ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫຼີເໜືອ ຍິງທົດລອງ ລູກສອນໄຟຂີປະນາວຸດ ຊຶ່ງເປັນເທື່ອທີ 2 ໃນໄລຍະບໍ່ເທົ່າໃດມື້


ກິມ ຈົງ ອຶນ ຜູ້ນຳເກົາຫຼີເໜືອ ພວມເບິ່ງການຍິງທົດລອງລູກສອນໄຟຂີປະນາ ຢູ່ສະຖານທີ່ແຫ່ງນຶ່ງໃນເກົາຫຼີເໜືອ ເມື່ອວັນທີ 31 ກໍລະກົດ 2019 ໃນຮູບທີ່ໄດ້ມາຈາກໂທລະພາບເກົາຫຼີເໜືອ KCTV.
ກິມ ຈົງ ອຶນ ຜູ້ນຳເກົາຫຼີເໜືອ ພວມເບິ່ງການຍິງທົດລອງລູກສອນໄຟຂີປະນາ ຢູ່ສະຖານທີ່ແຫ່ງນຶ່ງໃນເກົາຫຼີເໜືອ ເມື່ອວັນທີ 31 ກໍລະກົດ 2019 ໃນຮູບທີ່ໄດ້ມາຈາກໂທລະພາບເກົາຫຼີເໜືອ KCTV.

ເກົາຫຼີເໜືອໄດ້ຍິງທົດລອງລູກສອນໄຟຂີປະນາວຸດ 2 ລູກໃນວັນພຸດມື້ນີ້ ຊຶ່ງເປັນການຍິງເທື່ອທີ 2 ໃນໄລຍະບໍ່ຮອດນຶ່ງອາທິດ ແລະການຍິງເທື່ອຫຼ້າສຸດນີ້ປາກົດວ່າເປັນຄວາມພະຍາຍາມທີ່ຈະເພີ້ມຄວາມກົດດັນທາງດ້ານການທູດຕໍ່ສະຫະລັດ.

ລູກສອນໄຟທັງສອງໄດ້ຍິງຂຶ້ນຈາກເຂດໃຈກາງ ທີ່ເລິກເຂົ້າໄປໃນປະເທດ ຂອງເກົາຫຼີເໜືຶອ ແລະໄປຕົກລົງໃສ່ທະເລ ນອກແຄມຝັ່ງ ທາງກ້ຳຕາເວັນອອກ ຂອງປະເທດ ອີງຕາມຖະແຫຼງຂ່າວ ຂອງກອງທັບເກົາຫຼີໃຕ້.

ຍັງບໍ່ມີລາຍລະອຽດຫຍັງຕື່ມໃນເວລານີ້ເທື່ອ ຮວມທັງລູກສອນໄຟທີ່ຍິງນັ້ນ ເປັນລູກສອນໄຟປະເພດໃດ ຫຼືຍິງໄປໄດ້ໄກປານໃດ. ກະຊວງປ້ອງກັນປະເທດຂອງຍີປຸ່ນກ່າວວ່າ ລູກສອນໄຟທັງສອງບໍ່ໄດ້ເຂົ້າໄປໃນດິນແດນຂອງຍີປຸ່ນ ແລະຕົກຢູ່ນອກເຂດເສດຖະກິດພິເສດຂອງຕົນ.

ຢູ່ໃນຖະແຫຼງການ ກອງທັບສະຫະລັດກ່າວວ່າ ຕົນຮູ້ແລ້ວວ່າມີການຍິງລູກສອນໄຟ ແລະໄດ້ຊັ່ງຊາວ່າ ມັນບໍ່ໄດ້ເປັນໄພຂົ່ມຂູ່ໃນທັນທີຕໍ່ພວກເຈົ້າໜ້າທີ່ ດິນແດນ ຫຼືພັນທະມິດຂອງສະຫະ ລັດ. ແຕ່ແນວໃດກໍຕາມ ການຍິງດັ່ງກ່າວ “ໄດ້ເນັ້ນຢ້ຳໃຫ້ເຫັນເຖິງຜົນກະທົບ ທີ່ພາໃຫ້ເກີດຄວາມບໍ່ທຸ່ນທ່ຽງ” ຈາກໂຄງການອາວຸດ ທີ່ຜິດກົດໝາຍຂອງເກົາຫຼີເໜືອ ອີງຕາມຖະແຫຼງການທີ່ນຳອອກເຜີຍແຜ່ໂດຍກອງບັນຊາການ ໃນເຂດອິນໂດປາຊີຟິກ.

ການຍິງລູກສອນໄຟດັ່ງກ່າວ ມີຂຶ້ນ 2 ມື້ ຫຼັງຈາກເກົາຫຼີເໜືອກ່າວອ້າງວ່າ ຕົນໄດ້ຍິງທົດລອງ ລູກສອນໄຟນຳວິຖີໄລຍະໄກ ຊະນິດໃໝ່. ມັນເປັນການຍິງທົດລອງລູກສອນໄຟເທື່ອທຳອິດຂອງເກົາຫຼີເໜືອ ໃນໄລຍະປະມານ 6 ເດືອນ.

ໃນທ້າຍເດືອນແລ້ວນີ້ ອົງການພະລັງງານປະລະມານູສາກົນຂອງສະຫະປະຊາຊາດກ່າວວ່າ ເມື່ອໄວໆມານີ້ເກົາຫຼີເໜືອປາກົດວ່າໄດ້ເລີ້ມແລ່ນເຕົາປະຕິກອນນິວເຄລຍທີ່ສາມາດຜະລິດທາດປລູໂຕນຽມ ທີ່ໂຮງໄຟຟ້ານິວເຄລຍຢົງບີຢົງຂອງຕົນຄືນອີກ.

ພວກນັກວິເຄາະບາງຄົນກ່າວວ່າ ການເຄື່ອນໄຫວດັ່ງກ່າວ ແນະໃຫ້ເຫັນວ່າເກົາ ຫຼີເໜືອພວມພະຍາຍາມທີ່ຈະເພີ້ມອຳນາດໃນການຕໍ່ລອງຂອງຕົນ ກັບສະຫະລັດ ທ່າມກາງການເຈລະຈານິວເຄລຍ ທີ່ຕົກຢູ່ໃນສະພາບບໍ່ໄປບໍ່ມາ. ເກົາຫຼີເໜືອມັກຈະທຳການພົວພັນທາງດ້ານການທູດ ຫຼັງຈາກໄດ້ສ້າງຄວາມເຄັ່ງຕຶງ ດ້ວຍການຂົ່ມຂູ່ທາງຄຳເວົ້າ ຫຼືການທົດລອງອາວຸດຕ່າງໆ.

ການທົດລອງເທື່ອຫຼ້າສຸດຂອງເກົາຫຼີເໜືອ ບັງເອີນມີຂຶ້ນພ້ອມໆກັນ ກັບການເດີນທາງໄປຢ້ຽມ ຢາມໂຕກຽວ ຂອງທ່ານຊູງ ກິມ ທູດພິເສດຂອງສະຫະລັດຮັບຜິດ ຊອບໃນເລື້ອງເກົາຫຼີເໜືອ ຊຶ່ງພວມທຳການພົບປະກັບຄູ່ຕຳແໜ່ງຈາກເກົາຫຼີໃຕ້​ແລະຍີປຸ່ນຢູ່ນັ້ນ.

ໃນວັນອັງຄານວານນີ້ ທູດພິເສດຂອງສະຫະລັດໄດ້ກ່າວຢ້ຳເຖິງຂໍ້ສະເໜີ ທີ່ຈະເລີ້ມການເຈລະ ຈາຄືນໃໝ່ ແບບບໍ່ມີເງື່ອນໄຂລ່ວງໜ້າ ໂດຍກ່າວວ່າ ສະຫະລັດພ້ອມແລ້ວທີ່ຈະເຮັດວຽກ ກັບເກົາຫຼີເໜືອ ໃນບັນຫາດ້ານມະນຸດສະທຳ “ໂດຍຈະບໍ່ຄຳນຶງເຖິງຄວາມກ້າວໜ້າ ໃນການປົດອາວຸດນິວເຄລຍໃດໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG