ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານອະນຸສິດ ແລະຍານາງຈານິຕາ ຈາຢາ ເຈົ້າຂອງຮ້ານອາຫານຊ້າງ ໃນປະເທດໂປແລນ


ທ່ານອະນຸລິດ ແລະຍານາງຈາສິຕາ ຈາຢາ ຢືນຢູ່ໜ໊າຮ້ານອາຫານລາວ ຊື່ວ່າ ຊ້າງ.
ທ່ານອະນຸລິດ ແລະຍານາງຈາສິຕາ ຈາຢາ ຢືນຢູ່ໜ໊າຮ້ານອາຫານລາວ ຊື່ວ່າ ຊ້າງ.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ຂອງ ວີໂອເອ ສຳລັບວັນພະຫັດມືິ້ນີ້ ເຮົາຈະໃຫ້ທ່ານໄດ້ຟັງການໂອ້ລົມກັບ ທ່ານອະນຸລິດ ຈາຢາ ສຸຣິວົງ ເຈົ້າຂອງຮ້ານອາຫານລາວຊື່ວ່າ ເອເລຟັງ (Elephant) ຫຼື ຊ້າງ ຢູ່ເມືອງ ກ່ຽນແຊ (Kielec) ຕັ້ງຢູ່ທາງພາກຕາເວັນຕົກຂອງປະເທດໂປແລນ ຫ່າງຈາກນະ ຄອນຫຼວງວໍໍຊໍ (Warsaw) 180 ກິໂລແມັດ. ທ່ານອະນຸລິດ ແມ່ນອະດີດນັກສຶກ ສາຈາກ ສປປ ລາວ ຈຳນວນ 14 ຄົນ ທີ່ໄດ້ຖືກສົ່ງມາອົບຮົມຢູ່ປະເທດໂປແລນ ໃນຊຸມປີ 1980 ຊຶ່ງໄດ້ຕົກຄ້າງ ແລະຕັ້ງຖິ່ນຖານຢູ່ທີ່ນັ້ນມາຈົນເທົ້າເຖິງທຸກວັນນີ້. ກິ່ງສະຫວັນ ຈະນຳເອົາການສຳພາດ ກັບທ່ານອະນຸລິດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ໃນຕອນທ້າຍສັດຕະວັດ ທີ 20 ບັນດາຄົນເຊື້ອສາຍລາວຫຼາຍແສນຄົນໄດ້ ພາກັນຫລົບໜີຈາກໄພສົງຄາມ ຫລົບໜີຈາກລະບອບການປົກຄອງໃໝ່ ດ້ວຍການ ຈາກບ້ານເກີດເມືອງນອນ. ເຂົາເຈົ້າໄດ້ເດີນທາງອັນກວ້າງໄກ ຂ້າມມະຫາສະໝຸດ ປາຊິຟິກແລະແອັດແລນຕິກ ທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ ຂອງສັງຄົມຊີວິດ ລາວ. ໃນຊຸມປີ 1980 ຕອນທ້າຍຂອງສົງຄາມເຢັນພາຍໃຕ້ລະບອບການປົກຄອງ ຂອງສາທາລະນະປະຊາທິປະໄຕ ປະຊາຊົນລາວ ພວກຊາວໜຸ່ມລາວຈຳນວນນຶ່ງ ໄດ້ຖືກສົ່ງໄປຮັບການອົບຮົມອົບຮົມຮ່ຳຮຽນເອົາຄວາມຮູ້ຢູ່ໃນບັນດາປະເທດສັງຄົມ ນິຍົມຕ່າງໆ ດ້ວຍຄວາມຫວັງທີ່ຈະນຳເອົາຄວາມຮູ້ ກັບຄືນເມື່ອສ້າງສາພັດທະນາ ປະເທດຊາດ.

ໃນຊຸມປີ 1990 ຫຼັງຈາກສະຫະພາບໂຊຫວຽດ ໄດ້ພັງທະລາຍລົງ ບັນດາປະເທດ ທີ່ເຄີຍໄດ້ຢູ່ພາຍໃຕ້ການເປັນປະເທດບໍລິວານ ກໍໄດ້ລອດພົ້ນອອກມາເປັນເອກກະ ລາດຂອງໃຜລາວ ແລະໂປແລນກໍແມ່ນປະເທດນຶ່ງໃນຈຳນວນນັ້ນ. ພວກນັກສຶກ ສາລາວທີ່ກຳລັງຮຽນຢູ່ໃນປະເທດໂປແລນ ໄດ້ພາກັນຂໍລີ້ໄພ ແລະອີກຈຳນວນນຶ່ງ ໄດ້ພາກັນກັບຄືນເມືອປະເທດລາວ. ນີ້ແມ່ນຄວາມເປັນມາຂອງທ່ານອະນຸລິດ ສຸຣິ ວົງ ອະດີດນັກສຶກສາລາວ ທີ່ໄດ້ຕົກຄ້າງຢູ່ໂປແລນ ຈຶ່ງໄດ້ຕັດສິນໃຈ ຕັ້ງຖິ່ນຖານສ້າງຄອບຄົວຢູ່ທີ່ນັ້ນ ຊຶ່ງທ່ານອະນຸລິດ ກ່າວສູ່ ວີໂອເອ ຟັງດັ່ງນີ້.

ທ່ານອະນຸລິດ ແລະບັນດາເພື່ອນນັກຮຽນໄດ້ຮັບອະນຸຍາດໃຫ້ຢູ່ໃນປະເທດໂປແລນ ສາມາດເຮັດວຽກການລ້ຽງຕົນເອງໄດ້ ແລະຕ້ອງໄດ້ຂໍຕໍ່ໃບອະນຸຍາດທຸກໆສີ່ປີ. ຈຳ ນວນນຶ່ງໄດ້ເດີນທາງໄປຕັ້ງຖິ່ນຖານໃໝ່ຢູ່ປະເທດເຢຣະມັນແລະສະຫະລັດ. ສ່ວນ ທ່ານອະນຸລິດ ໄດ້ຕັດສິນໃຈແຕ່ງງານກັບແມ່ຍິງໂປແລນ ສ້າງຄອບຄົວເປັນທີ່ຖາ ວອນ ແລະໄດ້ເລີິ້ມເຮັດທຸລະກິດຮ້ານອາຫານລາວ ມີຊື່ວ່າເອເລຟັງ (Elephant) ແປວ່າ “ຊ້າງ” ຊຶ່ງທ່ານອະນຸລິດ ໄດ້ເລົ່າສູ່ຟັງດັ່ງນີ້.

ທ່ານອະນຸລິດ ເກີດຢູ້ບ້ານພະໂພ ຊຶ່ງເປັນບ້ານຊົນນະບົດ ຢູ່ນອກເມືອງປາກເຊ ແຂວງຈຳປາສັກ. ໃນປີ 2004 ທ່ານອະນຸສິດໄດ້ພາຄອບຄົວກັບຄືນເມື່ອຢາມ ພໍ່ແມ່ຍາດຕິພີ່ນ້ອງເປັນເວລານຶ່ງເດືອນ ຊຶ່ງທ່ານອະນຸສິດ ໄດ້ກ່າວມ້ວນທ້າຍສູ່ ຟັງດັ່ງນີ້:

ນັ້ນຄືຊີວິດຄວາມເປັນມາຂອງ ທ່ານອະນຸລິດ ຊາຢາ ສຸລິວົງ ອະດີດນັກສຶກສາ ຈາກ ສປປ ລາວ ທີ່ໄດ້ຕົກຄ້າງ ຢູ່ປະເທດໂປແລນ ແລະໄດ້ສ້າງຄອບຄົວຢ່າງ ມີຄວາມສຸກຢູ່ທີ່ນັ້ນ.

XS
SM
MD
LG