ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ທຸ​ລະ​ກິດ​​ລາວ-ອາ​ເມ​ຣິ​ກັນຈະ ​ລົງ​ທຶນ​ຫລາຍ​ລ້ານ​ໂດ​ລາ​ເພື່ອ​ສ້າງຮ້ານ​ຄ້າ ​ຂະ​ໜາດ​ໃຫຍ່​ Laos-Mart ທີ່​ຈະຂະ​ຫຍາຍ ​ອອກ​ໄປ​ຕ່າງ​ປະ​ເທດອີກ​


ແຕ່​ຊ້າຍ​ຫາ​ຂວາ, ທ່ານ​ວຽງ​ໄຊ ວິ​ໄລ​ກຸນ (ທີ 2) , ທ່ານ​ນາງ​ສະ​ພາ ໄຊ​ປ​ຣ​ະ​ສິດ ເມ​ສ໌ (ກາງ), ກ​ທຸ​ລະ​ກິດອາ​ເມ​ຣິ​ກັນເຊື້ອ​ສາຍ​ລາວ, ​ທ່ານ​ນາງ​ປາ​ນີ ຢາ​ທໍ​ຕູ, ຮອງປະ​ທານ​ປະ​ເທດ​ລາວ ແລະ​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ຂອງ​ລັດ​ຖະ​ບານລາວ
ແຕ່​ຊ້າຍ​ຫາ​ຂວາ, ທ່ານ​ວຽງ​ໄຊ ວິ​ໄລ​ກຸນ (ທີ 2) , ທ່ານ​ນາງ​ສະ​ພາ ໄຊ​ປ​ຣ​ະ​ສິດ ເມ​ສ໌ (ກາງ), ກ​ທຸ​ລະ​ກິດອາ​ເມ​ຣິ​ກັນເຊື້ອ​ສາຍ​ລາວ, ​ທ່ານ​ນາງ​ປາ​ນີ ຢາ​ທໍ​ຕູ, ຮອງປະ​ທານ​ປະ​ເທດ​ລາວ ແລະ​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ຂອງ​ລັດ​ຖະ​ບານລາວ

​ແມ່​ຍິງ​ອາ​ເມ​ຣິ​ກັນເຊື້ອ​ສາຍ​ລາວ ທີ່​ມີ​ປະ​ສົບ​ການ​ສູງໃນ​ດ້ານ​ການ​ບໍ​ລິ​ຫານ ແລະ​ສ້າງ​ຕັ້ງ​ທຸ​ລະ​ກິດມີ​ແຜນ​ການ​ທີ່​ຈະ​ໄປລົງ​ທຶນ​ສ້າງ​ຕັ້ງຮ້ານ​ສັບ​ພະ​ສິນ​ຄ້າທີ່​ເປັນ​ຂອງລາວ ແລະ​ຂະ​ຫຍາຍ​ໄປ​ທົ່ວ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ​ລົງ​ທຶນ​ໃນ​ຫລາຍ​ຂະ​ແໜງ​ເພື່ອ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ລາວ ຊຶ່ງ​ບົວ​ສະ​ຫວັນ ມີ​ລາຍ​ລ​ະອຽດ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານ​ວຽງ​ໄຊ ວິ​ໄລ​ກຸນ (ທີ 3 ຊ້າຍ), ທ່ານ​ນາງ​ສຸ​ພາ ໄຊ​ປ​ຣະ​ສິດ-ເມ​ສ໌ (ກາງ), ທ່ານ​ສອນ​ໄຊ ສີ​ພັນ​ດອນ (ກາງ​ຂວາ), ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ​ການ​ລົງ​ທຶນ​ຂອງ​ລາວ ແລະເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ຂອງ​ລາວ
ທ່ານ​ວຽງ​ໄຊ ວິ​ໄລ​ກຸນ (ທີ 3 ຊ້າຍ), ທ່ານ​ນາງ​ສຸ​ພາ ໄຊ​ປ​ຣະ​ສິດ-ເມ​ສ໌ (ກາງ), ທ່ານ​ສອນ​ໄຊ ສີ​ພັນ​ດອນ (ກາງ​ຂວາ), ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ​ການ​ລົງ​ທຶນ​ຂອງ​ລາວ ແລະເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ຂອງ​ລາວ

ໃນ​ການ​ໄປ​ຢ້ຽມ​ຢາມ​ບ້ານ​ເກີດຄັ້ງ​ທຳ​ອິດ​ຂອງ​ຕົນ​ເອງ ໃນ​ທ້າຍ​ເດືອນ​ແລ້ວນີ້ ທ່ານ​ນາງ​ສຸ​ພາ ໄຊ​ປ​ຣະ​ສິດ ເມ​ສ໌, ນັກ​ທຸ​ລະ​ກິດອາ​ເມ​ຣິ​ກັນເຊື້ອ​ສາຍ​ລາວ ​ໄດ້ເຫັນ​ໂອ​ກາດ​ໃນ​ການ​ຮ່ວມ​ມື​ກັບ​ລັດ​ຖະ​ບານ​ລາວ​ເພື່ອ​ລົງ​ທຶນ​ໃນ​ຫລາຍ​ດ້ານ ຊຶ່ງ​ໃນ​ນັ້ນ ​ທ່າ​ນ​ນາງ​ຢາກຫາທາງ​ເອົາ​ທຶນ ແລະ​ຄົນ​ທີ່​ມີ​ຄວາມ​ຊຳນິຊຳ​ນານ​ໃນ​ຂະ​ແໜງ​ທຸ​ລະ​ກິດ​ຕ່າງໆ​ເຂົ້າ​ໄປ​ລາວ ເພື່ອ​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະຊື່​ສຽງ​ໃຫ້ ບ້ານ​ເກີດ​ເມືອງນອນທີ່​ທ່ານ​ນາງຮັກ​ຫອມ ດັ່ງ​ທີ່ທ່ານ​ນາງບອກກັບ​ວີ​ໂອ​ເອວ່າ:

“ພວກ​ເຮົາ​ຕ້ອງ​ການ​ຄົນ​ຂອງ​ພວກ​ເຮົາ ​ທີ່​ເປັນ​ເຈົ້າ​ຂອງ​ຢູ່​ໃນ​ປະ​ເທດ… ແລະ ພວກ​ເຮົາຈະ​ນຳ​ເງິນເຂົ້າ​ຈາກ​ປະ​ເທດ​ອື່ນ, ເອົາ​ເງິນ​ຈາກ​ປະ​ເທດ​ອື່ນ​ມາ​ສ້າງ​ສາ​ປະ​ເທດ​ລາວ. ປະເທດອື່ນ…ບໍ່ມີໃຜຈະເຮັດຄືຂະ​ນ້ອຍ​ດອກ ເຮັດແບບທີ່ເອົາເງິນມາສ້າງຢູ່ຫັ້ນ, ສ້າງຍີ່ຫໍ້​ຂອງລາວ, ສ້າງໂຮງງານຜະລິດໃນລາວແບບທີ່​ວ່າພວກເຮົາ, ຄົນລາວເປັນເຈົ້າຂອງ, ຂະ​ນ້ອຍເປັນເຈົ້າຂອງ. ​ແລະ​ຂະ​ນ້ອຍກັບ​ອ້າຍ​ວຽງ​ໄຊ​ຈະ​ສ້າງ​ໂຮງງານ​ກັ່ນ​ ຫລື​ຫລອມໂລ​ຫະ ​ເພື່ອ​ສະໜອງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວ​ລາວ.”

ທ.ນ. ສຸພາ ໄຊປຣະສິດ ເມສ໌, (ທີ 6 ຈາກ​ຂວາ), ນັກທຸລະກິດອາເມຣິກັນເຊື້ອສາຍລາວພົ​ບ​ກັ​ບ​ປະ​ທານ​ສະ​ພາ​ການ​ຄ້າ ແລະ​ອຸດ​ສະ​ຫະ​ກຳ​ລາວ (ທີ 5 ຈາກຂວາ) ທີ່​ນະ​ຄອນ​ຫລວງວຽງ​ຈັນ, 24 ມັງ​ກອນ, 2022
ທ.ນ. ສຸພາ ໄຊປຣະສິດ ເມສ໌, (ທີ 6 ຈາກ​ຂວາ), ນັກທຸລະກິດອາເມຣິກັນເຊື້ອສາຍລາວພົ​ບ​ກັ​ບ​ປະ​ທານ​ສະ​ພາ​ການ​ຄ້າ ແລະ​ອຸດ​ສະ​ຫະ​ກຳ​ລາວ (ທີ 5 ຈາກຂວາ) ທີ່​ນະ​ຄອນ​ຫລວງວຽງ​ຈັນ, 24 ມັງ​ກອນ, 2022

ທ່ານ​ນາງ​ສຸ​ພາ​ເປັນ​ເຈົ້າ​ຂອງ​ທຸ​ລະ​ກິດ​ຫລາຍ​ແຫ່ງ​ໃນ​ສະ​ຫະ​ລັດ. ນຶ່ງ​ໃນ​ບໍ​ລິ​ສັດ​ທີ່​ທ່ານ​ນາງ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ມາ ກໍ​ຄື​ບໍ​ລິ​ສັດທີ່​ປຶກ​ສາດ້ານ​ການ​ບໍ​ລິ​ຫານທຸ​ລະ​ກິດ ການພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ການ​ຝຶກ​ອົບ​ຮົມ ແລະ​ພັດ​ທະ​ນາ​ຜູ້​ບໍ​ລິ​ຫານ​ບໍ​ລິ​ສັດ, ​ຂ່າວ​ສານ ແລະ​ດ້ານ​ອື່ນ​ອີກ ທີ່​ຊື່​ວ່າ Inclusion Magazine ທີ່​ຕັ້ງ​ຢູ່​ເມືອງລິດ​ໂທ​ຣັອກ (Little Rock), ລັດ​ອາ​ແຄ​ນ​ຊໍ​ທາງ​ພາກ​ໃຕ້​ຂອງ​ສະ​ຫະ​ລັດ. ສະ​ນັ້ນໃນ​ຂັ້ນຕົ້ນ​ໆ ​ທ່ານ​ນາງ​ມີ​ແຜນ​ທີ່​ຈະ​ລະ​ດົມ​ທຶນ​ຈາກ​ລູກ​ຄ້າທີ່​ໃຊ້​ບໍ​ລິ​ການ​ໃນ​ດ້ານ​ການປຶກ​ສາ​ທາງ​ທຸ​ລະ​ກິດ​ຂອງ​ບໍ​ລິ​ສັດທ່ານ​ນາງ​ຢູ່​ສະ​ຫະ​ລັດ ໄປລົງ​ທຶນ​ສ້າງ​ໂຮງ​ງານຫລອມ​ຄຳ​ໃນ​ມູນ​ຄ່າປະ​ມານ 250 ລ້ານ​ໂດ​ລາ ຫາ 500 ລ້ານ​ໂດ​ລ ໃນ​ນາມບໍ​ລິ​ສັດບໍ່​ຄຳ​ສາ​ກົນ​ວິ​ໄລ​ກຸນ ຫລື Wilaikul International Gold Mines Co. Ltd. ຊຶ່ງ​ເປັນ​ບໍ​ລິ​ສັດ​ຂຸດຄົ້ນ​ຄຳ​ທີ່​ທ່ານວຽງໄຊ ວິ​ໄລ​ກຸນ, ນັກ​ທຸ​ລະ​ກິດ​ລາວ-ອາ​ເມ​ຣິ​ກັນເປັນ​ປະ​ທານນັ້ນ. ບໍ​ລິ​ສັດ​ດັ່ງ​ກ່າວ​ມີ​ໂຄງ​ການ​ຂຸດຄົ້ນ​ຄຳພູ​ຜ່ານ​ຊຶ່ງຕັ້ງຢູ່ 35 ກິ​ໂລ​ແມັດ​ຫ່າງ​ຈາກ​ເມືອງ​ຊະ​ນະ​ຄາມ, ແຂວງວຽງ​ຈັນຢູ່ທາງ​ຕາ​ເວັນ​ຕົກ​ຂອງ​ນະ​ຄອນ​ຫລວງວຽງ​ຈັນ.

ນອກນັ້ນ ເພື່ອ​ເຮັດ​ໃຫ້​ລາວ​ກາຍ​ເປັນ​ປະ​ເທດ​ທີ່​ມື​ຊື່​ສຽງ​ໃນວົງ​ການ​ການ​ຄ້າ​ສາ ກົນ ​ທ່ານ​ນາງ​ຈະ​ສ້າງ​ຕັ້ງ​ຮ້ານ​ສັບ​ພະ​ສິນ​ຄ້າທີ່​ມີ​ເຄືອ​ຂ່າຍ​ໃຫຍ່​ອັນ​ທຳ​ອິດ ​ທີ່​ເປັນ​ຂອງ​ຄົນ​ລາວ ຊື່​ວ່າ Laos-Mart ຊຶ່ງ​ຈະ​ເປັນ​ບໍ​ລິ​ສັດ​ຂອງ​ລາວ​ແຕ່ເຮັດຕາມ​ແບບຂອງ​ບໍ​ລິ​ສັດ Wal-Mart ທີ່​ເປັນ​ບໍ​ລິ​ສັດເຄືອ​ຂ່າຍ​ໃນ​ການ​ຂາຍ​ຍ່ອຍສິນ​ຄ້າ​ອັນ​ຫລາກ​ຫລາຍ​ທີ່​ໃຫຍ່ທີ່​ສຸດ​ຂອງສະ​ຫະ​ລັດແຫ່ງ​ນຶ່ງ ແຕ່ບໍ່​ແມ່ນ​ເອົາ​ບໍ​ລິ​ສັດ​ທີ່​ຕັ້ງ​ຢູ່​ສະ​ຫະ​ລັດ​ແລ້ວເຂົ້າ​ໄປ​ລາວ, ດັ່ງທ່ານ​ທ່ານ​ນາງ​ອະ​ທິ​ບາຍ​ວ່າ:

ຂະ​ນ້ອຍຈະເອົາເງິນແລະຄົນຂອງຂະ​ນ້ອຍ​ໄປ, ເອົາຄົນທີ່ຈະເຮັດທຸລະກິດໃນບໍລິສັດຂອງຂະ​ນ້ອຍ​ໄປ. ຂະ​ນ້ອຍຈະເອົາທຶນມາລົງທຶນຢູ່ລາວ. ຂະ​ນ້ອຍ ຈະບໍ່ເອົາທຸລະກິດອາເມຣິກາ ແຕ່ຂະ​ນ້ອຍຈະໄປສ້າງທຸລະກິດຢູ່ໃນລາວ. ພວກເຮົາສ້າງມັນຂຶ້ນ​ມາ. ເຊັ່ນ​ວ່າຂະ​ນ້ອຍເຮັດ Laos-Mart ຂະ​ນ້ອຍຢາກເຮັດບໍ​ລິ​ສັດ Laos-Mart ທີ່ພວກເຮົາເປັນເຈົ້າຂອງ, ລັດຖະບານ ແລະໂຕ​ຂະ​ນ້ອຍ​ເອງເປັນເຈົ້າຂອງ, ແລະພວກເຮົາຈະເຮັດ​ໃຫ້ມັນຄືກັນກັບ Wal-Mart. ພວກເຮົາຈະຕ້ອງການ Wal-Mart ໄປທີ່ນັ້ນເພື່ອ​ຫຍັງ? ຂະ​ນ້ອຍວ່າ, ໃຫ້ຂະ​ນ້ອຍສ້າງພື້ນຖານໂຄງລ່າງເພາະຂະ​ນ້ອຍເຄີຍເຮັດທຸລະກິດຂາຍຍ່ອຍມາ, ຂະ​ນ້ອຍເຂົ້າໃຈ, ພວກເຮົາສາມາດສ້າງ Laos-Mart ເປັນເຈົ້າຂອງໂດຍຄົນລາວ, ໂດຍປະເທດລາວຂຶ້ນ​ມາ​ໄດ້. ຂະ​ນ້ອຍຢູ່ໃນວົງ​ການ​ເຮັດ​ທຸ​ລະ​ກິດຂາຍຍ່ອຍມາ ຂະ​ນ້ອຍຮູ້ວິທີເຮັດແນວນັ້ນ. ຂະ​ນ້ອຍເປັນເຈົ້າຂອງຮ້ານຄ້າ, ເຈົ້າ​ຂອງຮ້ານອາຫານຂອງຕົນເອງ ແລະຂະ​ນ້ອຍຮູ້ວິທີການສ້າງຕັ້ງທຸລະກິດໃຫມ່, ຮູ້​ຈັກ​ວິ​ທີ​ທີ່​ຈະກໍ່ສ້າງມັນຂຶ້ນມາຕັ້ງ​ແຕ່ຕົ້ນ​ເລີຍ."

ທ່ານນາງ​ກ່າວ​ອີກວ່າ ທ່ານ​ນາງ​ມີ​ຄວາມຊຳ​ນານ​ໃນການບໍ​ລິ​ຫານທຸ​ລະ​ກິດ​ ແລະ​ເຄີຍ​ເປັນ​ຫົວ​ໜ້າ​ຜູ້​ບໍ​ລິ​ຫານ​ ຂອງບໍ​ລິ​ສັດ​ໃຫຍ່ຂອງ​ສະ​ຫະ​ລັດ ເຊັ່ນ Wal-Mart ມາ​ໄດ້ 30 ປີແລ້ວ ທ່ານ​ນາງ​ຈະ​ສ້າງຕັ້ງ Laos-Mart ດ້ວຍ​ທຶນ​ຂອງ​ຕົນ​ເອງຊຶ່ງ​ຈະ​ຕົກ​ຢູ່ປະ​ມານ 30 ລ້ານ​ໂດ​ລາ. ໃນ​ນັ້ນ ທ່ານ​ນາງ​ຈະ​ເປັນ​ເຈົ້າ​ຂອງ 80 ເປີ​ເຊັນ ແລະລັດຖະບານມີຮຸ້​ນ​ສ່ວນ 20 ເປີ​ເຊັນ ຊຶ່ງ​ທ່ານ​ນາງບອກວ່າ​ທາງ​ລັດ​ຖະ​ບານ​ລາວ​ແມ່ນ​ໃຫ້​ຄວາມ​ສົນ​ໃຈ​ຫລາຍ. ​

ເມື່ອ​ໄດ້​ຍິນ​ຂ່າວນີ້ທ່ານ​ສົງ, ຄົນ​ລາວ​ອາ​ເມ​ຣິ​ກັນ​ຈາກ​ລັດ​ອາ​ແຄນ​ຊໍທີ່​ຮູ້​ກ່ຽວ​ກັບ​ການ​ເຄື່ອນ​ໄຫວທາງ​ການ​ເມືອງ ແລະ​ທຸ​ລະ​ກິດຂອງທ່ານ​ນາງ​ດີ ບອກວ່າແຜນ​ການ​ລົງ​ທຶນ​ຂອງ​ທ່ານ​ນາງ​ສຸ​ພາ ຈະ​ນຳ​ຜົນ​ປະ​ໂຫຍດ​ມາ​ໃຫ້ຄົນລາວຫລ​າຍຊຶ່ງ​ທ່ານ​ເວົ້າ​ວ່າ:

ພ້ອມ​ການນັ້ນ​ທ່ານສົງບອກວ່າ​ມັນ​ຈະ​ນຳ​ລາຍ​ຮັບ​ມາ​ໃຫ້​ລັດ​ຖະ​ບານ​ລາວ​ອີກ ດັ່ງ​ທີ່​ທ່ານເວົ້າວ່າ:

ອີງ​ຕາມ​ຖະ​ແຫລງ​ການ​ດ້ານ​ບັນ​ຍາ​ກາດ​ໃນການ​ລົງ​ທຶນໃນ​ລາວ​ ຫລື Investment Climate Statements ຂອງ​ສະ​ຫະ​ລັດປະ​ຈຳ​ປີ 2121, ຈີນ, ໄທ, ຝ​ຣັ່ງ, ຫວຽດ​ນາມ ແລະ​ຍີ່​ປຸ່ນ​ເປັນ​ຜູ້​ລົງ​ທຶນ​ລາຍ​ໃຫຍ່​ທີ່​ສຸດ​ຕາມ​ລຳ​ດັບ ໂດຍ​ທີ່​ຈີນ​ເປັນ​ນັກ​ລົງ​ທຶນ​ລາຍ​ໃຫຍ່ກວ່າ​ໝູ່ທີ່​ສຸດເລີຍ. ສ່ວນ​ຂໍ້​ມູນ​ດ້ານ​ອັນ​ດັບ​ຂອງສະ​ຫະ​ລັດໃນ​ການ​ລົງ​ທຶນ​ໃນ​ລາວນັ້ນແມ່ນບໍ່​ມີ ແຕ່ວ່ານັບ​ແຕ່​ປີ 2008 ຫາ 2021 ​ມູນ​ຄ່າ​ການ​ລົງ​ທຶນ​ຂອງບໍ​ລິ​ສັດສະ​ຫະ​ລັດໃນ​ລາວ ມີຫລາຍກວ່າ 280 ລ້ານ​ໂດ​ລາ. ແຕ່​ຢ່າງ​ໃດ​ກໍ​ຕາມ​ຖະ​ແຫລງ​ການນີ້ບອກວ່າ ການ​ຂະ​ຫຍາຍ​ຕົວ​ທາງ​ເສດ​ຖະ​ກິດ​ຂອງ​ລາວຖືກ​ຈຳ​ກັດ​ໂດຍ​ການ​ຂາດ​ແຮງ​ງານ​ທີ່​ມີ​ຝີ​ມື ແລະລະ​ບົບການ​ສຶກ​ສາ ແລະສາ​ທາ​ລ​ນະ​ສຸກ​ທີ່ມີຄຸນ​ນະ​ພາບບໍ່​ສູງ.

ດັ່ງ​ນັ້ນ ດ້ວຍ​ຄວາມ​ມຸ້ງ​ຫວັງ​ຂອງ​ທ່ານ​ນາງ​ສຸ​ພາທີ່​ຈະ​ໄປ​ລົງ​ທຶນແລະຝຶກ​ອົບຮົມ​ແຮງ​ງານ​ຢູ່​ລາວ ​ຊຶ່ງ​ເປັນ​ປະ​ເທດ​ທີ່​ທ່ານ​ນາງ​ຖື​ວ່າ ​ເປັນ​ບ້ານ​ເກີດ​ຂອງ​ຕົນ​ນັ້ນ​ ມັນ​ຈະ​ປະ​ກອບ​ສ່ວນ​ຊ່ວຍ​ພັດ​ທະ​ນາ​ແຮງ​ງານ​ລາວ​ໄດ້​ບໍ່​ຫລາຍ​ກໍ​ໜ້ອຍ. ພ້ອມ​ກັນ​ນັ້ນມັນ​ກໍ​ຈະ​ເຮັດ​ໃຫ້​ມູນ​ຄ່າ​ການ​ລົງ​ທຶນ​ຂອງ​ສະ​ຫະ​ລັດ​ໃນ​ລາວ ​ເພີ້ມ​ຂຶ້ນ​ອີກ​ດ້ວຍ.

XS
SM
MD
LG