ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີ​ໂອ​ເອ​ລາວ ລົມ​ກັບ ທ່ານເດລ (Dale) ພູວິໄລ ທອງມະຫາວົງ ນັກອອກແບບພິມ​ເຄື່ອງ​ໝາຍ ໃສ່ເສື້ອຍືດ ແລະເຄື່ອງແບບ


ບໍລິສັດສະວຫວັນ ອອກແບບ ສັນຍາລັກໃສ່ເຄຶ່ອງນຸ່ງຖືຕ່າງໆ
ບໍລິສັດສະວຫວັນ ອອກແບບ ສັນຍາລັກໃສ່ເຄຶ່ອງນຸ່ງຖືຕ່າງໆ

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວໃນ​ຕ່າງ​ແດນ ຂອງວີໂອເອ ປະຈຳວັນແລງພະຫັດມື້ນີ້ ເຮົາຈະພາ​ທ່ານໄປ​ຮູ້​ຈັກ ກັບທ່ານເດລ (Dale) ພູວິໄລ ທອງມະຫາວົງ ນັກອອກແບບ​ພິມ ເຄື່ອງໝາຍຕ່າງໆ ໃສ່ເສື້ອຍືດ ເຄື່ອງແບບນຸ່ງເຮັດວຽກ ແລະອື່ນໆ ຢູ່ເມືອງ Antioch ທີ່ລັດຄາລິຟໍເນຍ. ຫຼັງຈາກໄດ້ເຮັດວຽກອອກແບບ ໃຫ້ແກ່ບໍລິສັດໃຫຍ່ແຫ່ງນຶ່ງຂອງສະຫະລັດມາເປັນເວລາເກືອບສອງທົດສະວັດ ທ່ານເດລ ໄດ້ຕັດສິນໃຈຕັ້ງທຸລະກິດຂອງຕົນເອງແລະປະສົບຜົນສຳ
ເລັດ ຢ່າງໜ້າສັນລະເສີນ. ກິ່ງສະຫວັນຈະນຳເອົາ​ການ​ໂອ້​ລົມກັບ​ທ່ານ​ເດ​ລ ມາສະເໜີທ່ານ ໃນອັນ​ດັບ​ຕໍ່​ໄປ.

ການດຳລົງຊີວິດ ປະກອບວຽກງານຄົນອາເມຣິກັນເຊື້ອສາຍລາວ ໄດ້ພິສູດໃຫ້ເຫັນເຖິງຜົນສຳ
ເລັດໃນຫຼາຍໆດ້ານ ເຊັ່ນວ່າຢູ່ໃນວົງການລັດຖະບານ ເອກກະຊົນ ແລະທຸລະກິດການຄ້າ ທີ່ໄດ້
ສ້າງຊື່ສຽງ ເພີ້ມພູນເສດຖະກິດໃຫ້ ແກ່ຕົນເອງ ແລະປະເທດຊາດນຳດ້ວຍ. ທ່ານເດລ ພູວິໄລ
ທອງມະຫາວົງ ອາຍຸ 48 ປີ ແມ່ນຄົນອາເມຣິກັນເຊື້ອສາຍລາວຜູ້ນຶ່ງ ທີ່ໄດ້ເດີນທາງເຂົ້າມາ ຕັ້ງ
ຖິ່ນຖານຢູ່ສະຫະລັດກັບຄອບຄົວໃນປີ 1981 ເວລານັ້ນມີອາຍຸໄດ້ 8 ປີ. ຫຼັງຈາກຈົບມັດທະຍົມ ທ່ານໄດ້ຮຽນຕໍ່ຢູ່ມະຫາວິທະຍາໄລແລະໄດ້ເລີ້ມປະກອບວິຊາອາຊີບອອກແບບໂຄສະນາ ຫຼື graphic designer ມາເປັນເວລາເກືອບສອງທົດສະວັດ ໃຫ້ແກ່ບໍລິສັດ LBC Corporation ຊຶ່ງເປັນບໍລິສັດໃຫຍ່ແຫ່ງນຶ່ງຂອງສະຫະລັດແລະມີສາຂາຢູ່ທົ່ວປະເທດ. ຫຼັງຈາກໄດ້ຮຽນຮູ້ ມີປະສົບການ ທ່ານເດລໄດ້ຕັດສິນໃຈອອກມາເຮັດທຸລະກິດຂອງຕົນເອງມີຊື່ວ່າ “Savan Apparel” ຊຶ່ງເປັນທຸລະກິດຂະໜາດນ້ອຍ ເຮັດຢູ່ບ້ານເປັນບໍລິສັດ ອອກແບບພິມ ເຄື່ອງໝາຍ ໃສ່ເຄື່ອງນຸ່ງຫົ່ມ ເຊ່ັນວ່າ ທຸງ ເສື້ອຍືດ ໝວກ ເສື້ອຄຸມແຈກເກັດ (jacket) ໃຫ້ແກ່ສ່ວນບຸກຄົນ ສະ​ໂມ​ສອນ ຫ້າງຮ້ານ ບໍລິສັດ ສະມາຄົມ ແລະ ອົງການຈັດຕັ້ງຕ່າງໆ ຕາມຄວາມຕ້ອງການຂອງລູກຄ້າສັ່ງຊຶ່ງທ່ານເດລ ໄດ້ອະທິບາຍສູ່ ວີໂອເອ ຟັງດັ່ງນີ້:

ທ່ານເດລ ພູວິໄລ ທອງມະຫາວົງ
ທ່ານເດລ ພູວິໄລ ທອງມະຫາວົງ

ທ່ານ​ເດລ ເກີດຢູ່ນະຄອນຫຼວງວຽງຈັນ ເຂົ້າມາສະຫະລັດ ໃນປີ 1981 ເວລາ ນັ້ນ ມີອາຍຸໄດ້ 8 ປີໄດ້ຖືກລ້ຽງດູຢູ່ໃນບັນຍາກາດຄອບຄົວລາວ ກິນອາຫານລາວ ແລະປາກເວົ້າພາສາລາວໄດ້ຢ່າງຄ່ອງແຄ້ວ. ທ່ານເດລ ມີຄວາມສົນໃຈ ກ່ຽວກັບປະຫວັດສາດລາວ ຮີດຄອງປະເພນີ ຊີວິດການເປັນຢູ່ຂອງຄົນລາວອັນ ເປັນບ່ອນກຳເນີດ. ເພາະສະນັ້ນ ສິ່ງເຫລົ່ານີ້ໄດ້ດົນບັນດານ ໃຫ້ທ່ານເດລ ຜູ້ມີພອນສະຫວັນດ້ານສິນລະປະອອກຫົວຄິດປະດິດສ້າງບັນລະຍາຍຈີນຕະນາການ ເພື່ອໃຫ້ພວກຊາວໜຸ່ມອາເມຣິກັນເຊື້ອສາຍລາວ ຜູ້ທີ່ໄດ້ມາເຕີບໃຫຍ່ຢູ່ໃນສະຫະ ລັດໄດ້ຮຽນຮູ້ເຖິງຮາກເຫງົ້າທີ່ມາຂອງເຂົາເຈົ້າ. ໃນເບື້ອງຕົ້ນ ທ່ານເດລໄດ້ອອກ ແບບທຸງຊາດລາວ ຊ້າງສາມຫົວ ບັນດາກະສັດລາວ ດອກຈຳປາ ຊຶ່ງທ່ານເດລ ໄດ້ກ່າວກ່ຽວ​ກັບ​ເລື້ອງນີ້ວ່າ:

ທ່ານ​ເດລ ໄດ້ຮັບເໝົາວຽກມາເຮັດຢູ່ບ້ານ ເປັນນາຍຕົນເອງໂດຍທີ່ບໍ່ໃຜມາບັງຄັບ ແຕ່ມີຄວາມຮັບຜິດຊອບສູງ ເພື່ອໃຫ້ຜະລິດຕະພັນສວຍງາມທັນກັບເວລາ ທີ່ພວກລູກຄ້າຕ້ອງການ ແລະເປັນທີ່ໄວ້ວາງໃຈໄດ້. ນອກຈາກກນັ້ນ ຍັງຖືໂອ ກາດອອກໄປຂາຍເຄື່ອງເຫຼົ່ານີ້ ຢູ່ຕາມບຸນວັດ ໂດຍສະເພາະ ເວລາມີການສະຫຼອງບຸນປີໃໝ່ລາວປະຈຳປີ ທີ່ບໍ່ໄກຈາກບ້ານຊຶ່ງທ່ານເດລ ໄດ້ກ່່າວດັ່ງນີ້:

ການປະກອບອາຊີບວຽກງານຢູ່ໃນປະເທດອຸດສາຫະກຳ ຈະຕ້ອງມີລະບົບການ ຢຸດພັກຜ່ອນສະຫຼອງບຸນປະຈຳປີຕ່າງໆ ນອກນັ້ນກໍມີການພັກຢຸດງານປະຈຳປີ ຢ່າງໜ້ອຍສອງອາທິດຕໍ່ປີ. ແຕ່ລະປີຊາວອາເມຣິກັນພາກັນວາງແຜນວ່າ ຈະເດີນທາງໄປຢ້ຽມຢາມສະຖານທີ່ໃດ ໃກ້ ຫຼືໄກ ຈະເດີນທາງໂດຍທາງລົດ ຫຼືທາງເຮືອບິນ. ທ່ານເດລໄດ້ມີໂອກາດເດີນທາງໄປຢ້ຽມຢາມຫຼາຍລັດໃນສະຫະລັດ ອັນເປັນກຳໄລຊີວິດຂອງການເຮັດວຽກໜັກ. ເວລາໃດມີເວລາພັກເລັກນ້ອຍ ທ່ານ​ເດລພ້ອມດ້ວຍຄອບຄົວ ແລະໝູ່ເພື່ອນມັກພາກັນໄປນອນພັກຜ່ອນຢູ່ແຄມ ນໍ້າ ຫ່າງໄກຈາກໂຕເມືອງ ພາກັນຕຶກເບັດ ແລະຄົວຊຸມແຊວກັນ ຢ່າງມີຄວາມ ສຸກ ຊຶ່ງທ່ານເດລ ໄດ້ກ່າວມ້ວນທ້າຍສູ່ ວີໂອເອ ຟັງດັ່ງນີ້

ລົດແຄມປິງ (camping) ຈອດພັກຜ່ອນຕຶກເບັດຢູ່ແຄມນໍ້າ
ລົດແຄມປິງ (camping) ຈອດພັກຜ່ອນຕຶກເບັດຢູ່ແຄມນໍ້າ

ນັ້ນແມ່ນການປະກອບວິຊາອາຊີບຂອງທ່ານ​ເດລ ຄົນອາເມຣິກັນເຊື້ອສາຍລາວ ຄົນນຶ່ງທີ່ປະສົບຜົນສຳເລັດກັບໜ້າທີ່ວຽກງານ ສ້າງລາຍໄດ້ດີສົມຄວນແລະໃຊ້ ຊີວິດກັບຄອບຄົວ ຢ່າງມີຄວາມສຸກ.

ທ່ານເດລ (Dale) ພູວິໄລ ທອງມະຫາວົງ
ທ່ານເດລ (Dale) ພູວິໄລ ທອງມະຫາວົງ

XS
SM
MD
LG