ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ການາດາ ຖິ້ມໂທດໃສ່ພວກຕໍ່ຕ້ານ ຢາວັກຊີນກັນ COVID ສຳລັບການປະທ້ວງ


ພວກຂັບລົດບັນທຸກ ແລະ ຜູ້ສະໜັບສະໜູນສືບຕໍ່ການປະທ້ວງຕໍ່ຕ້ານຂໍ້ບັງຄັບສັກຢາວັກຊີນ COVID-19 ຢູ່ຕໍ່ໜ້າສະພາແຫ່ງຊາດ, ໃນນະຄອນຫຼວງ ອັອດຕາວາ, ການາດາ, 1 ກຸມພາ 2022.
ພວກຂັບລົດບັນທຸກ ແລະ ຜູ້ສະໜັບສະໜູນສືບຕໍ່ການປະທ້ວງຕໍ່ຕ້ານຂໍ້ບັງຄັບສັກຢາວັກຊີນ COVID-19 ຢູ່ຕໍ່ໜ້າສະພາແຫ່ງຊາດ, ໃນນະຄອນຫຼວງ ອັອດຕາວາ, ການາດາ, 1 ກຸມພາ 2022.

ການປະທ້ວງຕໍ່ຕ້ານຢາວັກຊີນກັນ COVID-19 ໄດ້ສືບຕໍ່ມາເປັນວັນທີ 7 ແລ້ວ, ດ້ວຍພວກຄົນຂັບລົດບັນທຸກສິນຄ້າຍັງກີດກັ້ນຫົນທາງຢູ່ບໍລິເວນ ສະພາແຫ່ງຊາດໃນນະຄອນຫຼວງ ອັອດຕາວາ. “

ພວກປະທ້ວງໄດ້ຮຽກຮ້ອງໃຫ້ນາຍົກລັດຖະມົນຕີ ການາດາ ທ່ານ ຈັສຕິນ ທຣູໂດ ຍົກເລີກຄຳສັ່ງສັກຢາວັກຊີນ ແລະ ມາດຕະການຫ້າມ ແລ້ວເຂົາເຈົ້າຈຶ່ງຈະແຍກຍ້າຍກັນໄປ ອີງຕາມການລາຍງານຂອງວີໂອເອກ່ອນໜ້ານີ້.

ການປິດຖະໜົນປະທ້ວງດັ່ງກ່າວໄດ້ສ້າງຄວາມຫຍຸ້ງຍາກໃຫ້ປະຊາຊົນຜູ້ທີ່ເດີນ ທາງໄປມາໃນຕົວເມືອງຂອງນະຄອນຫຼວງດັ່ງກ່າວ, ເຊິ່ງແມ່ຍິງຄົນນຶ່ງໄດ້ກ່າວຕໍ່ພວກເຮົາວ່າ “ຕອນເຂົາເລີ່ມປະທ້ວງຂ້າພະເຈົ້າລົດຕິດຢູ່ໃນເມືອງ 4 ຊົ່ວໂມງ, ເພາະວ່າເຂົາເອົາລົດບັນທຸກມາຕັນທາງ. ພວກລົດບັນທຸກແກ່ເຄື່ອງຈາກ ການາດາ ກັບ ອາເມຣິກາ ເຂົາບໍ່ຢາກສັກຢາວັກຊີນ, ເຂົາວ່າເຂົາຢາກໄດ້ເສລີພາບ. ມັນມີພວກຂັບລົດບັນທຸກມາຮ່ວມແຕ່ ອາເມຣິກາ ພ້ອມ. ຖ້າຊິຂີ່ລົດໄປທາງສະ ພາແຫ່ງຊາດແມ່ນບໍ່ໄດ້ເຂົາປິດໝົດ. ລູກຊາຍຂອງຂ້າພະເຈົ້າບອກບໍ່ໃຫ້ໄປໃກ້ແຖວນັ້ນ ເພາະຢ້ານເຂົາຜິດກັນຍິງກັນ. ເຂົາພາກັນບີບແກລົດຟົດແຊວສະໜັ່ນວ່າຊັ້ນ.”

ເຫດການດັ່ງກ່າວໄດ້ສ້າງຄວາມເຊື່ອມເສຍໃຫ້ແກ່ ການາດາ ໃນຂະນະທີ່ປະ ຊາຊົນເຂົາເຈົ້າເຊື່ອຟັງ ແລະ ປະຕິບັດຕາມມາດຕະການປ້ອງກັນໂຄວິດຂອງລັດຖະບານ. ບາງຄົນໄດ້ຖິ້ມໂທດໃສ່ພວກບໍ່ຫວັງດີທີ່ເຜີຍຂໍ້ມູນທີ່ຜິດທາງອອນໄລນ໌ ແລະ ພວກຕໍ່ຕ້ານຢາວັກຊີນຈາກ ສະຫະລັດ ທີ່ຍຸແຍ່ ແລະ ຊັກຊວນປະຊາຊົນ ການາດາ ຕ້ານຢາວັກຊີນກັນໂຄວິດ-19.

ທ່ານ ສົມພອນ ຄົນລາວທີ່ອາໄສຢູ່ນະຄອນ ໂຕຣອນໂຕ ໄດ້ກ່າວວ່າ “ມັນເປັນຍ້ອນພວກຕ້ານຢາວັກຊີນຢູ່ ອາເມຣິກາ ມາເປົ່າຫູຄົນຢູ່ ການາດາ. ຄົນຢູ່ພີ້ເຂົາສັກຢາຫຼາຍກວ່າຄົນຢູ່ ອາເມຣິກາ. ເຂົາເຈົ້າແນເປົ້າໃສ່ພວກທີ່ມີການສຶກສາຕໍ່າຄືພວກຢູ່ບ້ານນອກ ແລະ ພວກກຳມະກອນ.”

ໜັງສືພິມ ວໍຊິງຕັນ ໂພສທ໌ ໄດ້ລາຍງານ ຕຳຫຼວດເວົ້າວ່າພວກປະທ້ວງບາງຄົນໄດ້ຮັບການສະໜັບສະໜູນດ້ານການເງິນ ແລະ ການສະໜັບສະໜູນອື່ນໆຈາກຂ້າມເຂດຊາຍແດນ.

XS
SM
MD
LG