ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະຕິບັດວາລະແຫ່ງຊາດ ​ໃນດ້ານເສດຖະກິດ ແລະການປາບປາມຢາເສບຕິດ ຍາກ​ທີ່​ຈະບັນລຸເປົ້າໝາຍໄດ້ ຖ້າ​ບໍ່​ມີ​ງົບປະ​ມານ


ຮູບພາບ- ຕໍາຫຼວດຢຶດຢາໄອຊ໌ ໄດ້ກວ່າ 400 ກິໂລກຣາມ
ຮູບພາບ- ຕໍາຫຼວດຢຶດຢາໄອຊ໌ ໄດ້ກວ່າ 400 ກິໂລກຣາມ

ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດລາວໃນດ້ານເສດຖະກິດແລະການປາບປາມການຄ້າຢາເສບຕິດ ຈະບໍ່ສາມາດບັນລຸເປົ້າໝາຍໄດ້ເລີຍ ຖ້າຫາກວ່າບໍ່ມີງົບປະມານ
ທີ່ໃຫ້ການສະໜັບສະໜູນ ຢ່າງພຽງພໍ ຊຶ່ງຊົງລິດ ໂພນເງິນມີລາຍງານ ຈາກບາງກອກ.

ທ່ານວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງສະຫວັນນະເຂດ ຖະແຫຼງຢືນ ຢັນວ່າ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ທັງໃນດ້ານເສດຖະກິດ ແລະການປາບປາມການຄ້າຢາເສບຕິດ ທີ່ລັດຖະບານລາວໄດ້ວາງເປົ້າໝາຍທີ່ຈະຈັດ ຕັ້ງປະຕິບັດໃຫ້ໄດ້ຢ່າງແທ້ຈິງໃນປີ 2023 ນັ້ນຈະບໍ່ສາມາດເກີດຂຶ້ນໄດ້ເລີຍ ຖ້າ ຫາກພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດໂຕຈິງ ບໍ່ໄດ້ຮັບການສະໜັບ ສະໜູນໃນດ້ານງົບປະມານຢ່າງພຽງພໍ ເພາະວ່າເປັນປັດໄຈສຳຄັນທີ່ເຮັດໃຫ້ພະນັກ ງານທີ່ກ່ຽວຂ້ອງສາມາດຈະຈັດຕັ້ງປະຕິບັດໂຕຈິງໄດ້ຕາມແຜນການທີ່ວາງໄວ້ນັ້ນ ເອງ ດັ່ງທີີທ່ານວຽງທະວີສອນ ໃຫ້ການຢືນຢັນວ່າ:

“ຢູໃນແຕ່ລະວຽກງານ ພວກເຮົາຕ້ອງໄດ້ລົງເລິກ ໃຫ້ມີຄົນຮັບຜິດຊອບ ຖ້າວ່າ ເພິ່ນມີງົບປະມານມາໃຫ້ຈັດຕັ້ງປະຕິບັດວາລະແຫ່ງຊາດສະເພາະ ຂ້າພະເຈົ້າຄິດ ວ່າໝາກຜົນມັນກະຈະດີກວ່າເກົ່າ ເພາະວ່າເມື່ອເວົ້າເຖິງການຈັດຕັ້ງປະຕິບັດ ໂຕ ຢ່າງຢູ່ໃນການສົ່ງເສີມການຜະລິດກະສິກຳ ການຜະລິດເປັນສິນຄ້າ ການຜະລິດ ໃນອຸດສາຫຳກຳອື່ນໆ ມັນກະຕ້ອງການທຶນຮອນ ຖ້າເຮົາບໍ່ມີທຶນຮອນໄປເລີ້ມຕົ້ນ ບໍ່ມີທຶນຮອນໄປກະທົບໃສ່ມັນ ກະຍາກສິເກີດໝາກຜົນທີ່ມັນດີ."

ທັ້ງນີ້ລັດຖະບານລາວໄດ້ວາງເປົ້າໝາຍຂອງວາລະແຫ່ງຊາດ ທາງດ້ານເສດຖະ ກິດ ການເງິນໄວ້ໃນ 4 ດ້ານຄືການລົດພາລະໜີ້ສາທາລະນະຂອງລັດຖະບານ ໃຫ້ຢູ່ທີ່ລະດັບ 64.2 ເປີເຊັນ ຂອງຍອດພະລິດຕະພັນລວມ ຫຼື DGP ໃນປີ 2023 ໃນນີ້ແບ່ງເປັນໜີ້ຕ່າງປະເທດ 55.3 ເປີເຊັນ ແລະໜີ້ໃນປະເທດ 8.9 ເປີເຊັນ ຂອງ GDP ການເພີ້ມທຶນສຳລອງເງິນຕາຕ່າງປະເທດ ເພື່ອຮັບປະກັນ ການນຳເຂົ້າສິນຄ້າ ຈາກຕ່າງປະເທດໃຫ້ໄດ້ 3 ເດືອນ ການຄວບຄຸມອັດຕາ ແລກປ່ຽນລະຫວ່າງທະນາຄານກັບຕະຫຼາດ ໃຫ້ແຕກຕ່າງກັນບໍ່ເກີນ 2 ເປີເຊັນ ແລະຄວບຄຸມໜີ້ທີ່ເກີດການເສຍຫາຍ ໃນລະບົບທະນາຄານ ຫຼື (NPL) ໃຫ້ຢູ່ທີ່ ອັດຕາສ່ວນບໍ່ເກີນ 3 ເປີເຊັນ ຂອງມູນໜີ້ທັງໝົດ.

ສ່ວນທ່ານສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງຊາດລາວ ກໍຍອມຮັບວ່າ ຄ່າເງິນກີບ ຍັງຕົກຢູ່ໃນສະພາວະຜັນຜວນ ແລະມີທ່າອຽງອ່ອນຄ່າລົງນັບມື້ ໂດຍເຫັນໄດ້ຈາກອັດຕາແລກປ່ຽນໃນທະນາຄານ ກັບຕະຫຼາດທີ່ແຕກຕ່າງກັນເຖິງ 22 ເປີເຊັນ ໂດຍສະເພາະອັດຕາແລກປ່ຽນ ລະຫວ່າງເງິນກີບ ກັບເງິນໂດລາ ສະ ຫະລັດ ແລະເງິນບາດນັ້ນຍັງຖືເປັນເງິນຕາຕ່າງປະເທດ ທີີ່ມີອິດທິພົນຕໍ່ຄ່າເງິນ ກີບຫຼາຍທີ່ສຸດ ຊຶ່ງມີສາເຫດສຳຄັນມາຈາກການທີ່ລາວຕ້ອງປະເຊີນກັບການຂາດ ດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ທັງຍັງເຮັດໃຫ້ລາວຕ້ອງປະເຊີນກັບການ ຂາດດຸນບັນຊີການຊຳລະເງິນຕາ ແລະໜີິ້ສິນຕ່າງປະເທດເພີິ້ມຂຶ້ນຈາກ 13,491 ລ້ານໂດລາສະຫະລັດ ຫຼື 68 ເປີເຊັນ ຂອງ GDP ໃນປີ 2020 ເປັນເກີນກວ່າ 15,500 ລ້ານໂດລາສະຫະລັດ ຫຼືກວ່າ 70 ເປີເຊັນ ຂອງ GDP ໃນປີ 2021 ແລະຍັງຈະເພີິ້ມຂຶ້ນອີກ ໃນປີ 2022 ເພາະລັດຖະບານລາວ ຈະຕ້ອງກູ້ຢືມຈາກ ຕ່າງປະເທດເພີ້ມຂຶ້ນອີກກວ່າ 15,000 ຕື້ກີບ ສຳລັບນຳໃຊ້ເຂົ້າໃນການດຸນດ່ຽງ ທາງດ້ານລາຍຈ່າຍ ທີ່ສູງກວ່າລາຍຮັບນັ້ນເອງ.

ທາງດ້ານພົນເອກວິໄລ ຫລ້າຄຳຟອງ ລັດຖະມົນຕີປ້ອງກັນຄວາມສະຫງົບ ກໍຖະ ແຫຼງຢືນຢັນ ວ່າການຄ້າຢາເສບຕິດໃນລາວ ມີລັກສະນະຂ້າມຊາດ ອັນເຮັດໃຫ້ ລັດຖະບານລາວຕ້ອງກຳໜົດໃຫ້ການປາບປາມຢາເສບຕິດເປັນວາລະແຫ່ງຊາດ ທີ່ ຈະຕ້ອງແກ້ໄຂຢ່າງຮີບດ່ວນທີ່ສຸດ ແຕ່ວ່າໃນການຈັດຕັ້ງປະຕິບັດໂຕຈິງ ຈະສາ ມາດດຳເນີນການໄດ້ຢ່າງມີປະສິດທິພາບຫຼືບໍ່ ດັ່ງນັ້ນຍ່ອມຂຶ້ນຢູ່ກັບແຜນການເປົ້າ ໝາຍ ແລະການຈັດຕັ້ງປະຕິບັດທີີ່ມີປະສິດທິພາບ ຊຶ່ງຈະຕ້ອງມີງົບປະມານ ສະໜັບສະໜູນຢ່າງພຽງພໍດ້ວຍເຊັ່ນກັນ.

ໂດຍໃນປິ 2019 ຫາ 2020 ທາງການລາວຈັບນັກຄ້າຢາເສບຕິດໄດ້ 13,900 ກວ່າຄົນ ຈາກ 9,430 ກວ່າຄະດີ ຍຶດຢາບ້າໄດ້ 37 ກວ່າລ້ານເມັດ ເຮໂຣອິນ 735 ກິໂລກຣາມ ຢາໄອ 2 ສອງໂຕນ ກັນຊາ 6 ໂຕນ ຝິ່ນ 500 ກິໂລກຣາມ ໂຄເຄນ 80 ກິໂລກຣາມ ສານເຄມີ 10 ໂຕນ ອາວຸດປືນ ແລະອຸບປະກອນ ສື່ ສານທີ່ທັນສະໄໝ 10,000 ກວ່າລາຍການ ສ່ວນສູນກາງຊາວໜຸ່ມປະຕິວັດລາວ ກໍລາຍງານວ່າ ມີເຍົາວະຊົນລາວກວ່າ 400,000 ຄົນຕົກຢູ່ໃນສິ່ງແວດລ້ອມ ທີ່ ມີຄວາມສ່ຽງສູງ ທີ່ຈະເຂົ້າໄປ ຫຍຸ້ງກ່ຽວກັບການເສບ ແລະການຄ້າຢາເສບຕິດ ໃນປັດຈຸບັນ.

ນອກຈາກນີ້ ລາວກໍຍັງຖືກໃຊ້ເປັນເສັ້ນທາງຂົນສົ່ງຢາເສບຕິດ ຈາກເຂດສາມຫຼ່ຽມ ຄຳໄປຕ່າງປະເທດເພີ້ມຂຶ້ນນັບມື້ ຊຶ່ງເຫັນໄດ້ຈາກການຈັບນັກຄ້າຢາຕິດ ແລະຍຶດ ຢາເສບຕິດໄດ້ເພີ້ມຂຶ້ນເຊັ່ນກັນ ແລະສະແດງໃຫ້ເຫັນຈາກການລັກລອບຂົນສົ່ງຢາ ເສບຕິດທີ່ຜ່ານລາວ ໄປຍັງຕ່າງປະເທດນັ້ນ ກໍຄືຂະບວນການຄ້າຂ້າມຊາດ ທີີ່ມີ ເຄືອຄ່າຍຢ່າງກວ້າງຂວາງ ທັງໃນລາວ ແລະໃນລຸ່ມນໍ້າຂອງ ຊຶ່ງຈາກການລາດ ຕະເວນ ໃນແນວແມ່ນໍ້າຂອງລະຫວ່າງຈີນ ມຽນມາ ລາວ ໄທ ໃນປີ 2021 ສາ ມາດຈັບນັກຄ້າຢາເສບຕິດໄດ້ 8,325 ກໍລະນີ ໂດຍຄວບຄຸມໂຕ ຜູ້ຕ້ອງຫາໄດ້ 8,043 ຄົນ ທັງຍຶດຢາເສບຕິດປະເພດຕ່າງໆໄດ້ລວມກັນຫຼາຍກວ່າ 34 ໂຕນອີກ ດ້ວຍ.

XS
SM
MD
LG