ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປົ້າໝາຍເພື່ອບັນລຸການສັກຢາວັກຊີນຂອງ ສປປ ລາວ ແມ່ນການຊ່ວຍເຫຼືອຈາກຕ່າງປະເທດ ລວມເຖິງ ສຫລ


ພິທີມອບຮັບຢາວັກຊີນ ຟາຍເຊີ້ ໄບໂອເອັນເທັກ ຈໍານວນ 1,698,840 ໂດສ ຈາກລັດຖະບານສະຫະລັດ ສູ່ປະຊາຊົນ ສປປ ລາວ, ນະຄອນຫຼວງວຽງຈັນ, ປະເທດລາວ, ວັນທີ 26 ມັງກອນ 2022.
ພິທີມອບຮັບຢາວັກຊີນ ຟາຍເຊີ້ ໄບໂອເອັນເທັກ ຈໍານວນ 1,698,840 ໂດສ ຈາກລັດຖະບານສະຫະລັດ ສູ່ປະຊາຊົນ ສປປ ລາວ, ນະຄອນຫຼວງວຽງຈັນ, ປະເທດລາວ, ວັນທີ 26 ມັງກອນ 2022.

ນາຍົກລັດຖະມົນຕີລາວຢືນຢັນວ່າ ລາວຈະສາມາດບັນລຸເປົ້າໝາຍການສັກຢາວັກຊີນກັນໂຄວິດ-19 ໄດ້ ດ້ວຍການຊ່ວຍເຫຼືອຈາກນາໆຊາດ ລວມເຖິງການຊ່ວຍເຫຼືອຈາກສະຫະລັດອາເມຣິກາ ຜ່ານໂຄງການ COVAX. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ ຈາກບາງກອກ.

ທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີຖະແຫຼງຢືນຢັນວ່າ ດ້ວຍການຊ່ວຍ ເຫຼືອຈາກນາໆຊາດໃນໄລຍະທີ່ຜ່ານມາ ສາມາດເຮັດໃຫ້ລັດຖະບານລາວຄວບຄຸມການລະບາດຂອງພະຍາດໂຄວິດ-19 ໄດ້ດີສົມຄວນແລະເຊື່ອໝັ້ນວ່າ ການຊ່ວຍເຫຼືອທາງດ້ານຢາວັກຊີນກັນໂຄວິດ-19 ຢ່າງພຽງພໍຈາກສາກົນ ທີ່ລວມເຖິງການຊ່ວຍເຫຼືອ ຈາກລັດຖະບານສະຫະລັດອາເມຣິກາ ຜ່ານໂຄງການ COVAX ຂອງອົງການອະນາໄມໂລກ (WHO) ດ້ວຍນັ້ນ ຈະເຮັດໃຫ້ລັດຖະບານລາວສາມາດບັນລຸເປົ້າໝາຍການສັກຢາວັກຊີນໄດ້ເຖິງ 80 ເປີເຊັນຂອງປະຊາກອນລາວທັງໝົດ ໃນປີ 2022 ນີ້, ອັນຈະເປັນການເສີມສ້າງພູມຄຸ້ມກັນລວມໝູ່ ແລະເຮັດໃຫ້ປະຊາຊົນລາວສາມາດດໍາລົງຊີວິດປົກກະຕິແບບໃໝ່ໄດ້ໄວຂຶ້ນດ້ວຍ ດັ່ງທີ່ທ່ານພັນຄໍາຢືນຢັນວ່າ:

“ລັດຖະບານລາວສາມາດປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ໃນລະດັບດີສົມຄວນ, ສະນັ້ນ ການມີວັກຊີນສັກໃຫ້ປະຊາຊົນໃນອັດຕາສ່ວນສູງ ກໍຈະຊ່ວຍສ້າງພູມຄຸ້ມກັນລວມໝູ່ ແລະເຮັດໃຫ້ພວກເຮົາສາມາດກັບມາດໍາລົງຊີວິດປົກກະຕິແບບໃໝ່ໄດ້ໄວຂຶ້ນ, ໂຄງການເຂົ້າເຖິງ COVAX facility ໂດຍໄດ້ຮັບການສະໜັບສະໜຸນຈາກຫຼາຍປະເທດໃນໂລກ ລວມທັງສະຫະລັດອາເມຣິກາ ຈຶ່ງເປັນໂຄງການທີ່ສໍາຄັນຍິ່ງ.”

ທັງນີ້ ນັບຈາກປີ 2020 ເຖິງເດືອນມັງກອນ 2022, ລັດຖະບານສະຫະລັດໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ ເພື່ອສະກັດກັ້ນການລະບາດໄວຣັສໂຄວິດ-19 ຄິດເປັນມູນຄ່າລວມເກີນກວ່າ 13 ລ້ານໂດລາ ໂດຍຜ່ານ WHO, UNICEF ແລະ USAID ໃນນີ້ ກໍລວມການຊ່ວຍເຫຼືອຢາວັກຊີນກັນໂຄວິດ-19 ທັງ Johnson & Johnson ແລະ Pfizer ລວມກັນ 2.7 ລ້ານໂດສ ທີ່ຈະເຮັດໃຫ້ລັດຖະບານລາວ ສາມາດບັນລຸເປົ້າໝາຍ ການສັກວັກຊີນກັນໂຄວິດ-19 ໃນປີ 2022, ດັ່ງທີ່ Mr. Peter Haymond ເອກອັກຄະລັດຖະທູດ ສະ ຫະລັດປະຈໍາ ສປປ ລາວ ຢືນຢັນວ່າ:

“ລັດຖະບານສະຫະລັດອາເມຣິກາ ມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ບໍລິຈາກຢາວັກຊີນ Pfizer ຊຸດໃໝ່ຈໍານວນ 1,700,000 ໂດສ ໂດຍຜ່ານໂຄງການ COVAX ທີ່ເພີ້ມຈາກ Johnson & Johnson ທີ່ເຄີຍບໍລິຈາກໃຫ້ປີການນີ້ ເຊິ່ງການຊ່ວຍເຫຼືອນີ້ ຈະຊ່ວຍໃຫ້ລັດຖະບານລາວສາມາດບັນລຸເປົ້າໝາຍການສັກວັກຊີນໃນປີ 2022 ໄດ້.”

ແຕ່ຢ່າງໃດກໍຕາມ ການຕິດໂຄວິດ-19 ຂອງປະຊາຊົນລາວໃນປັດຈຸບັນນີ້ ຍັງນັບເປັນສະພາບການທີ່ໜ້າເປັນຫ່ວງຢ່າງຍິ່ງ ໂດຍສະເພາະແມ່ນເຂດນະຄອນ ຫຼວງວຽງຈັນທີ່ມີອັດຕາການຕິດໂຄວິດ-19 ສູງກວ່າ 30 ເປີເຊັນ ຫຼືເກີນກວ່າລະດັບປົກກະຕິທີ່ຂະແໜງການສາທາລະນະສຸກຂອງລັດຖະບານລາວ ຈະສາ ມາດຮອງຮັບໄດ້ເຖິງ 5 ເທົ່າ, ເຊິ່ງກໍ່ເຊັ່ນດຽວກັນ ກັບໃນບາງເຂດແຂວງ ທີ່ມີຊາຍແດນຕິດຕໍ່ກັບປະເທດເພື່ອນບ້ານນັ້ນ ກໍປະກົດວ່າມີອັດຕາການຕິດໂຄວິດ-19 ສູງກວ່າ 40 ເປີເຊັນ ຂອງຈໍານວນປະຊາກອນທີ່ໄດ້ຜ່ານການກວດຫາເຊື້ອທັງໝົດນັ້ນ.

ສ່ວນທ່ານນາງບົວຜັນ ຄໍາພາພົງຜ່ານ, ຮອງຫົວໜ້າສູນວິເຄາະ ແລະລະບາດວິທະຍາຖະແຫຼງຢືນຢັນວ່າ ສາເຫດສໍາຄັນປະການນຶ່ງທີ່ເຮັດໃຫ້ປະຊາຊົນລາວຕິດເຊື້ອໄວຣັສໂຄວິດ-19 ແລະເສຍຊີວິດຫຼາຍຂຶ້ນນັບມື້ ເພາະວ່າການສັກຢາວັກຊີນກັນໂຄວິດ-19 ຍັງກະຈາຍໄປບໍ່ເຖິງກຸ່ມເປົ້າໝາຍ ທີ່ຈະຕ້ອງໄດ້ຮັບການສັກຢາວັກຊີນຢ່າງຮີບດ່ວນກໍຄືຜູ້ທີ່ອາຍຸແຕ່ 60 ປີຂຶ້ນໄປ, ຜູ້ທີ່ມີໂຣກປະຈໍາໂຕ, ແມ່ຍິງທີ່ຖືພາເກີນ 12 ອາທິດ ແລະເຍົາວະຊົນທີ່ມີອາຍຸ 18 ປີລົງມາ ເຊິ່ງຈາກການສຶກສາວິໄຈໃນລາວພົບວ່າ 85 ເປີເຊັນຂອງຈໍານວນຜູ້ຕິດໂຄວິດ-19 ແລະ 84.6 ເປີເຊັນ ຂອງຈໍານວນຜູ້ເສຍຊີວິດທັງໝົດນັ້ນ ກໍຄືປະຊາກອນລາວທີ່ຍັງບໍ່ທັນໄດ້ຮັບການສັກຢາວັກຊີນ ທັງເປັນໄວຣັສ ເດລຕ້າ ທີ່ຕິດຕໍ່ໄດ້ງ່າຍ ແລະລອຍໄປໃນອາກາດ ໄດ້ໄກອີກດ້ວຍ.

ໂດຍສະເພາະແມ່ນນະຄອນຫຼວງວຽງຈັນທີ່ມີຄົນຕິດໂຄວິດ-19 ຫຼາຍທີ່ສຸດໃນລາວ ປະກອບກັບໄວຣັສໄດ້ລະບາດໄປໃນຊຸມຊົນຢ່າງກວ້າງຂວາງດ້ວຍແລ້ວ ຍິ່ງເຮັດໃຫ້ຕ້ອງເລັ່ງການສັກຢາວັກຊີນກັນໂຄວິດ-19 ໃຫ້ໄດ້ເຖິງ 90 ເປີເຊັນຂອງປະຊາກອນທັງໝົດໃນນະຄອນຫຼວງວຽງຈັນໃຫ້ໄວທີ່ສຸດ ສ່ວນແຂວງອື່ນໆນັ້ນ ກໍຈະຕ້ອງສັກຢາວັກຊີນກັນໂຄວິດ-19 ຢ່າງນ້ອຍ 2 ເຂັມໃຫ້ໄດ້ເຖິງ 80 ເປີເຊັນ ຂອງປະຊາກອນໃນແຕ່ລະແຂວງອີກດ້ວຍ.

ໂດຍການບັນລຸເປົ້າໝາຍການສັກຢາວັກຊີນກັນໂຄວິດ-19 ໃຫ້ໄດ້ເຖິງ 80 ເປີ ເຊັນຂອງຈໍານວນປະຊາກອນລາວທັງໝົດ ກໍຄືປະຊາຊົນລາວເຖິງ 6 ລ້ານຄົນ ຫຼືຄິດເປັນຈໍານວນຢາວັກຊີນລວມ 12 ລ້ານໂດສ, ທັງນີ້ ໂດຍນາໆຊາດກໍໃຫ້ ການຊ່ວຍເຫຼືອແກ່ລາວແລ້ວກວ່າ 12 ລ້ານໂດສ ເຊິ່ງພຽງພໍສໍາລັບການທີ່ຈະບັນລຸເປົ້າໝາຍດັ່ງກ່າວ.

XS
SM
MD
LG