຂວາງ​ໃຫ້​ການ​ຕ້ອນ​ຮັບ​ພວກ​ອົບ​ພະ​ຍົບ​ຫຼາຍ​ພັນ​ຄົນ​ຈາກ​ຢູ​ເຄ​ຣນ ແລະ​ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ວ່າ​ ສະ​ຫະ​ລັດ​ຈະ​ສາ​ມາດ​ເພີ້ມ​ການ​ໃຫ້​ຄວາມ​ຊ່ວຍ​ເ​ຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ແກ່​ພວກ​ທີ່​ຫຼົບ​ໜີ​ຈາກ​ສົງ​ຄາມ​ທີ່​ປູ​ຕິນ​ກໍ່​ຂຶ້ນ​ໄດ້​ແນວ​ໃດ.

ຫຼັງ​ຈາກນັ້ນ ທ່ານບ​ລິງ​ເກັນກໍ​ມີ​ກຳ​ນົດ​ເດີນ​ທາງ​ໄປ​ຍັງ​ໂມ​ລ​ໂດ​ລາ ເພື່ອ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ໄມ​ອາ ແຊນ​ດູ (Maia Sandu) ນາ​ຍົກ​ລັດ​ຖະ​ມົນ​ຕີ​ນາ​ຕາ​ເລຍ

ກ​າວ​ຣີ​ລີ​ຕາ (Natalia Gavrilita) ແລະ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ນິ​ກູ ໂປ​ແປ​ສ​ກູ (Nicu Popescu) ເພື່ອ​ຫາ​ລື ​ກ່ຽວ​ກັບ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ​ໂມ​ລ​ໂດ​ວາທີ່​ຈະ​ຮັບ​ເອົາ​ ແລະ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ພວກ​ອົບ​ພະ​ຍົບ ແລະ​ເນັ້ນ​ໜັກ​ວ່າ ສະ​ຫະ​ລັດ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ໃນ​ຄວາມ​ພະ​ຍາ​ຍາມ​ດັ່ງ​ກ່າວ.

ແຕ່​ວັນ​ທີ 6 ຫາ​ວັນ​ທີ 8 ມີ​ນາ, ທ່ານບ​ລິງ​ເກັນ​ຈະ​ເດີນ​ທາງ​ໄປ​ລີ​ທົວ​ເນຍ ລັດ​ເວຍ​ແລະ​ແອັ​ສ​ໂທ​ເນຍ ເພື່ອ​ພົບ​ປະ​ກັບ​ພວກ​ຜູ້​ນຳ​ໃນ​ປະ​ເທດ​ເຫຼົ່າ​ນັ້ນ​ໃນ​ການ​ຫາ​ລື​ກ່ຽ​ວກັບ​ການ​ດຳ​ເນີນ​ງານ​ຮ່ວມ​ກັນ​ສຳ​ລັບ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ຢູ​ເຄ​ຣນ ເສີມ​ຂະຫຍາຍ​ຄວາມ​ສາ​ມາດ​ໃນ​ການ​ສະ​ກັດ​ກັ້ນ​ແລະ​ປ້ອງ​ກັນ​ຂອງ​ອົ​ງ​ການ​ເນ​ໂຕ້ ແລະ​ຊຸກ​ຍູ້​ປະ​ຊາ​ທິ​ປະ​ໄຕ​ແລະ​ສິດ​ທິ​ມະ​ນຸດ.

ໃນ​ການ​ຖະ​ແຫຼງ​ຂ່າວ​ໃນ​ມື້​ວັນ​ພຸດ ທ່ານບ​ລິງ​ເກັນ​ກ່າວ​ວ່າ ການ​ເຄື່ອນ​ໄຫວ​ທາງ​ດ້ານ​ການ​ທູດ​ຢ່າງ​ຂຸ້ນ​ຂ້ຽວ​ກັບ​ປະ​ເທດ​ພັນ​ທະ​ມິດ​ແລະ​ພາ​ຄີຈະ​ດຳ​ເນີນ​ຕໍ່​ໄປ​ ຊຶ່ງ​ມີ​ຈຸດ​ປະ​ສົງ​ແນ​ໃສ່​ເພື່ອ​ຍຸ​ຕິ​ວິ​ກິດ​ການ​ໃນ​ຢູ​ເຄ​ຣນ.

ທ່ານ​ກ່າວ​ວ່າ “ຖ້າ​ຫາກ​ມີ​ການ​ເອົາ​ບາດ​ກ້າວ ​ທາງ​ດ້ານ​ການ​ທູດ​ ທີ່​ພວກ​ເຮົາ​ສາ​ມາດ​ເຮັດ​ໄດ້ ທີ່​ລັດ​ຖະ​ບານ​ຢູ​ເຄ​ຣນ​ເຊື່ອ​ວ່າ ຈະ​ເປັນ​ຊ່ວຍ​ນັ້ນ ພວກ​ເຮົາກໍ​ພ້ອມ​ແລ້ວ​ທີ່​ຈະ​ເອົາ​ໃນ​ຂະ​ນະ​ທີ່​ພວກ​ເຮົາກຳ​ລັງສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ຄວາມ​ສາ​ມາດ​ໃນ​ການ​ປ້ອງ​ກັນ​ໂຕ​ຂອງ​ຢູ​ເຄ​ຣນຢູ່ນັ້ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG