ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ເອີ້ນ​ການ​ຕາຍ ຂອງ​ຜູ້​ນຳ​ກຸ່ມ​ລັດ​ອິ​ສ​ລາມ​ວ່າ 'ເປັນ​ຄວາມ​ເສຍ​ຫາຍ​ທີ່​ສຳ​ຄັນ'


​ຜູ້​ຄົນ​ໄປ​ພາ​ກັນ​ໄປ​ກວດ​ເບິ່ງ​ເຮືອນ​ທີ່​ຖືກ​ທຳ​ລາຍ ລຸນ​ຫຼັງ​ການ​ປະ​ຕິ​ບັດ​ງານ​ຂອງ​ທະ​ຫານ​ສະ​ຫະ​ລັດ ທີ່​ເມືອງ​ອັດ​ເມ ໃນ​ປະ​ເທດ​ຊີ​ເຣຍ ເມື່ອ​ວັນ​ທີ 3 ກຸມ​ພາ 2022. ​ຜູ້​ນຳ​ກຸ່ມ​ລັດ​ອິ​ສ​ລາມ ເອເມຍ ມູຮຳໝັດ ຊາອີດ ອັບດາລ-ຣາມານ ອາລ-ມໍລາ ຖືກ​ຂ້າ​ຕາຍ ທີ່ນັ້ນ.
​ຜູ້​ຄົນ​ໄປ​ພາ​ກັນ​ໄປ​ກວດ​ເບິ່ງ​ເຮືອນ​ທີ່​ຖືກ​ທຳ​ລາຍ ລຸນ​ຫຼັງ​ການ​ປະ​ຕິ​ບັດ​ງານ​ຂອງ​ທະ​ຫານ​ສະ​ຫະ​ລັດ ທີ່​ເມືອງ​ອັດ​ເມ ໃນ​ປະ​ເທດ​ຊີ​ເຣຍ ເມື່ອ​ວັນ​ທີ 3 ກຸມ​ພາ 2022. ​ຜູ້​ນຳ​ກຸ່ມ​ລັດ​ອິ​ສ​ລາມ ເອເມຍ ມູຮຳໝັດ ຊາອີດ ອັບດາລ-ຣາມານ ອາລ-ມໍລາ ຖືກ​ຂ້າ​ຕາຍ ທີ່ນັ້ນ.

ພວກເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ສະ​ຫະ​ລັດ​ຫວັງ​ວ່າ ການ​ບຸກ​ໂຈມ​ຕີ​ທີ່​ມີ​ຄວາມ​ສ່ຽງ​ໃນຍາມ​ກາ​ງ​ຄືນ ຊຶ່ງ​ໄດ້​ມີ​ການ​ວາງ​ແຜນ ​ມາ​ໄດ້​ຫຼາຍ​ເດືອນ​ແລ້ວນັ້ນ ຈະ​ສ້າງ​ຄວາມ​ເສຍ​ຫາຍຮ້າຍ​ແຮງ ໃຫ້​ແກ່​ກຸ່ມ​ກໍ່​ການ​ຮ້າຍ ທີ່​ສາ​ມາດ​ປັບ​ຕົວ​ໄດ້​ດີ​ທີ່​ສຸດ ຂອງ​ໂລກນັ້ນ ເປັນ​ເວ​ລາ​ດົນ​ນານ ​ແລະເຮັດ​ໃຫ້​ຄວາມພະ​ຍາ​ຍາມ​ຂອງ​ກຸ່ມ​ດັ່ງກ່າວ​ທີ່​ຈະ​ໂຈມ​ຕີ​ສະ​ຫະ​ລັດ​ແລະ​ບັນ​ດາ​ປະ​ເທ​ດ​ພັນ​ທະ​ມິດ​ຕາ​ເວັນ​ຕົກ​ຫຼຸດ​ລົງ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ປະ​ກາດ​ກ່ຽວ​ກັບ​ການ​ຕາຍ​ຂອງ​ຜູ້​ນຳ​ກຸ່ມ​ລັດ​ອິ​ສ​ລາມ ເອ​ເມຍ ມູ​ຮຳ​ໝັດ ຊາ​ອີດ ອັບ​ດາ​ລ-ຣາ​ມານ ອາ​ລ-ມໍ​ລາ​ໃນຕອນ​ເຊົ້າ​ວັນ​ພະ​ຫັດ​ວານນີ້ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງ​ ຈາກ​ກຳ​ລັງ​ພິ​ເສດ​ຂອງ​ສະ​ຫະ​ລັດ ອອກ​ຈາກ​ບ່ອນ​ຫຼົບ​ລີ້ແລະ​ປະ​ສົບຂອງ​ຜູ້​ກ່ຽວ​ໄວ້​ທີ່​ແຂວງ​ອິດ​ລິບ ທາງ​ພາກຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຊີ​ເຣຍ.

ISIS Leader Dead Following US Raid in Syria 
please wait

No media source currently available

0:00 0:02:28 0:00

ທ້າວ​ອາ​ລ-ມໍ​ລາ “ເປັນ​ຜູ້​ກຳ​ກັບ​ນຳ​ການ​ຂະ​ຫຍາຍ​ເຄືອ​ຂ່າຍ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ ISIS ໄປ​ຍັງ​ທົ່ວ​ໂລກ” ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ກ່າວ​ຕໍ່​ພວກ​ນັກຂ່າວ ທີ່​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ທຳ​ນຽບ​ຂາວ ໂດຍ​ເອີ້ນ​ຊື່​ຫຍໍ້​ຂອງ​ກຸ່ມ​ລັດ​ອິ​ສ​ລາມ ຊຶ່ງ​ຍັງ​ເອີ້ນ​ກັນ​ອີກວ່າ IS ຫຼື​ດາ​ແອັ​ສນັ້ນ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ກ່າວ​ວ່າ “ຫຼັງ​ຈາກ​ໄດ້​ສ້າງ​ຄວາມດຸ​ຮ້າຍໃຫ້​ແກ່​ປະ​ຊາ​ຄົມ​ຕ່າງໆ​ແລະ​ສັງ​ຫານ​ຜູ້​ບໍ່​ມີ​ຄວາມ​ຜິດ​ແລ້ວ (ທ້າວ​ອາ​ລ-ມໍ​ລາ) ເປັນ​ຜູ້ຮັບ​ຜິດ​ຊອບ​ຕໍ່​ການ​ໂຈມ​ຕີ​ຢ່າງ​ໂຫດ​ຮ້າຍປ່າ​ເຖື່ອນຕໍ່​ຄຸກໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອຂອງ​ຊີ​ເຣຍ ທີ່​ຄຸມ​ຂັງ​ພວກ​ນັກ​ລົບ​ຂອງ​ກຸ່ມ ISIS. ການ​ປະ​ຕິ​ບັດ​ງານ​ດັ່ງ​ກ່າວນີ້ ແມ່ນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສາ​ມາດ​ຂອງ​ອາ​ເມ​ຣິ​ກາໃນ​ການ​ຍື່ນ​ມື​ໄປ​ເຖິງ​ແລະ​ທຳ​ລາຍ​ໄພ​ຂົ່ມ​ຂູ່​ຂອງ​ພວກ​ກໍ່​ການ​ຮ້າຍ ບໍ່​ວ່າ​ພວກ​ເຂົາ​ຈະ​ຫຼົບ​ລີ້​ຢູ່​ບ່ອນ​ໃດ ພວກ​ເຮົາ​ຈະ​ຕາມລ່າ​ແລະ​ພົບໂຕ​ພວກ​ເຂົາ.”

ທ້າວ​ອາ​ລ-ມໍ​ລາ ຊຶ່ງ​ມີ​ຊື່​ປອມ​ອີກ​ຫຼາຍໆ​ຊື່ ຮວ​ມ​ທັງ​ອາ​ບູ ອີບ​ຣາ​ຮິມ ອາ​ລ-ຮາ​ຊີ​ມີ ອາ​ລ-ກູ​ຣາ​ຊີ ແລະ​ຮາ​ຈີ ອັບ​ດາ​ລ​ລາ ເກີດ​ຢູ່​ປະ​ເທດ​ອີຣັກ​ໃນ​ປີ 1976 ແລະໄດ້​ກາຍ​ມາ​ເປັນ​ນັກ​ປາດ​ທາງ​ສາ​ສະ​ໜາ ທີ່​ໄຕ່​ເຕົ້າ​ຂຶ້ນ​ມາ​ໃນ​ຖັນ​ແຖວ​ຂອງ​ກຸ່ມ​ກໍ່ການ​ຮ້າຍ​ດັ່ງ​ກ່າວ ແລະ​ກາຍ​ເປັນ​ຜູ້​ຊ່ວຍ​ອະ​ດີດ​ຜູ້​ຂອງ​ກຸ່ມ​ລັດ​ອິ​ສ​ລາມ​ແລະ​ຜູ້​ປະກາດ​ຈັດ​ຕັ້ງ​ປະ​ເທດ​ລັດ​ອິ​ສ​ລາມ​ຂື້ຶ້ນ ທ້າວ​ອາ​ບູ​ ບາກ​ເກີ ອາ​ລ-ບັກ​ແດດ​ດີ.

ໃນ​ເວ​ລາ​ທີ່ ​ທ້າວ​ອາ​ລ​ແບກ​ແດດ​ດີ​ຕາຍໃນ​ການບຸກ​ໂຈມຂອງ​ສະ​ຫະ​ລັດ ຢູ່​ບ່ອນຫຼົບ​ລີ້​ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຊີ​ເຣຍ​ໃນ​ເດືອນ​ຕຸ​ລາ ປີ 2019 ນັ້ນທ້າວ​ອາ​ລ-ມໍ​ລາ ໄດ້​ກາຍ​ເປັນ​ທາ​ຍາດ ໂດຍ​ເປັນ​ຜູ້​ກຳ​ກັບ​ນຳ​ການ​ສັງ​ຫານ​ພວກ​ສາ​ສະ​ໜາ​ກຸ່ມ​ນ້ອຍ​ ຢາ​ຊີ​ດີ ແລະ​ການ​ປະ​ຕິ​ບັດ​ງານ​ຢູ່​ໃນ​ທົ່ວ​ໂລກ ​ຂອງ​ກຸ່ມລັດ​ອິ​ສ​ລາມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG