ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ກຳມະການສູນກາງພັກຂອງລາວ ເພີ້ມມາດ ຕະການກວດກາການປະຕິບັດໜ້າທີ່ ແລະ ຊັບສິນຂອງພະນັກງານພັກ-ລັດ, ຕຳຫຼວດ ແລະ ທະຫານທີ່ພົວພັນກັບການ ທຸດຈະລິດ


ກອງ​ປະ​ຊຸມ​ຂອງ​​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ປີ 2020
ກອງ​ປະ​ຊຸມ​ຂອງ​​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ປີ 2020

ຄະນະກຳມະ​ການສູນກາງພັກປະຊາຊົນປະຕິວັດລາວ ເພີ່ມມາດ​ຕະ​ການກວດ​ກາ​ການປະຕິບັດໜ້າ​ທີ່ ແລະຊັບສິນຂອງພະນັກງານພັກ-ລັດ, ຕຳຫຼວດ ແລະທະຫານທີ່ພົວ​ພັນ​ກັບການ​ທຸດ​ຈະ​ລິດນັ້ນ. ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ມາ​ຈາກ​ບາງກອກ.

ທ່ານຄຳພັນ ພົມມະທັດ, ປະທານຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ ໃຫ້ການ​ຢືນ​ຢັນ​ວ່າ ເປົ້າໝາຍຂອງ​ການກວດກາພັກ-ລັດ ໃນ​ໄລ​ຍະນີ້ ໄດ້​ແນ​ໃສ່ການກວດກາການຈັດຕັ້ງປະ​ຕິ​ບັດໃນບັນ​ດາໂຄງການພັດທະນາຕ່າງໆ ທີ່ລົງທຶນໂດຍລັດຖະບານເປັນດ້ານຫລັກ ເພາະວ່າ​ຖືເປັນພາກສ່ວນທີ່ມີ​ການຮົ່ວໄຫລ ແລະ ເກີດການສູນ​ເສຍດ້ານງົບປະມານຂອງລັດຖະບານຫລາຍທີ່ສຸດໃນ​ໄລ​ຍະ​ທີ່​ຜ່ານ​ມາ ໂດຍ​ມີສາເຫດສຳຄັນມາຈາກການປະ​ຕິ​ບັດ​ໜ້າ​ທີ່ໂດຍ​ທຸດ​ຈະ​ລິດ​ຂອງ​ບັນ​ດາ​ພະ​ນັກ​ງານພັກ-ລັດ. ສະນັ້ນ ເພື່ອ​ເປັນ​ການ​ສະກັດກັ້ນ ແລະປາບ​ປາມການ​ກະ​ທຳ​ດັ່ງ​ກ່າວ ຈຶ່ງ​ຕ້ອງ​ເພີ້ມ​ມາດ​ຕະ​ການ​ເຂັ້ມ​ງວດ​ຫລາຍ​ຂຶ້ນເຂົ້າ​ໃນ​ການກວດ​ກາການ​ປະ​ຕິ​ບັດ​ໜ້າ​ທີ່ ແລະ​ບັນ​ຊີ​ຊັບ​ສິນຂອງ​ບັນ​ດາ​ພະ​ນັກ​ງານ​ພັກ​ລັດຜູ້​ທີ່​ກ່ຽວ​ຂ້ອງ​ໃນ​ທຸກ​ໂຄງ​ການຂອ​ງ​ລັດ​ຖະ​ບານ ແລະ​ໃນ​ນີ້​ລວມ​ເຖິງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ ແລະ​ທະ​ຫານ​ອີກດ້ວຍ ດັງທີ່ທ່ານຄໍາພັນໃຫ້ການຢືນ​ຢັນ​ວ່າ:
“ຈຸດສຸມການກວດກາລັດແມ່ນສຸມໃສ່ກວດກາ ບັນ​ດາປາ​ກົດ​ການ​ລະ​ເມີດລະບຽບ​ການ​ຕ່າງໆ ໃນ​ການ​ລົງ​ທຶນກໍ່ສ້າງພື້ນຖານໂຄງລ່າງ, ການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ, ອົງການ ກວດກາລັດ ແລະ ຕ້ານການສໍ້ລາດບັງຫລວງ ແຕ່ລະຂັ້ນ ຍັງຈະເຮັດ​ໜ້າ​ທີ່ຢ່າງ​ຕັ້ງ​ໜ້າ​ໃນການກວດກາ ພະນັກງານ, ລັດຖະກອນ, ທະຫານ ແລະ ຕຳຫລວດທີ່​ມີ​ພຶດ​ຕິ​ກຳ​ສໍ້​ລາດ​ບັງ​ຫລວງ​ຕາມ​ທີ່​ໄດ້​ກຳ​ນົດ​ໃນ​ກົດ​ໝາຍ ໂດຍ​ຕິດ​ພັນ​ກັບ​ການ​ຄຸ້ມ​ຄອງ ກວດ​ກາ​ເອ​ກະ​ສານ​ແຈ້ງ​ຊັບ​ສິນ.”

ໃນຊ່ວງ 5 ປີຜ່ານມາ ໄດ້​ກວດ​ພົບການທຸດ​ຈະ​ລິດ​ທີ່​ເປັນ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ມາ​ຊິກ​ພັກກັບ​ບຸກ​ຄົນ​ພາຍນອກ 794 ຄົນ ​ອັ​ນເຮັດ​ໃຫ້ພາກ​ລັດ​ເກິດ​ການ​ເສຍ​ຫາຍ​ຫລາຍກວ່າ 746 ຕື້​ກີບ ກັບ 362 ກວ່າ​ລ້ານ​ບາດ ແລະ 14 ລ້ານ​ໂດ​ລາ ຊຶ່ງ​ໃນ​ນີ້​ກໍ​ສາ​ມາດ​ເກັບ​ຄືນ​ມາ​ໄດ້ 391 ກວ່າ​ຕື້​ກີບກັບ 25 ລ້ານກວ່າ​ບາດ ແລະ 10,000 ໂດ​ລາ ທັງ​ຍັງ​ໄດ້ດຳ​ເນີນ​ການກວດ​ກາ​ພາຍ​ໃນ​ພັກ ແລະ​ລົງ​ໂທດ​ທາງວິ​ໄນຕໍ່​ສະ​ມາ​ຊິກ​ພັກ​ຫລາຍກວ່າ 3,200 ຄົນ ທີ່​ພົວ​ພັນ​ກັບ​ການ​ທຸດ​ຈະ​ລິດ​ດ້ວຍ​ການ​ໃຊ້​ອຳ​ນາດ​ໜ້າ​ທີ່ເພື່ອ​ຫາ​ຜົນ​ປະ​ໂຫຍດ​ໃຫ້​ຕົນ​ເອງ ຊຶ່ງ​ໃນ​ນີ້​ກໍ​ລວມ​ທັງ 473 ຄົນ ​ທີ່​ຖືກ​ລົງ​ໂທດ​ທາງວິ​ໄນ ແລະ 71 ຄົນ​ຖືກ​ລົງ​ໂທດ​ຂັງ​ຄຸກ ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ທຸດ​ຈະ​ລິດ​ໃນ 191 ໂຄງການ​ ທີ່​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ເສຍ​ຫາຍ​ຫລາຍກວ່າ 498 ຕື້​ກີບ ກັບ 395,554 ບາດ ແລະ 1 ລ້ານ​ໂດ​ລາ ແຕ່​ສາ​ມາດ​ເກັບ​ກູ້​ຄືນ​ມາ​ໄດ້ 244 ຕື້​ກີບ ກັບ 40,000 ໂດ​ລາ ​ເທົ່າ​ນັ້ນ.

ສ່ວນ​ອົງ​ການກ​ວດ​ສອບ​ແຫ່ງ​ລັດ​ຖະ​ບານ​ລາຍ​ງານ​ວ່າ ການກວດ​ກາ 247 ໂຄງການໃນຊ່ວງປີ 2019-2021 ພົບວ່າ ການທຸຈະລິດໄດ້ເຮັດໃຫ້ລັດຖະບານລາວເສຍຫາຍທາງດ້ານງົບປະມານໄປຫຼາຍກວ່າ 5,282 ຕື້ກີບ ແລະ ເພື່ອປ້ອງກັນບໍ່ໃຫ້ເກີດການເສຍຫາຍເພີ່ມຂຶ້ນອີກ ຈຶ່ງຕ້ອງເລັ່ງດຳເນີນການກວດກາທຸກ ໂຄງການໃຫ້ໄດ້ໄວທີ່ສຸດ. ຫາກແຕ່ດ້ວຍການທີ່ບໍ່ໄດ້ຮັບການຮ່ວມມືຈາກພາກສ່ວນ ທີ່ກ່ຽວຂ້ອງຢ່າງແທ້ຈິງ ຈຶ່ງເຮັດໃຫ້ກວດກາຢ່າງ​ລະ​ອຽດໄດ້ພຽງ 10 ໂຄງການ ແລະທີ່​ມີ​ການ​ເສຍ​ຫາຍ​ເກີນກວ່າ 643 ຕື້​ກີບກັບ 384 ກວ່າລ້ານບາດ ແລະ​ເກີນກວ່າ 23 ລ້ານ​ໂດ​ລານັ້ນ ໂດຍເກັບກູ້ຄືນມາ ໄດ້ພຽງ 67 ກວ່າຕື້​ກີບ ກັບ 4 ລ້ານກວ່າ​ບາດໃນ​ປີ 2021.

ທາງດ້ານທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນຍອມຮັບວ່າ ການເສຍຫາຍ ດ້ານລາຍຮັບຂອງລັດຖະບານລາວຫຼາຍທີ່ສຸດນັ້ນ ເປັນຍ້ອນການທຸດຈະລິດ ໂດຍບັນດາພະນັກງານ ພາສີທີ່ມີການຈັດຕັ້ງ ແລະແບ່ງໜ້າທີ່ຮັບຜິດຊອບຢ່າງເປັນຂະບວນການກໍຄື ພະນັກງານພາສີໄດ້ ພະຍາຍາມປົກປິດການທຸດຈະລິດຂອງພວກຕົນ ດ້ວຍການມອບໝາຍໜ້າທີ່ຈັດ ເກັບພາສີໃຫ້ກັບ ພະນັກງານສັນຍາຈ້າງ ເພື່ອວ່າຈະເຮັດໃຫ້ພວກຕົນລອດພົ້ນຈາກຄວາມຜິດດ້ວຍການໂຍນ ຄວາມຜິດໃຫ້ພະນັກງງານສັນຍາຈ້າງນັ້ນເອງ.

ສ່ວນອົງການເພື່ອຄວາມໂປ່ງໃສສາກົນ (Transparency International) ກໍລາຍງານວ່າ ລັດຖະບານລາວ ມີຄວາມໂປ່ງໃສໃນການ ບໍລິຫານງານທີ່ລະດັບ 30 ຄະແນນຈາກ 100 ຄະແນນເຕັມແລະ​ຈັດ​ຢູ່​ໃນ​ອັນ​ດັບ 128 ຂອງ​ໂລກໃນປີ 2021 ໝາຍຄວາມວ່າມີນັກລົງທຶນຊາວຕ່າງຊາດ ໃນລາວພຽງ 30 ຄົນຈາກ 100 ຄົນ ທີ່ມີຄວາມຄິດເຫັນວ່າການບໍລິຫານງານຂອງລັດຖະບານລາວ ບໍ່ມີການທຸຈະລິດຂະນະທີ່ຊາວຕ່າງຊາດ 70 ຄົນຈາກ 100 ຄົນນັ້ນມີຄວາມຄິດເຫັນວ່າມີການທຸດຈະລິດເກີດຂຶ້ນຢ່າງກວ້າງຂວາງໃນວົງການພັກ- ລັດຖະບານລາວ.

XS
SM
MD
LG