ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫ​ລ ​ຍົກ​ເລີກ​ຂໍ້​ຫ້າມ​ດ້ານ​ວີ​ຊາ​ທີ່​ວາງ ​ອອກ​ມາ​ໄດ້​ເກືອບ 3 ປີ ນັ້ນ ​ໃຫ້​ແກ່​ຄົນ​ລາວ​ເກືອບ​ໝົດ​ທຸກຄົນ​ແລ້ວ


ທ່ານ ອາດາມ ແດໂຣ ພ້ອມດ້ວຍພັນລະຍາ ແລະລູກທີ່ເກີດຢູ່ລາວ
ທ່ານ ອາດາມ ແດໂຣ ພ້ອມດ້ວຍພັນລະຍາ ແລະລູກທີ່ເກີດຢູ່ລາວ

ທ່ານອາດາມ ແດໂຣ, ອະ​ດີດ​ຜູ້​ຈັດ​ການ​ຮ້ານ​ອາ​ຫານ​ແຫ່ງ​ນຶ່ງ​ ໃນ​ນະ​ຄອນ​ວຽງ​ຈັນ ທີ່​ພັນ​ລະ​ຍາລໍ​ຄອຍຖ້າ​ຮັບ​ວີ​ຊາ​ເຂົ້າ​ສະ​ຫະ​ລັດມາໄດ້ເກືອບ 3 ປີແລ້ວ ນັ້ນ ຮູ້​ສຶກດີ​ໃຈ​ທີ່​ສຸດ ເມື່ອ​ໄດ້​ຍິນ​ຂ່າວ​ວ່າລັດ​ຖະ​ບານສະ​ຫະ​ລັດ​ໄດ້​ຍົກ​ເລີກຂໍ້​ຫ້າມໃນ​ການ​ອອກວີ​ຊາ​ເຂົ້າ​ສະ​ຫະ​ລັດ ສຳ​ລັບ​ພົນ​ລະ​ເມືອງ​ລາວ​ເກືອບໝົດ​ທຸກ​ຄົນໃນ​ 3 ມື້ຜ່ານ​ມານີ້. ເມື່ອ​ທ່ານ​ໄດ້​ຮັບ​ອີ​ເມ​ລຈາກ​ພະ​ແນກ​ກົງ​ສູນ​ສະ​ຫະ​ລັດປະ​ຈຳ​ລາວທີ່ບອກວ່າ​ ໃຫ້ພັນ​ລະ​ຍາ​ຂອງ​ທ່ານດຳ​ເນີນ​ຂັ້ນ​ຕອນຂໍ​ວີ​ຊາ​ທີ່​ຖືກ​ໂຈະ​ໄວ້​ນັ້ນຕໍ່​ໄປ​ອີກ​ທ່ານບອກ​ກັບ​ວີ​ໂອ​ເອ​ວ່າ:

“ຂ້ອຍພ້ອມແລ້ວ, ເມຍຂ້ອຍພ້ອມແລ້ວ, ຄອບຄົວຂອງຂ້ອຍທັງຫມົດພາ​ກັນຮູ້​ສຶກຄືກັບວ່າ​ຢູ່​ເທິງດວງຈັນໜີ້​ຫລະ. ບໍ່ມີຫຍັງ​ຈະ​ເຮັດ​ໃຫ້​ຂ້ອຍ​ມີຄວາມສຸກໄປກວ່ານີ້. ຂ້ອຍຮູ້​ສຶກ​ຄ້າຍ​ກັບ​ວ່າ ກຳ​ລັງ​ຝັນ​ໄປໜີ້​ຫລະເມື່ອພວກ​ເຮົາ​ຮູ້ຂ່າວ​ກ່ຽວ​ກັບ​ເລື້ອງນີ້​ໄດ້​ໃນ​ສອງ​ມື້​ກ່ອນ.”

ໃນປີ 2018 ພ້ອມໆກັນກັບມຽນມາລັດຖະບານຂອງອະດີດປະທານາທິບໍດີທຣໍາໄດ້ຈັດເອົາລາວເຂົ້າໃນລາຍຊື່ປະເທດທີ່ບໍ່ໄດ້ໃຫ້​ຄວາມ​ຮ່ວມ​ມື​ຢ່າງພຽງພໍ ໃນການອອກເອກະສານເດີນທາງໃຫ້ແກ່ພວກທີ່ຖືສັນຊາດຂອງປະເທດເຫລົ່ານີ້ທີ່​ຢູ່ໃນ​ບັນ​ຊີ​ລາຍ​ຊື່ຖືກເນລະເທດ​ອອກ​ຈາກ​ສະ​ຫະ​ລັດ​. ເພື່ອ​ເປັນ​ການ​ກົດ​ດັນ​ຕໍ່​ລັດ​ຖະ​ບານ​ລາວສະ​ຫະ​ລັດ ​ໄດ້​ເພີ້ມ​ການ​ຈຳ​ກັດ​ວີ​ຊາ​ໃຫ້​ແກ່​ພົນ​ລະ​ເມືອງ​ລາວ​ທັງໝົດ​ນັບ​ແຕ່ນັ້ນ​ມາ ຊຶ່ງ​ມີ​ຜົນ​ກະ​ທົບໂດຍ​ກົງຕໍ່​ຊາວ​ອາ​ເມ​ຣິ​ກັນຫລາຍ​ພັນ​ຄົນ​ ຊຶ່ງທ່ານອາ​ດາມ​ໃຫ້ວ່າ:

“ມັນບໍ່ພຽງແຕ່ຂ້ອຍແລະຄອບຄົວຂອງພວກເຮົາເທົ່ານັ້ນ, ເຈົ້າຮູ້ບໍ່, ຫຼາຍພັນຄອບຄົວ, ຫຼາຍກວ່າສອງພັນຄອບຄົວທີ່ໄດ້ຮັບຜົນກະທົບໂດຍກົງຈາກການກະທໍານີ້ ຜູ້ທີ່ບໍ່ສາມາດໄດ້ຮັບວີຊາ ພ້ອມ​ທັງ ສະມາຊິກໃນຄອບຄົວ ແລະຄົນ​ທີ່ພວກເຂົາ ເຈົ້າ​ຮັກ​, ໝູ່​ເພື່ອນ​ທີ່​ຢາກ​ເຫັນແລະ​ຢາກຢູ່​ນຳເຂົາ​ເຈົ້າ​ອີກ.”

ແຕ່​ຢ່າງ​ໃດ​ກໍ​ການ​ລົງ​ໂທດ​ຕໍ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຈຳ​ນວນ​ນຶ່ງ​ໃນ​ລັດ​ຖະ​ບານ​ລາວຍັງບໍ່​ທັນ​ຖືກ​ຍົກ​ເລີກ​ເທື່ອ ​ຊຶ່ງ​ຂຶ້ນ​ກັບ​ການ​ຮ່ວມ​ມືເພີ້ມ​ອີກຂອງ​ລັດ​ຖະ​ບານ​ລາວ ​ໃນ​ເລື້ອງຮັບ​ເອົາ​ຄົນ​ສັນ​ຊາດ​ລາວ ​ທີ່​ຖືກ​ກຳ​ນົດ​ວ່າ​ໃຫ້​ເນ​ລະ​ເທດ​ອອກ​ສະ​ຫະ​ລັດນັ້ນ, ອີງ​ຕາມ​ການ​ແຈ້ງ​ການ​ຢູ່​ໃນ​ເວັບ​ໄຊທ໌ ຂອ​ງ​ສະ​ຖານ​ທູດ​ສະ​ຫະ​ລັດ​ປະ​ຈຳ​ລາວ.

XS
SM
MD
LG