ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານາງເຫວີຍ ສີດາທອງ ໝໍລຳຄຣິສຕຽນອາເມຣິກັນເຊື້ອສາຍລາວ ​ໃຊ້​ລຳແທນ​ບົດ​ເພງ ສັນ​ເສີນ​ພະ​ເຈົ້າ


ຍານາງເຫວີຍ ສີດາທອງ
ຍານາງເຫວີຍ ສີດາທອງ

ຍານາງເຫວີຍ ສີດາທອງ ຄົນອາເມຣິກັນເຊື້ອສາຍລາວ ເກີດຢູ່ເມືອງປາກລາຍ ແຂວງໄຊຍະບູລີ ຊຶ່ງແຕ່ກ່ອນຄອບຄົວ ນັບຖືສາດສະໜາພຸດ ຕໍ່ມາໄດ້ປ່ຽນມານັບຖືຶສາດສະໜາຄຣິສ ນິ​ກາຍແບັບຕິສ (Baptist) ເວລາມາຕົກຢູ່ສູນອົບພະຍົບ ປະເທດໄທ ໃນປີ 1982. ນັບແຕ່ນັ້ນມາ ຄອບຄົວຍານາງເຫວີຍໄດ້​ພາ​ກັນ ນັບຖືສາດສະໜາຄຣິສຕຽນ ມາຈົນເທົ້າເຖິງປັດຈຸບັນ. ຫວ່າງບໍ່ເທົ່າໃດປີທີ່ຜ່ານມານີ້ ຍານາງເຫວີຍ ໄດ້ພັດ​ທະ​ນາໂດຍການນຳເອົາທຳນອງບັນດາລຳພື້ນເມືອງລາວຕ່າງໆ ມາແຕ່ງໃສ່ບົດສອນ ພະຄຳພີຂອງພະເຢຊູເຈົ້າ ແລະລໍາຢູ່ໃນໂບດ ຄຣິສຕຽນ.

ຍານາງເຫວີຍ ບໍ່ມີພື້ນຖານໝໍລຳມາກ່ອນ ແລະໄດ້ຮຽນດ້ວຍຕົນເອງ ຈາກການ ສັງເກດຟັງໝໍລຳຄົນອື່ນໆຜ່ານທາງຢູທູບ (Utube) ຍານາງເຫວີຍ ໄດ້ເລີ້ມລຳ ໃຫ້ສະມາຊິກໂບດທີ່ເປັນຄົນອາເມຣິກັນ
ເຊື້ອສາຍລາວຟັງ ເວລາມີການເຕົ້າໂຮມ ສູດມົນຢູ່ໃນໂບດ ທຸກໆວັນອາທິດ. ຍານາງເຫວີຍ ໄດ້ກ່າວເຖິງຄວາມເປັນມາສູ່ ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

ຄົນອາເມຣິກັນເຊື້ອສາຍລາວແມ່ນກຸ່ມນຶ່ງ ທີ່ຮວມຢູ່ໃນບັນດາຊົນຊາດຕ່າງໆ ໃນ ສະຫະລັດ
ທີ່ກຳລັງພາກັນຊີື່ນຊົມກັບເສລີພາບໃນການນັບຖື ແລະການສະແດງ ອອກ ໃນຄວາມເຊື່ອຂອງເຂົາເຈົ້າ. ທ່ານສາມາດຕິດຕາມຟັງແລະຊົມໝໍລຳຂອງ ຍານາງເຫວີຍ ສີດາທອງ ໄດ້ ໃນຢູທູບ (Weau Sidathong)

https://www.facebook.com/weua.sidathong.3/posts/866332246886185

XS
SM
MD
LG