ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນະຄອນຫລວງວຽງຈັນຄາດວ່າ ຈະສາມາດ ດຶງດູດນັກທ່ອງທ່ຽວຕ່າງປະເທດ ໄດ້ 3 ແສນຄົນໃນປີ 2022 ແຕ່​ອາດເປັນໄປ ໄດ້ ຍາກຖ້າຫາກ ບໍ່ເປີດຮັບນັກທ່ອງທ່ຽວ ລາຍບຸກຄົນ


ບ້ານ​ພັກ ຫລື​ຣີ​ສອດ​ໃນ​ແຫລ່ງ​ທ່ອງ​ທ່ຽວເມືອງວັງ​ວຽງ ແຂວງວຽງ​ຈັນ​ທີ່​ນັກ​ທ່ອງ​ທ່ຽວ​ມັກ​ໄປ​ພັກ​ຜ່ອນ ແລະ​ຊົມ​ທີວ​ທັດ​ອັນ​ສວຍ​ງາມ
ບ້ານ​ພັກ ຫລື​ຣີ​ສອດ​ໃນ​ແຫລ່ງ​ທ່ອງ​ທ່ຽວເມືອງວັງ​ວຽງ ແຂວງວຽງ​ຈັນ​ທີ່​ນັກ​ທ່ອງ​ທ່ຽວ​ມັກ​ໄປ​ພັກ​ຜ່ອນ ແລະ​ຊົມ​ທີວ​ທັດ​ອັນ​ສວຍ​ງາມ

ທາງ​ການ​ຂອງ​ເຂດນະຄອນຫລວງວຽງຈັນຄາດວ່າຈະສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດ ໄດ້ 3 ແສນຄົນໃນປີ 2022 ສ່ວນນັກທຸລະກິດລາວບອກວ່າເປັນໄປໄດ້ຍາກ​ຖ້າ​ຫາກ ບໍ່ເປີດຮັບນັກທ່ອງທ່ຽວລາຍບຸກຄົນ. ຊົງ​ລິດ ໂພນ​ເງິນມີ​ລາຍ​ງານ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ທ່ານນາງ ວິໄລວອນ ຈັນທະລາຕີ, ຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວນະຄອນຫຼວງວຽງຈັນຖະ​ແຫລງວ່າ ລັດຖະບານ​ລາວ​ໄດ້​ມອບໝາຍ​ໃຫ້​ອຳນາດ​ການ​ປົກຄອງ​ຢູ່ໃນ​ເຂດ​ນະຄອນຫຼວງວຽງ​ຈັນ​ດຶງ​ດູດເອົາ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ໃຫ້​ໄດ້ 1 ລ້ານຄົນໃນ​ປີ 2022 ນີ້ ຫາກ​ແຕ່​ເມື່ອ​ພິຈາລະນາ​ສະພາບການ​ຕົວ​ຈິງທີ່​ຍັງ​ມີການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຈຶ່ງ​ໄດ້​ປັບ​ລົດຄວາມຄາດຫວັງດັ່ງກ່າວ ລົງເປັນ 300,000 ຄົນ ຫຼື 30 ເປີ​ເຊັນຂອງຄາດໝາຍ​ດັ່ງ​ກ່າວ ແລະເຊື່ອວ່າມີ​ຄວາມເປັນໄປໄດ້ ຖ້າສະພາບການລະບາດຂອງພະຍາດໂຄວິດ-19 ມີທ່າອ່ຽງທີ່ດີຂຶ້ນນັບມື້ ດັ່ງ​ທີ່​ທ່ານນາງວິໄລວອນ ໄດ້​ຢືນ​ຢັນ​ວ່າ​:

“ໂຕເລກ​ຄາດ​ຄະ​ເນ​ຕາມ​ແຜນການ​ທີ່ພວກ​ເຮົາໄດ້​ກຳ​ນົດ​ໄວ້​ໃນ​ປີ 2022 ນີ້​ພວກ​ເຮົາ​ກະ​ຄິດ​ວ່າ ຖ້າ​ສະ​ພາບ​ປົກກະຕິ​, ກະ​ຊວງ​ເພິ່​ນ​ໄດ້​ກຳ​ນົດ​ໄວ້​ເນາະກະລ້ານ​ກວ່າ​ ແຕ່ວ່າ​ເຮົາ​ກະ​ເອົາ​ພຽງ 30 ເປີ​ເຊັນ, ນະ​ຄອນ​ຫຼວງ 30 ເປີ​ເຊັນ ພວກ​ເຮົາ​ກະຄາດວ່າ 300.000 ຄົນ ຖ້າ​ວ່າສະ​ພາບ​ເງື່ອນ​ໄຂ ການ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງພະ​ຍາດ​ໂຄວິດ-19 ຫາກວ່າມັນດີຂຶ້ນຄືທຸກມື້ນີ້ ຂ້າ​ພະ​ເຈົ້າ​ກະຮູ້ສຶກວ່າດີຂຶ້ນແລ້ວ ​ຄິດ​ວ່າ​ຖ້າສະ​ພາບ​ເປັນ ຄື​ທຸກມື້ນີ້​ການທ່ອງທ່ຽວຂອງພວກເຂົາຈະດີຂຶ້ນ.”

ທັງ​ນີ້​ລັດ​ຖະ​ບານລາວ ​ໄດ້​ເປີດ​ປະ​ເທດເພື່ອ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ໃນ​ວັນທີ 1 ​ມັງກອນ​ປີ 2022 ພາຍ​ໃຕ້​ໂຄງການ​ສົ່ງ​ເສີມ​ການທ່ອງທ່ຽວ​ສີຂຽວທີ່​ແບ່ງ​ອອກ​ເປັນ 2 ປະ​ເພດ​ຄື ​ເຂດ​ທ່ອງ​ທ່ຽວ​ສີຂຽວ ​ແລະ ​ເສັ້ນທາງ​ທ່ອງ​ທ່ຽວ​ສີຂຽວ​ທີ່​ແບ່ງ​ການດຳ​ເນີນ​ງານ​ອອກ​ເປັນ 3 ​ໄລຍະ​ຄື: ​ໄລຍະ​ທີ 1 ​ໃນ​ລະຫວ່າງ​ວັນ​ທີ 1 ​ເ​ມັງ​ກອນ-30 ມີນາ ​ເຊິ່ງ​ເປັນ​ການ​ເປີດ​ການທ່ອງທ່ຽວ​ສີຂຽວ​ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ເມືອງ​ວັງ​ວຽງ, ຫຼວງ​ພະ​ບາງ ​ແລະ​ເສັ້ນທາງ​ທ່ອງ​ທ່ຽວ​ຂຽວ​ໃນ​ແຂວງອຸດົມ​ໄຊ-​ໄຊ​ຍະ​ບູລີ-​ຊຽງ​ຂວາງ-ຄຳ​ມ່ວນ-​ຈຳ​ປາ​ສັກ. ສ່ວນໄລຍະ ​ທີ 2 ໃນຊ່ວງວັນທີ 1 ເມສາ– 30 ມິຖຸນາ ທີ່ຈະເພີ່ມເຂດທ່ອງທ່ຽວສີຂຽວຕື່ມອີກ 6 ແຫ່ງຄື: ແຂວງອຸດົມໄຊ, ຄຳມ່ວນ – ໄຊຍະບູລີ – ຊຽງຂວາງ – ສະ​ຫວັນ​ນະ​ເຂດ-ຈຳ​ປາ​ສັກ ແລະ​ເພີ້ມ​ອີກ 4 ເສັ້ນ​ທາງ​ຄື ເຊກອງ-ຫຼວງນ້ຳທາ-ສາລະວັນ ແລະໄລຍະທີ 3 ນັບແຕ່ວັນທີ 1 ກໍລະກົດ 2022 ເປັນຕົ້ນໄປ ຈະເປັນ​ການເປີດການທ່ອງທ່ຽວທົ່ວປະເທດ. ຖ້າທຸກພາກສ່ວນທີ່ກ່ຽວຂ້ອງສາມາດປະຕິບັດ ການຄວບຄຸມການລະບາດຂອງພະຍາດໂຄວິດ-19 ໄດ້ໃນລະດັບທີ່ປອດໄພແລ້ວນັ້ນ.

ສ່ວນທ່ານດາວວອນ ພະຈັນທະວົງ, ຮອງປະທານສະ​ພາ​ອຸດ​ສາ​ຫະ​ກຳແລະ ການຄ້າແຫ່ງຊາດກໍຢືນຢັນ​ວ່າ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຍັງ​ບໍ່​ພາ​ກັນ​ເດີນ​ທາງມາລາວ ເນື່ອງ​ຈາກ​ສະ​ພາບ​ການ​ລະ​ບາດ​ຂອງໄວ​ຣັ​ສໂຄວິດ-19 ໃນຕ່າງປະເທດບໍ່ທັນດີຂຶ້ນ ສ່ວນລັດ​ຖະບານລາວກໍເປີດຕ້ອນ​ຮັບສະ​ເພາະນັກທ່ອງທ່ຽວທີ່ເດີນທາງມາ​ແບບເປັນກຸ່ມໂດຍຜ່ານບໍລິສັດທ່ອງທ່ຽວທີ່ໄດ້ຮັບອະນຸຍາດເທົ່ານັ້ນ ສະ​ນັ້ນ ຈຶ່ງ​ເປັນ​ການ​ຍາກ​ທີ່​ຈະບັນ​ລຸ​ຄາດ​ໝາຍ​ການ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ​ດັ່ງ​ກ່າວ ນອກຈາກ​ຈະ​ມີ​ການເປີດຮັບ​ນັກ​ທ່ອງ​ທ່ຽວທີ່​ເດີນທາງ​ເປັນ​ລາຍ​ບຸກ​ຄົນຄຽງ​ຄູ່​ກັນ​ໄປ​ດ້ວຍ​ ດັ່ງ​ທີ່​ທ່ານດາວວອນ​ໃຫ້​ການຢືນຢັນ​ວ່າ:

“ໄລຍະເຮົາເປີດນີ້ ແຂກຕ່າງປະເທດຍັງບໍ່ທັນມາ. ເຫດຜົນກໍ​ຄືປະເທດໃກ້​ຄຽງ​ນີ້ ບ້ານເຂົາ​ເຈົ້າ​ຍັງເຂັ້ມງວດຢູ່ ຊ່ວງນີ້​ໜີ້ ມັນໝາຍຄວາມວ່າພວກ​ເຮົາ​ຮັບ​ມັນ​ເປັນ​ອັນ​ເອີ້ນ​ວ່າ Group Tour ເຮົາຍັງບໍ່ຮັບນັກທ່ອງທ່ຽວແບບ Back Packers ແບບ​ເຂົາ​ເຈົ້າ​ເຂົ້າ​ມາ 2-3 ຄົນໂດຍບໍ່ໄດ້ຜ່ານບໍລິສັດ ທ່ອງທ່ຽວ ເຮົານັ້ນຍັງບໍ່ຮັບ, ຕໍ່ໄປ ກະ​ໜ້າຈະຮັບເອົາເຂົາເຈົ້າມາ. ຂະ​ເຈົ້າ​ກະມີ​ໃບ​ກວດ​ພະ​ຍາດ​ແລ້ວ​ ແມ່ນ​ເຂົາ​ເຈົ້າ​ກະ​ຢັ້ງ​ຢືນ​ວ່າເຂົາ​ເຈົ້າ​ໄດ້​ສັກ​ສອງ​ເຂົາ​ຫຼືບາງຄົນກະ​ສາມ​ເຂັມ​ແລ້ວ​ດຽວນີ້ ກະຄວນໃຫ້ເຂົາ​ເຈົ້າ ມາ​ຫັ້ນ​ແຫລະໃນທັດສະນະຂອງເຮົາ​ເນາະ."

ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງຖະແຫຼງຂ່າວ-ວັດທະນະທໍາ ແລະທ່ອງທ່ຽວຢືນຢັນວ່າລັດຖະບານລາວ ຈະເລັ່ງດໍາເນີນການພັດທະນາທຸລະກິດພາກບໍລິການ ແລະທ່ອງທ່ຽວໃຫ້ໄດ້ລະດັບມາດຕະຖານສາກົນ ໃຫ້ໄວທີ່ສຸດ ເພາະຄາດຫວັງວ່າ ນັກທ່ອງທ່ຽວຊາວຕ່າງຊາດຈະເດີນທາງມາລາວຫຼາຍຂຶ້ນ ໂດຍສະເພາະ ພາຍຫຼັງທີ່ສາມາດຄວບຄຸມການລະບາດຂອງໄວຣັສໂຄວິດ-19 ໄດ້ຢ່າງຄັກແນ່ແລ້ວນັ້ນ ເມື່ອສົມທົບກັບການເດີນລົດໄຟລາວ-ຈີນ ຈາກເມືອງຄຸນໝິງແຂວງຢຸນນານ ມານະຄອນຫຼວງວຽງຈັນ ຢ່າງເປັນທາງການ ໃນວັນທີ 3 ທັນວາ 2021 ຈຶ່ງຄາດໝາຍວ່າ ຈະມີນັກທ່ອງທ່ຽວຈີນເດີນທາງມາລາວ ເກີນກວ່າ 1 ລ້ານຄົນ ໃນປີທໍາອິດຂອງການເດີນລົດໄຟລາວ-ຈີນ ທັງຍັງຄາດໝາຍດ້ວຍວ່າ ນັກທ່ອງທ່ຽວຈີນ ຈະເດີນທາງມາລາວ ໂດຍລົດໄຟລາວ-ຈີນເພີ້ມຂຶ້ນ ໃນອັດຕາສະເລ່ຍທີ່ເກີນກວ່າ 25 ເປີເຊັນຕໍ່ປີ ອີກດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມການລະບາດຂອງໄວຣັສໂຄວິດ-19 ໃນ​ຊ່ວງປີ 2020-2021 ກໍໄດ້ສົ່ງຜົນກະທົບເຮັດ​ໃຫ້ພາກທຸລະກິດບໍລິການແລະທ່ອງທ່ຽວໃນ​ລາວສູນ​ເສຍ​ລາຍ​ຮັບ​ເກີນກວ່າ 700 ລ້ານໂດລາຕໍ່​ປີ ແລະ​ຍັງ​ເຮັດ​ໃຫ້ຫົວ​ໜ່ວຍທຸ​ລະ​ກິດ​ຈຳ​ນວນ​ຫລວງ​ຫລາຍໄດ້ຂໍເລື່ອນການຊຳລະໜີ້ຄືນໃຫ້ທະນາຄານ ໃນ​ນີ້​ກໍ​ລ​ວມ​ທັງ ໂຮງແຮມ-ບ້ານພັກ 2,920 ແຫ່ງ, ບໍລິສັດທ່ອງທ່ຽວຫຼາຍກວ່າ 1,500 ກວ່າ​ລາຍ ​ໂດຍ​ສະ​ເພາະ​ແມ່ນ​ນະ​ຄອນ​ຫລວງວຽງ​ຈັນ​ນັ້ນມີ​ຫົວ​ໜ່ວຍ​ທຸ​ລະ​ກິດ ທີ່​ຖືກ​ກະ​ທົບ​ຈາກ​ການ​ລະ​ບາດ​ຂອງ​ໄວ​ຣັ​ສໂຄວິດ-19 ເກີນກວ່າ 90 ເປີເຊັນຂອງ​ຫົວ​ໜ່ວຍ​ທຸ​ລະ​ກິດ​ໃນ​ພາກ​ບໍ​ລິ​ການ​ທັງ​ໝົດ.

XS
SM
MD
LG