ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການຄວາມໂປ່ງໃສສາກົນ ເປີດ​ເຜີຍ​ດັດ​ຊະ​ນີ ການສໍ້ລາດບັງຫຼວງ ເມື່ອ​ໄວໆ​ມານີ້


ດຣ. ຣິຊາດ ໄຊສົມມອນ
ດຣ. ຣິຊາດ ໄຊສົມມອນ

ລາຍງານຂອງ​ອົງ​ການຄວາມໂປ່ງໃສສາກົນຫຼື Transpa​rency International ທີ່​ໄດ້​ທຳ​ການສຳຫຼວດຢູ່ໃນ 180 ປະເທດ ປະຈຳປີ 2021 ພົບວ່າ ການສໍ້ລາດບັງຫຼວງຍັງດຳເນີນຢູ່ຕໍ່ໄປໃນທົ່ວໂລກ. ປັດຈຸບັນນີ້ ແມ່ນຢູ່ໃນຂອບ​ເຂດ​ທີ່ກວ້າງຂວາງ ​ແລະ​ກໍມີຄວາມແຕກຕ່າງກັນໄປ ຈາກປະເທດນຶ່ງ ໄປຫາອີກປະເທດນຶ່ງ. ດັດ​ຊະ​ນີ​ຄວາມ​ຮູ້​ໃນການສຳຫຼວດ​ກ່ຽວ​ກັບການ​ສໍ້​ລາດ​ບັງ​ຫຼວງ ຫຼື CPI ຂອງປີທີ່ຜ່ານມາສະແດງໃຫ້ເຫັນວ່າບໍ່ມີການປ່ຽນແປງ​ຫຍັງ​ຫຼາຍສຳ​ຫຼາຍໆ​ປະ​ເທດ ແຕ່ ສ​ປ​ປ ລາວ ແມ່ນ​ດີ​ຂຶ້ນຫົກ​ອັນ​ດັບ ຈາກອັນ​ດັບທີ 134 ​ໃນ​ປີ 2020 ມາ​ຕິດ​ອັນ​ດັບ​ ທີ 128 ​ໃນ​ປີ 2021 ໃນການ​ສຳ​ຫຼວດ​ ທີ່​ມີທັງ​ໝົດ 180 ປະ​ເທດ​ແລະ​ດິນ​ແດນ​ຕ່າງໆ.

ດຣ. ຣິຊາດ ໄຊສົມມອນ ປະທານອົງການລາວໂຮມລາວເພື່ອປະຊາທິປະໄຕໄດ້ ໃຫ້ທັດສະນະກ່ຽວກັບເລື້ອງການ​ສໍ້​ລາດ​ບັງ​ຫຼວງວ່າ:

ລິງໂດຍກົງ

​ດັດ​ຊະ​ນີ​ຄວາມ​ຮູ້​ສຶກໃນ​ການ​ສຳ​ຫຼວດ​ກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫຼວງ​ຂອງອົງ​ການ​ວ່າ​ດ້ວຍ​ຄວາມ​ໂປ່ງ​ໃສສາ​ກົນ ​ປີ 2021 ນີ້ປະ​ເທດທີ່​ຕິດ​ອັນ​ທີນຶ່ງ ກໍ​ແມ່ນ​ເດັນ​ມາກ ຟິນ​ແລນ ແລະ​ນິວ​ຊີ​ແລນ. ສ່ວນ​ປະ​ເທດ​ທີ່​ໄດ້​ທີໂຈກ ລາກ​ທ້າຍ​ໝູ່ນັ້ນ​ກໍແມ່ນ​ຊູ​ດານ​ໃຕ້.

XS
SM
MD
LG