ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດຣ. ບຸນທອນ ຈັນທະລາວົງ ວີເຊີຣ ນາຍແພດເຢຍຣະມັນເຊື້ອສາຍລາວ


ດຣ. ບຸນທອນ ຈັນທະລາວົງ ວີເຊີຣ
ດຣ. ບຸນທອນ ຈັນທະລາວົງ ວີເຊີຣ

ສະບາຍດີ ທ່ານຜູ້ຢັງທີ່ເຄົາລົບ ໃນລາຍການຊີວິດຊາວລາວໃນ​ຕ່າງ​ແດນ ​ຂອງວີໂອເອ ສຳລັບ​ແລງວັນພະຫັດມື້ນີ້ ເຮົາຈະພາ​ທ່ານ ​ໄປໂອ້ລົມກັບ ດຣ. ບຸນທອນ ຈັນທະລາວົງ ວີເຊີຣ ນາຍແພດເຢຍຣະມັນເຊື້ອສາຍລາວ ຢູ່ໂຮງໝໍເຊນ ໂຈເຊັຟ ໃນເມືອງເຮເກນ ຕັ້ງຢູ່ທາງພາກເໜືອ ຂອງປະເທດເຢຍຣະມັນ. ດຣ. ບຸນທອນ ແມ່ນແມ່ຍິງເຊື້ອສາຍລາວ ແລະແມ່ຍິງເອເຊຍຄົນດຽວ ທີ່ເຮັດວຽກຢູ່ໂຮງໝໍແຫ່ງນີ້ ແລະຢູ່ຫ່າງໄກຈາກປະຊາຄົມລາວໃນເຢຍ​ຣະ​ມັນ. ໜ້າທີ່ວຽກງານຂອງ ດຣ. ບຸນທອນ ມີຫຍັງແດ່ນັ້ນ ກິ່ງສະຫວັນ ຈະນຳ​ເອົາ​ການ​ສຳ​ພາດ ມາສະເໜີທ່ານ ໃນ​ອັນ​ດັບ​ຕໍ່​ໄປ. ການຕັ້ງຖິ່ນຖານໃໝ່ ຂອງອົບພະຍົບລາວ ໃນປີ 1975 ໄດ້ຕິດຕາມມາດ້ວຍບັນດາຜູ້ຖືກສົ່ງອອກມາສຶກສາຮໍ່າຮຽນຕໍ່ໃນຕ່າງປະເທດ ພາຍໃຕ້ລັດຖະ ບານ ສປປ ລາວ. ຫຼັງຈາກຮຽນຈົບແລ້ວຫຼາຍຄົນໄດ້ພາກັນກັບເມືອບ້ານແລະຫຼາຍຄົນໄດ້ຕັດສິນໃຈບໍ່ກັບຄືນບ້ານ ຍ້ອນເຫດຜົນດ້ານການເມືອງ. ດ້ວຍເຫດ
ນີ້ ເຮົາຈະສັງເກດເຫັນວ່າ ມີຄົນເຊື້ອສາຍລາວ ໄດ້ຕົກຢາຍກັນຢູ່ເກືອບທຸກມຸມໂລກ ສ້າງຄອບຄົວ ກັບຊົນຊາດອື່ນໆ ປະກອບທຸລະກິດວຽກງານ ຕ່າງໆນາໆ ແລະເປັນພົນລະເມືອງດີຂອງປະເທດທີ່ເຂົາເຈົ້າອາໄສຢູ່ນັ້ນຢ່າງໜ້າສັນລະເສີນ.

ດຣ. ບຸນທອນ ຈັນທະລາວົງ ວີເຊີຣ ເກີດຢູ່ບ້ານໂພນສະຫວັນ ເມືອງແປກ ແຂວງຊຽງຂວາງປະ
ເທດລາວ. ທ່ານນາງເດີນທາງມາສຶກສຕໍ່ຢູ່ປະເທດເຊັກ ໂກສະໂລວາ​ເກຍ ໃນຊຸມປີ 1980 ໂດຍ​ໄດ້
ສຳເລັດປະລິນຍາເອກຝ່າຍການແພດຈາກມະຫາວິທະຍາໄລ Comedius or Univerzita Komenskeho Bratislava. ໃນຊຸມປີ 1990 ລະບົບລັດ​ບໍ​ລິ​ວານຂອງສະຫະພາບໂຊຫວຽດ ໄດ້ພັງທະລາຍລົງ ຊຶ່ງ​ເຮັດ​ໃຫ້​ຫຼາຍໆ​ປະ​ເທດ ​ແຍກ​ໂຕອອກມາ ເປັນເອກກະ ລາດຂອງໃຜລາວ. ເວລານັ້ນ ມີພວກນັກສຶກສາລາວ ທີ່ຖືກສົ່ງໄປຮຽນ ຢູ່ໃນບັນດາປະເທດສັງຄົມນິຍົມຈຳ​ນວນ​ນຶ່ງ ໄດ້ພາກັນປະທ້ວງຕໍ່ຕ້ານລັດຖະບານ ສປປ ລາວ. ຫຼັງ​ຈາກນັ້ນ ​ມີ​ນັກ​ສຶກ​ສາຈຳນວນນຶ່ງ ໄດ້ກັບຄືນບ້ານ ແລະອີກຈຳນວນນຶ່ງໄດ້ຂໍລີ້ໄພຢູ່ຕ່າງປະເທດ ຊຶ່ງ ດຣ ບຸນທອນ ໄດ້ກ່າວເຖິງຄວາມເປັນມາໃນເບື້ອງຕົ້ນສູ່ ວີໂອເອ ຟັງດັ່ງນີ້:

ດຣ. ບຸນທອນ ໄດ້ຕັດສິນໃຈເຂົ້າໄປຕັ້ງຖິ່ນຖານ ແລະສ້າງຄອບຄົວກັບຄົນເຢຍຣະມັນ ຢູ່ເມືອງເຮເກນ ຕັ້ງຢູ່ທາງພາກເໜືອ ຂອງປະເທດເຢຍຣະມັນ ແລະ ໄດ້ສືບຕໍ່ຝຶກຝົນຕົນເອງເລື້ອຍມາຈົນສຳເລັດໄດ້ເປັນນາຍແພດແມ່ຍິງເອເຊຍ ຄົນດຽວ ປະຈຳຢູ່ໂຮງໝໍ ​ເຊນ ໂຈເຊັຟ ຊຶ່ງເປັນໂຮງໝໍຂອງສາດສະໜາກາ ໂຕລິກ ຊ່ຽວຊານປົວຄົນຊະລາ ແລະໄດ້ປະຕິບັດໜ້າທີ່ ມາໄດ້ 20 ກວ່າ ປີແລ້ວ.ດຣ. ບຸນທອນ ຈັນທະລາວົງ ວີເຊີຣ ໄດ້ກ່າວຕໍ່ ວີໂອເອ ເຖິງໜ້າທີ່ ແລະ ຄວາມຮັບຜິດຊອບ ສູ່່ ວີໂອເອ ຟັງດັ່ງນີ້:ດຣ. ບຸນທອນ ໄດ້ກ່າວເຖິງບັນຍາກາດສິ່ງແວດລ້ອມ ປຽບທຽບລະຫວ່າງ ສະໄໝເຢຍຣະມັນຕາເວັນອອກແລະເຢຍຣະມັນຕາເວັນຕົກ ແລະຊາວເຢຍ ຣະມັນ ທີ່ມີຕໍ່ຄົນເອເຊຍນັ້ນວ່າ:

ດຣ. ບຸນທອນ ຈັນທະລາວົງ ວີເຊີຣ (ກາງ) ແລະບັນດາເພື່ອນຮ່ວມງານ
ດຣ. ບຸນທອນ ຈັນທະລາວົງ ວີເຊີຣ (ກາງ) ແລະບັນດາເພື່ອນຮ່ວມງານ


ປະຊາຊົນຢູ່ໃນບັນດາປະເທດອຸດສາຫະກຳ ແລະຮັ່ງມີ ພາກັນມີອາຍຸຍືນຍ້ອນ ຄວາມຢູ່ດີກິນດີ. ໂດຍສະເລ່ຍແລ້ວເຂົາເຈົ້າພາກັນມີອາຍຸກາຍ 90 ປີ ຂຶ້ນໄປ ຊຶ່ງ ດຣ. ບຸນທອນ ໄດ້ກ່າວມ້ວນທ້າຍສູ່ຟັງດັ່ງນີ້:

ດຣ. ບຸນທອນ ຈັນທະລາວົງ ວີເຊີຣ ກ່າວວ່າ ທ່ານມັກຮັກໃນວິຊາອາຊີບຂອງ ທ່ານ​ນາງ ທີ່ໄດ້ສູ້ທົນມາຢ່າງເປັນຜົນສຳເລັດ ແລະດີິໃຈທີ່ໄດ້ຮັບໃຊ້ປິ່ນປົວຄົນ​ຊະລາຢູ່ໃນປະເທດເຢຍຣະມັນ ອັນເປັນປະເທດໄດ້ເປີດອ້ອມແຂນຮັບເອົາທ່ານນາງ.

XS
SM
MD
LG