ປັນຍາປະດິດ ສາມາດຊ່ວຍຄົນໃຊ້ອິນເຕີແນັດ ຫລີກລ່ຽງການສິ້ງຊອມຕິດຕາມ ຂອງລັດຖະບານ
ນັກວິທະຍາສາດຄອມພິວເຕີສອງຄົນຂອງມະຫາວິທະຍາໄລລັດແມຣີແລນ ໄດ້ພັດທະນາລະບົບປັນຍາປະດິດ ຫລື AI ຊະນິດໃຫມ່ທີ່ມີວິວັດທະນາການເພື່ອກວດຫາ ແລະ ຫລີກລ້ຽງການສິ້ງຊອມຕິດຕາມທາງອິນເຕີແນັດໃນບັນດາປະເທດທີ່ມີການຄວບຄຸມຢ່າງເຄັ່ງຄັດ.