ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄົນລາວຜູ້ນຶ່ງ ທີ່ປະເທດໂປແລນ ມີລາຍງານວ່າ ເສຍຊີວິດຍ້ອນໂຄວິດ-19


ຄົນພາກັນເຂົ້າຮ່ວມປະທ້ວງ ຕໍ່​ຕ້ານ​ຂໍ້ຈຳກັດໂຄວິດ19 ຢູ່ເມືອງກຣາໂກ ປະເທດໂປແລນ ​ເມື່ອວັນທີ 11 ເມສາ 2021.
ຄົນພາກັນເຂົ້າຮ່ວມປະທ້ວງ ຕໍ່​ຕ້ານ​ຂໍ້ຈຳກັດໂຄວິດ19 ຢູ່ເມືອງກຣາໂກ ປະເທດໂປແລນ ​ເມື່ອວັນທີ 11 ເມສາ 2021.

ການລະບາດຂອງໄວຣັສໂຄວິດ-19 ຢູ່ໃນທົ່ວໂລກ ປາກົດວ່າກຳລັງຫລຸດຜ່ອນລົງແຕ່ການເສຍຊີວິດ ກໍຍັງດຳເນີນຢູ່ຕໍ່ໄປ. ປະເທດໂປແລນ ກໍແມ່ນປະເທດນຶ່ງໃນຢູ ໂຣບ ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19 ເຖິງແມ່ນໄດ້ມີກົດລະບຽບ ໃນການເດີນ ທາງເຂົ້າແລະອອກຢ່າງເຄັ່ງຄັດ ເໝືອນດັ່ງປະເທດເພື່ອນບ້ານໃກ້ຄຽງອື່ນໆ. ປັດຈຸ ບັນນີ້ ກົດລະບຽບໄດ້ມີການໂຍະຍານຜ່ອນຜັນບໍ່ຈຳເປັນຕ້ອງໃສ່ໜ້າກາກປິດປາກ ປິດດັງ ເວລາຍ່າງຫຼິ້ນຢູ່ຕາມສວນສາທາລະນະ ໂດຍສະເພາະຢູ່ນອກຕຶກອາຄານ. ແຕ່ຢູ່ໃນຕຶກອາຄານຕ່າງໆຍັງຕ້ອງໄດ້ໃສ່ໜ້າກາກ ປິດປາກແລະດັງຢູ່ສະເໝີ.

ປະປົນຢູ່ກັບປະຊາຊົນໂປແລນ ມີບັນດາອະດີດນັກສຶກສາລາວຈຳນວນນ້ອຍໆ ທີ່ ໄດ້ຖືກສົ່ງໄປຈາກ ສປປ ລາວ ເພື່ອຮັບການອົບຮົມຢູ່ປະເທດໂປແລນ ໃນຊຸມປີ 1970 ແລະ 1980 ທີ່ໄດ້ຕົກຄ້າງຢູ່ທີ່ນັ້ນ. ຈໍານວນນຶ່ງໄດ້ກັບບ້ານໄປແລ້ວ ແຕ່ ອີກຈຳນວນນຶ່ງໄດ້ສ້າງຄອບຄົວກັບຊາວໂປແລນ ມີລູກເຕົ້າ ຕັ້ງຫລັກແຫຼ່ງຢູ່ຫ່າງ ໄກກັນ. ເມື່ອສາມອາທິດ ທີ່ຜ່ານມານີ້ ມີອະດີດນັກສຶກສາລາວຄົນນຶ່ງ ທີ່ໄດ້ເດີນ ທາງໄປເຮັດວຽກຢູ່ປະເທດເຢຍຣະມັນ ຊຶ່ງເປັນເພື່ອນບ້ານ. ຫລັງຈາກລາວໄດ້ກັບ ຄືນມາຫາມາຫາຄອບຄົວ ຢູ່ທີ່ປະເທດໂປແລນ ລາວໄດ້ເສຍຊີວິດຍ້ອນໂຄວິດ-19 ຊຶ່ງ ທ່ານອະນຸລິດ ສຸຣິວົງ ເພື່ອນຂອງຜູ້ເສຍຊີວິດ ໄດ້ກ່າວສູ່ ວີໂອເອ ຟັງວ່າ:

ລິງໂດຍກົງ

ຄົນເຊື້ອສາຍລາວຄົນດັ່ງກ່າວເປັນຄົນລາວຜູ້ທຳອິດທີ່ໄດ້ເສຍຊີວິດຍ້ອນໂຄວິດ-19 ຢູ່ໃນປະເທດໂປແລນ. ປັດຈຸບັນນີ້ມີປະຊາຊົນໂປແລນ 5,376,674 ຄົນ ຕິດໂຄ ວິດ-19 ໃນນັ້ນມີຢູ່ 108,102 ຄົນ ໄດ້ເສຍຊີວິດ.

XS
SM
MD
LG