ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານາງພະນິດາ ຈິດຕະພົງ ແສງສີຣິວັນ ຫົວໜ້າພະຍາບານ ໄດ້ຮັບບູລິມະສິດ ໃນການສັກຢາວັກຊີນເພີ້ມ


ນາງພະຍາບານຄົນນຶ່ງ ກຳລັງສັກຢາຟາຍເຊີ (Pfizer) ເຂັມທີສາມ ໃຫ້ແກ່ຜູ້ຊາຍຄົນນຶ່ງ ທີ່ໄຮງໝໍ Matei Bals ນະຄອນ ບູກາແຣັດ ປະເທດໂຣມາເນຍ ວັນທີ 28 ກັນຍາ 2021.
ນາງພະຍາບານຄົນນຶ່ງ ກຳລັງສັກຢາຟາຍເຊີ (Pfizer) ເຂັມທີສາມ ໃຫ້ແກ່ຜູ້ຊາຍຄົນນຶ່ງ ທີ່ໄຮງໝໍ Matei Bals ນະຄອນ ບູກາແຣັດ ປະເທດໂຣມາເນຍ ວັນທີ 28 ກັນຍາ 2021.

ການປະກາດສັກຢາເພີ້ມຫຼື booster ຢູ່ໃນສະຫະລັດ ໄດ້ເລີ້ມຂຶ້ນແລ້ວ ໂດຍ ສະເພາະ
ການສັກຢາວັກຊີນດັ່ງກ່າວນນີ້ ໃຫ້ບູລິມະສິດ ແກ່ຜູ້ທີ່ມີອາຍຸ 65 ປີ ຂຶ້ນໄປ ແລະຜູ້ທີີ່ມີ
ບັນຫາດ້ານສຸຂະພາບ. ນອກຈາກນັ້ນ ກໍມີບັນດານາຍແພດ ນາງພະຍາບານ ແລະພວກ
ເຈົ້າໜ້າທີ່ທີ່ຢູ່ແຖວໜ້າທັງຫຼາຍ.

ຜູ້ທີ່ໄດ້ຮັບການສັກຢາວັກຊີນເພີ້ມນີ້ ຕ້ອງໄດ້ສັກຢາວັກຊີນປ້ອງກັນໂຄວິດ-19 ສອງເຂັມ
ມາກ່ອນ ແລະຕ້ອງໄດ້ລໍຖ້າຫົກເດືອນ ຈຶ່ງສາມາດສັກຢາເພີ້ມເຂັມທີ 3 ໄດ້.

ຍານາງພະນິດາ ຈິດຕະພົງ ແສງສີຣິວັນ ຫົວໜ້າພະບານແຫ່ງນຶ່ງ ໃນໂຮງໝໍປິ່ນປົວຄົນ
ຊະລາ ຢູ່ລັດອໍຣິກັນ ກໍແມ່ນຜູ້ນຶ່ງ ທີ່ໄດ້ຮັບບູລິມະສິດ ສັກຢາເພີ້ິມ ເຂັມທີສາມ ຊຶ່ງຍານາງ
ໄດ້ກ່າວເຖີງປະສົບການສູ່ ວີໂອເອ ຟັງດັ່ງນີ້:

ປັດຈຸບັນນີ້ຢູ່ ໃນສະຫະລັດອາເມຣິກາ ເຖິງແມ່ນວ່າມີຢາວັກຊີນປ້ອງກັນໂຄວິດ-19 ໄວ້
ໃຫ້ແກ່ປະຊາຊົນທຸກໆຄົນໂດຍບໍ່ໄດ້ເສຍຄ່າ. ແຕ່ວ່າຍັງມີຄົນຈຳນວນນຶ່ງ ທີ່ປະຕິເສດ
ບໍ່ຍອມສັກຢາກ ຍ້ອນເຫດຜົນສ່ວນໂຕຕ່າງໆນາງ ອັນໄດ້ເຮັດໃຫ້ ເກີດການປະທ້ວງຢູ່
ໃນຫຼາຍໆບ່ອນ ພໍ່ແມ່ເດັກນັກຮຽນຈຳນວນນຶ່ງກໍບໍ່ເຫັນພ້ອມ ກັບການສັກຢາປ້ອງກັນ ຕິດ
ຕາມດ້ວຍ ພວກຕຳຫຼວດທີ່ເຮັດວຽກ ຢູ່ແຖວໜ້າ. ນອກນັ້ນ ກໍຍັງມີບັນດາສ່ວນບຸກຄົນ
ຕ່າງໆ. ແຕ່ວ່າບັນດາ ພະນັກງານລັດຖະ ບານກາງ ແລະທະຫານຕ້ອງໄດ້ສັກຢາວັກຊີນ
ປ້ອງກັນທຸກໆຄົນ.

XS
SM
MD
LG